Breaking News

Women Healthy

Positive Thinking Positive Life ພຽງຄິດບວກຊີວິດເຮົາກໍປ່ຽນໄປ

Positive Thinking Positive Life ພຽງຄິດບວກຊີວິດເຮົາກໍປ່ຽນໄປ ພຽງຄິດບວກ ຊີວິດກໍປ່ຽນ ຄິດບວກຕີ່ລະ ຊີວິດຈະໄດ້ດີຂຶ້ນ ສາບາຍດີວັນຂອງການເລີ່ມຕົ້ນເດືອນແຫ່ງຄວາມຮັກເດີ່ສາວໆ ຂວັນໃຈ ທັງຫຼາຍ ນີ້ກໍເປັນເດືອນທີ 2 ຂອງປີ 2018 ກັນແລ້ວ ເວລາມັນຊ່າງໄວອີ່ຫຍັງປານນີ້ເນາະ! ສາວໆເວລາຜ່ານໄປໃນແຕ່ລະນາທີ ແຕ່ລະຊົ່ວໂມງ ກາຍເປັນມື້ ເປັນເດືອນ ເປັນປີ ເວລາມັນບໍ່ເຄີຍລໍຖ້າເຮົາເລີຍ! ແລ້ວສາວໆເດຫັນກັບມາຊີວິດຕົວເອງແລ້ວບໍວ່າ ມັນເປັນແນວໃດພໍໃຈກັບສິ່ງທີ່ເປັນຢູ່ ຫຼືຍັງ ມີຄວາມສຸກກັບຊີວິດຕົວເອງໄດ້ພຽງໃດແລ້ວ ຖ້າຍັງລອງເປີດໃຈວ່າຄວາມຈິງແລ້ວຕົວເອງເປັນຄົນແນວໃດ? ມີຫຍັງທີ່ຕ້ອງປ່ຽນແປງ? ບັນຫາຫຍັງທີ່ເຮັດໃຫ້ເຮົາບໍ່ປະສົບຄວາມສໍາເລັດຕາມທີ່ຕົວເອງຕັ້ງໃຈໄວ້ ຖ້າເຈົ້າຈະປະສົບຄວາມສໍາເລັດຕາມເປົ້າໝາຍທີ່ຕັ້ງໄວ້ໃນປີໜ້າ ລອງມາປ່ຽນແປງຕົວເອງຕາມວິທີທີ່ເຮົາຈະເອົາມາຕ້ອນກັນໃນມື້ນີ້ເບິ່ງ… ເພິ່ນວ່າ ພຽງປ່ຽນຄວາມຄິດ ຊີວິດຈະມີແຕ່ບວກ ບວກ ບວກ!!! ເລີ່ມສໍາລວດຕົວເອງກັນເລີຍສາວໆ… ຄິດ (ຫຼາຍ) ໃຫ້ໜ້ອຍລົງ ຍິ້ມໃຫ້ຫຼາຍຂຶ້ນ ເປັນທໍາມະດາທີ່ມື້ໆໜຶ່ງເຮົາຕ້ອງພົບບັນຫາຫຼາກຫຼາຍຕັ້ງແຕ່ຕື່ນນອນ ແນ່ນອນວ່າປັດໃຈເຫຼົ່ານີ້ມັນເຮັດໃຫ້ເຈົ້າເກີດຄວາມຮູ້ສຶກທີ່ຫຼາກຫຼາຍໃນແຕ່ລະມື້ ການທີ່ເຮົາຄິດຫຼາຍເກີນໄປກັບເລື່ອງທີ່ຍັງບໍ່ເກີດຂຶ້ນ ຈຶ່ງເຮັດໃຫ້ເຮົາເກີດຄວາມກັງວົນເພາະສະໝອງຍຶດຕິດຢູ່ກັບຄວາມຮູ້ສຶກທີ່ວ່າ ຢ້ານວ່າຈະ… ທັ້ງໆທີ່ຄວາມຈິງມັນອາດຈະບໍ່ເກີດຂຶ້ນກໍໄດ້ ດັ່ງນັ້ນ …

