Breaking News

Women Healthy

ວິທີເລືອກຊື້ອາຫານເສີມໃຫ້ຄຸ້ມໃຫ້ເໝາະສົມ

ວິທີເລືອກຊື້ອາຫານເສີມໃຫ້ຄຸ້ມໃຫ້ເໝາະສົມ ສາວໆທ່ານໃດທີ່ຍັງບໍ່ຮູ້ວິທີເລືອກຊື້ອາຫານເສີມ ມື້ນີ້ ວາລະສານຂັວນໃຈ ຈະນໍາເອົາວິທີໃນການເລືອກຊື້ອາຫານເສີມມາແນະນໍາໃຫ້ສາວໆໄດ້ຮູ້ຈັກ ດັ່ງນີ້: ຮູ້ຄວາມຕ້ອງການຢ່າງແນ່ນອນ: ທ່ານຕ້ອງຮູ້ຄວາມຕ້ອງການຂອງຕົນເອງໄດ້ວ່າຄິດຈະກິນເພື່ອຫຍັງ ເພື່ອເປັນອາຫານເສີມບໍ່ວ່າຈະເລືອກກິນແຄວຊຽມໃນກຸ່ມກະດູກພ່ອຍ ຜູ້ຍິງທີ່ມີອາຍຸສູງທີ່ຜ່ານການມີລູກ ຫຼື ຜູ້ທີ່ຕ້ອງການຜິວຊຸ່ມຊື່ນກໍ່ສາມາດເລືອກອາຫານເສີມປະເພດນໍ້າມັນປາ. ຊອກຫາຂໍ້ມູນໃຫ້ດີ. ຖາມຂໍ້ມູນຈາກຜູ້ຊ່ຽວຊານວິຕາມິນ ຕ້ອງເລືອກຄົນທີ່ໜ້າເຊື່ອຖືຈະເປັນປະໂຫຍດທີ່ສຸດ. ຖາມຜູ້ເຮັດທຸລະກິດກ່ຽວກັບຢາເຊັ່ນ: ແພດການຢາ, ເຈົ້າຂອງຮ້ານຂາຍຢາ ເພາະເປັນອີກທາງໜຶ່ງທີ່ສາມາດໃຫ້ຂໍ້ມູນແກ່ທ່ານໄດ້. ຂໍ້ມູນຈາກເວັບໄຊທ໌(Website) ເພາະມີຫຼາຍເວັບໄຊທ໌(Website) ທີ່ມີຂໍ້ມູນກ່ຽວກັບວິຕາມິນ. ເລືອກຜະລິດຕະພັນທີ່ມີການຮັບຮອງ: ທຸກຢີ່ຫໍ້ມັກຈະບອກວ່າຜະລິດຕະພັນຂອງຕົນດີ ແຕ່ເຮົາຈະໄວ້ໃຈໄດ້ແນວໃດ ຄວນເລືອກທີ່ມີມາດຕະຖານ ອຢ ຮັບຮອງ. ຕ້ອງຮູ້ຈັກສ່ວນປະກອບສໍາຄັນ: ຄວນຮູ້ສ່ວນປະກອບທີ່ສໍາຄັນໃນການເລືອກເຊັ່ນ: ວິຕາມິນE ຕ້ອງເລືອກແບບສະກັດຈາກທໍາມະຊາດ(d-alpha tocopherol) ເຊິ່ງລາຄາຈະສູງກວ່າແບບສັງເຄາະ(dl-alpha tocopherol) ເພາະການດູດຊຶມເຂົ້າໄປໃຊ້ປະໂຫຍດໄດ້ໄວ ແລະ ປະສິດທິພາບຫຼາຍກວ່າ. ຢ່າຫຼົງເຊື່ອຕາມກະແສ: ຈະເຮັດໃຫ້ບໍ່ເປັນຜົນດີຕໍ່ສຸຂະພາບ ແລະ ຮ່າງກາຍຂອງທ່ານໄດ້.

