Breaking News

Women Healthy

Idea ໃສ່ເສື້ອເຂົ້າໃນທີ່ບໍ່ແມ່ນນຸ່ງສິ້ນ ແບບບໍ່ມີຄໍາວ່າ “ເຊີຍ” ແຖມຍັງງາມໄດ້ທຸກ Style ສາວໆຈັດເລີຍ!

ສາວໆທີ່ກໍາລັງຄິດຢາກໃສ່ເສື້ອທັບໃນ ຫຼືນູ່ງເສື້ອເຂົ້າໃນ ທີ່ບໍ່ແມ່ນນຸ່ງສິ້ນ ແຕ່ບໍ່ມີຄວາມໝັ້ນໃຈ ຢ້ານໃສ່ແລ້ວຈະບໍ່ງາມ ບໍ່ເຂົ້າກັບຕົວເອງ ບໍ່ຕ້ອງຢ້ານແລ້ວ ຂໍແຕ່ບໍ່ເຊີຍກໍພໍ ມາລອງປ່ຽນ Look ກັນເລີຍດີກວ່າ ກັບ Look ໃສ່ເສື້ອເຂົ້າໃນ ເກ໋ສຸດໆ ທີ່ຂັວນໃຈເອົາມາຕ້ອນກັນໃນມື້ນີ້ ແບບວ່າເຫັນແລ້ວຕ້ອງບອກຕົວເອງວ່າ ຈັດເລີຍ ບໍ່ຕ້ອງຢ້ານວ່າ ໃສ່ແລ້ວຈະອອກມາບໍ່ງາມ ເຊີຍ ສາວໆຍຸກນີ້ມັນສະໄໝໃດກັນແລ້ວ ເປັນສາວທັນສະໄໝຕ້ອງມີຄວາມໝັ້ນໃຈ ຮັບຮອງບໍ່ມີຄໍາວ່າ “ເຊີຍ” ແນ່ນອນຈ້າ!! ໜ້າຮັກສົດໃສ Style two tone ເປີດໄຫຼ່ກັບສົ້ງລາຍ ໜ້າຮັກສຸດໆ ຊິດດດດ ຂາສັ້ນກັບເສື້ອສີເຈັບໆ ງານເທ່ກໍມາ ເບົາໆ Style ຄຸນໜູຫວານໆ ພ້ອມໄປເຮັດວຽກ ສີພີ້ນລຽບໆແຕ່ດູດີ ສຸດຊີດດດ ມີ Style ສຸດໆ Sexy ເບົາໆ ແບບມີລາຄາ ສະບາຍ ສະບາຍ ເສື້ອຢືດກັບຂາສັ້ນ …

Read More »

ນຸ່ງເສື້ອລາຍ Scott ແນວໃດ? ໃຫ້ໜ້າຮັກແບບສາວເກົາຫຼີ (ງານນີ້ໃຜພາດແລ້ວຈະເສຍໃຈ)

Hi ສາວໆ ສະບາຍດີກັບຕອນເຊົ້າມື້ສຸດທ້າຍຂອງການເຮັດວຽກ ສໍາລັບອາທິດນີ້ ສະບາຍດີຕອນເຊົ້າກັບອາກາດດີໆ (ອອກໜາວໜ້ອຍໜຶ່ງ) ມາພົບກັບ BeautyGuru ຄົນເກົ່າທີ່ຍັງມາເຮັດໜ້າທີ່ ຊອກຄົ້ນຫາເລື່ອງລາວດີໆ ທີ່ຈະມາເຮັດໃຫ້ສາວໆງາມໄປພ້ອມກັນ ແລະ ມື້ນີ້ກໍເຊັ່ນເຄີຍ ທີ່ BeautyGuru ຈະມານໍາສະເໜີກ່ຽວກັບ Idea ການນຸ່ງເສື້ອລາຍ Scott ແນວໃດໃຫ້ໜ້າຮັກເວີ່ ເບິ່ງເປັນສາວເກົາຫຼີ ມາໃຫ້ສາວໆໄດ້ Update ກັນ ບອກເລີຍວ່າງານນີ້ມາເຕັມ ສາຍເກົາຫຼີຫ້າມພາດ!! By: BeautyGuru Cr: Sprice

