Breaking News

Women Healthy

ຊ່ວງເຊົ້າມັນກໍຈະວຸ້ນໆແດ່! “ຕື່ນມາແລ້ວງາມເລີຍ” ມັນເປັນແບບນີ້ໆເອງ!!!

8 ເຄັດລັບທີ່ເຮັດໃຫ້ງາມ ປະຢັດເວລາໃນຕອນເຊົ້າ ເຖິງຈະຕື່ນສວາຍກໍໜ້າເປະ ຜົມງາມໄດ້ພ້ອມທີ່ຈະອອກນອກເຮຶອນໄດ້ຢ່າງໝັ້ນໃຈ ໃນຕອນເຊົ້າເປັນໄລຍະເວລາທີ່ຮີບດ່ວນ ໂດຍສະເພາະຢ່າງຍິ່ງກັບສາວໆທີ່ຕ້ອງແຕ່ງໜ້າ ແຕ່ງຕົວ ແລະ ເຮັດຜົມໃຫ້ຕົວເອງດູດີກ່ອນອອກຈາກເຮືອນ ແຖມຕ້ອງເພື່ອເວລາໃຫ້ກັບການຈາລະລາຈອນທີ່ຕິດຂັດອີກ ເຮັດໃຫ້ສາວໆຫຼາຍຄົນເລືອກທີ່ຈະຕື່ນແຕ່ເຊົ້່າ ແລະ ໃຊ້ເວລາເປັນຊົ່ວໂມງໃນການກຽມຕົວກ່ອນອອກຈາກເຮືອນ ດ້ວຍສາເຫດນີ້ເຮົາຈຶ່ງນໍາເອົາ 8 ເຄັດລັບທີ່ຈະຊ່ວຍປະຢັດເວລາສາວໆໃນຕອນເຊົ້າມາຝາກກັນ ຮັບຮອງເລີຍວ່າມັນຈະເຮັດໃຫ້ເວລາຂອງສາວໆເຫຼືອຫຼາຍ ໂດຍບໍ່ຕ້ອງຮີບດ່ວນໄປໃສເລີຍລະ!!! ໃຊ້ເວລານອນໃຫ້ເຕັມທີ່ ຖ້າສາວໆຢາກມີຜິວໜ້າທີ່ງາມສົດໄສຕ້ອນຮັບວັນໃໝ່ ແຕ່ຈະໃຫ້ທາຄຼີມບໍາລຸງໃນຕອນເຊົ້າກໍເບິ່ງຈະເປັນການເສຍເວລາໄປຫຼາຍພໍສົມຄວນ ດັ່ງນັ້ນສາວໆຄວນທາຄຼີມບໍາລຸງຕ່າງໆກ່ອນນອນ ເພາະເວລານອນເປັນໄລຍະພັກຜ່ອນຂອງຮ່າງກາຍ ສະພາບຜິວຂອງເຮົາຈະຟື້ນຟູສ້ອມແຊມສ່ວນທີ່ຫຼຸ້ຍຫ້ຽນ ຄຼີມຕ່າງໆຈະຊືມຊັບ ແລະ ເຮັດວຽກໄດ້ຢ່າງເຕັມປະສິດຕິພາບທີ່ສຸດໃນຊ່ວງທີ່ເຮົານອນ ເອົາໄດເປົ່າຜົມມາເປົ່າໃບໜ້າ ສາວໆທີ່ໃຊ້ຄຼີມບໍາລຸງມ້ອຍເຈີ້ໄຣເຊີ ຊະນິດເຂັ້ມຂຸ້ນກ່ອນນອນ ເຮັດໃຫ້ຕື່ນມາໜ້າເດັ້ງ ເບິ່ງມີນໍ້າມີນວນ ຈົນບໍ່ສາມາດລົງຮອງພື້ນ ຫຼື ກັນແດດເພື່ອແຕ່ງໜ້າໄດ້ ຖ້າເປັນແບບນັ້ນສາວໆລອງເອົາໄດເປົ່າຜົມມາເປົ່າໃຫ້ ມ້ອຍເຈີ້ໄຣເຊີ ເທິງໜ້າເຮົາແຫ້ງລອງເບິ່ງ ແຕ່ຢ່າລືມວ່າຕ້ອງໃຊ້ລົມເຢັນນໍາເດີ້ ບໍ່ດັ່ງນັ້ນຜິວໜ້າຂອງເຮົາອາດຈະແຫ້ງຈົນເກີນໄປ ຫຼຸດຂັ້ນຕອນການແຕ່ງໜ້າດ້ວຍ ບີບີ ຄຼີມ ບີບີຄຼີມຄືຄໍາຕອບຂອງການຫຼຸດຂັ້ນຕອນການແຕ່ງໜ້າ ແລະ ຊ່ວຍປະຢັດເວລາໄດ້ຢ່າງແທ້ຈິງ ເພາະບີບີຄຼີມຄືການຮວມຕົວຂອງຮອງພື້ນ ເມັກອັບເບສ ແລະ …

Read More »

ໂພສຜິດຊີວິດປ່ຽນ! Check ຈັກໜ້ອຍ 10 ການສະແດງອອກທາງໂລກ Online ທີ່ເຮັດໃຫ້ເຮົາເບິ່ງ “ໂງ່” ໃນສາຍຕາຄົນອື່ນ!!!

ໂພສຜິດຊີວິດປ່ຽນ!!! ລວມ 10 ການສະແດງອອກໃນໂລກ Online ທີ່ບໍ່ເປັນຕາເຮັດທີ່ສຸດ!!! ສາວໆຈະໂພສຫຍັງແຕ່ລະເທື່ອ ກໍຕ້ອງຄິດໜ້າຄິດຫຼັງກ່ອນເດີ່ ບໍ່ດັ່ງນັ້ນຈະກາຍເປັນຄົນໂງ່ໂດຍບໍ່ຮູ້ຕົວ!!! ບົດຄວາມຕໍ່ໄປນີ້ຈະມາພ້ອມກັບສາລະ ແລະສິ່ງທີ່ຄວນຮູ້ໃນການສະແດງອອກຜ່ານ ໂລກ Online ແນ່ນອນວ່າສາວໆຍຸກໄຊເບີ່ຄືເຮົາ ຈະໃຫ້ຄວາມສໍາຄັນ ແລະໃຊ້ເວລາຢູ່ໃນໂລກອອນລາຍຄ້ອນຂ້າງຫຼາຍເລີຍແຫຼະ! ເນື່ອງຈາກວ່າມັນສະດວກ ໄວວາ ທັນຕໍ່ເຫດການ ແຕ່ສາວໆຮູ້ບໍ່ວ່າເຈົ້າສິ່ງນີ້ມັນສາມາດທໍາລາຍຊີວິດຂອງ ຫຼືເຮັດໃຫ້ສາວໆຖືກເບິ່ງບໍ່ດີໃນສາຍຕາຂອງຄົນອື່ນໄດ້ຖ້າບໍ່ລະວັງ! ດັ່ງນັ້ນ ສາວໆຈົ່ງຮີບມາ Check ໃຫ້ໄວວ່າຕົນເອງມີພຶດຕິກໍາຫຍັງແດ່? ທີ່ຈະເຮັດໃຫ້ສາວໆເບິ່ງເປັນຄົນສວຍໄສແຕ່ໄຮ້ສະໝອງ! ເລື່ອນນໍາມາເລີຍ!!! ເພີ້ເຖິງແຟນເກົ່າ ແລະພ້ອມທີ່ຈະເຜົາບ້ານແຟນໃໝ່ສະເໝີ ເຂົ້າໃຈວ່າເວລາ ອົກຮັກ ມັນຮູ້ສຶກບໍ່ດີຂະໜາດໃດ ແລະທາງອອກທີ່ດີຂອງເລື່ອງກໍຄືການລະບາຍ ແຕ່ແອັດຂໍເຕືອນສາວໆໄວ້ເລີຍວ່າ ໂລກ Online ມັນບໍ່ແມ່ນພື້ນທີ່ສ່ວນຕົວ ແຕ່ມັນເປັນພື້ນທີ່ສ່ວນລວມ ດັ່ງນັ້ນ ການທີ່ສາວຈະມາໂພສເພີ້ເຖິງແຟນເກົ່າ ມັນຈະເຮັດໃຫ້ຄຸນຄ່າຂອງສາວໆນັ້ນຫຼຸດລົງຢ່າງຂັ້ນສຸດ ສະແດງເຖິງການບໍ່ມີວຸດທິພາວະທາງດ້ານອາລົມ ບໍ່ຕ້ອງເວົ້າເຖິງການໂພສດ່າແຟນໃໝ່ເຂົານໍາເດີ່! ບອກເລີຍວ່າເປັນພຶດຕິກໍາທີ່ບໍ່ດີສຸດໆ ທາງທີ່ດີສາວໆຄວນອອກໄປໂອ້ລົມ ຫຼືລະບາຍກັບໝູ່ເພື່ອນຈະດີທີ່ສຸດຈ່າ ໃຫ້ຄົນທີ່ໄວ້ໃຈຄອຍຮັບຟັງບັນຫາຂອງເຮົາ ດີກວ່າເອົາໄປລະບາຍໃຫ້ພວກສອດຮູ້ສອດເຫັນຟັງ! Share ຮູບຕອນກໍາລັງຮ້ອງໄຫ້ຜ່ານໂລກ …

Read More »

Who care?? 10 ເລື່ອງທີ່ ຄົນມັກຢູ່ຄົນດຽວບໍ່ເຄີຍຄິດຫຼາຍ! ງາມໆໂສດໆ No ສົນ No Care!!!