Read More »

5 ສຸດຍອດອາຫານທີ່ຄວນກິນທຸກມື້

5 ສຸດຍອດອາຫານທີ່ຄວນກິນທຸກມື້ ບໍ່ວ່າໃຜໆກໍ່ລ້ວນແຕ່ຢາກມີສຸຂະພາບທີ່ດີ ດັ່ງນັ້ນການເບິ່ງແຍງຕົວເອງດ້ວຍການອອກກໍາລັງກາຍ ແລະ ການກິນອາຫານທີ່ມີປະໂຫຍດຈຶ່ງເປັນວິທີງ່າຍໆທີ່ຫຼາຍໆຄົນເລືອກໃຊ້ ນອກຈາກຈະກິນອາຫານໃຫ້ຄົບ 5 ໝູ່ແລ້ວ ທາງວາລະສານຂັວນໃຈ ຍັງມີສຸດຍອດອາຫານທີ່ຄວນກິນທຸກມື້ມາແນະນຳດັ່ງນີ້: ໄຂ່ໄກ່: ໄຂ່ໄກ່ເປັນສຸດຍອດອາຫານທີ່ຫາໄດ້ງ່າຍ ແລະ ລາຄາຍັງຖືກອີກ ໄຂ່ໄກ່ນັ້ນເປັນແຫຼ່ງຂອງໂປຣຕິນທີ່ມີຄຸນນະພາບສູງ ທີ່ຈະເຮັດໃຫ້ທ່ານໄດ້ພະລັງງານແຕ່ບໍ່ຕຸ້ຍ ແລະ ຍັງມີປະໂຫຍດໃນການບຳລຸງສາຍຕາ, ຍັງມີລູທີນ(Lutein)ທີ່ຈະປ້ອງກັນຜິວຈາກການທຳລາຍຂອງແສງແດດອີກດ້ວຍ. ຖົ່ວ: ຖົ່ວເປັນແຫຼ່ງຂອງເຫຼັກ ເຊິ່ງເປັນສານອາຫານທີ່ຊ່ວຍໃນການສົ່ງຜ່ານ oxygen ຈາກປອດໄປຫາເຊວຕ່າງໆຂອງຮ່າງກາຍ ໃນຖົ່ວ 1 ຖ້ວຍ ຈະໃຫ້ທາດເຫຼັກປະມານ 16 ມິນລີກະກຼາມ ເຊິ່ງຖືວ່າເປັນປະລິມານທີ່ສູງ ນອກຈາກນີ້ຖົ່ວຍັງມີໄຟເບີຊ່ວຍໃຫ້ຮ່າງກາຍຂັບຖ່າຍໄດ້ງ່າຍອີກດ້ວຍ. ໝາກກ້ຽງ: ເປັນແຫຼ່ງວິຕາມິນ C ທີ່ມີປະໂຫຍດຕໍ່ການສ້າງເມັດເລືອດຂາວ, ຊ່ວຍສ້າງພູມຕ້ານທານພະຍາດ ແລະ ຍັງມີໄຟເບີສູງ ເປັນແຫຼ່ງຂອງແອນຕີ້ອ໋ອກຊີເດນ( anti oxidant )ທີ່ຈະຊ່ວຍປົກປ້ອງເຊວຜິວຈາກການຖືກທຳລາຍ ແລະ ເສີມສ້າງຄໍລາເຈນ(collagen)ໃນຜິວອີກດ້ວຍ. ຊາ: ແມ່ນວ່າຊາຈະເປັນເຄື່ອງດື່ມທີ່ບໍ່ໄດ້ໃຫ້ຜົນດີຕໍ່ສຸຂະພາບປານໃດແຕ່ຮູ້ບໍວ່າການດື່ມຊາໃນປະລິມານທີ່ພໍດີ ຈະຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນຄວາຈຳເຊື່ອມ, ມະເຮັງ, …

Read More »

