Breaking News

Women Healthy

ອອກກໍາລັງກາຍຫຼຸດໜ້າທ້ອງ 3 ທ່າງ່າຍໆ

  ອອກກໍາລັງກາຍຫຼຸດໜ້າທ້ອງ 3 ທ່າງ່າຍໆ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີການອອກກໍາລັງກາຍງ່າຍໆທີ່ສາມາດຫຼຸດໜ້າທ້ອງໄດ້ ສາວໆ ຫຼື ບ່າວໆທ່ານໃດທີ່ມີບັນຫາເລື່ອງໜ້າທ້ອງທີ່ເຮັດໃຫ້ສາວໆ ຫຼື ບາວໆບໍ່ໝັ້ນໃຈ ລອງເອົາວິທີງ່າຍໆນີ້ລອງໄປນໍາໃຊ້ ດັ່ງນີ້: ໄຊເບນ( Side Bends ). ເລິ່ມຕົ້ນດ້ວຍທ່າອອກກໍາລັງກາຍງ່າຍໆ ທີ່ສາມາດເຮັດໄດ້ແບບທີ່ມີອຸປະກອນ ຫຼື ບໍ່ມີກໍ່ໄດ້ ເປັນທ່າອອກກໍາລັງກາຍທີ່ເນັ້ນບໍລິເວນກ້າມຊີ້ນທ້ອງ ໃຜທີ່ຢາກຫຼຸດໜ້າທ້ອງທ່ານີ້ຖືວ່າເໝາະສົມຫຼາຍ ແລະ ຍັງສາມາດເຮັດຢູ່ໃສກໍ່ໄດ້ບໍ່ຈໍາເປັນຕ້ອງໃຊ້ພື້ນທີ່ຫຼາຍ. ວິທີເຝິກ: ຢືນອ້າຂາອອກໂດຍໃຫ້ຄວາມກ້ວາງລະຫວ່າງເທົ່າກັບບ່າໄຫຼ່ ມືຂ້າງໜຶ່ງຄໍ້າແອວ ມືອີກຂ້າງໜຶ່ງປ່ອຍວ່າງລົງ ຫຼື ຈະຖືDumbbell ກໍ່ໄດ້. ອຽງຕົວລົງໄປຫາຂ້າງທີ່ບໍ່ໄດ້ຄໍ້າແອວໄວ້ໃຫ້ໄດ້ຫຼາຍທີ່ສຸດ ໂດຍຕ້ອງໃຫ້ຕັ້ງແຕ່ພາກສ່ວນແອວລົງໄປຢູ່ບ່ອນເກົ່າ. ເຮັດສະລັບໄປມາທັງສອງຂ້າງຈົນຄົບ 100 ເທື່ອ. ສະແຕນດິ້ງທະວິດ( Standing Twist ). ທ່ານີ້ເປັນທ່າອອກກໍາລັງກາຍທີ່ສາມາດເວົ້າໄດ້ວ່າງ່າຍສຸດໆ ເພາະເປັນທ່າບິດແອວເທົ່ານັ້ນເອງ ແຕ່ຂໍບອກວ່າຖ້າເຮັດເປັນປະຈໍາໜ້າທ້ອງທີ່ມີຢູ່ກໍ່ສາມາດຫາຍໄປໄດ້ຄືກັນ ທ່ານີ້ສາມາດເຮັດໄດ້ທັງແບບທີ່ມີອຸປະກອນ ຫຼື ບໍ່ມີອຸປະກອນ. ວິທີເຝິກ: ຢືນອ້າຂາອອກໂດຍໃຫ້ຄວາມກ້ວາງລະຫວ່າງເທົ່າກັບບ່າໄຫຼ່ …

Read More »

5 ທ່າໂຍຄະຫຼຸດຄໍເລດເຕີຣອນ ກໍາຈັດໄຂມັນໃຫ້ໝົດໄປ

1. ທ່າກົງລໍ້ (Chakrasana – Wheel pose). ທ່າກົງລໍ້ເປັນທ່າໂຍຄະທີ່ຄອຍເສີມສ້າງການເຮັດວຽກຂອງຕັບ ເຊິ່ງຕັບທີ່ເຮັດວຽກງານໄດ້ເຕັມປະສິດທິພາບຈະຜະລິດຄໍເລດເຕີຣອນຊະນິດທີ່ດີຂຶ້ມາ ກໍາຈັດຄໍເລດເຕີຣອນຊະນິດທີ່ບໍ່ດີໄດ້ຫຼາຍຂຶ້ນ. ວິທີເຝິກ: – ເລີ່ມຕົ້ນດ້ວຍທ່ານອນຫງາຍຕັ້ງເຂົ່າຂຶ້ນ ແລ້ວຍົກມືວາງໄວ້ຂ້າງຫູ ຫຼັງມືຫັນອອກໄປທາງດ້ານເໜືອຫົວ. – ຍົກສະໂພກຂຶ້ນ ແລ້ວຄ່ອຍໆຍົກເອິກຂຶ້ນຕາມ ໂດຍທີ່ແຂນຍັງງໍ ແລະ ຫົວຍັງວາງພື້ນ. – ຄ່ອຍໆແອ່ນລໍາຕົວຂຶ້ນຈົນສຸດ ໃຫ້ແຂນເຄັ່ງ ຖີ້ມນໍ້າລົງທີ່ຝາມືທັງສອງຂ້າງ ແລະ ສາມາດວາງຕີນໄວ້ກັບພື້ນໄດ້. – ຄ້າງທ່ານີ້ໄວ້ 5 ລົມຫາຍໃຈແລ້ວກັບສູ່ທ່າເລີ່ມຕົ້ນ. 2. ທ່າບິດຕົວ (Ardha Matsyendrasana – Sitting Half Spinal Twist). ຮ່າງກາຍທີ່ຜ່ອນຄາຍຈະຊ່ວຍໃຫ້ສານຜິດຕ່າງໆທີ່ສະສົມຢູ່ພາຍໃນຮ່າງກາຍຖືກກໍາຈັດໄດ້ງ່າຍຂຶ້ນ ທ່າບິດຕົວນອກຈາກຈະຊ່ວຍຢືດເສັ້ນຢືດສາຍແລ້ວກໍຍັງໄປກະຕຸ້ນການເຮັດວຽກຂອງລະບົບ ອະໄວຍະວະຕ່າງໆ. ວິທີເຝິກ: – ເລີ່ມຕົ້ນດ້ວຍທ່ານັ່ງ ຢຽດຕີນຊ້າຍຕັ້ງພື້ນຕີນຂຶ້ນ ຕີນຂວາງວາງໄຂ່ວເຂົ່າຊ້າຍ ຢືດຫຼັງໃຫ້ຊື່. – ຍົກແຂນຊ້າຍຂຶ້ນເໜືອຫົວ …