Read More »

Idea ຊົງຜົມຂອງສາວຜົມດໍາ ທີ່ແຊ໋ບໄດ້ໂດຍບໍ່ຕ້ອງເຮັດສີ! (ສາວອາຊີຄືເຮົາຫ້າມພາດ)

ໄລຍະນີ້ເທຼນຜົມສີຕ່າງໆກໍາລັງມາແຮງແລ້ວ ເທຼນຜົມສີດໍາທໍາມະຊາດກໍວົນກັບມາຄືກັນ ມັນງ່າຍຫຼາຍສໍາລັບສາວອາຊີຄຶເຮົາ ທີ່ມີສີຜົມເປັນສີດໍາທໍາມະຊາດຢູ່ແລ້ວ ຂໍ້ດີຂອງຜົມດໍາກໍຄືຈະເຮັດໃຫ້ໃບໜ້າເບິ່ງ ອາຍຸນ້ອຍລົງມາ ເນັ້ນໃບໜ້າໃຫ້ເດັ່ນຊັດຂຶ້ນ ເປັນສີທໍາມະຊາດຂອງສາວອາຊີຄືເຮົາ ເຮົາສາມາດບໍາລຸງແລ້ວປ່ອຍໃຫ້ມັນຍາວໄດ້ຕາມຕ້ອງການ ບໍ່ຕ້ອງເຮັດສີໃຫ້ຜົມເສຍກໍງາມໄດ້ ມື້ນີ້ ຂັວນໃຈເລີຍຖືໂອກາດ ນໍາເອົາ Idea ຊົງຜົມສີດໍາທໍາມະຊາດມາຕ້ອນສາວໆກັນ! By: BeautyGuru ຮູບພາບຈາກ: Sprice

Read More »

ເຄັດລັບ ຮັບມືກັບ ປະຈໍາເດືອນ ມາບໍ່ປົກກະຕິ ບັນຫາໂລກແຕກທີ່ສາວໆຫຼາຍຄົນກໍາລັງພົບຢູ່

ບັນຫາປະຈໍາເດືອນມາບໍ່ປົກກະຕິ ເປັນບັນຫາໜັກອົກໜັກໃຈຂອງສາວໆ ຍິ່ງກວ່າບັນຫາໂລກແຕກໃດໆ ບັນຫາທີ່ເກີດຂຶ້ນບໍ່ວ່າຈະເປັນການມາຂອງປະຈໍາເດືອນແບບບໍ່ສະໝໍ່າສະເໝີ ເດືອນນີ້ມາ ເດືອນໜ້າບໍ່ມາ ຫຼື ມາຫຼາຍເກີນໄປ, ມາໜ້ອຍເກີນໄປ, ບໍ່ສົມດຸນກັບສິ່ງທີ່ຄວນຈະເປັນ ເຮັດໃຫ້ເກີດຄວາມຮູ້ສຶກຫງຸດງິດງ່າຍ ອາລົມຂຶ້ນໆລົງໆ ຍິ່ງກວ່າແຟນຜິດນັດອີກ. ແຕ່ກໍບໍ່ແມ່ນວ່າບໍ່ມີຫົນທາງແກ້ໄຂ ຫຼື ຮັບມືເລີຍ ມື້ນີ້ຂວັນໃຈ ເຮົາກໍໄດ້ນໍາເອົາເຄັດລັບດີໆ ມາຕ້ອນສາວໆກັນນໍາ ໄປເບິ່ງເລີຍ! • ສາວໆຮູ້ບໍ່ວ່າປະຈໍາເດືອນບໍ່ປົກກະຕິມີຈັກແບບ: ອາການປະຈໍາເດືອນມາບໍ່ປົກກະຕິບໍ່ໄດ້ໝາຍເຖິງພຽງແຕ່ ການມາບໍ່ສະໝໍ່າສະເໝີຂອງປະຈຳເດືອນເທົ່ານັ້ນ ແຕ່ມີອາການຫຼັກໆ ແລະ ສາມາດຈໍາແນກເປັນປະເພດຍ່ອຍໄດ້ 3 ປະເພດຄື: 1. ປະຈໍາເດືອນມາຫຼາຍກວ່າປົກກະຕິ 2. ປະຈໍາເດືອນມາໜ້ອຍກວ່າປົກກະຕິ 3. ປະຈໍາເດືອນມາບໍ່ສະເໝໍ່າສະເໝີ • ມາປັບສົມດຸນໃຫ້ປະຈໍາເດືອນມາປົກກະຕິກັນ: ເຖິງວ່າອາການປະຈໍາເດືອນມາບໍ່ປົກກະຕິເກີດມາຈາກຫຼາຍສາເຫດ ແຕ່ຖ້າສາວໆໄປພົບແພດແລ້ວບໍ່ມີອາການຮ້າຍແຮງອື່ນໆແຊກຊ້ອນມາ ກໍສາມາດລອງປັບຄວາມສົມດຸນຂອງປະຈໍາເດືອນ ໃຫ້ກັບມາເປັນປົກກະຕິໄດ້ ດ້ວຍເຄັດລັບງ່າຍໆເຫຼົ່ານີ້ທີ່ ຂັວນໃຈເອົາມາຕ້ອນກັນ 1. ຜ່ອນຄາຍຄວາມຄຽດ 2. ອອກກໍາລັງກາຍສະໝໍ່າສະເໝີ 3. ຫຼີ້ນໂຍຄະປັບສົມດຸນ 4. …

