Breaking News

Women Healthy

ສາວ Bank ໃດຈະງາມກວ່າກັນ (ບອກຕໍ່ໃຫ້ກັນຮູ້ແນ່)

ສາວ Bank ເປັນຄວາມຝັນທີ່ສາວໆຫຼາຍຄົນໄຟ່ຝັນ ເພາະເປັນອາຊີບທີ່ໄດ້ແຕ່ງຕົວງາມໆ, ເວົ້າຫວານໆ, ເຮັດໃຫ້ລູກຄ້າພໍໃຈ ແລະ ເປັນນາງຟ້າຂອງລູກຄ້າທີ່ມາໃຊ້ບໍລິການເລີຍລະ ແຕ່ທະນາຄານໃນບ້ານເຮົານັ້ນກໍມີຫຼາຍທະນາຄານ ດັ່ງນັ້ນໃນມື້ນີ້ເຮົາຈະມາໃຫ້ໂຫວດກັນວ່າສາວໆທະນາຄານໃດວ່າງາມກວ່າກັນ ອ່ະແນ່ຮູ້ສຶກວ່າຈະມ່ວນເນາະມີໃຫ້ຫຼິ້ນກັນນໍາ ແລະ ສາວໆທະນາຄານທີ່ຈະເອົາມາໃຫ້ໂຫວດໃນມື້ນີ້ມີ: ທະນາຄານພັດທະນາລາວ, ທະນາຄານການຄ້າຕ່າງປະເທດລາວ, ທະນາຄານຮ່ວມພັດທະນາ, ທະນາຄານເອສທີ  ແລະ ທະນາຄານພົງສະຫວັນນັ້ນເອງ. ວ່າແລ້ວເຮົາມາເລີ່ມກັນເລີຍດີກວ່າ. ສາວທະນາຄານພັດທະນາລາວ ສາວທະນາຄານການຄ້າ ສາວທະນາຄານຮ່ວມພັດທະນາລາວ ສາວທະນາຄານເອສທີ ສາວທະນາຄານພົງສະຫວັນ   ສາວທະນາຄານໃດງາມກວ່າກັນຢ່າລືມ C.M, Like and Share ບອກຕໍ່ກັນໃຫ້ຮູ້ນໍາເດີ້ By: BeautyGuru ເຄຼດິດຮູບຈາກ: ສາວທະນາຄານ

Read More »