Read More »

ອັນຕະລາຍ! ນອນຫຼາຍເກີນໄປ ສ່ຽງເປັນພະຍາດຮ້າຍໄດ້ແບບບໍ່ຮູ້ຕົວ…

ອັນຕະລາຍ! ນອນຫຼາຍເກີນໄປ ສ່ຽງເປັນພະຍາດຮ້າຍໄດ້ແບບບໍ່ຮູ້ຕົວ ເປັນເລື່ອງປົກກະຕິຂອງຄົນທີ່ຫາກະນອນຕື່ນຫຼາຍ ທີ່ຈະຮູ້ສຶກຫິວນອນ ຢາກນອນຕໍ່ ຫຼືບໍ່ຢາກຕື່ນເລີຍ ແຕ່ເຈົ້າຮູ້ບໍ່ວ່າ ການທີ່ເຈົ້ານອນຫຼາຍເກີນໄປ ນັ້ນກໍບໍ່ໄດ້ແມ່ນເລື່ອງທີ່ດີສໍາລັບຮ່າງກາຍຄືກັນ ເພາະມັນອາດຈະເຮັດໃຫ້ເຈົ້າເປັນພະຍາດຕ່າງໆ ໄດ້ແບບບໍ່ຮູ້ຕົວເຊັ່ນ ເບົາຫວານ ຄວາມດັນເລືອດສູງ ໄຂມັນໃນເລືອດສູງ ບັນຫາຂອງກະດູກ ແລະຂໍ້ ສະໝອງລ້າ ຊຶມເສົ້າ ເປັນຕົ້ນ ແລະຖ້າເຈົ້າຍັງມີຄວາມຮູ້ສຶກຢາກນອນໃນຕອນສວາຍ ຕື່ນຍາກກວ່າເກົ່າແບບນີ້ຢ່ານີ່ງນອນໃຈເດັດຂາດ ຄົນທີ່ມີພາວະນອນຫຼາຍເກີນໄປ ຫຼື Hypersomnia ຈະມີລັກສະນະຕ້ອງການຢາກນອນເພີ່ມຂຶ້ນທັງໃນກາງເວັນ ແລະກາງຄືນ ແລະຈະຕື່ນຍາກຫຼາຍ ເມື່ອຕື່ນແລ້ວກໍຮູ້ສຶກວ່າຕ້ອງການຢາກນອນຕໍ່ອີກ ກາງເວັນກໍຍັງຕ້ອງການຫຼັບຫຼາຍໆຄັ້ງ ອາການຢາກຫຼັບຕອນເວັນຂອງບາງຄົນກໍເກີດຂຶ້ນໃນເວລາທີ່ບໍ່ເໝາະສົມເຊັ່ນ ຕອນລົມກັບຄົນອື່ນກໍຍັງຫຼັບ ຕອນກິນອາຫານເປັນຕົ້ນ ເຊິ່ງຖ້າຕົວເອງ ຫຼືຄົນໃກ້ຕົວມີອາການແບບນີ້ແນະນໍາວ່າ ຕ້ອງໄປພົບແພດດ່ວນເນື່ອງຈາກອາດຈະສົ່ງຜົນກະທົບຕ່າງໆຕາມມາໄດ້ ໂທດຈາກການນອນຫຼາຍເກີນໄປ ສະໝອງເສີຍຊາ, ສະໝອງລ້າ ກາຍເປັນຄົນໄຮ້ຊີວິດຊີວາ ການເຮັດວຽກຂອງກະດູກກ້າມເນື້ອບໍ່ແຂງແຮງ ມີບັນຫາຂໍ້ຕ່າງໆ ເຄື່ອນໄຫວໄດ້ຍາກຕາມມາ ນໍ້າໜັກເກີນ ເນື່ອງຈາກລະບົບການເຜົາຜານໄຂມັນຫຼຸດລົງ ມີການສະສົມໄຂມັນເພີ່ມຂຶ້ນ ອັນອາດນໍາໄປສູ່ພະຍາດຕ່າງໆເຊັ່ນ: ເບົາຫວານ, ຄວາມດັນເລືອດສູງ, ໄຂມັນໃນເສັ້ນເລືອດສູງເປັນຕົ້ນ …

