Breaking News

Hair

ວິທີບໍາລຸງຜົມເສຍແຕກປາຍໃຫ້ມີສຸຂະພາບດີ

ວິທີບໍາລຸງຜົມເສຍແຕກປາຍໃຫ້ມີສຸຂະພາບດີ ວິທີບໍາລຸງຜົມເສຍຫຼາຍ ຖືວ່າເປັນເຄັດລັບຄວາມງາມທີ່ຈໍາເປັນຕໍ່ສາວໆທີ່ມີບັນຫາເສັ້ນຜົມແຫ້ງເສຍຫຼາຍ ແລະ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີການບໍາລຸງຜົມໃຫ້ມີສຸຂະພາບດີມາຝາກທ່ານດັ່ງຕໍ່ໄປນີ້: ເລືອກໃຊ້ຜະລິດຕະພັນເບິ່ງແຍງເສັ້ນຜົມແຫ້ງເສຍເປັນພິເສດ ບໍ່ວ່າຈະເປັນແຊມພູສະຜົມ, ຄຣີມນວດຜົມ, ວິຕາມິນເບິ່ງແຍງເສັ້ນຜົມ ສາວໆຄວນເລືອກໃຊ້ແຊມພູ, ຄຣີມນວດ ແລະ Treatment ທີ່ມີສ່ວນປະສົມຂອງສານ Moyseriser, ວິຕາມິນລວມເຖິງຄ່າ pH balance ທີ່ມີຄວາມດຸ່ນດ່ຽງເພື່ອຊ່ວຍເຮັດຄວາມສະອາດ ແລະ ບໍາລຸງຜົມໃຫ້ງາມໄດ້ຢ່າງຄົບຖ້ວນ ທີ່ສໍາຄັນຄວນໃຊ້ເຊຣໍາບໍາລຸງຜົມສູດເຂັ້ມຂົ້ນທຸກເທື່ອຫຼັງສະ. ບໍາລຸງຜົມແບບຈັດໜັກ ດ້ວຍນໍ້າມັນສະກັດຈາກທໍາມະຊາດໄດ້ແກ່ ນໍ້າມັນໝາກພ້າວ, ນໍ້າມັນໝາກກອກ ມານວດບໍາລຸງເສັ້ນຜົມໃຫ້ທົ່ວໂດຍໃຊ້ປາຍນິ້ວມືນວດບໍລິເວນໜັງຫົວປະມານ 2 ນາທີແລ້ວປະໄວ້ 20 ນາທີກ່ອນສະຜົມ ເຮັດອາທິດລະ 3 ເທື່ອຈະຊ່ວຍຟື້ນຟູໃຫ້ຜົມເສຍກັບມາມີຊີວິດຊີວາ ແລະ ເງົາງາມໄດ້ໄວຂຶ້ນ. ອົບອາຍນໍ້າເສັ້ນຜົມແບບລະຫວ່າງມື້ ເພື່ອເປັນການເປີດເກັດຜົມໃຫ້ໄດ້ຮັບສານອາຫານ ແລະ ວິຕາມິນໄປບໍາລຸງຜົມຢ່າງເຕັມທີ່ ໃຫ້ໃຊ້ໄຂ່ແດງ 1 ໜ່ວຍ + ໂຍເກິດລົດທໍາມະຊາດ 1 ຈອກ ປະສົມໃຫ້ເຂົ້າກັນ …

Read More »

6 ເທຣນສີຜົມຕ້ອນຮັບລະດູຮ້ອນ.

