Breaking News

Women Healthy

ຊົມເຊີຍ!!! ແມັດຕີ່ ໂດ ຜູ້ກັບຍິງລາວ ນໍາພາຮູບເງົາ “ບໍ່ມີວັນຈາກ” ເປີດຕົວເດີນພົມແດງທີ່ມາເກົາ ແລະ ເດີນສາຍຮັບລາງວັນອີກຫຼາກຫຼາຍເກືອບທົ່ວໂລກ…

ຊົມເຊີຍ!!! ແມັດຕີ່ ໂດ ຜູ້ກັບຍິງລາວ ນໍາພາຮູບເງົາ “ບໍ່ມີວັນຈາກ” ເປີດຕົວເດີນພົມແດງທີ່ ມາເກົາ ແລະ ເດີນສາຍຮັບລາງວັນອີກຫຼາກຫຼາຍເກືອບທົ່ວໂລກ… ຖືວ່າເປັນຜູ້ກໍາກັບຍິງຄົນລາວອີກຄົນໜຶ່ງທີ່ມີຄວາມສາມາດ ແລະ ຄວນເປັນເອົາເປັນແບບຢ່າງຫຼາຍ ສໍາລັບ ແມັດຕີ່ ໂດ ຜູ້ກໍາກັບຍິງຄົນທໍາອິກຂອງລາວທີ່ນໍາພາຮູບເງົາລາວໄປສູ່ເວທີໂລກ ເພາະຜົນງານຂອງນາງແຕ່ລະເລື່ອງນັ້ນ ແມ່ນ Go Inter ໄດ້ທຸກເລື່ອງ… ໂດຍຜົນງານການກໍາກັບຂອງ ແມັດຕີ່ ສ່ວນຫຼາຍແມ່ນຈະອອກໄປແນວໜັງທີ່ເວົ້າເລົ່າເຖິງຄວາມເຊື່ອ ແລະ ປະເພນີຂອງຄົນລາວເຊັ່ນ: ຮູບເງົາ ຜ້າພັນຄໍສີແດງ, ຈັນທະລີ, ນ້ອງຮັກ ເຊິ່ງຮູບເງົາທັງ 3 ເລື່ອງແມ່ນໄດ້ຮັບກະແສຕອບຮັບເປັນຢ່າງດີທັງພາຍໃນ-ຕ່າງປະເທດ ແລະ ຍັງໄດ້ຮັບລາງວັນມາກາລັນຕີຄວາມສໍາເລັດຫຼາກຫຼາຍລາງວັນ… ຕໍ່ມາ ແມັດຕີ່ ໂດ ໄດ້ສ້າງຜົນງານຮູບເງົາອອກມາໃຫ້ໄດ້ຮັບຊົມກັນອີກຄັ້ງຊື່ວ່າ “ບໍ່ມີວັນຈາກ” (The Long Walk) ເຊິ່ງປັດຈຸບັນກໍາລັງເດີນສາຍເປີດຕົວໃນຫຼາຍປະເທດທົ່ວໂລກ! ພ້ອມກັບໄດ້ຮັບລາງວັນກາລັນຕີຄວາມສໍາເລັດຂອງຮູບເງົາເລື່ອງນີ້ຈາກທຸກປະເທດທີ່ເດີນທາງໄປ… ແລະ ຫຼ້າສຸດວັນທີ 5 ທັນວາທີ່ຜ່ານມາ …

Read More »

ສະແດງຄວາມຍິນດີນໍາອີກຄັ້ງ!!!  ວິນລີ່​-ຄຣິສຕີນ່າ​ ຮັບລາງວັນ “ທີ່​ສຸດ​ແຫ່ງການພັດທະນາທີ່ຢັ້ງຢືນສາກົນ ແລະ ລາງວັນມິດຕະພາບ ວັດທະນະທຳ​ ແລະ​ ສົ່ງ​ເສີມ​ການທ່ອງທ່ຽວ​ ອາຊຽນ​” ຈາກປະເທດໄທ…

ສະແດງຄວາມຍິນດີນໍາອີກຄັ້ງ!!!  ວິນລີ່​-ຄຣິສຕີນ່າ​ ຮັບລາງວັນ “ທີ່​ສຸດ​ແຫ່ງການພັດທະນາທີ່ຢັ້ງຢືນສາກົນ ແລະ ລາງວັນມິດຕະພາບ ວັດທະນະທຳ​ ແລະ​ ສົ່ງ​ເສີມ​ການທ່ອງທ່ຽວ​ ອາຊຽນ​” ຈາກປະເທດໄທ… ຂໍສະແດງຄວາມຍິນດີນໍາອີກຄັ້ງ!! ກັບຄູ່ຮັກດາລາທີ່ມາແຮງທີ່ສຸດໃນປີນີ້ ວິນລີ່​ ແລະ​ ຄຣິສຕີນ່າ​ ຫຼັງຈາກທີ່ໄດ້ຮັບລາງວັນອັນຊົງກຽດໃນການເດີນແບບໄປເມື່ອບໍ່ດົນມານີ້ຄື: ສາວ ຄຣິສຕີນ່າ ແມ່ນໄດ້ຮັບລາງວັນ Excellent Model ຫຼື ລາງວັນນາງແບບດີເດັ່ນ ສ່ວນ ໜຸ່ມວິນລີ່ ແມ່ນສາມາດຍາດລາງວັນ ນາຍແບບອັນດັບຕົ້ນໆຂອງ Asian International Super Model Contest 2019… ແລະ ຕໍ່ມາກໍໄດ້ຮັບລາງວັນອັນຊົງກຽດ​ອີກ 2​ ລາງວັນຈາກປະເທດໄທຄື:  The Best World SDGs Awards 2019 ເປັນລາງ​ວັນທີ່​ສຸດ​ແຫ່ງການພັດທະນາທີ່ຢັ້ງຢືນສາກົນ 2019​ ແລະ​ ລາງວັນ Friendship, Culture & Tourism Promotion ASEAN …