Read More »

ວ້າວ… ນີ້ຫວາ? ສາວລາວຄົນທໍາອິດທີ່ໄດ້ໃຊ້ Smart Phone Huawei P 10 Plus ເປັນຄົນທໍາອິດ ກ່ອນເປີດຕົວຢ່າງເປັນທາງການ.

ວ້າວວວ… ເອີ້ນໄດ້ວ່າບໍ່ທໍາມະດາອີ່ຫຼີສໍາລັບສາວຄົນນີ້ ເພາະວ່າໂທລະສັບມືຖື Huawei P 10 Plus ນັ້ນຫາກໍເປີດຕົວໄປເມື່ອວັນທີ 22 ເມສາ 2017 ນີ້ ແຕ່ສາວຄົນນີ້ໄດ້ບອກວ່າ ນາງໄດ້ທົົດລອງໃຊ້ໂທລະສັບມືຖື Huawei P 10 Plus ມາກ່ອນແລ້ວ 2 ອາທິດ ແລະ ກໍເປັນຄົນລາວຄົນທໍາອິດທີ່ໄດ້ຊົມໃຊ້ໂທລະສັບມືຖືລຸ້ນນີ້ວ່າຊັ້ນ Oh my got ຢາກຮູ້ກັນແລ້ວບໍ່ວ່າສາວທີ່ກ່າວເຖິງນັ້ນແມ່ນໃຜ ແລະ ສາວຄົນນັ້ນກໍຄືສາວງາມ ດາລາ, ນັກຮ້ອງແຖວໜ້າຂອງປະເທດລາວ ທີ່ຫຼາກຫຼາຍຄວາມສາມາດຄົນນີ້ ສາວ Annita Thivaphone ຫຼື ແອນນີ່ຕ່າ ທີ່ເຮົາຮູ້ຈັກກັນດີນັ້ນເອງ. ສ່ວນເຫດຜົນທີ່ນາງໄດ້ຮັບກຽດໃຫ້ຊົມໃຊ້ Huawei P 10P lus ເປັນຄົນທໍາອິດຂອງລາວກໍເນື່ອງຈາກວ່າ ສາວ ແອນນີຕ່າ ນັ້ນໄດ້ຮັບກຽດເປັນ Presenter ໃຫ້ກັບທາງ Huawei …

Read More »