Breaking News

Women Healthy

ງາມແບບມີຄຸນຄ່າ…”ຊຸດໄໝລາວ”

ງາມແບບມີຄຸນຄ່າກັບ “ຊຸດໄໝລາວ” ມາພົບກັນອີກແລ້ວສາວໆກັບ BeautyGuru ຄົນຜູ້ຮ້າຍໃຫຍ່ແຕ່ມັກຄວາມສວຍງາມວ່າຊັ້ນຊະ ແລະ ມື້ນີ້ກໍບໍ່ເວັ້ນມາພ້ອມກັບຄວາມງາມທີ່ສາວໆຫຼາຍຄົນມີ (ຍົກເວັ້ນ BeautyGuru ມີຄວາມຮູ້ສຶກນ້ອຍໃຈ) ຄວາມງາມນັ້ນເຮົາສາມາດແຕ່ງເຕີມໄດ້ບໍ່ວ່າຈະເປັນດ້ວຍເຄຶ່ອງສໍາອາງ ຫຼືເຄຶ່ອງນຸ່ງກໍມີສ່ວນ ແລະ ມື້ນີ້ຈະພາສາວໆໄປເບິ່ງຄວາມງາມທີ່ມີຄຸນຄ່າ, ງາມແບບບໍ່ເບຶ່ອ, ງາມຈົນໃຜເຫັນແລ້ວຍັງເກີດຄວາມອິດ…ອິດສາຂຶ້ນມາ ນັ້ນກໍຄືຄວາມງາມແບບສາວລາວນັ້ນເອງ ງາມແບບມີຄຸ່ນຄ່າກັບສິ້ນໄໝ, ເສຶ້ອໄໝ, ເກົ້າຜົມ, ບ່ຽງແພ ເຫັນບໍ່ສາວໆງາມແບບມີຄຸນຄ່າສໍ່າໃດ (ທັງໝົດນີ້ກໍລ້ານປາຍກີບເປັນຢ່າງຕໍ່າແລ້ວບໍ່ມີຄູນຄ່າຊິໄປໃສ​ 555) ສາວໆລອງຄິດເບິ່ງການທີ່ເຮົາແຕ່ງຕົວນຸ່ງເຄຶ່ອງແບບລາວໆນີ້ຄົນຕ່າງປະເທດ, ນັກທ່ອງທ່ຽວທີ່ເຂົ້າມາເຫັນເຂົາຍັງຍົກຍ້ອງໃນຄວາມງາມຂອງຊຸດໄໝບ້ານເຮົາ, ບາງຄົນຕິດໃຈແຮງຈົນຕ້ອງໄດ້ນຸ່ງ ຫຼືບາງຄົນກໍຊື້ເອົາກັບປະເທດໄປນໍາ ແລ້ວແບບນີ້ເຮົາເປັນຄົນລາວແທ້ໆຊິບໍ່ໃຫ້ຄິດວ່າຊຸດໄໝຂອງລາວເຮົາມີຄຸ່ນຄ່າໄດ້ແນວໃດ ອີກຢ່າງມັນກໍເປັນມໍລະດົກຕົກທອດຈາກສະໄໝປູ່ຍ່າ, ຕາທວດເຮົາອີກອັນໜຶ່ງດັ່ງນັ້ນເຮົາທຸກຄົນໃນນາມທີ່ເປັນຄົນລາວ, ໂດຍສະເພາະສາວໆທັງຫຼາຍຢ່າໄດ້ເບິ່ງຂ້າມສິ່ງທີ່ມີຄຸນຄ່າສິ່ງນີ້ໄປ ແລະ ມື້ນີ້ BeautyGuru ກໍໄດ້ນໍາເອົາຮູບທີ່ສາວລາວນຸ້່ງຊຸດໄໝລາວທີ່ແສນຈະງາມ ແລະ ມີຄຸນຄ່າມາຕ້ອນກັນວ່າແລ້ວກະໄປເບິ່ງກັນເລີຍ. By; BeautyGuru ເຄຼດິດຮູບຈາກ: ສາວລາວ Lao girl

Read More »

