ເຊື່ອວ່າສາວໆຫຼາຍຄົນ ບໍ່ມີໃຜຢາກໜ້າເຖົ້າກ່ອນອາຍຸແນ່ນອນ ເຊິ່ງສ່ວນຫຼາຍແລ້ວ ປັດໄຈຫຼັກທີ່ເຮັດໃຫ້ ສາວໆໜ້າເຖົ້າກ່ອນໄວນັ້ນແມ່ນມາຈາກ ອາຫານ ແລະ ເຄື່ອງດື່ມທີ່ເຮົາກິນເຂົ້າໄປທຸກໆມື້ນີ້ແຫຼະ ແລ້ວມີຫຍັງແດ່ລະ ທີ່ເຮັດໃຫ້ໜ້າເຮົາເຖົ້າໄວ? ຖ້າຢາກຮູ້ມາເບິ່ງກັນເລີຍ. ຄາໂບໄຮເດຣດ (Carbohydrate) ທີ່ມີນໍ້າຕານສູງ. ເຮັດໃຫ້ລະດັບນໍ້າຕານໃນເລືອດເພີ່ມຂຶ້ນໄວ ແລະ ເກີດເປັນຮອຍແຫ່ວໄດ້ ຂະບວນການຍ່ອຍສະຫຼາຍນໍ້າຕານໃນຮ່າງກາຍຈະເຮັດໃຫ້ ຄໍລາເຈນ (Collagen)ເຊິ່ງເປັນໂປຣຕີນບໍາລຸງຜິວຂອງສາວໆເຕັ່ງຕຶງ ແລະ ມີສຸຂະພາບດີ Carbohydrate ທີ່ມີນໍ້າຕານສູງ ຈະພົບໄດ້ໃນອາຫານທີ່ມີລົດຊາດຫວານຫຼາຍເຊັ່ນ: ໂດນັດ ເປັນຕົ້ນ. ດື່ມແອວກໍຮໍ (Alcohol) ຫຼາຍເກີນໄປ. ຄວາມຈິງແລ້ວ Alcoholກໍມີປະໂຫຍດຕໍ່ຮ່າງກາຍເຊັ່ນກັນ ຖ້າຫາກດື່ມໃນປະລິມານທີ່ພໍດີ ບໍ່ຫຼາຍເກີນໄປ ເຊັ່ນ: ມື້ລະຈອກ ແຕ່ການດື່ມ Alcohol ຫຼາຍເກີນໄປຈະເຮັດໃຫ້ເກີດຮອຍແຫ່ວຜິວໜັງຍານ ສູນເສຍ Collagen ແລະ ຂາດນໍ້າ. ຊີ້ນສັດແປຮູບ. ເບຄອນ (bacon), ໄສ້ກອກ ລ້ວນແຕ່ເປັນຊີ້ນສັດແປຮູບທີ່ມີລົດຊາດເຄັມ ແລະ ເຮັດໃຫ້ສາວໆມີຮອຍແຫ່ວກ່ອນໄວ …
Read More »Women Healthy
ກິນເປັນຊີວິດປ່ຽນ! ມາຮູ້ຈັກກັບອາຫານທີ່ຈະຊ່ວຍຫຼຸດນໍ້າໜັກໄດ້ແທ້
ເອົາຄົນທີ່ກໍາລັງຢາກຫຼຸດນໍ້າໜັກຢ່າງຈິງຈັງ ຂວັນໃຈ ກໍເລີຍໄດ້ຮວບຮວມເອົາອາຫານເພື່ອສຸຂະພາບ ທີ່ຫາຊື້ໄດ້ຕາມຮ້ານຄ້າທົ່ວໄປມາແນະນໍາໃຫ້ ສາມາດເລືອກຊື້ກິນໄດ້ງ່າຍໆ ບໍ່ແພງ ບໍ່ຕ້ອງຢ້ານຕຸ້ຍມາຝາກ ແຖມຍັງມີລົດຊາດທີ່ແຊບອີກດ້ວຍ. ນົມຖົ່ວເຫຼືອງທີ່ບໍ່ມີນໍ້າຕານ ນົມຖົ່ວເຫຼືອງທີ່ບໍ່ມີນໍ້າຕານ ມີປະໂຫຍດຫຼາກຫຼາຍ ເພາະມີໄຂມັນໜ້ອຍ ໂຊດ້ຽມ (Sodium)ຕໍ່າ, ໃຍອາຫານ (Fiber) ສູງ ຊ່ວຍໃຫ້ການເຄື່ອນໄຫວຂອງລະບົບທາງເດີນອາຫານເຮັດວຽກເຄື່ອນຕົວໄດ້ດີ ອີກທັງຍັງຫຼຸດຜ່ອນການຂັບຖ່າຍຍາກໄດ້ອີກດ້ວຍ ຫຼັງຈາກອອກກໍາລັງກາຍແລ້ວ ແນະນໍາໃຫ້ດື່ມນົມຖົ່ວເຫຼືອງ 1 ຈອກ ກໍຍັງຊ່ວຍສ້າງກ້າມຊີ້ນໄດ້ເປັນຢ່າງດີ ເຄື່ອງດື່ມທີ່ມີໃຍອາຫານສູງ ເຄື່ອງດື່ມທີ່ມີໃຍອາຫານສູງ ບໍ່ວ່າຈະເປັນ ເຄື່ອງດື່ມເຂົ້າບາເລ້ (Barley), ນໍ້ານົມເຂົ້າ ແມ່ນຊ່ວຍໃຫ້ສາວໆອີ່ມໄວ້ ກະຕຸ້ນການເຜົາຜານອາຫານ ຫຼຸດການເກີດໂຄເລສເຕີໂຣລ (Cholesterol)ແຕ່ແນະນໍາໃຫ້ເລືອກເຄື່ອງດື່ມທີ່ບໍ່ມີນໍ້າຕານ ເພາະໃຫ້ພະລັງງານ (Calories) ຕໍ່າ ບໍ່ດັ່ງນັ້ນກໍບໍ່ມີປະໂຫຍດທີ່ສາວໆຈະຫຼຸດນໍ້າໜັກ ອາຫານປະເພດຊີຣຽວ (Cereals) + ນົມສົ້ມ ເລືອກຊື້ນົມສົ້ມກິນຄູ່ກັບຊີຣຽວ (Cereals) ໃນຕອນເຊົ້າ ຫຼື ເວລາຢາກກິນເຂົ້າໃນຕອນກາງຄືນ ກໍຊ່ວຍສ້າງຄວາມສົມດຸນທາງໂພຊະນາການ ບໍ່ເຮັດໃຫ້ຕຸ້ຍແລ້ວຍັງຢູ່ທ້ອງອີກດ້ວຍ ໄຂ່ຕົ້ມ …
Read More »ຕາຊັ້ນດຽວ ຕາບໍ່ເທົ່າກັນ ບັນຫາໜຶ່ງທີ່ເຮັດໃຫ້ເສຍຄວາມໝັ້ນໃຈ (ຄວນຮູ້! ກ່ອນສັນຍະກຳຕາສອງຊັ້ນ)
ຕາຊັ້ນດຽວ ຕາບໍ່ເທົ່າກັນ ກາຍເປັນບັນຫາໜຶ່ງທີ່ເຮັດໃຫ້ສາວໆຫຼາຍຄົນໜັກໃຈ ຫຼາຍຄົນກໍເລືອກທີ່ຈະແຕ້ມ Eyeliner ໃຫ້ເຂັ້ມຂຶ້ນ ຈົນເຮັດຕາເບິ່ງຮ້າຍຢູ່ຕະຫຼອດ ຫຼືເສຍເວລາຕິດສະກ໊ອດໃສ່ຊັ້ນຕາເບື້ອງໃດໜຶ່ງ ເພື່ອໃຫ້ຕາທັງສອງເບື້ອງເທົ່າກັນ ເຮັດໃຫ້ສາວໆຫຼາຍຄົນເກີດຄວາມຂີ້ຄ້ານ ແລະ ຢາກຈະເຮັດສັນຍະກໍາໃຫ້ມັນແລ້ວໆໄປພຽງຄັ້ງດຽວກໍຈົບເລີຍ ຈາກຂໍ້ມູນໂຮງໝໍສັນຍະກໍາປະເທດເກົາຫຼີລະບຸວ່າ ອະໄວຍະວະທີ່ດາຣາເກົາຫຼີນິຍົມເຮັດສັນຍະກໍາຫຼາຍທີ່ສຸດກໍຄື ການສັນຍະກໍາດວງຕາ ບໍ່ວ່າຈະເປັນການສັນຍະກໍາຕາສອງຊັ້ນ ຫຼືແກ້ໄຂກ້າມເນື້ອຕາ ຕັ້ງແຕ່ກ່ອນທີ່ດາຣາເຫຼົ່ານີ້ຈະເຂົ້າວົງການອີກ ເນື່ອງຈາກ ຕາມີຄວາມສໍາພັນກັບຄວາມສົດໃສ ຊ່ວຍໃຫ້ອ່ອນໄວລົງ ແຖມລາຄາກໍບໍ່ສູງ ແລະ ບໍ່ຕ້ອງພັກຟື້ນດົນ ໃນຂະນະທີ່ສາວອາຍຸເຂົ້າເລກ 3 ກໍຍັງມາເຮັດສັນຍະກໍາເພີ່ມຂຶ້ນເລື້ອຍໆ ເພາະຍິ່ງອາຍຸຫຼາຍຂຶ້ນ ກໍຕ້ອງປະເຊີນກັບບັນຫາ ໜັງຕາຕົກ ຫຼືຫາງຕາຍານຄວບຄູ່ກັນໄປ. ຜູ້ຊ່ຽວຊານດ້ານການສັນຍະກໍາ ລະບຸວ່າ ເປັນເລື່ອງທໍາມະດາທີ່ເຮົາຈະມີຕາຊ້າຍ ແລະຕາຂວາ ຂະໜາດບໍ່ເທົ່າກັນ ເຊິ່ງເກີດມາຈາກຫຼາຍສາເຫດເຊັ່ນ: ກ້າມເນື້ອທີ່ໃຊ້ໃນການມືນຕາອ່ອນແຮງ ສາມາດເປັນຕັ້ງແຕ່ກໍາເນີດ ຫຼືເມື່ອອາຍຸຫຼາຍຂຶ້ນ ກ້າມເນື້ອອ່ອນລ້າຕາມໄວ ເຮັດໃຫ້ຕາທັງສອງຂ້າງເປີດບໍ່ເທົ່າກັນ. ອີກສາເຫດໜຶ່ງຄື ປະລິມານໄຂມັນທີ່ດວງຕາທັງສອງຂ້າງບໍ່ເທົ່າກັນ ເຮັດໃຫ້ໜັງຕາອູມ ເບື້ອງໜຶ່ງມີລັກສະນະຕາສອງຊັ້ນ ອີກເບື້ອງໜຶ່ງເປັນຕາຊັ້ນດຽວ ການຮູ້ສາເຫດຈະເຮັດໃຫ້ສາມາດເລືອກວິທີແກ້ໄຂໃຫ້ຕົງຈຸດ, ງາມ ແລະ …
Read More »ລ້າງສານພິດ ຂັບໄລ່ໄຂມັນງ່າຍໆພຽງແຕ່ກິນອາຫານດັ່ງຕໍ່ໄປນີ້…