Read More »

 ຢາກກ້າວໜ້າໃນອາຊີບ!!! ຕ້ອງປະຕິບັດຕົນເອງໃຫ້ມີຄຸນຄ່າຕໍ່ບໍລິສັດ ເພື່ອສ້າງປະໂຫຍດໃຫ້ໄດ້ສູງສຸດ ແລະ ຢ່າເບິ່ງຂ້າມເລື່ອງເລັກນ້ອຍເຫຼົ່ານີ້…

 ຢາກກ້າວໜ້າໃນອາຊີບ!!! ຕ້ອງປະຕິບັດຕົນເອງໃຫ້ມີຄຸນຄ່າຕໍ່ບໍລິສັດ ເພື່ອສ້າງປະໂຫຍດໃຫ້ໄດ້ສູງສຸດ ແລະ ຢ່າເບິ່ງຂ້າມເລື່ອງເລັກນ້ອຍເຫຼົ່ານີ້… ປະຈຸບັນເສດຖະກິດນັບມື້ຂະຫຍາຍຕົວ ເຮັດໃຫ້ມີການແຂ່ງຂັນກັນຫຼາຍຂຶ້ນ ສະນັ້ນ, ຄວນປະຕິບັດຕົນເອງໃຫ້ເປັນຄົນທີ່ມີຄຸນຄ່າຕໍ່ບໍລິສັດ ເພື່ອໃຫ້ສາມາດສ້າງປະໂຫຍດໄດ້ສູງສຸດ. ຢ່າເບິ່ງຂ້າມເລື່ອງເລັກໆນ້ອຍໆດັ່ງຕໍ່ໄປນີ້… ຂໍຄຳແນະນຳຈາກຄົນທີ່ປະສົບການມາກ່ອນ: ຖ້າທ່ານມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ທ່ານບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນ ຫລື ບາງທີກໍໃຊ້ຮູບການຂຽນຈົດໝາຍຂໍຄຳແນະນຳທີ່ເປັນປະໂຫຍດກໍໄດ້. ຮຽນຮູ້ການເຮັດວຽກຂອງຫົວໜ້າ: ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອຮຽນຮູ້ທີ່ຈະເຮັດວຽກໄດ້ຢ່າງມີປະສິດທິພາບແບບຫົວໜ້າຂອງທ່ານ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ທ່ານກໍສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງທ່ານ ແລະ ຍັງເຮັດໃຫ້ທ່ານມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່: ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ທ່ານຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງທ່ານກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ. ຮັກສາສໍາພັນທະພາບກັບລູກຄ້າ ຫຼື ແຂກທຸກຄົນ: ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ທ່ານບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ແຕ່ທ່ານບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ທ່ານໃນອະນາຄົດ. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ …

Read More »

ລາວຈະສູ້ໄຫວບໍ່? ມາເບິ່ງ! ຄວາມອາລັງການຂອງຊຸດປະຈໍາຊາດ MU Thailand ທີ່ຈະເອົາໄປປະຊັນໃນເວທີ MISS UNIVERSE 2019…