Who care?? 10 ເລື່ອງທີ່ ຄົນມັກຢູ່ຄົນດຽວບໍ່ເຄີຍຄິດຫຼາຍ! ມາເບິ່ງກັນວ່າມີເລື່ອງຫຍັງແດ່ ທີ່ຄົນມັກຢູ່ຄົນດຽວບໍ່ເຄີຍຄິດຫຼາຍກັບມັນເລີຍ! ງາມໆໂສດໆ No ສົນ No Care! She ຈ໋າ ນີ້ມັນປີ 2018 ແລ້ວໃດ໋! ຢ່າຄິດວ່າຊີວິດນີ້ຈະຕ້ອງເພິ່ງພາຄົນອື່ນຕະຫຼອດເວລາ ແລະ ຢ່າຄິດວ່າການຢູ່ຄົນດຽວເປັນເລື່ອງເປັນຕາຢ້ານ ເພາະການຢູ່ຄົນດຽວຈະເຮັດໃຫ້ເຮົາໄດ້ສຶກສາໃຫ້ຮູ້ຄວາມຕ້ອງການ ໄດ້ເຮັດໃນສິ່ງທີ່ຕົນເອງມັກຢ່າງເຕັມທີ່ ແລະ ໄດ້ໃຊ້ເວລາເພື່ອພັດທະນາຕົວເອງ! ສໍາລັບໃຜທີ່ບໍ່ມັກຢູ່ຄົນດຽວ ຄວນເຝິກໄວ້ເດີ່ ແລ້ວຈະຮູ້ວ່າ ຄວາມສຸກທີ່ແທ້ຈິງນັ້ນເປັນແນວໃດ? ອ່າວ! ຖ້າຍັງບໍ່ເຊື່ອກໍລອງມາອ່ານ 10 ເລື່ອງ ທີ່ຄົນມັກຢູ່ຄົນດຽວທີ່ເຮັດໃຫ້ເຂົາບໍ່ຄິດຫຼາຍ!!! ໄປອ່ານເບິ່ງ! ບໍ່ຕ້ອງກັງວົນວ່າຈະເປັນແນວໃດໃນສາຍຕາຄົນອື່ນ: ນະຈຸດນີ້ ນາງໆຈະບໍ່ສົນວ່າໃຜຈະເບິ່ງແນວໃດ ຈະຖືກວິພາກວິຈານແນວໃດກ່ຽວກັບຮູບລັກສະນະ ຫຼືການກະທໍາ ຂອງຕົວເອງ ແຕ່ຟ້າວກ່ອນ! ອັນນີ້ບໍ່ໄດ້ໝາຍຄວາມວ່າຈະຕ້ອງຫຼຸດໂລກ ບໍ່ມີກາລະເທສະເລີຍເດີ່… ແຕ່ພວກນາງຈະເຮັດໃນສິ່ງທີ່ມັກຢ່າງເຕັມທີ່ໂດຍບໍ່ສົນໃຈຄໍາວິພາກວິຈານໃນແງ່ລົບມາຄິດ ນັ້ນເອງ. ບໍ່ຈໍາເປັນຕ້ອງເປັນທີ່ຍອມຮັບໃນສັງຄົມ: ພວກນາງບໍ່ຈະບໍ່ຈໍາເປັນຕ້ອງປ່ຽນແປງຕົວເອງ ຫຼືຊຸກຍູ້ຕົວເອງເພື່ອໃຫ້ເປັນທີ່ຍອມຮັບໃນສັງຄົມ ເນື່ອງຈາກພວກນາງມີຄວາມເປັນຕົວຂອງຕົວເອງສູງຄື ເຮັດຫຍັງແລ້ວມີຄວາມສຸກກໍຈະຢູ່ກັບສິ່ງນັ້ນ …

Read More »

ຮູ້ສຶກອືດ ຮູ້ສຶກຄ້ານແມ່ນບໍ່? (ແຊຣກັບໄວ້ເລີຍ) ວິທີປຸກໂຕເອງໃຫ້ລຸກມາອອກກຳລັງກາຍແບບໄດ້ຜົນແທ້!!!