ງາມແບບນີ້ຊຸດເຜົ່າໃດ ແຊຣບອກຕໍ່ກັນແດ່

ສະບາຍດີສາວໆຂວັນໃຈທີ່ໜ້າຮັກທັງຫຼາຍ ເວລາມັນສັ້ນແທ້ໆວ່າບໍ່ສາວໆ (ເສົາ-ອາທິດໝົດໄປ) ຜ່ານໄປໜ້ອຍດຽວໝູນວຽນມາຮອດວັນຈັນອີກແລ້ວ ບໍ່ພໍ້ກັນດົນ (ຕັ້ງສອງມື້) ຄິດຮອດກັນຢູ່ບໍນໍ້ ສ່ວນວ່າ BeautyGuru ນັ້ນຄິດຮອດສາວໆແຟນຂວັນໃຈຢູ່ຕະຫຼອດຕະຫຼອດເລີຍ ຢາກຈະມາເວົ້າມາລົມ, ເອົາເລຶ່ອງລາວຕ່າງໆມາໃຫ້ສາວໆຍຸກໃໝ່ທີ່ຢູ່ກັບ Net Work ໄດ້ອັບເດດສາລະຄວາມຮູ້, ຄວາມບັນເທີງຕ່າງໆ ແລະ ມື້ນິີ້ກໍປົກກະຕິເຊັ່ນເຄີຍທີ່ BeautyGuru ກໍບໍ່ພາດກັບເລຶ່ອງລາວດີໆທີ່ຊອກຄົ້ນຫາເອົາມາຕ້ອນສາວໆ ສ່ວນວ່າຈະເປັນເລຶ່ອງໃດນັ້ນເຮົາໄປອ່ານ ແລະ ຮູ້ຈັກພ້ອມກັນເລີຍ!! ເລຶ່ອງທີ່ເອົາມາຕ້ອນໃນມື້ນີ້ໄດ້ແກ່…ຊຸດຊົນເຜົ່າງາມໆທີ່ສາວໆຫຼາຍຄົນອາດຈະບໍ່ເຄີຍເຫັນມາກ່ອນ ແລະ ຊຸດງາມທີ່ວ່ານີ້ແມ່ນ ຊຸດຂອງຊົນເຜົ່າໄຕລື້ນັ້ນເອງ. ຊົນເຜົ່າໄຕລື້ນີ້ເປັນອີກຊົນເຜົ່າໜຶ່ງຂອງລາວ ຫຼືທີ່ຫຼາຍຄົນເຄີຍໄດ້ຍິນຈາກຄໍາວ່າ ລື້ສິບສອງປັນນານັ້ນເອງ ຊົນເຜົ່າລື້ນີ້ກໍຄືກັບຊົນເຜົ່າອື່ນໆໃນປະເທດລາວທີ່ມີການດໍາລົງຊີວິດ, ວັດທະນະທໍາການນຸ່ງຖືທີ່ເປັນເອກະລັກສະເພາະ ຊົນເຜົ່າລື້ ສ່ວນຫຼາຍແມ່ນຕັ້ງຖີນຖານ, ດໍາລົງຊີວິດຢູ່ທາງພາກເໜຶອຂອງລາວເປັນຕົ້ນແມ່ນ: ແຂວງ ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ… ທີ່ມີຊາຍແດນຕິດກັບປະເທດຈີນເພາະໃນຕໍານານບູຮານເລົ່າກັນມາວ່າ ຊົນເຜົ່າໄຕລື້ແມ່ນເຜົ່າຄົນທີ່ອົບພະຍົບມາແຕ່ປະເທດຈີນ. (ຂໍຈົບເລຶ່ອງປະຫວັດສາ) ແລະ ສິ່ງທີ່ສະດຸດຕາແອດທີ່ສຸດກໍຄືຊຸດທີ່ເປັນເອກະລັກຂອງຊົນເຜົ່າລື້ທີ່ມີຄວາມສວຍງາມບໍ່ແພ້ເຜົ່າອື່ນໆ ເຊິ່ງກໍພາດບໍ່ໄດ້ເລີຍທີ່ຈະເອົາມາຕ້ອນມາຝາກກັນໃຫ້ສາວໆໄດ້ເບິ່ງນໍາກັນ. ສ່ວນວ່າຈະງາມຂະໜາດໃດ ແລະ ເຂົ້າຕາສາວໆຄົນໃດບໍ່ນັ້ນເຮົາໄປເບິ່ງພ້ອມໆກັນເລີຍ. …

Read More »

ສາວລາວລຸ່ມ, ລາວສູງ, ລາວເທິງ ໃຜຈະງາມກວ່າກັນ!!