6 ເທຣນສີຜົມຕ້ອນຮັບລະດູຮ້ອນ. ເຂົາວ່າກັນວ່າ“ ຖ້າຢາກປ່ຽນຕົນເອງໃຫ້ເລີ່ມຕົ້ນທີ່ສີຜົມ ”ບອກໄດ້ເລີຍວ່າເຫັນໄດ້ 100% ເລີຍເພາະສີຜົມນີ້ແຫລະເປັນຕົວກໍານົດລຸກຂອງເຮົາໄດ້ ແຕ່ຈະຖືກກາລະເທສະບໍ່ກໍອີກເລື່ອງໜຶ່ງ ແລະ ຢ່າຊັກຊ້າເພາະ ວາລະສານຂັວນໃຈ ກໍມີເທຣນສີຜົມປີ 2016 ມາບອກດັ່ງລຸ່ມນີ້: Go GREY. ໃຜວ່າສີຂີ້ເຖົ່າເຮັດແລ້ວເຖົ້າ ມັນບໍ່ແມ່ນເລື່ອງຈິງເລີຍ ເພາະສາວໆຫຼາຍປະເທດກໍຫັນປ່ຽນສີຜົມເປັນສີຂີ້ເຖົ່າກັນແລ້ວ ສາວໆຄົນໃດທີ່ຢາກເຮັດສີຜົມນີ້ຢ່າຊັກຊ້າລອງເຮັດໄດ້ເລີຍ. Golden BROWN. ສີນໍ້າຕານທອງເປັນອີກສີໜຶ່ງທີ່ສາວໆນິຍົມປ່ຽນກັນ ເພາະນອກຈາກຈະຊ່ວຍເພີ່ມແບບໃຫ້ເບິ່ງເກ໋ ແລະ ເບິ່ງເປັນສາວຫ້າວຂຶ້ນມາອີກລະດັບໜຶ່ງແລ້ວຍັງຊ່ວຍໃຫ້ໃບໜ້າແຈ່ມໃສຂຶ້ນອີກດ້ວຍ. Ash Grey. ສີທີ່ສາວໆຫຼາຍຄົນຢາກເຮັດ ບາງເທື່ອກໍລັງເລວ່າເຮັດແລ້ວຈະຄືບໍ? ຖ້າຢາກຈະງາມຕ້ອງໄປໃຫ້ສຸດທາງ ຈັດໄປເລີຍສີAsh Greyປ່ຽນລຸກຂອງທ່ານຮັບ ລະດູຮ້ອນແນ່ນອນ. Rose Gold. ຖືໄດ້ວ່າເປັນສີມາແຮງອີກສີໜຶ່ງທີ່ດັງລະເບີດຂ້າມປີມາຈາກປີທີ່ຜ່ານມາເປັນສີທອງອົມບົວທີ່ມີໃຫ້ເລືອກຫຼາຍລະດັບ ທັງບົວເກືອບທັງໝົດ ຫຼື ຈະສີ Blonde ແລ້ວໃສ່ປາຍຜົມສີບົວກໍໄດ້ຄືກັນ. 5. Dirty Blonde. ເປັນອີກໜຶ່ງສີທີ່ຂາດບໍ່ໄດ້ປະຈໍາປີນີ້ຄືສີ Blonde ສີຜົມປາບຊຽນສໍາລັບສາວໆ ແຕ່ໃຜຈະວ່າຮຽນແບບສາວຝຣັ່ງກໍຢ່າໄປສົນ.   …

Read More »