ຮ່າງກາຍຮູ້ສຶກໄດ້ຮັບສານພິດ ເຊິ່ງເປັນຜົນມາຈາກອາຫານການກິນ ຫຼື ມົນລະພາວະຕ່າງໆອ້ອມຕົວເຮົາ, ເຊິ່ງແຟນໆຮູ້ບໍ່ວ່າການກິນອາຫານມັນກໍ່ສາມາດລ້າງພິດທີ່ຢູ່ຮ່າງກາຍເຮົາໄດ້ເຊັ່ນດຽວກັນ ນອກຈາກຈະລ້າງສານພິດແລ້ວ ຍັງມີອີກໜຶ່ງຄຸນປະໂຫຍດດີໆເພາະອາຫານຈຳພວກນີ້ສາມາດເຜົາຜານໄຂມັນທີ່ສະສົມໃນຮ່າງກາຍອີກດ້ວຍ ມາເບິ່ງກັນມີຫຍັງແດ່.. ໝາກນາວ ເປືອກໝາກນາວມີສານທີ່ຊ່ວຍກະຕຸ້ນການເຜົາຜານຂອງຮ່າງກາຍ ແລະກະຕຸ້ນການໄຫຼວຽນຂອງເລືອດ ພຽງແຕ່ດົມກິ່ນກໍສາມາດບັນເທົາອາການວິນຫົວປວດຮາກ ຫອມຫົວໃຫ່ຍ ເນື່ອງຈາກຫອມຫົວໃຫ່ຍມີວິຕາມິນບີ 1 ຊຶ່ງຊ່ວຍໃນການເຜົາຜານອາຫານ ແລະຍັງຊ່ວຍຂັບສານພິດໃນຮ່າງກາຍອອກມາທາງປັດສາວະອີກດ້ວຍ ນໍ້າສົ້ມສາຍຊູ ມີຄຸນປະໂຫຍດຊ່ວຍຫຼຸດ Cholesterol ທີ່ບໍ່ດີ ແລະຍັງຊ່ວຍເພີ່ມປະລິມານ Cholesterol ທີ່ດີໃຫ້ຮ່າງກາຍ ນອກຈາກນີ້ຍັງກະຕຸ້ນການເຜົາຜານໃນລະບົບຮ່າງກາຍ -ຂິງ ຊ່ວຍໃຫ້ຮ່າງກາຍອົບອຸ່ນ ຂັບເຫື່ອ ຊ່ວຍປັບອຸນຫະພູມໃນຮ່າງກາຍ ຊ່ວຍເຜົາຜານໄຂມັນ ແລະນໍ້າຕານໃນຮ່າງກາຍ ເພີ່ມການເຜົາຜານໄຂມັນໃນຮ່າງກາຍ ຄວນດື່ມນໍ້າຂິງ ຫຼຶນຳມາເປັນສ່ວນປະກອບຂອງອາຫານເປັນປະຈຳ -ກະທຽມ ນອກຈາກຊ່ວຍໃນການຂັບໄລ່ສານພິດແລະເສີມສ້າງພູມຄຸ້ມກັນໃນຮ່າງກາຍແລ້ວ ກະທຽມຍັງຊ່ວຍກະຕຸ້ນການເຜົາຜານໄຂມັນແລະທາດນໍ້າຕານໃນຮ່າງກາຍ ຊ່ວຍໃນການດູດຊຶມທາດເຫຼັກ -ໝາກເລັ່ນ ເປັນຜັກທີ່ມີໄຂມັນຕໍ່າ ເສັ້ນໃຍອາຫານສູງ ກິນແລ້ວຮູ້ສຶກອິ່ມໄວ ເຮັດໃຫ້ກິນອາຫານໄດ້ໜ້ອຍລົງ ເໝາະສຳລັບຄົນທີ່ຕ້ອງການຫຼຸດນໍ້າໜັກ -ງາ ມີແຮ່ທາດຕ່າງໆຫຼາກຫຼາຍ ໂດຍສະເພາະວິຕາມິນຊີ ແລະແຮ່ທາດທີ່ຊ່ວຍຫຼຸດລະດັບສານ Triglyceride (ເຊິ່ງສານນີ້ຖ້າມີໃນເລືອດຫຼາຍຈະເຮັດໃຫ້ເກີດອັນຕະລາຍ) …
Read More »ໄຂຂໍ້ສົງໃສເຮັດ ສະປາຜິວ ເພື່ອຫຍັງ???