ຮູ້ຫຼືບໍ່ວ່າການຕື່ນຂຶ້ນມາອອກກຳລັງກາຍໃນຍາມເຊົ້າມີປະໂຫຍດຢ່າງຫຼວງຫຼາຍ ນອກຈາກຈະຊ່ວຍໃນເລື່ອງສຸຂະພາບທີ່ແຂງແຮງແລ້ວ ມັນຍັງຊ່ວຍໃຫ້ຈະເລີນອາຫານ, ດັ່ງນັ້ນຖ້າກຳລັງຫາວິທີໃຫ້ຕົນເອງລຸກຂື້ນມາອອກກຳລັງກາຍໃນຕອນເຊົ້າ ມື້ນີ້ທາງ Kuanjai Magazine ເຮົາຈຶ່ງຊອກເອົາເຄັດລັບດີໆມາຝາກທຸກຄົນດັ່ງຕໍ່ໄປນີ້: ຈັດກຽມເສື້ອຜ້າອອກກຳລັງກາຍໄວ້: ເພື່ອຕື່ນມາຈະບໍ່ໄດ້ເສີຍເວລາ ຢ່ານອນເດິກ: ເພາະຈະເຮັດໃຫ້ຮູ້ສຶກບໍ່ມີແຮງ ທາງທີ່ດີຄວນປັບປ່ຽນພຶດຕິກໍາການນອນ ພະຍາຍາມນອນໃຫ້ຄົບ 8 ຊົ່ວໂມງ ຕັ້ງເປົ້າໝາຍ: ເພື່ອເປັນການສ້າງແຮງຈູງໃຈໃຫ້ກັບໂຕເອງໃນການລຸກມາອອກກຳລັງກາຍແຕ່ເຊົ້າ ແນະນຳໃຫ້ຂຽນເປົ້າໝາຍໄວ້ເຊັ່ນ: ເພື່ອສຸຂະພາບທີ່ແຂງແຮງປາສະຈາກພະຍາດມາບຽດບຽນ ຫຼື ຫຼຸດຄວາມຕຸ້ຍ ຫຼື ເພື່ອຄວາມຝັນທີ່ຢາກມີຮູບຮ່າງທີ່ງາມ ໃສ່ເສື້ອຜ້າກໍດູດີ ຕັ້ງເປົ້າເລີຍແລ້ວເຮັດໃຫ້ໄດ້ ໂມງປຸກ: ແນະນຳໃຫ້ວາງໄວ້ໄກໆຈາກໂຕແດ່ ເພາະຈະບໍ່ສາມາດເອື້ອມມືໄປປິດໂມງປຸກໄດ້ ແຕ່ກໍຕ້ອງຢູ່ໃນໄລຍະທີ່ໄດ້ຍິນດີ ລ້າງໜ້າ: ຕອນເຊົ້າດ້ວຍນ້ຳເຢັນເພື່ອຄວາມສົດຊື່ນ ກາແຟ: ແນະນໍາໃຫ້ດື່ມກ່ອນອອກກໍາລັງເຄິ່ງຊົ່ວໂມງ ເພາະຈະຊ່ວຍເພີ່ມພະລັງໃຫ້ອອກກຳລັງກາຍໄດ້ດີຂຶ້ນ ແລະ ກາເຟຍັງຊ່ວຍກະຕຸ້ນລະບົບເຜົາຜານໄດ້ດີອີກດ້ວຍ ເພງ: ການສ້າງບັນຍາກາດໃຫ້ກັບເຮົາເອງ ເປັນໂຕກະຕຸ້ນທີ່ເຮັດໃຫ້ອອກກຳລັງກາຍໄດ້ ດົນຂຶ້ນ ແລະ ບໍ່ຮູ້ສຶກເບື່ອໜ່າຍ ຄ່ອຍໆອອກກຳລັງກາຍແບບຄ່ອຍເປັນຄ່ອຍໄປ: ສໍາລັບຄົນໃດທີ່ບໍ່ເຄີຍຕື່ນມາອອກກໍາລັງກາຍໃນຍາມເຊົ້າ ແນະນຳໃຫ້ອອກກຳລັງກາຍແບບຄ່ອຍໆເທື່ອລະໜ້ອຍໄປກ່ອນ ຈາກນັ້ນ ເມື່ອຮ່າງກາຍເຮົາລື້ງເຄີຍແລ້ວຄ່ອຍໆເພີ່ມຂຶ້ນເລື້ອຍໆກໍໄດ້ເດີ້ ປັບໂປແກຼມການອອກກຳລັງກາຍທຸກ 2-3 ອາທິດ: …

Read More »

Check ດ່ວນ! 5 ເຫດຜົນທີ່ຈະບອກວ່າ ເຈົ້າເໝາະທີ່ຈະເປັນ “ສາວໂສດ” ຫຼາຍກວ່າມີແຟນ!!!

