Breaking News

ຄິບລວມເດັດທຸກຢ່າງ

ຢາກໃຫ້ທຸກຄົນໄດ້ເບິ່ງ! ຮູບເງົາສັ້ນ “ໄດ້ມາເພາະກ້າປ່ຽນ” ສື່ເຖິງສາຍສໍາພັນທີ່ດີໃນຄອບຄົວ ແລະ ຄວາມສະເໝີພາບຍິງ-ຊາຍໃນປະເທດລາວ…

ຢາກໃຫ້ທຸກຄົນໄດ້ເບິ່ງ! ຮູບເງົາສັ້ນ “ໄດ້ມາເພາະກ້າປ່ຽນ” ສື່ເຖິງສາຍສໍາພັນທີ່ດີໃນຄອບຄົວ ແລະ ຄວາມສະເໝີພາບຍິງ-ຊາຍໃນປະເທດລາວ… ເພື່ອຕໍ່ຕ້ານ ແລະ ຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ທັງເປັນການຕ້ອນຮັບ 16 ວັນຕໍ່ຕ້ານການໃຊ້ຄວາມຮຸນແຮງໂລກທີ່ໃຫ້ຈະມາຮອດນີ້ ທາງອົງການແຄຣ໌ ປະຈໍາລາວ ຈຶ່ງໄດ້ສ້າງຮູບເງົາສັ້ນສະທ້ອນສັງຄົມ ເພື່ອໃຫ້ສັງຄົມຄິດເຖິງເລື່ອງລາວບວກກ່ຽວກັບບົດບາດຍິງ-ຊາຍ ທີ່ເກີດຂຶ້ນໃນແຕ່ລະຊູມຊົນ ພ້ອມທັງເຊີນຊວນໃຫ້ທຸກຄົນຮ່ວມແລກປ່ຽນປະສົບການ ການປ່ຽນແປງໃໝ່ໃນຊູມຊົນຂອງຕົນເອງ ເຊິ່ງກໍມີຫຼາຍໆຄົນເຂົ້າຮ່ວມກິດຈະກໍາຍຸຕິການໃຊ້ຄວາມຮຸນແຮງດັ່ງກ່າວ. ສໍາລັບຮູບເງົາສັ້ນ ເລື່ອງ “ໄດ້ມາເພາະກ້າປ່ຽນ” ແມ່ນມີເນື້ອໃນທີ່ໜ້າສົນໃຈຫຼາຍ ແລະ ຢາກໃຫ້ທຸກຄົນໄດ້ເບິ່ງນໍາກັນ  ມີເນື້ອໃນສື່ເຖິງ ມີເປົ້າໝາຍສື່ເຖິງ ສາຍສໍາພັນຄອບຄົວທີ່ດີ ແລະ ຄວາມສະເໝີພາບຍິງຊາຍ ສະແດງເຖິງ ບັນທັດຖານທາງສັງຄົມ ທີ່ມີໃນ ສປປ ລາວ ແລະ ທົ່ວໂລກ ທີ່ຮ່ວມກັນສ້າງຂື້ນໂດຍ ອົງການແຄຣ໌ ແລະ ສູນກາງສະຫະພັນແມ່ຍິງລາວ. ນອກນັ້ນ ຮູບເງົາດັ່ງກ່າວຍັງເລົ່າເຖິງເລື່ອງລາວການຕໍ່ສູ້ ກັບບັນທັດຖານທາງສັງຄົມດັ່ງກ່າວຂອງຄອບຄົວໜື່ງ ເຊິ່ງຮູບເງົາແຕ່ລະຕອນແມ່ນ ກວມເອົາເລື່ອງລາວ ກ່ຽວກັບ …

Read More »

ຊົມຄຣິບ…ຊ່ວງເຮືອເດືອນເກົ້າທີ່ ນະຄອນຫລວງພຣະບາງ ຄູ່ຊິງຊະນະເລີດ

ຊົມຄຣິບ…ຊ່ວງເຮືອເດືອນເກົ້າທີ່ ນະຄອນຫລວງພຣະບາງ ຄູ່ຊິງຊະນະເລີດ ລະຫວ່າງເຮືອບ້ານດອນແຊ້ມ ຊ່ວງກັບເຮືອພັນທະມິດ (ໄຊຍະບູລີ) .ໃນວັນທີ່ 09/09/2018, ເຊິ່ງເຮືອທີ່ຊະນະຄືເຮືອຊ່ວງບ້ານດອນແຊ້ມ. (ຂໍສະແດງຄວາມຍິນດີ) https://www.facebook.com/152613462080494/videos/301171777344053/ ທີ່ມາ: ນະຄອນຫລວງພຣະບາງ Luangprabang City

Read More »