ຮ໋ອດສຸດໆ ເທຣນຊົງຜົມ 2016 ບໍ່ເຮັດບໍ່ໄດ້ແລ້ວ

    ຈາກສາວຜົມຍາວປ່ຽນລຸກມາເປັນສາວຜົມສັ້ນໃນແບບເທ່ໆ ຫຼື ຈາກສາວຜົມສັ້ນປ່ຽນໂສມໃຫ້ງາມກໍສາມາດເຮັດໄດ້ງ່າຍໆດ້ວຍຊົງຜົມ ແຕ່ຈະມີຊົງຜົມ ຊົງໃດແດ່ທີ່ເຮັດແລ້ວນອກຈະໄດ້ລຸກແບບເປັນສາວຫ້າວ ແລະ ສາວແບບຫວານໆ ມື້ນີ້ ວາລະສານຂັວນໃຈ ມີມາຝາກດັ່ງນີ້: ຊົງຜົມສັ້ນໃສໆ( ໄວລຸ່ນມັກ ) ຍັງຄົງຢູ່ໃນປີນີ້ບໍ່ວ່າໃຜຈະຕັດກໍຊ່ວຍຫຼຸດອາຍຸລົງໄດ້ທັນທີ.   ຜົມບ໋ອບສັ້ນ ດັດລອນໃຫຍ່ທົ່ວຫົວ ສໍາລັບສາວຜົມສັ້ນທີ່ເບື່ອຄວາມຊໍ້າຊາກ ເຮັດຊົງຜົມຊົງນີ້ດ່ວນເລີຍ ເພາະທ່ານຈະເບິ່ງເປັນສາວປ໋ອບ ຮອ໋ດມີສະຕາຍຂຶ້ນມາທັນທີ ຖ້າໃຜທີ່ຄິດຈະເຮັດຜົມຊົງນີ້ຢ່າລືມແຕ່ຕົວຫ້າວໆອີກດ້ວຍ ຫຼື ຖ້າບໍ່ດັ່ງນັ້ນອາດກາຍເປັນປ້າໂດຍບໍ່ຮູ້ສຶກຕົວ.   ດັງໂງະ ເຄິ່ງຫົວ ຄືບໍ່ໄດ້ຕັ້ງໃຈ ປົກກະຕິສາວໆກໍມັກກັນຢູ່ແລ້ວສໍາລັບການມ້ວນຜົມ ຫຼື ຊົງດັງໂງະ ແຕ່ໃຜທີ່ຢ້ານໜ້າບານຕ້ອງຊົງນີ້ເລີຍ ມາແຮງຫຼາຍເຮັດໃຫ້ທັງສາວຜົມຍາວ ແລະ ຜົມສັ້ນພຽງແຕ່ມັດຜົມເຄິ່ງຫົວມ້ວນປາຍໃຫ້ເປັນກ້ອນ ຈະປ່ອຍໄວ້ດ້ານຫຼັງ ຫຼື ມັດໄວ້ທາງໜ້າເລີຍກໍໄດ້ແຕ່ຖ້າຫາກຢາກໃຫ້ໜ້າຣຽວຍາວຂຶ້ນ ແນະນໍາໃຫ້ມັດສູງໄວ້ກ່ອນ, ມັດແບບຍຸ່ງໆຄືກັບວ່າບໍ່ໄດ້ຕັ້ງໃຈ.   ຜົມສັ້ນພຽງບ່າໄຫຼ່ ຄືຊົງຜົມທີ່ງາມແບບພໍດິບພໍດີບໍ່ສັ້ນເກີນໄປບໍ່ຍາວເກີນໄປ ແຕ່ຖ້າຈະໃຫ້ດີຕ້ອງເຮັດໃຫ້ຜົມຍາວຢູ່ໃນລະດັບດຽວກັນ ລອງແບ່ງຜົມມາຂ້າງໃດຂ້າງໜຶ່ງເໜັບຫູໄວ້ແລ້ວຈະອອກມາແບບຫວານໆ.   ຊົງຜົມ layers ເບິ່ງງາມມີ …

Read More »