Read More »

5 ວິທີຮັກສາແຜໃຈ ຫຼັງຖືກຖິ້ມ! ແຄ່ອົກຮັກບໍ່ເຖິງຕາຍດອກ…

5 ວິທີຮັກສາແຜໃຈ ຫຼັງຖືກຖິ້ມ! ແຄ່ອົກຮັກບໍ່ເຖິງຕາຍດອກ… ໃຜຫາກະຖືກຖິ້ມມາອ່ານເບິ່ງ!!! ເຊື່ອວ່າທຸກຄົນເວລາມີຄວາມຮັກ ກໍຍ່ອມຢາກມີຮັກທີ່ຍືດຍາວ ຢາກຈະຄົບກັນໄປດົນໆ ບໍ່ມີຄູ່ໃດຢາກຄົບແລ້ວເລີກແມ່ນບໍ່? ແຕ່ໃນຄວາມຈິງແລ້ວການຄົບກັນຂອງຄົນສອງຄົນມີປັດໃຈຫຼາຍໆຢ່າງ ທີ່ເປັນຕົວຕັດສິນວ່າຈະຄົບກັນໄດ້ຕໍ່ ຫຼືບໍ່? ແຕ່ຫາກຄວາມສໍາພັນຈໍາເປັນທີ່ຈະຕ້ອງຈົບລົງເຮົາຄວນເຮັດແນວໃດຕໍ່ໄປ… ມື້ນີ້ Kuanjai ຈຶ່ງຂໍແນະນໍາ 5 ວິທີຮັກສາແຜໃຈ ຫຼັງຈາກທີ່ຖືກຖິ້ມມາຝາກກັນ ນອນໃຫ້ຫຼັບ ໃນຍາມທີ່ສະພາບຈິດໃຈອ່ອນແອ ຫາກເຮົາຍິ່ງບໍ່ນອນຫຼັບພັກຜ່ອນ ຫຼືນອນບໍ່ພຽງພໍ ຍິ່ງເປັນການສ້າງຄວາມຄຼຽດໃຫ້ສະພາວະຈິດໃຈ ແລະຮ່າງກາຍຍິ່ງຂຶ້ນ ເຊິ່ງສົ່ງຜົນຕໍ່ການຟື້ນຟູສະພາບຈິດໃຈ ແລະຍັງສົ່ງຜົນສ່ຽງຕໍ່ສຸຂະພາບນໍາອີກ ດັ່ງນັ້ນ ຕ້ອງນອນໃຫ້ຫຼັບ ເມື່ອຕື່ນມາຄວາມຮູ້ສຶກຈະເບົາບາງລົງຢ່າງບໍ່ໜ້າເຊື່ອ… ອອກໄປພົບຜູ້ຄົນ ແນ່ນອນວ່າໃນຍາມທີ່ເຮົາຮູ້ສຶກເສົ້າເສຍໃຈ ຍ່ອມຮູ້ສຶກວ່າບໍ່ຢາກຈະພົບໃຜ ຢາກນັ່ງຮ້ອງໄຫ້ແບບມິດໆ ເຊິ່ງຫາກຮູ້ສຶກບໍ່ດີຫຼາຍໆ ສາມາດໄຫ້ໄດ້ ແຕ່ຫາກຈະຈົມຢູ່ກັບຄວາມທຸກດົນໆ ຍ່ອມສົ່ງຜົນສ່ຽງຕໍ່ສຸຂະພາບ ດັ່ງນັ້ນ ພະຍາຍາມອອກໄປພົບປະຜູ້ຄົນແນ່ ຈະເປັນໝູ່ສະນິດ ຫຼືຄົນທີ່ເຮົາໄວ້ໃຈ ຫຼືຈະຫັນມາໃສ່ໃຈກັບຄົນທີ່ຮັກເຮົາເຊັ່ນ ຄອບຄົວເປັນຕົ້ນ ການໄດ້ພົບປະໂອ້ລົມກັບຄົນອື່ນ ເປັນການດຶງຕົວເອງອອກຈາກຄວາມເສົ້າໄດ້ ຍອມຮັບຄວາມຈິງ ບໍ່ຕ້ອງດຶງ ຕ້ອງຄົ້ນ ຫຼືຊອກເຫດຜົນໃດໆ …