ວັດທະນະທໍາການນຸ່ງຖືເປັນອີກໜຶ່ງມໍລະດົກຂອງຊາດລາວ…

ມາພົບກັນອີກແລ້ວສາວໆມາພົບກັບ BeautyGuru ຄົນເກົ່າຄົນເດີມເພີ່ມເຕີມຄືສາລະ (ຄິດເຂົ້າຂ້າງຕົວວ່າຊັ້ນ) ເພາະໃນມື້ນີ້ BeautyGuru ຈະມາເວົ້າກ່ຽວກັບວັດທະນະທໍາການນຸ່ງຖືຂອງຄົນລາວແທ້ໆມາໃຫ້ສາວໆໄດ້ອ່ານກັນຈັກໜ້ອຍ, ເນຶ່ອງຈາກວ່າສາວໆຍຸກໃໝ່ຄືພວກເຮົານັ້ນອາດຈະຢູ່ກັບຍຸກແຫ່ງແຟຊັ່ນບາງເທຶ່ອເຮົາກໍອາດຈະລືມໄປວ່າເອກະລັກການນຸ່ງຖືນັ້ນຄົນລາວເຮົາແມ່ນຖືເປັນມຸນມໍລະດົກອັນໜື່ງ ທີ່ບັນພະບູລຸດປະໄວ້ໃຫ້ລູກຫຼານຄົນລາວສືບທອດມາເຖິງທຸກວັນນີ້ ອັນເປັນສິ່ງເອກອ້າງສະແດງໃຫ້ຊາວໂລກໄດ້ເຫັນເອກະລັກໜຶ່ງ ຂອງຄວາມເປັນຊາດລາວ. ແຕ່ປະເພນີການນຸ່ງຖື ບາງຮູບການກໍ່ໄດ້ວິວັດໄປຕາມແຕ່ລະຍຸກ ແຕ່ລະສະໄໝ ຕາມຄວາມນິຍົມເຊັ່ນ: ການໄປສົ່ງສະການແຕ່ກ່ອນເພີ່ນນຸ່ງເສື້ອສີຂາວ ຫຼື ສີບໍ່ບາດຕາ ເພື່ອເຮັດໃຫ້ບັນຍາກາດຂອງນັ້ນມີຄວາມໂປ່ງໃສ, ບໍ່ໃຫ້ຜູ້ໄປຮ່ວມພິທີ ແລະ ຍາດມິດຂອງຜູ້ຕາຍມີຈິດໃຈໂສກເສົ້າ ແຕ່ມາຮອດປັດຈຸບັນກໍ່ນິຍົມກັນໃສ່ຊຸດດຳໄປສົ່ງສະການ ຈົນເປັນປະເພນີແລ້ວ. ການນຸ່ງຖືເຂົ້າວັດວາອາຮາມເພື່ອໄປເຮັດບຸນຕັກບາດຢາດນໍ້າ ສ້າງສິນກິນທານຕາມຮີດຄອງປະເພນີ ແມ່ຍິງຕ້ອງເກົ້າຜົມ ຫຼື ມັດຜົມ ແລະ ບ່ຽງຜ້າ ຫຼື ຖືແພພາດບ່າພ້ອມເປັນເອກະລັກຂອງແມ່ຍິງລາວທີ່ມີຄວາມງົດງາມ ການນຸ່ງສິ້ນແມ່ຍິງລາວສະໄໝກ່ອນແມ່ນນຸ່ງສິ້ນມີ່ຕໍ່ຫົວ ແລະ ຕໍ່ຕີນ, ນຸ່ງສິ້ນລ່າມບໍ່ໃຫ້ປົກປາຍຕີນ, ນຸ່ງພໍເຂີນຕາຕຸ່ມມ໋ອງ ພໍໃຫ້ໄດ້ອວດປອກຂາເງີນ (ແຕ່ກ່ອນ ແມ່ຍິງລາວນິຍົມໃສ່ປອກຂາ), ຖ້ານຸ່ງສິ້ນເຂີນນ່ອງຖືວ່າເປັນການບໍ່ສຸພາບ, ຜ້າບ່ຽງແພໃໝ ແມ່ນຄວາມງາມຂອງສີລະປະສີໄມ້ລາຍມືຂອງຄົນລາວ. ສ່ວນຜົມທີ່ເກົ້ານັ້ນ ກໍ່ປະດັບດ້ວຍສາຍຄ້ອງ, ສາຍຍັງ ແລະ ປັກປິ່ນເກົ້າ. ຄວາມສວຍງາມຂອງອາເພດຊົງລາວ …

Read More »

ເຄື່ອງດື່ມເພື່ອສຸຂະພາບ ລະດູໜາວນີ້ດື່ມຫຍັງດີ?