5 ວິທີເບິ່ງແຍງເສັ້ນຜົມຂັ້ນພື້ນຖານ

5 ວິທີເບິ່ງແຍງເສັ້ນຜົມຂັ້ນພື້ນຖານ ທີ່ເຮັດງ່າຍ ແລະ ປະຫຍັດເງິນ ການເບິ່ງແຍງເສັ້ນຜົມຖືວ່າເປັນສ່ວນໜຶ່ງທີ່ສໍາຄັນສໍາລັບສາວໆເລີຍກໍ່ວ່າໄດ້ ຄືຊິບໍ່ມີສາວໆຄົນໃດທີ່ບໍ່ຢາກໃຫ້ຜົມຂອງຕົນເອງນັ້ນຕ້ອງເງົາງາມ, ອ່ອນນຸ່ມ ແລະ ມື້ນີ້ ວາລະສານຂັວນໃຈ ຈະນໍາເອົາວິທີໃນການເບິ່ງແຍງເສັ້ນຜົມແບບງ່າຍໆ ມາຝາກ ແລະ ຍັງປະຫຍັດເງິນອີກດ້ວຍ: ບໍາລຸງຜົມດ້ວຍນໍ້າມັນຫຼາຍຊະນິດ. ວິທີຄົນທີ່ມີຜົມເງົາງາມເລືອກໃຊ້ບໍາລຸງເສັ້ນຜົມຢ່າງສະໝໍ່າສະເໝີດ້ວຍບັນດານໍ້າມັນຕ່າງໆທີ່ມີປະໂຫຍດຕໍ່ເສັ້ນຜົມບໍ່ວ່າຈະເປັນນໍ້າມັນໝາກພ້າວທີ່ເຮັດໃຫ້ເສັ້ນຜົມອ່ອນນຸ່ມ, ນໍ້າມັນໝາກກອກເພື່ອເສັ້ນຜົມເງົາງາມ ຄວນໝັກຜົມດ້ວຍນໍ້າມັນເຫຼົ່ານີ້ກ່ອນສະປະມານ 1 ຊົ່ວໂມງເຮັດຕິດຕໍ່ກັນ 1-2 ເທື່ອຕໍ່ອາທິດພຽງເທົ່ານີ້ກໍ່ຈະເຮັດໃຫ້ເສັ້ນຜົມເງົາງາມ. ຫວີຜົມແບບຄ່ອຍໆ. ແມ່ນວ່າຈະຟ້າວປານໃດແຕ່ທ່ານກໍ່ບໍ່ຄວນຮີບຫວີຜົມໃຫ້ໄວ ແລະ ແຮງຈົນເກີນໄປ ຄວນຫວີຜົມແບບຄ່ອຍໆ ຖ້າບໍ່ດັ່ງນັ້ນຜົມຂອງທ່ານອາດຈະຂາດ ຫຼື ຫຼົ່ນອອກມາເປັນກໍາ ນອກຈາກນີ້ທ່ານກໍ່ບໍ່ຄວນຫວີຜົມໃນເວລາທີ່ຜົມປຽກ ເພາະເປັນເວລາທີ່ຮາກຜົມກໍາລັງອ່ອນແອ ຫາກໃຜຜົມຫຼົ່ນຕະຫຼອດ ຫຼື ມີບັນຫາຜົມບາງ ລອງສັງເກດພຶດຕິກໍາການຫວີຜົມຂອງຕົນເອງໃຫ້ດີແລ້ວຟ້າວແກ້ໄຂ. ບໍ່ຕ້ອງຈັດແຕ່ງຊົງຜົມຕະຫຼອດ. ປະເພດເຄື່ອງມ້ວນຜົມໄຟຟ້າ ຫຼື ເຄື່ອງຈັດແຕ່ງຊົງຜົມຕ່າງໆທີ່ເຮັດໃຫ້ຜົມຕ້ອງຖືກຄວາມຮ້ອນ ຖືວ່າເປັນສິ່ງທີ່ສໍາຄັນທີ່ເຮັດໃຫ້ຜົມຂອງທ່ານມີບັນຫາ ສະນັ້ນຢ່າໃຫ້ເສັ້ນຜົມຖືກຄວາມຮ້ອນຫຼາຍເກີນໄປ ໃຫ້ປ່ອຍຕາມທໍາມະຊາດແດ່ ຖ້າບໍ່ດັ່ງນັ້ນຮາກຜົມ ແລະ ໜັງຫົວຈະອ່ອນແອຈົນຕ້ອງປິ່ນປົວອີກດົນ. ເລືອກໃຊ້ຜະລິດຕະພັນກ່ຽວກັບຜົມທີ່ດີ. ດຽວນີ້ແຊມພູສະຜົມ ແລະ …