ລາວຈະສູ້ໄຫວບໍ່? ມາເບິ່ງ! ຄວາມອາລັງການຂອງຊຸດປະຈໍາຊາດ MU Thailand ທີ່ຈະເອົາໄປປະຊັນໃນເວທີ MISS UNIVERSE 2019… ກໍາລັງເຂັ້ມຂຸ້ນກັນເລີຍສໍາລັບການປະກວດ Miss Universe 2019 ທີ່ຈັດຂຶ້ນຢູ່ປະເທດ ສະຫະລັດ ອາເມຣິກາ ເພາະຕອນນີ້ນາງງາມຕົວແທນຂອງແຕ່ລະປະເທດກໍທະຍອຍກັນປ່ອຍທີເດັດອອກເທື່ອລະໜ້ອຍ ໂດຍສະເພາະໃນຮອບຊູດປະຈໍາຊາດທີ່ບໍ່ມີໃຜຍອມໃຜໄດ້ເລີຍ… ສໍາລັບສາວເມ ວິຈິດຕາ ຕົວແທນປະເທດລາວເຮົາກໍໄດ້ເຜີຍອອກມາໃຫ້ຮູ້ແລ້ວວ່າ ເປັນຊຸດຊ້າງທີ່ເປັນສັດປະຈໍາຊາດຂອງຄົນລາວເຮົາມາປະສົມປະສານກັບເລື່ອງລາວຄວາມເປັນມາດ້ານວັດທະນະທໍາ ຮີດຄອງປະເພນີລາວທີ່ອອກມາແບບລົງຕົວທີ່ສຸດ!!! ສ່ວນທາງດ້ານປະເທດໄທທີ່ໄດ້ຕົວແທນຄື ຟ້າໄສ ປະວິນສຸດາ ກໍບໍ່ໄດ້ໜ້ອຍໜ້າ ທາງດ້ານຄວາມງາມ ແລະ ຄວາມສາມາດ ພ້ອມທັງໄດ້ຈັບເອົາເທສະການງານບຸນປະເພນີຄື “ຜີຕາໂຂນ” ມາເປັນແຮງບັນດານໃຈໃນການສ້າງສັນຊຸດປະຈໍາຊາດ ເຊິ່ງໄດ້ເຫັນແລ້ວບອກໄດ້ວ່າ ອາລັງການພໍໆກັບຊຸດປະຈໍາຊາດລາວເຮົາເລີຍແຫຼະ! ງານນີ້ບໍ່ຮູ້ວ່າລາວເຮົາຈະສູ້ໄຫວບໍ່?   ເຮົາມາເອົາໃຈຊ່ວຍສົ່ງກໍາລັງໃຈໃຫ້ສາວເມຫຼາຍໆເດີ້!!! ແລະ ຂໍເປັນກໍາລັງໃຈໃຫ້ຕົວແທນຈາກປະເທດໄທ ແລະ ຕົວແທນຈາກທຸກປະເທດພ້ອມເດີ້… ສູ້ໆທຸກຄົນ #ເຊຍລາວ?????? #MissUniverse

Read More »

ງົດງາມ ອາລັງການ ແລະ ມີຄວາມໝາຍ!!! ຊຸດປະຈໍາຊາດລາວທີ່ ເມ ວິຈິດຕາ MISS UNIVERSE LAOS 2019 ຈະສວມໃສ່ໃນການປະກວດເວທີໂລກ…

ງົດງາມ ອາລັງການ ແລະ ມີຄວາມໝາຍ!!! ຊຸດປະຈໍາຊາດລາວທີ່ ເມ ວິຈິດຕາ MISS UNIVERSE LAOS 2019 ຈະສວມໃສ່ໃນການປະກວດເວທີໂລກ… ສິ້ນສຸດການລໍຄອຍຂອງແຟນໆນາງງາມ ທີ່ລຸ້ນກັນມາຕະຫຼອດ ກ່ຽວກັບຊຸດປະຈໍາຊາດທີ່ ນ້ອງເມ ວິຈິດຕາ ພອນວິໄລ ຈະສວມໃສ່ໃນຮອບ ຊຸດປະຈໍາຊາດເທິງເວທີໂລກຄື Miss Universe 2019. ເຊິ່ງທາງກອງປະກວດກໍຫາກໍເຜີຍໃຫ້ຮູ້ຍັງບໍ່ຮອດຊົ່ວໂມງ ບອກໄດ້ເລີຍວ່າ ອາລັງການງານສ້າງສົມກັບແຮງເຊຍມາຕະຫຼອດອີ່ຫຼີ!!! ສໍາລັບຊຸດດັ່ງກ່າວແມ່ນອອກແບບໂດຍນັກອອກແບບຊື່ດັງ ທ່ານ ຄໍາພີ ເຊິ່ງໄດ້ນໍາເອົາຊ້າງ ທີ່ຖືເປັນສັດປະຈຳຊາດຂອງລາວ ແຕ່ໃດມາ ທີ່ນຳເອົາລວດລາຍຂອງການເຄື່ອງສານ ທີ່ເຮົາພົບເຫັນໃນຮູບແບບ ຂອງແອບເຂົ້າ (ຕິບເຂົ້າ) ມາເປັນລວດລາຍຂອງຊ້າງພ້ອມທັງຕົບແຕ່ງດ້ວຍສັນຍາລັກຂອງຊາດ ກໍ່ຄືພະທາດຫລວງ ແລະ ທຸງຊາດລາວ ປະດັບດ້ວຍກິ່ນອາຍຂອງດອກຈຳປາ. ຄວາມໂດດເດັ່ນຂອງການອອກແບບໃນຄັ້ງນີ້ ບໍ່ແມ່ນພຽງແຕ່ ການນຳເອົາເອກະລັກຂອງຊາດ ຂຶ້ນສູ່ເວທີສາກົນພຽງຢ່າງດຽວ ແຕ່ຍັງໄດ້ສອດແຊກເນື້ອຫາ ເພື່ອເປັນການຮຽກຮ້ອງ ການໃຫ້ຄວາມສຳຄັນຕໍ່ການປົກປັກຮັກສາ ປ່າໄມ້ ກໍ່ຄື ທຳມະຊາດ …

Read More »