Fashions ນັ້ນປ່ຽນແປງຢູ່ຕະຫຼອດເວລາ ຈົນເຮັດໃຫ້ສາວໆຄືເຮົາຕ້ອງແລ່ນນໍາມັນຈົນເມື່ອຍ ແຖມບາງເທື່ອກໍເປັນ Style ທີ່ແຕ່ງນໍາໄດ້ຍາກເຫຼືອເກີນ ມື້ນີ້ຂວັນໃຈເລີຍຂໍແນະນໍາ ໃຫ້ມາປ່ຽນເປັນ Basic Look ກັນເບິ່ງບໍ່? Look ພື້ນຖານທີ່ມີແຕ່ເສື້ອຢືດ ສົ້ງຢີນ ກັບເກີບຜ້າ ເທົ່ານີ້ກໍງາມໄດ້ ສາວໆລອງເປີດຕູ້ເຄື່ອງ ຊອກຫາສອງສາມຢ່າງນີ້ ເຊື່ອວ່າແຕ່ລະຄົນຕ້ອງມີຢູ່ແນ່ນອນ ແລ້ວໄປເບິ່ງກັນວ່າ Look ງ່າຍໆແບບນີ້ ຈະເຮັດໃຫ້ເຮົາໂດດເດັ່ນມີ Style ໄດ້ແນວໃດ? ໄປເບິ່ງກັນ! Look Sport Girl ດ້ວຍເສື້ອແຂນຍາວກັບຢີນສີດໍາ 2. ເສື້ອແຂນຍາວສີສົດໄສກັບຢີນຊົງ Boy 3. ເສື້ອຢືດຕົວໃຫຍ່ກັບຢີນຂາມ້າ 4. ເສື້ອຢືດລາຍຂວາງກັບຢີນສີດໍາເຂັ້ມ 5. ເສື້ອຢືດແຂນສາມສີຂາວກັບຢີນສີດໍາໝົ່ນ 6. ເສື້ອຢືດລາຍຂວາງກັບຢີນສີຟ້າອ່ອນ 7. ເສື້ອຢືດສີຂາວຕົວໃຫຍ່ກັບຢີນຂາສັ້ນ 8. ເສື້ອຢືດສີຂາວກັບຢີນຊົງສະກິນນີ່ສີດໍາ 9. ເສື້ອຢືດແຂນຍາວກັບຢີນສີ Classic ແບບຂາດ 10. …
Read More »Women Healthy
ມາເບິ່ີງ! Idea ໃສ່ສົ້ງຢີນໄປເຮັດວຽກແບບ Professional
Idea ໃສ່ສົ້ງຢີນໄປເຮັດວຽກແບບ Professional ອະໂຫຼສາວໆ ຂວັນໃຈ ສະບາຍດີຕອນເຊົ້າຂອງມື້ວັນຈັນ ມື້ເລີ່ມຕົ້ນຂອງການເຮັດວຽກ ມື້ນີ້ເລີຍຂໍເອົາໃຈສາວໆ Office ທີ່ອາດຈະເບື່ອກັບການແຕ່ງຕົວໄປເຮັດວຽກແບບຊໍ້າຊາກຈໍາເຈເກືອບທຸກມື້ ເພາະບໍ່ຮູ້ວ່າຈະ Mix & Match ເສື້ອຜ້າທີ່ມີຢູ່ໃຫ້ເຂົ້າກັນແນວໃດ ມື້ນີ້ກໍເລີຍຢາກຈະມາແນະນໍາສາວໆກັບ Item ສຸດ Classic ທີ່ຮັບຮອງວ່າສາວໆຈະຕ້ອງໄປຊອກມາເອົາໄວ້ໃນຄອບຄອງຢ່າງແນ່ນອນ… ນັ້ນກໍຄື ສົ້ງຢີນ ນັ້ນເອງ ເຊິ່ງຕ້ອງບອກເລີຍວ່າ ການ Match ສົ້ງຢີນກັບເສື້ອແນວຕ່າງໆທີ່ເອົາມາຕ້ອນກັນໃນມື້ນີ້ ຈະສາມາດໄປເຮັດວຽກໄດ້ໃນແບບ Professional ຢ່າງແນ່ນອນ ເອົາເປັນວ່າເຮົາໄປເບິ່ງກັນເລີຍດີກວ່າເນາະສາວໆ! By: BeautyGuru Cr: Sprice
Read More »Up date 5 ອັນດັບ ຮ້ານຄໍາ (Jewelry) ໃນວຽງຈັນ ທີ່ລາຍງາມ ແລະ ມີຄຸນນະພາບສູງ (ໃຜເຄີຍໃຊ້ບໍລິການຮ້ານໃດແດ່?)