ການເຮັດສະປາຜິວ ໝາຍເຖິງ ການທໍາຄວາມສະອາດຜິວ ແລະ ເພີ່ມອາຫານເສີມບໍາລຸງຜິວໃຫ້ເລິກເຂົ້າສູ່ຊັ້ນພາຍໃນ ໂດຍມີວິທີຕ່າງໆທີ່ແຕກຕ່າງກັນອອກໄປເຊັ່ນ: ການເຮັດສະປາດ້ວຍການນວດ, ຂັດ, ອົບອາຍນໍ້າ ຫຼື ພອກ ເຊິ່ງວິທີການເຫຼົ່ານີ້ຖ້າເຮັດຕະຫຼອດຢ່າງຕໍ່ເນື່ອງ ກໍຈະເຫັນໄດ້ເຖິງຄວາມປ່ຽນແປງທີ່ເກີດຂຶ້ນກັບຜິວໄດ້ຢ່າງຈະແຈ້ງ ເຊິ່ງຖືວ່າເປັນຜົນປະໂຫຍດທີ່ໄດ້ຈາກການເຮັດສະປາຜິວໂດຍກົງ ແຕ່ສາວໆຮູ້ບໍ່ວ່າ ນອກຈາກຄວາມສະບາຍທີ່ສາວໆຈະໄດ້ຮັບແລ້ວ ການເຮັດສະປາຍັງມີຜົນປະໂຫຍດອື່ນໆອີກຫຼາກຫຼາຍນຳອີກ ຜ່ອນຄາຍ ສະບາຍໃຈ. ທຸກມື້ນີ້ຄວາມຕຶງຄຽດມັກຈະເປັນສາເຫດຫຼັກໆ ເຮັດໃຫ້ບັນຫາຜິວຊຸດໂຊມລົງກວ່າເກົ່າ ເພາະຄວາມຕຶງຄຽດຈະເຮັດໃຫ້ລະບົບປ້ອງກັນຜິວໜັງອ່ອນແອລົງ ດັ່ງນັ້ນ ການເຮັດສະປາຜິວຈະຊ່ວຍຜ່ອນຄາຍຄວາມຕຶງຄຽດລົງໄດ້ເປັນຢ່າງດີ ບວກກັບຖ້າໄດ້ຟັງເພງຄ່ອຍໆສະບາຍໆ ກໍຈະຊ່ວຍໃຫ້ສະໝອງປອດໂປ່ງຫຼາຍຂຶ້ນໄດ້. ຊ່ວຍໃຫ້ຜິວພັນສົດໃສຂຶ້ນ. ການເຮັດສະປາຜິວເຊັ່ນ: ການຂັດຜິວ ແລະ ການອົບອາຍນໍ້າ ຈະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດໃຫ້ດີຂຶ້ນ ເຊິ່ງມັນຈະສົ່ງຜົນໃຫ້ການລໍາລຽງອົກຊີແຊນ ແລະ ສານອາຫານໄປຫາຜິວຊ່ວຍໃຫ້ເຮັດວຽກໄດ້ດີຂຶ້ນ ນອກຈາກນີ້ ຍັງຊ່ວຍກໍາຈັດສິ່ງຕົກຄ້າງ ແລະ ສິ່ງເສດເຫຼືອອອກຈາກຮ່າງກາຍ, ຊ່ວຍກໍາຈັດຈຸລັງ (Cells) ຜິວທີ່ຕາຍແລ້ວໃຫ້ຫຼຸດລອກອອກໄປ ເຊິ່ງຈະເຮັດໃຫ້ຜິວພັນສົດໃສຂຶ້ນ. ຊ່ວຍທໍາຄວາມສະອາດຜິວໄດ້ດີ ແລະ ກໍາຈັດສິ່ງອຸດຕັນຈາກຮູຂົນ. ຄົນສ່ວນຫຼາຍມັກຈະມີນໍ້າມັນ ແລະ ສິ່ງເປິເປື້ອນທີ່ຕົກຄ້າງຢູ່ບໍລິເວນຜິວໜັງ ຈາກການລ້າງໜ້າ …
Read More »