ເຄື່ອງດື່ມເພື່ອສຸຂະພາບ ລະດູໜາວນີ້ດື່ມຫຍັງດີ? ອາກາດເລີ່ມເຢັນລົງແລ້ວລອງມາຊອກຫາເຄື່ອງດື່ມດີໆຊ່ວຍບຳລຸງສຸຂະພາບ ແລະ ຊ່ວຍບັນເທົາຄວາມໜາວເຢັນໃນລະດູໜາວກັນດີບໍ່ ໃຜທີ່ກຽມໄປທ່ອງທ່ຽວພູ ຂຶ້ນຈອມພູໃນຊ່ວງມື້ພັກຜ່ອນປີໃໝ່ນີ້ ລອງເອົາເຄື່ອງດື່ມດີໆຕໍ່ໄປນີ້ທີ່ພວກເຮົາເອົາມາບອກກັນໄປນຳເດີ້…! ນົມຮ້ອນ ເປັນເຄື່ອງດື່ມທີ່ດື່ມງ່າຍ ແລະ ຍັງຊ່ວຍເພີ່ມຄຸນຄ່າທາງອາຫານ ແລະ ແຄວຊ່ຽມໃຫ້ກັບຮ່າງກາຍ ນອກຈາກນີ້ຍັງສາມາດບັນເທົາຄວາມໜາວໄດ້ເປັນຢ່າງດີ ໂດຍການດື່ມນົມອຸ່ນໆປະມານ 37 ອົງສາ ຫຼື ເທົ່າກັບອຸນຫະພູມຮ່າງກາຍຂອງຄົນເຮົາຈະມີຜົນດີທີ່ສຸດເນຶ່ອງຈາກໂປຼຕິນ ແລະ ແຄວຊ່ຽມຈາກນົມຈະສາມາດແຕກຕົວໄດ້ດີກວ່າການດື່ມນົມເຢັນ ແລະ ຍັງສົ່ງຜົນເຮັດໃຫ້ການຂະຫຍາຍຫຼອດເລືອດຝອຍ ສົ່ງຜົນໃຫ້ສານອາຫານຕ່າງໆທີ່ລຳລຽງຜ່ານຫຼອດເລຶອດເດີນທາງໄປໄດ້ດີຂຶ້ນ. ໂກໂກ້ຮ້ອນ ເຄື່ອງດື່ມທີ່ໃຜຫຼາຍຄົນມັກເຊິ່ງປະກອບໄປດ້ວຍປະໂຫຍດຫຼາຍຢ່າງທັງສານຕໍ່ຕ້ານອະນຸມຸນອິດສະລະ ນອກຈາກນີ້ຍັງມີໄຂມັນພຽງແຕ່ 0.3 ກຼາມເທົ່ານັ້ນ ແລະ ເມຶ່ອດຶ່ມເຂົ້າໄປແລ້ວຈະຊ່ວຍເພີ່ມຄວາມອົບອຸ່ນໃຫ້ຮ່າງກາຍຂອງເຮົາໄດ້. ນົມຖົ່ວເຫຼຶອງ ເອີ້ນອີກຢ່າງວ່າ ນ້ຳເຕົ້າຫູ້ ນັ້ນລະເຊິ່ງສາມາດໃຫ້ພະລັງງານກັບຮ່າງກາຍເຮົາບໍ່ໜ້ອຍເລີຍແຖມຍັງບໍ່ຕຸ້ຍອີກເພາະໃນນ້ຳເຕົ້າຫູ້ມີໄຂມັນບໍ່ອິ່ມຕົວສູງເຖິງ 63% ນອກຈາກຈະມີຄຸນຄ່າທາງດ້ານພະລັງງານແລ້ວຍັງມີວິຕາມິນອີໃນປະລິມານທີ່ສູງ ໂດຍມີສ່ວນສຳຄັນທີ່ຊ່ວຍຕ້ານອະນຸມຸນອິດສະລະຊ່ວຍເບິ່ງແຍງເນຶ້ອເຍຶ່ອໃນຮ່າງກາຍໃຫ້ເປັນປົກກະຕິເຮັດໃຫ້ຜິວໜັງເຕັ່ງຕຶງຫຼຸດຜ່ອນຄວາມເຖົ້າຊ່ວຍປ້ອງກັນການເກີດພະຍາດກະດູກຜ່ອຍ ໂລກຫົວໃຈລົ້ມເຫຼວ ແໜ້ນທ້ອງ ແລະ ຫຼຸດຄວາມສ່ຽງຂອງການເກີດມະເຮັງລຳໄສ້ນຳອີກ. ຊາ ແລະ ກາເຟ ເກຶອບຈະເອີ້ນໄດ້ວ່ານິຍົມທີ່ສຸດໃນບັນດາເຄຶ່ອງດື່ມບັນເທົາຄວາມໜາວ ນອກຈາກຈະຊອກດື່ມໄດ້ງ່າຍແລ້ວຍັງມີປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງອີກ ຄືກາເຟກໍເປັນຕົວກະຕຸ້ນປະສາດສ່ວນກາງເຮັດໃຫ້ໄປກະຕຸ້ນບໍ່ໃຫ້ຢາກນອນ ມີສະມາທິໃນການເຮັດວຽກດີຂຶ້ນ …

