ຮູ້ບໍ່ວ່າ ຫວ້ານຫາງແຂ້ ເປັນພືດມະຫັດສະຈັນ ມີຄຸນປະໂຫຍດສາລະພັດ ມີດີທັງພາຍນອກ ແລະ ພາຍໃນຮ່າງກາຍ ຈັດເປັນພືດທີ່ມີຄຸນປະໂຫຍດຫຼາກຫຼາຍ, ຈະມີຄຸນປະໂຫຍດດີພຽງໃດນັ້ນ ລອງມາເບິ່ງໄດ້ກັນເບິ່ງເດີ້!!! ຄຸນປະໂຫຍດພາຍນອກຮ່າງກາຍ: ຫຼຸດຄວາມມັນຂອງໜ້າ ຄວາມມັນຢູ່ໜ້າຖືວ່າເປັນບັນຫາຫຼັກຂອງທຸກຄົນ ແລະ ຮູດຫຼືບໍ່ວ່າ ຫວ້ານຫາງແຂ້ ມີດີເພາະສັບພະຄຸນຂອງມັນຊ່ວຍຫຼຸດຄວາມັນຢູ່ໜ້າຂອງຄົນເຮົາໄດ້ເປັນຢ່າງດີ ພຽງແຕ່ນຳເອົາເຈວໃສໆທີ່ທີ່ຫວ້ານຫາງແຂ້ມາທາໃຫ້ທົ່ວໜ້າ (ປະໄວ້ປະມານ 1-2 ຊົ່ວໂມງ) ເນື້ອເຈວກໍ່ຈະຊຶມຊາບເຂົ້າສູ່ຜິວ ນອກຈາກຈະຊ່ວຍຫຼຸດຄວາມັນແລ້ວຍັງຈະຊ່ວຍໃຫ້ໜ້ານຽນນຸ່ມ ເຕັ່ງຕຶງ ແຖມປອດໄພບໍ່ມີສານເຄມີອີກດ້ວຍ ຮັກສາຈຸດດ່າງດຳເທິງໃບໜ້າ ບາງເທື່ອກໍ່ຕ້ອງເສຍເງິນແພງໆໄປເຮັດເລເຊີ້ໜ້າ ພຽງເພາະວ່າຕ້ອງການກຳຈັດຈຸດດ່າງດຳທີ່ເກີດຈາກຮອຍສິວ ແຕ່ໝູ່ເພື່ອນຮຸ້ຫຼືບໍ່ວ່າ ເຈວຫວ້ານຫາງແຂ້ ກໍ່ມີປະສິດທີພາບຊ່ວຍຟື້ນຟູຮອຍສິວ ຈຸດດ່າງດຳໃຫ້ຈາງຫາຍໄດ້ເປັນຢ່າງດີ ພຽງທາລົງບ່ອນທີ່ມີຈຸດດຳຢ່າງຕໍ່ເນື່ອງ ພຽງເທົ່ານີ້ຜິວກໍ່ຈະກັບມາໃສ ຮອຍດຳກໍ່ຈະໝົດໄປແບບໜ້າເຫຼຶອເຊື່ອ ເຮັດໃຫ້ຜິວຊຸ່ມ ເຕີມນໍ້າໃຫ້ຜິວ ຜິວແຫ້ງກ້ານເປັນສາເຫດໜຶ່ງຂອງການເກີດຮິ້ວຮອຍ ແລະ ບາງຄົນກໍ່ແຕ່ງໜ້າບໍ່ຄ່ອຍຕິດ ເຊິ່ງບັນຫາເຫຼົ່ານີ້ກຳລັງຈະໝົດໄປພຽງແຕ່ເຕີມນໍ້າໃຫ້ຜິວດ້ວຍໃຊ້ເຈວຫວ້ານຫາງແຂ້ມາພອກໜ້າຖິ້ມໄວ້ກ່ອນນອນ ພຽງເທົ່ານີ້ພໍຕື່ນຂຶ້ນມາກໍ່ຈະເຮັດໃຫ້ໜ້ານຽນນຸ່ມ ໜ້າອ່ອນເຍົາກວ່າໄວແນ່ນອນ ບຳລຸງເສັ້ນຜົມ ຜົມທີ່ແຫ້ງຊີ້ຟູ ຈາກການຍ້ອມສີຖືກສານເຄມີ ຫຼື ມົນລະພິດເປັນປະຈຳ ລອງໃຊ້ເຈວຫວ້ານຫາງແຂ້ໄປທາທີ່ປາຍ ຫຼື ບໍລິເວນຜົມທີ່ແຫ້ງເສຍ …
Read More »Women Healthy
ບໍ່ໜ້າເຊື່ອ! ດື່ມກາເຟເປັນປະຈຳຊ່ວຍປ້ອງກັນພະຍາດໄວຣັດຕັບອັກເສບ ແລະ ອີກຫຼາຍໆພະຍາດໄດ້!!!