ສະບາຍດີສາວໆຂັວນໃຈທີ່ໜ້າຮັກທັງຫຼາຍ ມື້ນີ້ BeautyGuru ມາພ້ອມກັບຄວາມງາມບໍ່ແພ້ຊາດໃດຂອງແມ່ຍິງລາວທັງສາມຊົນເຜົ່າ ອັນນີ້ຄົງບໍ່ຕ້ອງບອກເນາະວ່າມີຊົນເຜົ່າຫັຍງແດ່ນັ້ນສາວໆຄົງຈະຮູ້ກັນຢູ່ແລ້ວ ເພາະວ່າໃນປະເທດລາວເຮົານັ້ນປະກອບດ້ວຍຫຼາຍຊົນຊາດຊົນເຜົ່າແຕ່ສະເພາະຊົນເຜົ່າໃຫຍ່ໆໃນລາວນັ້ນກໍມີພຽງສາມຊົນເຜົ່າເທົ່ານັ້ນຄື: ຊົນເຜົ່າທີໜຶ່ງກໍແມ່ນຊົນເຜົ່າລາວລຸ່ມ, ທີສອງຄືຊົນເຜົ່າລາວສູງ (ເຜົ່າມົ້ງ) ແລະ ທີສາມກໍແມ່ນຊົນເຜົ່າລາວເທິງນັ້ນເອງ (ວ່າຊິບໍ່ບອກແຕ່ກະເຜີບອກໄປແລ້ວ) ທັງສາມຊົນເຜົ່ານີ້ມີເອກະລັກວັດທະນະທໍາ, ວາດການດໍາລົງຊີວິດທີ່ແຕກຕ່າງກັນໃນເມຶ່ອກ່ອນ ແຕ່ມາຮອດປັດຈຸບັນນີ້ກໍເກຶອບວ່າແຍກບໍ່ອອກເລີຍ ເພາະຫຼາຍຊົນເຜົ່າໄດ້ມາດໍາລົງຊີວິດຢູ່ຮ່ວມກັນ, ມີຄວາມສາມັກຄີ, ຮັກແພງກັນຄືດັ່ງເປັນອ້າຍ, ເອຶ້ອຍ, ນ້ອງກັນແທ້ໆ ແຕ່ກໍຍັງມີເອກະລັກບາງຢ່າງທີ່ແຕກຕ່າງກັນກໍຄືການນຸ່ງຖືທີ່ເປັນເອກະລັກໃນຍາມບຸນປະເພນີຂອງໃຜມັນນັ້ນເອງ ແລະ ມື້ນີ້ BeautyGuru ກໍໄດ້ຮວບຮວມເອົາຊຸດທີ່ເປັນເອກະລັກຂອງແຕ່ລະຊົນເຜົ່ານັ້ນມາໃຫ້ສາວໆໄດ້ເຫັນກັນ ແລະ ສ່ວນວ່າຊຸດຂອງແຕ່ລະຊົນເຜົ່ານັ້ນຈະງາມຂະໜາດໃດເຮົາໄປເບິ່ງພ້ອມກັນເລີຍ. ງາມສາວລາວລຸ່ມ ງາມສາວລາວສູງ (ສາວມົ້ງ) ງາມສາວລາວເທິງ ສາວລາວທັງສາມເຜົ່າງາມທີ່ສຸດເລີຍ ສະໄໝກ່ອນຍັງງາມ By: BeuatyGuru ເຄຼດິດຮູບຈາກ: ສາວໂພສ LaosPost ແລະ Google.com

Read More »

ໃສ່ຊຸດຫຍັງດີມື້ນີ້…

Happy Valentine’s day ສາວຂວັນໃຈທັງຫຼາຍ ມື້ນີ້ເປັນມື້ແຫ່ງຄວາມຮັກ ເປັນມື້ທີ່ຄົນມີຄູ່ ມີແຟນທັງຫຼາຍບອກຮັກກັນ ແຕ່ບັນດາສາວໂສດທັງຫຼາຍເຖິງຈະບໍ່ມີແຟນແຕ່ເຮົາກໍສາມາດບອກຮັກໝູ່, ຮັກອ້າຍ, ເອຶ້ອຍ, ນ້ອງ, ພໍ່ແມ່, ບອກຮັກຕົວເອງເປັນສິ່ງທີ່ດີ, ແຕ່ມື້ນີ້ເນຶ່ອງຈາກເປັນມື້ແຫ່ງຄວາມຮັກ BeautyGuru ກໍເລີຍຢາກມາເອົາໃຈຄົນມີຄູ່ໜ້ອຍໜຶ່ງດ້ວຍການນໍາເອົາ…ເສຶ້ອຄູ່ງາມໆມາຕ້ອນບັນດາຄູ່ຮັກ ຫຼື ຄອບຄົວທັງຫຼາຍໃນມື້ແຫ່ງຄວາມຮັກນີ້. ຖ້າໃຜຍັງບໍ່ມີເສຶ້ອຄູ່ງາມໆແບບນີ້ໄປນຸ່ງມື້ແລງນີ້ກໍສາມາດເບິ່ງແບບແລ້ວຈູງມືຄູ່ ຫຼືຈະຊື້ມາເຊີໄພຼ້ແຟນກໍເຊຶ່ອວ່າຈະເຮັດໃຫ້ຄວາມຮັກຫວານຊື່ນຊື້ນຕຶ່ມແນ່ນອນລະຈ້າ ໄປເບິ່ງພ້ອມກັນເລີຍ   By: BeautyGuru ເຄຼດິດຮູບຈາກ: Google.com