ຮ້າຍແຮງ! ຂົວ ແລະ ເຮືອນຈົມຫາຍໄປຕໍ່ໜ້າຕໍ່ຕາປະຊາຊົນ ແຂວງ ຫຼວງນໍ້າທາ 

ໃນວັນທີ 30 ກໍລະກົດ 2018 ທີ່ຜ່ານມາໄດ້ມີຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ລາຍງານຂ່າວສານ ທີ່ ເມືອງ ລອງ ແຂວງ ຫຼວງນໍ້າທາ ວ່າໄດ້ມີນໍ້າພັດແຮງເຮັດໃຫ້ບ້ານເຮືອນພໍ່ແມ່ປະຊາຊົນ ແລະ ຂົວຂ້າມນໍ້າໄຫຼຫາຍໄປຕໍ່ໜ້າຕໍ່ຕາ. (ມີຄລິບ) https://www.facebook.com/tatar.phonesavanh/videos/501297740324117/ https://www.facebook.com/tatar.phonesavanh/videos/501307136989844/ ສຳລັບໂພສດັ່ງກ່າວເຮັດໃຫ້ມີຄົນເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ, ຢ່າງໃດກໍ່ລະມັດລະວັງກັນແດ່ເດີ້ພໍ່ແມ່ພີ່ນ້ອງ ເຫັນແລ້ວເປັນຕາຢ້ານຫຼາຍ!!! ຄລິບຈາກ: Tatar Phonesavanh

Read More »

ອັບເດດຫຼ້າສຸດນ້ອງໆທີມເຕະບານ ໝູປ່າ-ອາຄາເດມີ່ (ມີຄລິບ)

ອັບເດດຫຼ້າສຸດຈາກເພສເຟສບຸກ Thai NavySEAL ທີ່ໄດ້ປ່ອຍຄລິບ ນ້ອງໆ ທີມຮັກເຕະບານ ໝູປ່າ-ອາຄາເດມີ່  ຫຼັງຈາກທີ່ນ້ອງໆໄດ້ກິນອາຫານເພິ່ມພະລັງທີ່ໜ່ວຍຊີວດຳນໍ້ານຳເຂົ້າໄປ ແລະ ແພດທະຫານທີ່ຜ່ານການເຝິກໃນຫຼັກສູດນັກທຳລາຍໃຕ້ນໍ້າຈູ່ໂຈມໄດ້ກວດຮ່າງກາຍທີມໝູ່ປ່າທຸກຄົນແລ້ວ ແລະ ນ້ອງໆຍັງສົ່ງສຽງທັກທາຍສະບາຍດີຜູ້ຄົນທີ່ລໍຄອຍການອອກມາຂອງພວກເຂົາອີກດ້ວຍ (ຄລິບນີ້ຖືກບັນທຶກໃນວັນທີ 3 ກໍລະກົດ 2018) https://www.facebook.com/ThaiSEAL/videos/1634041306719262/   ພໍແຕ່ປ່ອຍຄລິບນີ້ອອກໄປເຮັດໃຫ້ຄົນແຫ່ເຂົ້າມາໃຫ້ກຳລັງໃຈ ຢາກໃຫ້ນ້ອງໆແຂງແຮງໄວໆ ແລະ ອອກມາຈາກຖໍ້າໃຫ້ປອດໄພກັນໝົດທຸກຄົນ. ຄລິບຈາກ: Thai NavySEAL

Read More »

ຝຣັ່ງຕະລຶງເມື່ອເຫັນເຫຼົ້າບອງຢາລາວ!!! (ມີຄລິບ)

ເປັນກະແສໃນໂລກໂຊຊ່ຽວເມື່ອເພສທ່ອງທ່ຽວຊື່ດັງທີ່ມີຄົນຕິດຕາມເປັນລ້ານໆ “Tastemade Travel” ໄດ້ເຜີຍແຜ່ຄລິບສາລະຄະດີທີ່ຖ່າຍທຳໃນປະເທດລາວ ເຊິ່ງໄດ້ເວົ້າເຖິງໝູ່ບ້ານທີ່ຜະລິດເຫຼົ້າຂາວລາວ ແລະ ເຫຼົ້າບອງຢາ ເຊິ່ງບອງດ້ວຍສັດຕ່າງໆບໍ່ວ່າຈະເປັນ ງູ, ແມງງອດ, ກັບແກ້ ແລະ ອື່ນໆ… ເຊິ່ງເຮັດໃຫ້ພວກເຂົາເຖິງຂັ້ນຕະລຶງ ອະເມຊິງໄປຕາມໆກັນ…!!! https://www.facebook.com/tastemade.travel/videos/2081904785158233/   ພໍແຕ່ປ່ອຍຄລິບດັ່ງກ່າວເຮັດໃຫ້ມີຊາວຕ່າງຊາດເກືອບທົ່ວໂລກ ເຂົ້າມາສະແດງຄວາມຄິດເຫັນ ກົດໄລ້ ກົດແຊຣກັນຈຳນວນຫຼວງຫຼາຍ!!! via: Tastemade Travel

Read More »