10 ຄຸນປະໂຫຍດຂອງການດື່ມກາເຟ ໂດຍທີ່ບໍ່ໃສ່ນໍ້າຕານ ແລະ ຄຣີມທຽມ ການດື່ມກາເຟເປັນປະຈຳຊ່ວຍປ້ອງກັນພະຍາດໄວຣັດຕັບອັກເສບ B ມີນັກວິໄຈພິສູດວ່າໃນກາເຟດໍາ ຫຼືກາເຟທີ່ເຮົາຊົງກິນໂດຍທີ່ບໍ່ໃສ່ນໍ້າຕານ ແລະ ຄຣີມທຽມສາມາດປ້ອງກັນພະຍາດໄວຣັດຕັບອັກເສບ B ໄດ້ ດື່ມກາເຟເປັນປະຈຳສາມາດປ້ອງກັນພະຍາດຫອບຫືດ ເຊິ່ງພະຍາດນີ້ມີສາເຫດມາຈາກກພູມແພ້ຊະນິດໜຶ່ງ ໂດຍທົ່ວໄປແລ້ວຮ່າງກາຍມະນຸດຈະບໍ່ມີອາການຂອງພະຍາດຫອບຫືດໄດ້ງ່າຍໆ ແຕ່ຖ້າຫາກປະສາດສຳລອງຖືກກະຕຸ້ນກໍຈະເກີດອາການຫອບທັນທີ, ດັ່ງນັ້ນເມື່ອທ່ານດື່ມກາເຟເຂົ້າໄປໃນຮ່າງກາຍ ຄາເຟອີນທີ່ມີຢູ່ໃນກາເຟກໍຈະຊ່ວຍລະງັບການຕຶງຄຽດຂອງປະສາດສຳຜັດສຳຮອງ ຫຼຸດອາການເກີດຫອບຫືດໄດ້ເປັນຢ່າງດີ 3. ການດື່ມກາເຟເປັນປະຈຳສາມາດຫຼຸດອາການເກີດພະຍາດຕັບທີ່ເປັນສາເຫດຈາກການດື່ມເຫຼົ້າຫຼາຍ ຕາມທີ່ນັກວິຊາການສຳຫຼວດແລ້ວຈຶ່ງຄົ້ນພົບວ່າ ກາເຟຊ່ວຍຫຼຸດຜົນຮ້າຍທີ່ຈະມີຕໍ່ຕັບໄຕ 4. ການດື່ມກາເຟເປັນປະຈຳຊ່ວຍປ້ອງກັນມະເຮັງຕັບ ມະເຮັງລຳໄສ້ ແລະ ມະເຮັງໃນຊ່ອງປາກ ຈາກຜົນການທົດລອງຂອງນັກວິໄຈຈຶ່ງຄົ້ນພົບວ່າໃນກາເຟມີປະສິດທີພາບປ້ອງກັນພະຍາດໃນຂັ້ນຕົ້ນ ໂດຍສະເພາະໃນຄາເຟອີນທີ່ມີຢູ່ໃນກາເຟຈະມີກົດອະຊີຕິກ ທີ່ຊ່ວຍປ້ອງກັນພະຍາດດັ່ງກ່າວໄດ້ 5. ການດື່ມກາເຟເປັນປະຈຳຊ່ວຍຂັບໄລ່ຄວາມຊະລາ ອົກຊີເຊນເປັນສານທີ່ສຳຄັນທີ່ຮ່າງກາຍຂອງມະນຸດຕ້ອງການຫຼາຍກໍແມ່ນຄວາມຈິງ ແຕ່ໃນທາງກົງກັນຂ້າມກັນຖ້າຮ່າງກາຍມີອົກຊີເຊນຫຼາຍເກີນໄປຈະເຮັດໃຫ້ມີໂອກາດເປັນພະຍາດມະເຮັງສູງ ແລະ ເຖົ້າໄວ ແຕ່ຖ້າທ່ານດື່ມກາເຟໃນປະລິມານທີ່ເໝາະສົມຈະເຮັດໃຫ້ຫຼຸດຜ່ອນການເກີດມະເຮັງໄດ້ ແລະ ຍັງກະຕຸ້ນການເຜົາຜານໃນຮ່າງກາຍໄດ້ເປັນຢ່າງດີ 6. ການດື່ມກາເຟເປັນປະຈຳຊ່ວຍຫຼຸດອັດຕາໄຂມັນ ຊ່ວຍປ້ອງກັນພະຍາດຫົວໃຈ ແລະ ຍັງສາມາດຊ່ວຍຫຼຸດໄຂມັນໃນເສັ້ນເລືອດໄດ້ອີກດ້ວຍ 7. ການດື່ມກາເຟເປັນປະຈຳສາມາດຊ່ວຍລະລາຍໄຂມັນ ກາເຟທີ່ດື່ມຫຼັງອາຫານ ຈະຊ່ວຍໄປກຳຈັດໄຂມັນທີ່ເກາະຕິດໃນຮ່າງກາຍເຮົາໄດ້ …
Read More »ຄວາມເຊື່ອຜິດໆເວລາມີປະຈຳເດືອນທີ່ສາວໆຄວນຮູ້!!!