Read More »

7 ວິທີການກິນອາຫານເພື່ອສຸຂະພາບທີ່ດີ

7  ວິທີການກິນອາຫານເພື່ອສຸຂະພາບທີ່ດີຂຶ້ນ ໃນແຕ່ລະມື້ເຮົາຈຳເປັນຕ້ອງກິນອາຫານຫຼາກຫຼາຍ ແລະ ຍັງມີຄຳແນະນຳຫ້າມກິນນັ້ນກິນນີ້ຈົນວ່າບໍ່ຮູ້ຊິເຊື່ອໃຜດີ, ມື້ນີ້ ວາລະສານຂັວນໃຈ ກໍມີເຄັດລັບງ່າຍໆໃນການກິນໃຫ້ໄດ້ປະໂຫຍດສູງສຸດຕໍ່ສຸຂະພາບຢ່າງເຕັມທີ່ມາຝາກດັ່ງນີ້: ກິນເຂົ້າເຊົ້າ: ເປັນພຶດຕິກໍາພື້ນຖານທີ່ສົ່ງຜົນຕໍ່ຈິດໃຈ ແລະ ພະລັງງານຊີວິດຂອງທ່ານຈົນໝົດມື້, ຊ່ວຍຫຼຸດລະດັບຄໍເລດເຕີຣອນ (Cholesterol) ໃນເສັ້ນເລືອດ, ຫຼຸດອັດຕາສ່ຽງຕໍ່ການເກີດພະຍາດຫົວໃຈ, ຊ່ວຍເຜົາຜານພະລັງງານໃຫ້ດີຂຶ້ນ ເຮັດໃຫ້ທ່ານກິນອາຫານມື້ອື່ນໄດ້ໜ້ອຍລົງ. ປ່ຽນນ້ຳມັນທີ່ໃຊ້ປຸງອາຫານ: ຍອມຈ່າຍແພງນ້ອຍໜຶ່ງເພື່ອຊື້ນໍ້າມັນໝາກກອກ ຫຼື ນໍ້າມັນດອກຕາເວັນເພື່ອປຸງອາຫານແທນນໍ້າມັນແບບເກົ່າໆທີ່ເຄີຍໃຊ້ ເພາະເປັນໄຂມັນທີ່ບໍ່ເປັນໂທດຕໍ່ຮ່າງກາຍ ແລະ ມີກົດໄຂມັນອີ່ມຕົວທີ່ເປັນປະໂຫຍດ ຊ່ວຍຫຼຸດໄຂມັນໃນເສັ້ນເລືອດໄດ້ເປັນຢ່າງດີ. ດື່ມນໍ້າໃຫ້ຫຼາຍຂຶ້ນ: ຄົນເຮົາຄວນດື່ມນໍ້າຢ່າງນ້ອຍມື້ລະ 2 ລິດ( ຍົກເວັ້ນຄົນທີ່ໝາກໄຂ່ຫຼັງເຮັດວຽກຜິດປົກກະຕິ ) ເພື່ອຫຼໍ່ລ້ຽງເຊວໃນຮ່າງກາຍ, ຟື້ນຟູລະບົບຂັບຖ່າຍ, ຮັກສາລະດັບຄວາມເຂັ້ມຂຸ້ນຂອງເລືອດ. ເສີມສ້າງແຄວຊຽມໃຫ້ກັບກະດູກ: ດ້ວຍການດື່ມນົມ, ກິນປານ້ອຍທັງຕົວທັງກ້າງ, ເຕົາຮູ້ຜະລິດຕະພັນຈາກຖົ່ວເຫຼືອງ, ຜັກໃບຂຽວ ເພາະແຄວຊຽມເປັນສິ່ງຈຳເປັນທີ່ຈະເສີມສ້າງຄວາມແຂງແຮງໃຫ້ກັບກ້າມເນື້ອ ແລະ ກະດູກ ເຮັດໃຫ້ລະບົບປະສາດເຮັດວຽກໄດ້ເຕັມທີ. ຈັດນໍ້າຊາໃຫ້ຕົວເອງ: ທັງຊາດໍາ, ຊາຂຽວ ລ້ວນແລ້ວແຕ່ມີຄຸນສົມບັດຕ້ານອະນຸມູນອິດສະລະ ການດື່ມຊາມື້ລະ 1-3ຈອກ …

Read More »