Read More »

ໝົດກັງວົນກັບການຖ່າຍຮູບດ້ວຍ 9 ວິທີງ່າຍໆທີ່ຈະເຮັດໃຫ້ເຈົ້າຖ່າຍຮູບອອກມາງາມ ແລະເປັນທໍາມະຊາດທີ່ສຸດ!!! ຈົນຄົນຮູ້ຈັກຍັງຕ້ອງຍ້ອງ…

ໝົດກັງວົນກັບການຖ່າຍຮູບດ້ວຍ 9 ວິທີງ່າຍໆທີ່ຈະເຮັດໃຫ້ເຈົ້າຖ່າຍຮູບອອກມາງາມ ແລະເປັນທໍາມະຊາດທີ່ສຸດ!!! ເຈົ້າຮູ້ມຸມຖ່າຍຮູບຂອງຕົວເອງໃຫ້ໝູ່ໄດ້ອຶ້ງໃນຄວາມງາມເຈົ້າບໍ່? ມື້ນີ້ເຮົາມີ 9 ວິທີງ່າຍໆມາແນະນໍາໃຫ້ເຈົ້າງາມຂຶ້ນໆໆໆ ເວລາຖ່າຍຮູບ ເຊິ່ງຈະຊ່ວຍໃຫ້ເຈົ້າເບິ່ງງາມຕັ້ງແຕ່ຮູບທໍາອິດ ໂດຍບໍ່ຕ້ອງຖ່າຍແລ້ວລົບຖີ້ມໃຫ້ເສຍເວລາ ຮັບຮອງວ່າເຈົ້າຈະງາມ ເພີເຟັກໃນຮູບຄືກັບເປັນນາງແບບມືອາຊີບ! ຫັນໃບໜ້າດ້ານຊ້າຍເຂົ້າຫາກ້ອງ ຄົນສ່ວນໃຫຍ່ມັກຈະຮູ້ມຸມງາມຂອງຕົວເອງຢູ່ແລ້ວ ແຕ່ຊ່າງພາບແຫ່ງ GaranceDore’ ໄດ້ທໍາການສຶກສາມາວ່າ… ສ່ວນໃຫຍ່ແລ້ວໃບໜ້າດ້ານຊ້າຍມັກຈະໃຫ້ຄວາມຮູ້ສຶກດຶງດູດຫຼາຍກວ່າ ຢ່າຢືນໃກ້ກ້ອງເວລາຖ່າຍຮູບເປັນກຸ່ມ ຢ່າຢືນຢູ່ໃນຈຸດທີ່ໃກ້ກ້ອງທີ່ສຸດ ຫຼືໃນຈຸດທີ່ເຮັດໃຫ້ເຈົ້າເບິ່ງຕໂຕໃຫຍ່ກວ່າໃຜ ແທນທີ່ຈະຕ້ອງມານັ່ງລົບຮູບ ເຈົ້າພຽງແຕ່ປ່ຽນຕໍາແໜ່ງທີ່ຢືນຂອງຕົວເອງກັບຄົນອື່ນທີ່ຮ່ວມຖ່າຍຮູບນໍາກັນເທົ່ານັ້ນ ຖ່າຍຮູບເຕັມຕົວຈາກມຸມຕໍ່າ ຕາມທີ່ Chriselle Lim ແຟຊັ່ນບລ໊ອກເກີ່ໄດ້ກ່າວໄວ້ ນອກຈາກມຸມຕໍ່າຈະເຮັດໃຫ້ເບິ່ງເຫັນມຸມໄດ້ໄກແລ້ວ ຍັງຊ່ວຍໃຫ້ເຈົ້າເບິ່ງສູງຂຶ້ນ ແລະຫຸ່ນດີຂຶ້ນນໍາອີກ ອຽງຫົວເລັກໜ້ອຍ ຢ່າຫັນໜ້າກົງເຂົ້າຫາກ້ອງ ການອຽງຫົວເລັກໜ້ອຍຈະຊ່ວຍໃຫ້ດູດີກວ່າການຫັນໜ້າກົງເຂົ້າຫາກ້ອງ ເພາະວ່າມັນຈະເຮັດໃຫ້ເຈົ້າມີພາບລັກທີ່ດູດີຂຶ້ນຈົນໝູ່ຕ້ອງຮ້ອງທັກວ່າ ຄາງແຫຼມເລີຍ!!! ຖ່າຍຮູບທ່ານັ່ງຕັ່ງຈາກມຸມສູງ ຊ່າງພາບຈະຖ່າຍຮູບຈາກມຸມສູງເມື່ອເຈົ້ານັ່ງ ແລະໃຫ້ອຽງໃບໜ້າຂອງເຈົ້າເຂົ້າຫາກ້ອງເລັກໜ້ອຍ ເຊິ່ງຈະຊ່ອຍໃຫ້ໃບໜ້າແຫຼມລົງ GaranceDore’ ກ່າວໄວ້ວ່າ ຮູບທີ່ຖ່າຍຈາກມຸມສູງຄືສະຫວັນມາໂປດແທ້ໆ ຕັດຮູບໃຫ້ຕົວເຮົາເຕັມເຟຼມ ຖ້າເຈົ້າເປັນຄົນດຽວທີ່ຢູ່ໃນຮູບນັ້ນ ໃຫ້ຕັດຮູບບາງສ່ວນອອກໄປໃຫ້ຕົວເຮົາເຕັມເຟຼມ ວິທີນີ້ຈະຊ່ວຍສ້າງມິຕິຂອງຮູບແນວຕັ້ງໃຫ້ເບິ່ງສະຫງ່າທີ່ສຸດ ເຮັດໃຫ້ຮອຍຍິ້ມເປັນທໍາມະຊາດດ້ວຍ 4 …

Read More »

9 ວິທີ “ຮັກ” ຢ່າງມີຄວາມສຸກ! Share ເກັບໄວ້ໄປເຮັດດ່ວນ! ຖ້າຢາກຄອງຮັກໄປດົນໆ (ຄວາມຮັກເຮັດໃຫ້ໂລກສົດໃສ ແຕ່ຈະສຸກໃຈກວ່າຖ້າຮັກຢ່າງຖືກວິທີ)