Read More »

7 ເຄັດລັບ ເຮັດຄວາມສະອາດ ແລະ ບໍາລຸງຜົມ

ເຮັດຄວາມສະອາດ ແລະ ບໍາລຸງຜົມດ້ວຍ 7 ເຄັດລັບ ມື້ນີ້ ວາລະສານຂັວນໃຈ ມີເຄັດລັບໃນການເຮັດຄວາມສະອາດ ແລະ ບໍາລຸງຜົມດ້ວຍການເບິ່ງແຍງຜົມຢ່າງເປັນມືອາຊີບ ສາມາດເຮັດງ່າຍໆຢູ່ບ້ານໄດ້ດ້ວຍຕົນເອງໂດຍການເພິ່ມປະສິດທິພາບຂອງຜະລິດຕະພັນດ້ວຍການເຮັດຄວາມສະອາດ ແລະ ບໍາລຸງເສັ້ນຢ່າງທົ່ວເຖິງ ແລະ ຖືກຈຸດ ດັ່ງນີ້: ຫວີແປງເສັ້ນຜົມກ່ອນຜົມປຽກ: ຈະຊ່ວຍຈັດພື້ນທີ່ຂອງເສັ້ນຜົມໃຫ້ໄດ້ຮັບການເຮັດຄວາມສະອາດໄດ້ຢ່າງທົ່ວເຖິງຍິ່ງຂື້ນ. ສະຜົມດ້ວຍແຊມພູ 2 ເທື່ອ: ເທື່ອທໍາອິດຄືການລ້າງຄາບສິ່ງທີ່ເປິະເປື້ອນຂີ້ຝຸ່ນ ສ່ວນຄັ້ງທີ່ສອງຄືການສະໃຫ້ເສັ້ນຜົມເພື່ອໃຫ້ເສັ້ນຜົມສໍາຜັດເຖິງຄຸນຄ່າຈາກຜະລິດຕະພັນໄດ້ຢ່າງແທ້ຈິງ. ໃຊ້ນໍ້າອຸ່ນລ້າງເຮັດຄວາມສະອາດຜົມກ່ອນສະ : ເພື່ອເປີດເສັ້ນຜົມຊັ້ນນອກໃຫ້ເນື້ອແຊມພູສາມາດຊືມເຂົ້າໄປເຮັດຄວາມສະອາດໄດ້ຢ່າງເຕັມທີ່. ການໃຊ້ນໍ້າເຢັນລ້າງເສັ້ນຜົມໃນຂັ້ນຕອນສຸດທ້າຍ: ທີ່ຈະຊ່ວຍປິດເນື້ອສໍາຜັດຂອງຜົມ ແລະ ຍັງຊ່ວຍເຮັດຜົມເບິ່ງເປັນປະກາຍເງົາງາມໄດ້ຍາວນານ. ບີບນໍ້າອອກຈາກຜົມກ່ອນການທາຄຣີມນວດຜົມ : ເພື່ອໃຫ້ເນື້ອຄຣີມເຮັດວຽກໄດ້ຢ່າງເຕັມປະສິດທິພາບຫຼາຍຍິ່ງຂຶ້ນ. ໃສ່ຄຣີມນວດຜົມພຽງແຕ່ກາງເຖິງປາຍຜົມ: ເພາະການທາເທິ່ງໜັງຫົວອາດຈະເຮັດໃຫ້ຜົມມັນຈົນເກີນໄປ. ການທາຄຣີມນວດຜົມປະໄວ້ຢ່າງໜ້ອຍ 2 ນາທີແລ້ວຈຶ່ງລ້າງອອກ: ເພື່ອໃຫ້ເສັ້ນຜົມໄດ້ຮັບການບໍາລຸງຢ່າເຕັມທີ່.    

Read More »