Read More »

ເຄັດລັບເບິ່ງແຍງໜ້າໃສກ່ອນນອນ

ເຄັດລັບໜ້າໃສມີຢູ່ຫຼາຍຮູບແບບດ້ວຍກັນ ຕັ້ງແຕ່ສະໝຸນໄພບູຮານທີ່ຊອກຫາໄດ້ງ່າຍໃນຫ້ອງຄົວ ຄີມບໍາລຸງສູດຕ່າງໆ, ເຄື່ອງສໍາອາງແຕ້ມສີສັນເທິ່ງໃບໜ້າໄປຈົນເຖິງນະວັດຕະກໍາທຣີເມນຜິວພັນໜ້າ ໃຫ້ງາມສົດໃສ. ແຕ່ຫຼາຍທ່ານຄົງຈະລືມໄປວ່າ ການເບິ່ງແຍງຜິວພັນໜ້າທີ່ງາມໃສນັ້ນບໍ່ແມ່ນພຽງແຕ່ບໍາລຸງຢາງດຽວ, ຄວນໄດ້ຮັບການພັກຜ່ອນເບິ່ງແຍງຮັກສາຄວາມສະອາດເຊິ່ງຖືວ່າເປັນສິ່ງທີ່ສໍາຄັນທີ່ ບໍ່ແພ້ການເບິ່ງແຍງຜິວພັນແບບອື່ນໆ ໂດຍສະເພາພກ່ອນນອນທ່ານໄດ້ເບິ່ງແຍງຜິວພັນໜ້າທ່ານເປັນຢ່າງດີແລ້ວ ຫຼື ຍັງ ເຮົາມີເຄັດລັບການເບິ່ງແຍງເຮັດຄວາມສະອາດຜິວພັນໜ້າຢ່າງຖືກວິທີມາແນະນໍາ ເພື່ອທີ່ຈະໄດ້ມີໃບໜ້າທີ່ງາມໃສບໍ່ມີຮິວຮອຍ. ເຄັດລັບໜ້າຂາວໃສ: ຂັ້ນຕອນທີ 1: ການບໍາລຸງຜິວພັນໜ້າ-ຢູ່ທີ່ການເລືອກຜະລິດຕະພັນທີ່ເໝາະສົມກັບຜິວໜ້າຂອງຜິວພັນໜ້າແຕ່ລະຄົນ. ຂໍ້ແນະນໍາເພີ່ມເຕີມສໍາລັບຄົນທີ່ມີຜິວພັນໜ້າແຫ້ງ ຫຼື ຜິວພັນແພ້ງ່າຍໃຫ້ເລືອກໃຊ້ຜະລິດຕະພັນທີ່ມີສ່ວນປະສົມຂອງນໍ້ານົມເປັນຫຼັກ ເພາະຈະຊ່ວຍເຮັດຄວາມສະອາດ ແລະ ເພິ່ມຄວາມຊຸ່ມຊື່ນໃຫ້ກັບຜິວເຮົາອີກດ້ວຍ ສໍາລັບຄົນຜິວພັນມັນໃຫ້ເລືອກໃຊ້ຜະລິດຕະພັນທີ່ມີສ່ວນປະສົມຂອງນໍ້າເຜິ້ງເປັນ ຫຼັກ ຈະຊ່ວຍຄວບຄຸມຄວາມມັນເທິ່ງໃບໜ້າໄດ້ອີກດ້ວຍ. ຂັ້ນຕອນທີ 2: ການເຮັດຄວາມສະອາດໃບໜ້າ-ມີເລື່ອງທີ່ຕ້ອງໃສ່ໃຈຢູ່ 2 ເລື່ອງຄື້: – ການໃຊ້ Cleansing ໃຫ້ນວດທາປະໄວ້ 30 ວິນາທີ – 1 ນາທີ ເພື່ອໃຫ້ເນື້ອຄີມລະລາຍສິ່ງເປິະເປື້ອນເຄື່ອງສໍາອາງ, ຄາບໄຂມັນອູດຕັນ. – ການລ້າງໜ້າ ຄວນລ້າງໃບໜ້າຄ່ອຍໆທີ່ສຸດ, ບໍ່ຂັດຖູແຮງໆເພາະຈະເຮັດໃຫ້ເກີດຮິວຮອຍໄດ້ງ່າຍ ຢ່າໃຊ້ນິ້ວຊີ້ກັບນິ້ວໂປ້ເພາະຈະມີແຮງເນັ້ນຫຼາຍ ອັນເປັນສາເຫດຂອງຮິວຮອຍໃຊ້ພຽງນິ້ວກາງ ແລະ …

Read More »