9 ວິທີ “ຮັກ” ຢ່າງມີຄວາມສຸກ! Share ເກັບໄວ້ໄປເຮັດດ່ວນ! ຖ້າຢາກຄອງຮັກໄປດົນໆ (ຄວາມຮັກເຮັດໃຫ້ໂລກສົດໃສ ແຕ່ຈະສຸກໃຈກວ່າຖ້າຮັກຢ່າງຖືກວິທີ) ຖ້າເຈົ້າເປັນຄົນໜຶ່ງທີ່ມີຄວາມຮັກອັນຫວານຊື່ນຢູ່ ແຕເມື່ອຕ້ອງຢູ່ຫ່າງກັນກໍທໍາໃຈບໍ່ໄດ້ ຕ້ອງຮູ້ຈັກກັບ 9 ວິທີ “ຮັກ” ຢ່າງມີຄວາມສຸກເອົາໄວ້ເລີຍ ເພາະຄວາມຮັກທີ່ດີ ຄືຄວາມຮັກທີ່ເຮັດໃຫ້ສຸຂະພາບຈິດດີ ເມື່ອເຂົາຂາດເຮົາກໍບໍ່ທຸກໃຈ ແລະພື້ນຖານຄວາມສໍາພັນທີ່ດີຂອງຄວາມຮັກກໍຄື “ການຮັກຕົວເອງ” ຂີດເສັ້ນໃຕ້ເອົາໄວ້ເລີຍວ່າເປັນຄົນລະເລື່ອງກັຍຄວາມເຫັນແກ່ຕົວ ແລະທັງ 9 ວິທີທີ່ສາວໆຈະໄດ້ຮູ້ຈັກກັນໃນມື້ນີ້ ກໍຈະຊ່ວຍໃຫ້ສາວໆ ຮັກຕົວເອງ ແລະມີສຸຂະພາບຈິດທີ່ດີເພື່ອຄອງຮັກກັນຢ່າງຍາວນານກັນນໍາ ມີຄວາມສຸກໄດ້ດ້ວຍຕົນເອງ ເຖິງວ່າຄູ່ຮັກຈະຮັກກັນມາດົນຂະໜາດໃດ ແຕ່ກໍບໍ່ໄດ້ຢູ່ນໍາກັນຕະຫຼອດເວລາ ເຊິ່ງຕອນນີ້ແຫຼະສາວໆ ຈະເລີ່ມຄິດຫຼາຍໄດ້ຕະຫຼອດເວລາ ວ່າຄວາມຮັກຂອງເຮົາຍັງຄົງໝັ້ນຄົງຄືເກົ່າ ຫຼືບໍ່ ຖ້າໃຜມີອາການແບບນີ້ ຕ້ອງຟ້າວຊອກກິດຈະກໍາເຮັດໂດຍດ່ວນເລີຍເດີ່ສາວໆ ຕ້ອງຊອກສິ່ງອື່ນມາສ້າງຄວາມສຸກໃຫ້ກັບຕົນເອງ ຢ່າໃຫ້ຊາຍໜຸ່ມເປັນພຽງເຄື່ອງຢຶດໜ່ຽວດຽວຂອງເຈົ້າ ແລ້ວສາວໆຈະບໍ່ທຸກ ຫຼືຄິດຮອດເຂົາຈົນຮູ້ສຶກຫົດຫູ່ອີກຕໍ່ໄປ ເອົາໃຈໃສ່ຄົນຮັກ ຄວາມເອົາໃຈໃສ່ເປັນເວດມົນທີ່ເຮັດໃຫ້ຄວາມຮັກໝັ້ນຄົງຍາວນານ ສາວໆຄວນເຝິກຄວາມເອົາໃຈໃສ່ໃຫ້ເປັນນິໄສເລີຍເດີ່ ເພາະຜູ້ຊາຍມັກຫຼາຍ ເວລາໄດ້ຮັບການເບິ່ງແຍງ ເຂົາສໍາພັດໄດ້ເຖິງຄວາມຮັກທີ່ສາວໆມີໃຫ້ເຂົາ ເຊິ່ງຄວາມສຸກຂອງເຂົາກໍຈະສົ່ງຜົນໃຫ້ສາວໆມີຄວາມສຸກນໍາແມ່ນບໍ່? ສິ່ງນີ້ແຫຼະທີ່ເຮັດໃຫ້ຄວາມສໍາພັນສຸຂະພາບດີ ບໍ່ວ່າຈະເບິ່ງໄປທາງໃດກໍເປັນສີບົວ …

Read More »