Read More »

ດື່ມມື້ລະຈອກ ໄດ້ປະໂຫຍດຫຍັງແດ່? ແຊຣບອກຕໍ່ກັນໄປ

ມາແລ້ວສາວໆມາພົບກັບ BeautyGUru ຄົນຜູ້ຮ້າຍໃຫຍ່ໃນຕອນເຊົ້າຂອງມື້ວັນຈັນ ມື້ທໍາອິດຂອງອາທິດວັນເລີ່ມຕົ້ນຂອງການປະຕິບັດພາລະກິດຂອງໃຜຫຼາຍຄົນ,  BeautyGuru ກໍມາພ້ອມກັບພາລະກິດຂອງຂ້າພະເຈົ້າຕາມເຄີຍ ພາລະກິດທີ່ຈະມາພາສາວໆຍຸກໃໝ່ໃຫ້ງາມ ແລະ ສຸຂະພາບດີໄປພ້ອມໆກັນ, ມື້ນີ້ກໍເຊັ່ນເກົ່າເຊັ່ນເຄີຍມາພໍ້ກັນແບບນີ້ກໍຕ້ອງມີເລຶ່ອງດີໆແນ່ນອນລະສາວໆ ສ່ວນວ່າມື້ນີ້ຈະມີຫຍັງມາຕ້ອນນັ້ນສາວໆໄປເບິ່ງພ້ອມກັນເລີຍ!! ສາວໆຮູ້ບໍ່ວ່າການດຶ່ມນໍ້າເຕົ້າຮູ້… ໄດ້ປະໂຫຍດຫຼາຍກວ່າທີ່ຄິດ (ຮູ້ແລ້ວກໍຟ້າວຊອກຊື້ມາກິນລະຕີ່ສາວໆ) ຫຼຸດອາການໄວທອງ (ເຖົ້າໄວ) ຊ່ວຍປ້ອງກັນພະຍາດລະບົບທາງເດີນອາຫານ ຊ່ວຍປ້ອງກັນ ແລະ ຍັບຍັ້ງມິເຮັງຕ່ອມລູກໝາກ ຊ່ວຍປ້ອງກັນ ແລະ ແກ້ພະຍາດຫົວໃຈ ຫຼຸດຄວາມສ່ຽງເປັນມະເຮັງລໍາໄສ້ ຊ່ວຍປ້ອງກັນພະຍາດກະດູກຜ່ອຍ ນີ້ລະສາວໆການດຶ່ມນໍ້າເຕົ້າຮູ້ ມີແຕ່ໄດ້ກັບໄດ້ອາດຈະເສຍກໍມີແຕ່ເງິນໜ້ອຍໜຶ່ງ ແຕ່ກໍໄດ້ສຸຂະພາບດີກັບມາຫຼາຍຢ່າງແບບນີ້ກໍຄຸ້ມແລ້ວ ຮູ້ແບບນີ້ແລ້ວສາວໆກໍຢ່າລືມພາກັນກິນນໍ້າເຕົ້າຮູ້ເພຶ່ອສຸຂະພາບກັນເດິ້.   By: BeautyGuru Cr: Healthy ສຸຂະພາບ

Read More »