ເຊື່ອວ່າສາວໆຫຼາຍຄົນຄົງໄດ້ຍິນຄວາມເຊື່ອມາແບບຜິດໆກ່ຽວກັບການມີ ປະຈຳເດືອນ ກັນມາແດ່ແລ້ວວ່າ ເວລາມີປະຈຳເດືອນຫ້າມກິນນໍ້າເຢັນ ຫ້າມກິນນໍ້າໝາກພ້າວ ຫ້າມລົງຫຼິ້ນນໍ້າ ລວມໄປຮອດການຫ້າມມີເພດສຳພັນ ແລະ ໃນມື້ນີ້ເຮົາຈະພາສາວໆໄປໄຂຂໍ້ຂ້ອງໃຈຂອງຄວາມເຊື່ອເຫຼົ່ານີ້ກັນວ່າມັນເປັນເລື່ອງເທັດຈິງພຽງໃດ? 1. ຫ້າມອາບນໍ້າເຢັນ ເວລາທີ່ມີປະຈຳເດືອນ ຮໍໂມນໃນຮ່າງກາຍແມ່ຍິງເຮົາຈະມີການແປປວນ ພູມຄຸ້ມກັນຫຼຸດລົງ ເມື່ອສາວໆອາບນໍ້າເຢັນຂະເຮັດໃຫ້ຮ່າງກາຍຕ້ອງໄດ້ປັບອຸນຫະພູມ ຈົນອາດເຮັດໃຫ້ເກີດອາການເຈັບປ່ວຍໄດ້ ແຕ່ຄວາມເປັນຈິງແລ້ວສາວໆທີ່ເປັນປະຈຳເດືອນກໍ່ສາມາດອາບນໍ້າເຢັນໄດ້ ໃນລະດັບອຸນຫະພູມທີ່ປົກກະຕິ. 2. ຫ້າມກິນຂອງເຢັນ ຫຼື ນໍ້າແຂງ ຫຼາຍຄົນຄົງໄດ້ຍິນມາວ່າເວລາມີປະຈຳເດືອນຫ້າມກິນຂອງເຢັນ ເພາະດຽວເລືອດຈະແຂັງຕົວ ເຮັດໃຫ້ປະຈຳເດືອນຕົກຄ້າງ ອອກມາບໍ່ໝົດ ຊຶ່ງໃນຄວາມເປັນຈິງກໍ່ສາມາດກິນໄດ້ ແຕ່ຕ້ອງກິນຢູ່ໃນປະລິມານທີ່ເໝາະສົມ ບໍ່ຄວນກິນຫຼາຍຈົນເກີນໄປ. 3. ຫ້າມອອກກຳລັງກາຍໃນເວລາທີ່ມີປະຈຳເດືອນ ຂໍບອກເລີຍວ່າເປັນຄວາມເຊື່ອທີ່ຜິດເອົາຫຼາຍໆ ເພາະໃນເວລາທີ່ເຮົາອອກກຳລັງກາຍຈະເຮັດໃຫ້ຮ່າງກາຍເຮົາຫຼັ່ງສານເອັນໂດຟິນອອກມາ ຊຶ່ງສານນີ້ເຮັດໃຫ້ມີຄວາມສຸກ ຊ່ວຍຜ່ອນຄາຍຄວາມຄຽດ ແລະ ບັນເທົາອາການເຈັບປວດໄດ້ອີກດ້ວຍ. 4. ຫ້າມມີເພດສຳພັນ ໃນຄວາມເປັນຈິງແລ້ວຂໍຫ້າມນີ້ຄົງບໍ່ແມ່ນຂໍ້ຫ້າມແຕ່ຢ່າງໃດ ພຽງແຕ່ຢາກໃຫ້ລະມັດລະວັງໃນເລື່ອງຂອງການຮັກສາຄວາມສະອາດໃຫ້ຫຼາຍກວ່າປົກກະຕິບໍ່ວ່າຈະເປັນແມ່ຍິງ ຫຼຶ ຜູ້ຊາຍ ເພາະມີໂອກາດສ່ຽງທີ່ຈະຕິດເຊື້ອ 5. ຫ້າມລົງຫຼິ້ນນໍ້າ ສາວໆທີ່ກຳລັງມີປະຈຳເດືອນແລ້ວຢາກໄເຮັດກິດຈະກຳທາງນໍ້າກໍ່ຄົງຕ້ອງເຊັງກັນໄປຕາມລະບຽບ ເພາະຄວາມເຊື່ອນີ້ ແຕ່ທີ່ຈິງແລ້ວຢສກໃຫ້ລະມັດລະວັງ ແລະ …