Check ດ່ວນ! 5 ເຫດຜົນທີ່ຈະບອກວ່າ ເຈົ້າເໝາະທີ່ຈະເປັນ “ສາວໂສດ” ຫຼາຍກວ່າມີແຟນ!!! Hello ສາວໆທຸກຄົນເດີ້! ກ່ອນອື່ນຂໍຖາມກ່ອນເລີຍວ່າ ພວກເຈົ້າເຄີຍຖາມຕົວເອງບໍ່ວ່າ ຕົກລົງຂ້ອຍເໝາະສົມທີ່ຈະຢູ່ເປັນໂສດຫຼາຍກວ່າ ເປັນຫຍັງມີແຟນແລ້ວມັນບໍ່ມີຄວາມສຸກ ຂ້ອຍກໍາລັງສູນເສຍຄວາມເປັນຕົວຂອງຕົວເອງໄປ ຫຼືບໍ່? ແລະອີກຫຼາກຫຼາຍຄໍາຖາມຕ່າງໆນາໆ ຖ້າຖາມແອັດນ່າ ບອກເລີຍວ່າເຄີຍຖາມຕົວເອງຕະຫຼອດດດ ຖ້າສາວໆເປັນຄືກັນ ຊັ້ນເຮົາລອງມາເບິ່ງເຫດຜົນ 5 ຂໍ້ທີ່ຈະໄຂຂໍ້ຂ້ອງໃຈກັນດີກວ່າ!!! ບໍ່ອິນກັບຄໍາຫວານໆ ຮູ້ສຶກປວດຮາກດ້ວຍຊໍ້າ ໃຜກະໄດ້ຊ່ວຍໄປເວົ້າຄໍາຫວານໆໄກໆຂ້ອຍແດ່ ໄດ້ຍິນຮູ້ສຶກເຈັບຫົວ ຄື້ນໄສ້ ຄືຊິຮາກແຕກ! ຫາກສາວໆກໍາລັງປະສົບບັນຫາເຫຼົ່ານີ້ຢູ່ ແອັດຂໍຄອນເຟີມເລີຍວ່າ ສາວໆເປັນຄົນຮັກສຸຂະພາບ (ເພາະບໍ່ນິຍົມກິນຂອງຫວານ555) ບໍ່ແມ່ນລ່ະ ແຕ່ສາວໆກໍາລັງຮັກຊີວິດຕົວເອງຕ່າງຫາກ ປະມານວ່າຢູ່ແບບນີ້ຂ້ອຍກໍມີຄວາມສຸກດີ ບໍ່ຈໍາເປັນຕ້ອງຊອກໃຜມາເພີ່ມຄວາມຫວານໃຫ້ກັບຊີວິດ ພົບໃຜມາຢອດຄໍາຫວານຈັກໜ້ອຍກໍຮູ້ສຶກຂົນລຸກ ຂວັນສະຫຍອງໄປໝົດ!!! ໂລກນີ້ມີແຕ່ຂ້ອຍ ບໍ່ຢາກຫັນໄປເບິ່ງໃຜ ບໍ່ໄດ້ຈະບອກວ່າສາວໆມີຄວາມເຫັນແກ່ຕົວເດີ່ ແຕ່ໝາຍເຖິງສາວໆມີໂລກສ່ວນຕົວສູງຕ່າງຫາກລ່ະ! ສາວໆຮັກການຢູ່ຄົນດຽວ ແລະຢາກຈະທຸ່ມເທເວລາໃຫ້ຕົວເອງ ຫຼາຍກວ່າແບ່ງເວລາສ່ວນຕົວໄປໃຫ້ຄົນອື່ນ ເຊິ່ງແນ່ນອນວ່າການມີແຟນຈະເຮັດໃຫ້ເວລາເຄິ່ງໜຶ່ງຂອງສາວໆຫາຍໄປ ສູນເສຍຄວາມເປັນສ່ວນຕົວ ສູນເສຍຄວາມເປັນຕົວເອງ ກໍວ່າລະເນາະ! ຊີວິດຂ້ອຍມີຫຍັງໃຫ້ເຮົາອີກຫຼາກຫຼາຍ …

Read More »