ໝາກໄມ້ ແລະ ອາຫານດຳ 3 ຊະນິດເພື່ອສຸຂະພາບ

  ໝາກໄມ້ ແລະ ອາຫານດຳ 3 ຊະນິດເພື່ອສຸຂະພາບ ມື້ນີ້ Kuanjai Foodie ຂໍແນະນໍາກ່ຽວກັບເຄັດລັບໃນການກິນອານຫານເພື່ອສຸຂະພາບ ອາຫານ ຫຼື ໝາກໄມ້ທີ່ມີສີດໍາ ໝາກໄມ້ສີດຳ ຫຼື ອາຫານສີດຳນີ້ຈະມີຄຸນປະໂຫຍດທີ່ດີຕໍ່ສຸຂະພາບຢ່າງຫຼວງຫຼາຍເຊັ່ນ: ໝາກຣາແຊ່ງ: ຊ່ວຍປ້ອງກັນພະຍາດຫົວໃຈ, ຊ່ວຍຫຼຸດຄວາມດັນໃນເລືອດ ແລະ ຊ່ວຍຄວບຄຸມລະດັບຄໍເລດເຕີລອນ(cholesterol)ໃນຮ່າງກາຍ ແລະ ຍັງມີສານຕ້ານອະນຸມູນອິດສະລະທີ່ມີປະສິດທິພາບທີ່ດີ, ຊ່ວຍເຮັດໃຫ້ນານເຖົ້າ. ຖົ່ວດຳ: ໃນບັນດາຖົ່ວດໍາຖືໄດ້ວ່າເປັນຖົ່ວທີ່ມີສານຕ້ານອະນຸມູນອິດສະລະຫຼາຍທີ່ສຸດເປັນແຫຼ່ງໂປຣຕີນເສັ້ນໃຍອາຫານ ແລະ ແຮ່ທາດຕ່າງໆ ຖົ່ວດຳຊ່ວຍໃຫ້ລະບົບທາງເດີນອາຫານໄດ້ດີ, ຊ່ວຍສ້າງສານປ້ອງກັນນ້ຳຕານໃນເລືອດບໍ່ໃຫ້ເພິ່ມຂື້ນ ຫຼື ຫຼຸດລົງຢ່າງໄວວາ. ງາດຳ: ເຕັມໄປດ້ວຍວິຕາມິນB ທີ່ຊ່ວຍບຳລຸງປະສາດ ດັ່ງນັ້ນການກິນງາດຳເປັນປະຈຳຈະເຮັດໃຫ້ນອນຫຼັບສະບາຍບໍ່ອິດເມື່ອຍ ບໍ່ມີອາການປວດເສັ້ນຕາມແຂນຂາ ຊ່ວຍໃຫ້ກິນອາຫານແຊບ ແລະ ບໍ່ຖ່າຍຍາກ.

Read More »

5 ວິທີອອກກໍາລັງກາຍຫຼຸດໜ້າທ້ອງ

5 ວິທີອອກກໍາລັງກາຍຫຼຸດໜ້າທ້ອງ ສະລາຍໄຂມັນໃຫ້ໝົດໄປເພື່ອໜ້າທ້າທີ່ແບນລຽບ ສາວໆທ່ານໃດທີ່ຢາກຫຼຸດໜ້າທ້ອງໃຫ້ອ່ານທາງນີ້ ເພາະມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີໃນການອອກກໍາລັງມາແນະນໍາ ເພື່ອໃຫ້ສາວໆທ່ານໃດທີ່ມີບັນຫາໜ້າທ້ອງລອງໄປນໍາໃຊ້. ເຕັ້ນລະບໍາໜ້າທ້ອງ. ການເຕັ້ນລະບໍາໜ້າທ້ອງບໍ່ໄດ້ໃຫ້ພຽງແຕ່ເຕັ້ນເພື່ອຄວາມມ່ວນຊື່ນ ແຕ່ຍັງສາມາດຊ່ວຍເຜົາຜານໄຂມັນບໍລິເວນໜ້າທ້ອງ ແລະ ຊ່ວຍເຮັດໃຫ້ກ້າມຊີ້ນບໍລິເວນໜ້າທ້ອງສວຍງາມ, ເຮັດໃຫ້ໄດ້ຜົນດີຕໍ່ທັງຮ່າງກາຍ ແລະ ຈິດໃຈ, ຍັງຊ່ວຍເສີມສ້າງຄວາມໝັ້ນໃຈໃນຕົນເອງອີກດ້ວຍ. ແລ່ນ ຫຼື ຍ່າງອອກກໍາລັງກາຍ. ບໍ່ວ່າຈະເປັນການແລ່ນ, ການແລ່ນຈ໋ອກກິ້ງ ຫຼື ການຍ່າງອອກກໍາລັງກາຍລ້ວນແຕ່ເປັນວິທີການອອກກໍາລັງກາຍທີ່ຊ່ວຍເຜົາຜານໄຂມັນສ່ວນເກີນໃນຮ່າງກາຍໄດ້ ແລະ ຍັງເປັນການອອກກໍາລັງກາຍທີ່ບໍ່ຕ້ອງໃຊ້ອຸປະກອນຫຼາຍ ພຽງແຕ່ມີເກີບດີໆຈັກຄູ່, ອົບອຸ່ນຮ່າງກາຍໜ້ອຍໜຶ່ງແລ້ວເລິ່ມແລ່ນ ເຮັດຕິດຕໍ່ກັນເປັນປະຈໍາຈະເຫັນວ່າໜ້າທ້ອງນັ້ນຄ່ອຍໆນ້ອຍລົງ. ທ່າແພຣງ(Down Downtown features). ທ່າແພຣງ(Down Downtown features) ເປັນການອອກກໍາລັງກາຍທີ່ສາມາດຫຼຸດໜ້າທ້ອງທີ່ໃຫ້ຜົນດີກັບທຸກພາກສ່ວນຂອງຮ່າງກາຍ ເນື່ອງຈາກເປັນການອອກກໍາລັງກາຍແບບທັງຮ່າງກາຍ ເຊິ່ງນອກຈາກຈະຊ່ວຍໃຫ້ໄຂມັນບໍລິເວນໜ້າທ້ອງໜ້ອຍລົງໄດ້ແລ້ວ ກໍ່ຍັງເພິ່ມຄວາມແຂງແຮງໃຫ້ກ້າມຊີ້ນອີກດ້ວຍ ແຕ່ກໍ່ຄວນຮູ້ວິທີການເຮັດນີ້ຢ່າງຖືກຕ້ອງ ຖ້າບໍ່ດັ່ງນັ້ນອາດຈະເຮັດໃຫ້ເກີດການບາດເຈັບໄດ້ໂດຍວິທີເຝິກທ່ານີ້ງ່າຍດັ່ງນີ້: ນອນຄວໍ່າກັບພື້ນ ແຂນແນບໄວ້ຂ້າງລໍາຕົວ. ຕັ້ງແຂນສອກຂຶ້ນໃນແນວຕັ້ງສາກ ຢຽດຕີນໃຫ້ຊື່. ຄ່ອຍໆຢັນຮ່າງກາຍພາກສ່ວນລຸ່ມຂຶ້ນຈາກພື້ນ ໂດຍຫຼັງ ແລະ ເຄົ່າຕ້ອງຢືດຊື່. ຄ້າງທ່ານີ້ໄວ້ຢ່າງນ້ອຍ …

Read More »

5 ທ່າອອກກໍາລັງກາຍຜູ້ຍິງ ເຮັດແລ້ວ Fit and Firm ທັງຮ່າງກາຍ

5 ທ່າອອກກໍາລັງກາຍຜູ້ຍິງ ເຮັດແລ້ວ Fit and Firm ທັງຮ່າງ ສໍາລັບສາວໆທ່ານໃດຢາກມີຫຸ່ນທີ່ດີ ມື້ນີ້ ວາລະສານຂັວນໃຈ ຈະອົາທ່າອອກກໍາລັງກາຍມາແນະນໍາເພື່ອໃຫ້ສາວໆໄດ້ມີຫຸ່ນດີ. ທ່າ Plank. ຫາກສາວໆຄົນໄດ້ທີ່ຮູ້ສຶກບໍ່ຄ່ອຍແຮັບປີກັບບໍລິເວນໜ້າເອິກ, ໜ້າທ້ອງຂອງຕົນເອງກໍ່ລອງອອກກໍາລັງກາຍດ້ວຍທ່າPlank ນີ້ລອງເບິ່ງ ແລະ ຍັງຊ່ວຍຫຼຸດອາການບາດເຈັບຈາກການອອກກໍາລັງໄດ້ອີກດ້ວຍ. ທ່າ Jumping Jacks. ທ່ານີ້ສາວໆຮູ້ຈັກກັນດີຢູ່ແລ້ວ ແລະ ເປັນທ່າທີ່ນິຍົມກັນໃນການອອກກໍາລັງກາຍ ເພາະມັນຈະຊ່ວຍໃຫ້ອັດຕາການເຕັ້ນຂອງຫົວໃຈເພິ່ມຂຶ້ນ ແລະ ກະຕຸ້ນການເຜົາຜານອາຫານໄດ້ດີ. ທ່າ Jackknifes. ຍຸກນີ້ວຽກໜ້າທ້ອງງາມຕ້ອງມາກ່ອນ ສະນັ້ນ ສາວໆກໍ່ຕ້ອງອອກກໍາລັງກາຍດ້ວຍທ່າ Jackknifes ພຽງແຕ່ເຮັດຢ່າງສະໝໍ່າສະເໝີແລ້ວທ່ານຈະເຫັນກ້າມຊີ້ນທີ່ໜ້າທ້ອງຢ່າງຊັດເຈນເລີຍ. ທ່າ Pushup. ສາວໆຮູ້ຈັກທ່ານີ້ກັນໃນຊື່ທ່າ “ ໂປມດິນ ” ເຊິ່ງມັນບໍ່ແມ່ນທ່າອອກກໍາລັງກາຍສະເພາະຂອງຜູ້ຊາຍເທົ່ານັ້ນ ແຕ່ທ່ານີ້ດີຕໍ່ຮູບຮ່າງຂອງຜູ້ຍິງເຮົາ ແລະ ຄວນເຮັດທ່ານີ້ເປັນ ເພາະທ່ານີ້ຈະຊ່ວຍບໍລິຫານບໍລິເວນໜ້າເອິກ, ຫຼັງ ແລະ ແຂນນັ້ນເອງ. ທ່າ Step …

Read More »