Up date 5 ຮ້ານຄໍາ ໃນວຽງຈັນ ທີ່ລາຍງາມ ແລະ ມີຄຸນນະພາບ ສະບາຍດີ ມື້ນີ້ແອັດຈະມາພາສາວໆໄປຮູ້ຈັກກັບ 5 ອັນດັບ ຮ້ານຄໍາ ທີ່ມີທັງລວດລາຍງາມ ແລະ ມີຄຸນນະພາບທີ່ສຸດໃນວຽງຈັນ ຢາກຮູ້ວ່າມີຮ້ານໃດແດ່ ໄປເບິ່ງກັນເລີຍ ຮ້ານຄໍາ ພູວົງ ມີລາຍຄໍາງາມໆ ມາແຖມໃຫ້ເລືອກ ຮ້ານຄໍາ ສີດາ ລາດຊະວົງ ລາຍຄໍາຈາກຮ້ານ ສີດາ ລາດຊະວົງ ຮ້ານຄໍາ ສໍາລານ ໂພທິສານ ລາຍຄໍາງາມ ຈາກທາງຮ້ານເພິ່ນ ຮ້ານຄໍາ ພອນທິບ ມາແຖມໃຫ້ເລືອກຕຶ່ມ ຈາກທາງຮ້ານເພິ່ນ ຮ້ານຄໍາ ສີຫອມ ສົມສຸກ ລາຍຄໍາງາມໆ ມາເລືອກໄດ້ເລີຍ ໝາຍເຫດ: ຈັດອັນດັບໂດຍແອັດເອງ ຖ້າຜິດພາດຫຍັງໄປ ຕ້ອງຂໍໂທດ ມາທີ່ນີ້ດ້ວຍ (ຂໍຂອຍໃຈ) By: BeautyGuru
Read More »ໄປເບິ່ງ! ເຄື່ອງປະດັບທີ່ທີ່ມີຂາຍໃນລາວ ແຖມຍັງສາມາດ Match ກັບຊຸດໄໝລາວໃຫ້ງາມແບບລໍ້າຄ່າທີ່ສຸດ
ສະບາຍດີສາວໆແຟນໆຂວັນໃຈທຸກຄົນ ມື້ນີ້ BeautyGuru ຈະພາສາວໆໄປໃຈລະລາຍກັບເຄື່ອງປະດັບງາມໆ ຄືລາຍສາຍແຂນຄໍາງາມໆ ທີ່ມີຂາຍຢູ່ໃນລາວເຮົາ ທີ່ສາມາດ Match ກັບຫຼາກຫຼາຍຊຸດ ແຕ່ງໄດ້ຫຼາກຫຼາຍ Style ບໍ່ວ່າຈະເປັນຊຸດລາຕຼີ, ຊຸດໄໝລາວ, ຊຸດປາຕີ່… ອອກງານໃດໆກໍງາມເລີ໋ດ ແລະ ລໍ້າຄ່າກວ່າໃຜໆຢ່າງແນ່ນອນແອດຂໍຮັບປະກັນໄດ້ເລີຍ ແຕ່ກ່ອນຈະໄປເບິ່ງ ແອດກໍຂໍເຕືອນສາວໆວ່າໃຫ້ເຮັດໃຈແຂງແດ່ ບໍ່ຊັ້ນອາດຈະຕ້ອງໃຈລະລາຍໄປນໍາບັນດາເຄື່ອງປະດັບລາຍສາຍແຂນຄໍາງາມໆ ພວກນີ້ກໍອາດຈະເປັນໄດ້ ຖ້າໃຈແຂງພໍແລ້ວເຮົາກໍໄປເບິ່ງພ້ອມກັນເລີຍ ຄູ່ກັບຊຸດລາຕຼີ ງາມລໍ້າຄ່າ ໃສ່ຄູ່ກັບຊຸດໄໝລາວທໍາມະດາ ແບບນາງສາວນະຄອນຫຼວງກໍງາມສຸດໆໄປເລີຍ ໃສ່ຄູ່ກັບຊຸດເຈົ້າສາວແບບນີ້ແຫ່ງງາມບໍ່ໃຫ້ວ່າ ມີເພີ່ມມາໃຫ້ໃຈລະລາຍກັນຕຶ່ມ ສາວໆຖ້າໃຈຍັງບໍ່ລະລາຍກັນກ່ອນຢ່າລືມ Comment ມາບອກກັນແດ່ເດີ້ ສ່ວນ ແອດຂໍໂຕໄປທໍາໃຈກ່ອນ ເພາະ ມັກທຸກແບບເລີຍ555 By: BeautyGuru ຂໍຂອບໃຈຮູບພາບຈາກ: ຮ້ານຄໍາສີດາລາດຊະວົງ, ຮ້ານຄໍາ ຄໍາພູວົງ, ຮ້ານຄໍາພອນທິບ ແລະ ຮ້ານຄໍາທອງຄູນ
Read More »ເທັກນິກ ສຸດເລີ໋ດ!! ປ່ຽນຈາກສາວກົ້ນໃຫຍ່ໃຫ້ກາຍມາເປັນຫຸ່ນນາງແບບໄດ້ງ່າຍໆ!