Read More »ຢາກຫຸ່ນດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ສູດເດັດຫຼຸດນໍ້າໜັກພາຍໃນ 5 ນາທີ!!!
ສູດຫຼຸດນໍ້າໜັກ ພາຍໃນ 5 ນາທີ ຢາກຫຸ່ນດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ບໍ່ຕ້ອງກັງວົນເດີ້ ຂວັນໃຈ ໄດ້ນໍາເອົາເຄັດລັບການຫຼຸດນໍ້າໜັກງ່າຍໆໃຜໆກໍ່ເຮັດໄດ້ມາແນະນໍາ ເຊິ່ງໃຊ້ເວລາໃນການອອກກໍາລັງກາຍພຽງແຕ່ 5 ນາທີຕໍ່ມື້ເທົ່ານັ້ນ ສາວໆກໍສາມາດມີຫຸ່ນທີ່ດີທີ່ງາມໄດ້ ແລະຈະມີທ່າໃດແດ່ນັ້ນເຮົາໄປເບິ່ງກັນເລີຍ… ໜ້າທ້ອງແບນລຽບດ້ວຍການຢືດຮ່າງກາຍ ກໍານົດລົມຫາຍໃຈໄວ້ຢູ່ທ້ອງ ຍົກມືຂຶ້ນສູງເໝືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງ ອ້າຂາອອກໃຫ້ເປັນມຸມ 45 ອົງສາ ງໍຫົວເຂົ່າ ໃຫ້ຮູ້ສຶກວ່າຢືນສະບາຍໆຄ້າງໄວ້ 30 ວິນາທີ ຫາຍໃຈເຂົ້າທາງດັງ ແລະ ຫາຍໃຈອອກທາງປາກ 30 ວິນາທີຄືກັນ ຍົກມືຂຶ້ນສູງເໜືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງຄືເກົ່າ ງ່ຽງລໍາຕົວໄປດ້ານຫຼັງ ເພື່ອກໍານົດລົມຫາຍໃຈທີ່ໜ້າທ້ອງໄດ້ຢ່າງສົມບູນ ຍົກມືຂຶ້ນສູງ ຈາກນັ້ນຜ່ອນຄາຍດ້ວຍການຄ່ອຍໆໂນ້ມຕົວກົ້ມລົງໄປດ້ານໜ້າ ຕາມດ້ວຍບິດຕົວໄປດ້ານຊ້າຍ ແລະ ຂວາເພື່ອໃຫ້ຮູ້ສຶກຜ່ອນຄາຍ ຫຼຸດກົ້ນ ແລະ ສະໂພກດ້ວຍການອອກກໍາລັງກາຍທ່ານີ້ ນັ່ງຕັ້ງເຂົ່າ ຈາກນັ້ນນໍາຂາຂ້າງຊ້າຍວາງພາດໄວ້ເທິ່ງຫົວເຂົ່າດ້ານຂວາ ໂດຍໃຊ້ແຂນທັງສອງຂ້າງຢັນພື້ນເອົາໄວ້ ການຍົກຕີນຂຶ້ນພາດຫົວເຂົ່າ ຈະຊ່ວຍເປີດສະໂພກ, ກົ້ນ ແລະ …
Read More »ລອງປັບປ່ຽນຄວາມຄິດ ແລ້ວຊີວິດຈະປ່ຽນໄປ!!!
ມາເບິ່ງ! 12 ຂໍ້ຄິດທີ່ເຮັດໃຫ້ “ຊີວິດມີຄວາມສຸກ” ເຖິງຈະເຄີຍຜ່ານເລື່ອງຮ້າຍໆມາ ສາວໆ! ເຊື່ອວ່າຊີວິດຂອງຄົນເຮົາທຸກຄົນຕ້ອງຜ່ານເລື່ອງຮ້າຍໆມາທັງນັ້ນ ແຕ່ຖ້າລອງປັບປ່ຽນຄວາມຄິດຈັກໜ້ອຍ ຊີວິດກໍ່ປ່ຽນໄດ້ຄືກັນເດີ່! ຊຶ່ງມື້ນີ້ ຂວັນໃຈ ຂໍສະເໜີຂໍ້ຄິດ ທີ່ຈະເຮັດໃຫ້ສາວໆມີຄວາມສຸກໃນຊີວິດຫຼາຍຂຶ້ນ! ເອົາເປັນວ່າເຮົາໄປເບິ່ງພ້ອມກັນເລີຍ ຫັດປ່ອຍວາງ ຊ່າງມັນ ຢ່າເຮັດຄືຕົວເອງແບກໂລກທັງໜ່ວຍເລີຍ ທຸກບັນຫາມີທາງແກ້ກະແມ່ນ ແຕ່ກໍ່ບໍ່ແມ່ນວ່າເຮົາຈະຕ້ອງເປັນຄົນທີ່ຄອຍແກ້ບັນຫາຢູ່ຝ່າຍດຽວ ເລື່ອງໃດທີ່ມັນເກີນຄວາມສາມາດ ແລະ ຄວາມຈໍາເປັນຂອງເຮົາ ກໍ່ປ່ອຍໆມັນໄປແດ່ ເຮົາເກີດມາເພື່ອໃຊ້ຊີວິດໃຫ້ມີຄວາມສຸກ ບໍ່ແມ່ນແບກຮັກຄວາມທຸກ! ຖ້າສາວໆປ່ອຍວາງໄດ້ຈະຄົ້ນພົບຄວາມສຸກທີ່ແທ້ຈິງແມ່ນຫຍັງ ໄລຍະທາງພິສູດມ້າ ການເວລາພິສູດຄົນ ບໍ່ມີຄວາມຈໍາເປັນທີ່ເຮົາຕ້ອງພະຍາຍາມກະຕືລືລົ້ນ Present ຕົວເອງ! ກະສໍ່າເວົ້າໃຜກະເວົ້າໄດ້ຫັ່ນລະ ຖ້າຍັງບໍ່ຢາກໃຫ້ມິດໃໝ່ເບື່ອ ໄດ້ໂປດສໍາລວມ ແລະ ປ່ອຍໃຫ້ມັນເປັນຕາມທີ່ຈະຄວນເປັນ ໃຫ້ການກະທໍາ ແລະ ເວລາເປັນເຄື່ອງພິສູດຈະດີກວ່າ… ໃຫ້ເວລາກັບຕົວເອງສັກນິດ ຈິດແຈ່ມໃສ ເປົ້າໝາຍມີໄວ້ພຸ່ງຊົນ ແຕ່ຖ້າສາວໆບໍ່ຢຸດພັກໃຫ້ເວລາຕົວເອງແດ່ ກໍ່ອາດຈະເຮັດໃຫ້ເກີດຄວາມຕຶງຄຽດ ແລະ ຄວາມກົດດັນທີ່ຫຼາຍເກີນຄວາມຈໍາເປັນ ຊຶ່ງສົ່ງຜົນເສຍຕໍ່ສຸຂະພາບຈິດທີ່ສຸດ! ນອກຈາກຈະບໍ່ເຮັດໃຫ້ຫຍັງດີຂຶ້ນ ຍັງເປັນການທໍາຮ້າຍຕົວເອງນໍາ ດັ່ງນັ້ນ …
Read More »