ສະບາຍດີສາວໆ ຂັວນໃຈທັງຫຼາຍ ມື້ນີ້ເອົາໃຈເປັນພິເສດສໍາລັບ ສາວຄົນໃດທີ່ມີບັນຫາເລື່ອງກົ້ນໃຫຍ່ ເຮັດໃຫ້ບໍ່ມີຄວາມໝັ້ນໃຈໃນການແຕ່ງຕົວ ບໍ່ວ່າຈະໃສ່ຫຍັງກໍບໍ່ງາມ ເບິ່ງຄືຕຸ້ຍກວ່າປົກກະຕິ ສາວໆບາງຄົນກໍອາດຈະຊອກເສື້ອໂຕໃຫຍ່ໆມາໃສ່ເພື່ອປົກປິດ ແຕ່ກໍຍັງບໍ່ໄດ້ຜົນ ຊັ້ນລອງມາເບິ່ງວິທີ ປົກປິດກົ້ນໃຫຍ່ ປ່ຽນກົ້ນໃຫຍ່ ໃຫ້ກາຍເປັນຫຸ່ນນາງແບບ ທີ່ຂັວນໃຈເອົາມາຕ້ອນກັນໃນມື້ນີ້ ຄວນເລືອກໃສ່ກະໂປງແອວສູງ: ເພາະຈະບໍ່ເປັນການເນັ້ນສ່ວນກົ້ນ ຈະເຮັດໃຫ້ເບິ່ງຊື່ກັນໄປເລີຍຕັ້ງແຕ່ແອວ ສໍາຄັນທີ່ສຸດຖ້າບໍ່ຢາກເບິ່ງຄືຕຸ້ຍຫ້າມໃສ່ກະໂປງແອວຕໍ່າເດັດຂາດ 2. ຫ້າມໃສ່ເສື້ອຕົວໃຫຍ່ຈົນເກີນໄປ: ສາວຄົນໃດທີີ່ຄິດວ່າການນຸ່ງເສື້ອໂຕໃຫຍ່ຈະເຮັດໃຫ້ສາມາດປົກປິດກົ້ນໄດ້ ນັ້ນເປັນຄວາມຄິດທີ່ຜິດ ເພາະຖ້າໃສ່ເສື້ອຕົວໃຫຍ່ກໍຈະເຮັດໃຫ້ໂຕເບິ່ງໃຫຍ່ໄປໝົດ ແຖມຍັງເຮັດໃຫ້ເບິ່ງຄືເຖົ້າຂຶ້ນນໍາອີກ 3. ເອົາເສື້ອເຂົ້າໃນສົ້ງ/ກະໂປງ: ການເອົາເສື້ອໄວທາງນອກຈະເຮັດໃຫ້ເນັ້ນກົ້ນຫຼາຍ ສະນັ້ນ ແນະນໍາໃຫ້ເອົາເສື້ອເຂົ້າໃນເພື່ອເນັ້ນສັດສ່ວນໃຫ້ຊັດເຈນຂຶ້ນຈະດີກວ່າ 4. ເພີ່ມເຄື່ອງປະດັບ: ຊອກເຄື່ອງປະດັບ ໂດຍສະເພາະສ້ອຍຄໍສີແຈ້ງ ຈະຊ່ວຍດຶງດູດຈຸດເດັ່ນໄປຍັງຈຸດອື່ນ ທີ່ບໍ່ແມ່ນກົ້ນໄດ້ 5. ກະໂປງຊົງເອ: ຊ່ວຍປົກປິດຊົງຂອງກົ້ນ ແລ້ວມາເນັ້ນທີ່ແອວຫຼາຍຂຶ້ນ 6. ໃສ່ສົ້ງຂາກວ້າງກໍໄດ້: ສົ້ງຂາກວ້າງຈະອໍາພາງຫຸ່ນທັງໝົດໃຫ້ຈ່ອຍ ແລະ ພຽວລົງທັນທີ 7. ການເລືອກກະເປົາກໍ່ສໍາຄັນ: ຄວນເລືອກກະເປົາທີ່ເປັນສາຍພາຍເພື່ອທີ່ຈະປົກປິດກົ້ນໄດ້ By: BeuatyGuru Cr: …
Read More »