Breaking News

ຄິບຍອດຮິດ

ຮ້າຍແຮງ! ຂົວ ແລະ ເຮືອນຈົມຫາຍໄປຕໍ່ໜ້າຕໍ່ຕາປະຊາຊົນ ແຂວງ ຫຼວງນໍ້າທາ 

ໃນວັນທີ 30 ກໍລະກົດ 2018 ທີ່ຜ່ານມາໄດ້ມີຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ລາຍງານຂ່າວສານ ທີ່ ເມືອງ ລອງ ແຂວງ ຫຼວງນໍ້າທາ ວ່າໄດ້ມີນໍ້າພັດແຮງເຮັດໃຫ້ບ້ານເຮືອນພໍ່ແມ່ປະຊາຊົນ ແລະ ຂົວຂ້າມນໍ້າໄຫຼຫາຍໄປຕໍ່ໜ້າຕໍ່ຕາ. (ມີຄລິບ) https://www.facebook.com/tatar.phonesavanh/videos/501297740324117/ https://www.facebook.com/tatar.phonesavanh/videos/501307136989844/ ສຳລັບໂພສດັ່ງກ່າວເຮັດໃຫ້ມີຄົນເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ, ຢ່າງໃດກໍ່ລະມັດລະວັງກັນແດ່ເດີ້ພໍ່ແມ່ພີ່ນ້ອງ ເຫັນແລ້ວເປັນຕາຢ້ານຫຼາຍ!!! ຄລິບຈາກ: Tatar Phonesavanh

Read More »

ອັບເດດຫຼ້າສຸດນ້ອງໆທີມເຕະບານ ໝູປ່າ-ອາຄາເດມີ່ (ມີຄລິບ)

ອັບເດດຫຼ້າສຸດຈາກເພສເຟສບຸກ Thai NavySEAL ທີ່ໄດ້ປ່ອຍຄລິບ ນ້ອງໆ ທີມຮັກເຕະບານ ໝູປ່າ-ອາຄາເດມີ່  ຫຼັງຈາກທີ່ນ້ອງໆໄດ້ກິນອາຫານເພິ່ມພະລັງທີ່ໜ່ວຍຊີວດຳນໍ້ານຳເຂົ້າໄປ ແລະ ແພດທະຫານທີ່ຜ່ານການເຝິກໃນຫຼັກສູດນັກທຳລາຍໃຕ້ນໍ້າຈູ່ໂຈມໄດ້ກວດຮ່າງກາຍທີມໝູ່ປ່າທຸກຄົນແລ້ວ ແລະ ນ້ອງໆຍັງສົ່ງສຽງທັກທາຍສະບາຍດີຜູ້ຄົນທີ່ລໍຄອຍການອອກມາຂອງພວກເຂົາອີກດ້ວຍ (ຄລິບນີ້ຖືກບັນທຶກໃນວັນທີ 3 ກໍລະກົດ 2018) https://www.facebook.com/ThaiSEAL/videos/1634041306719262/   ພໍແຕ່ປ່ອຍຄລິບນີ້ອອກໄປເຮັດໃຫ້ຄົນແຫ່ເຂົ້າມາໃຫ້ກຳລັງໃຈ ຢາກໃຫ້ນ້ອງໆແຂງແຮງໄວໆ ແລະ ອອກມາຈາກຖໍ້າໃຫ້ປອດໄພກັນໝົດທຸກຄົນ. ຄລິບຈາກ: Thai NavySEAL

Read More »

ແຊຣສະໜັ່ນ! ຄລິບວິນຍານເຂົ້າສິງ ແລະ ທຳຮ້າຍນັກສະແດງກາງກອງຖ່າຍຮູບເງົາທີ່ ກຳປູເຈຍ

ໂລກອອນລາຍມີການແຊຣເລື່ອງລາວທີ່ເກີດຂຶ້ນກັບກອງຖ່າຍຮູບເງົາຢູ່ທີ່ ປະເທດ ກຳປູເຈຍ ໂດຍຈາກການໂພສຄລິບ ແລະ ຮູບພາບຂອງຜູ້ໃຊ້ເຟສບຸກທີ່ມີຊື່ວ່າ Khom Sokkhaythit ໄດ້ໂພສເຫດການດັ່ງກ່າວ ໂດຍໃນຄລິບເຫັນວ່າທີມງານກອງກອງຖ່າຍຮູບເງົາເລື່ອງດັ່ງກ່າວກຳລັງຫຸ້ມເບິ່ງນັກສະແດງທີ່ແຕ່ງກາຍເປັນຜີໃນຮູບເງົາເລື່ອງ “ຫ້ອງຜີສິງ” ເຊິ່ງນັກສະແດງຄົນດັ່ງກ່າວໄດ້ນັ່ງຢູ່ທີ່ແຈຫ້ອງ ໃນອາການແປກໆ ແລະ ທີມງານທຸກໆຄົນມີສີໜ້າທີ່ເຄັ່ງຕຶງຕະຫຼອດເວລາ, ຈາກຄລິບດັ່ງກ່າວເຮັດໃຫ້ມີຄົນໃຫ້ຄວາມສົນໃຈ, ວິພາກວິຈານກັນໄປຕ່າງໆນາໆ ແລະ ຖືກແຊຣໄປຢ່າງໄວວາ… ໂດຍເລື່ອງດັ່ງກ່າວລະບຸວ່າ “ເກີດເຫດເໜືອທຳມະຊາດຂຶ້ນລະຫວ່າງການຖ່າຍທຳຮູບເງົາເລື່ອງ “ຫ້ອງຜີສິງ” ສ້າງຄວາມຢ້ານກົວໃຫ້ຜູ້ທີ່ໂພສ ແລະ ທີມງານ ໂດຍເຊື່ອວ່າຜີເຂົ້າໄປສິງຕົວລະຄອນທີ່ສະແດງເປັນຜີ ແລະ ພະຍາຍາມທີ່ຈະທຳຮ້າຍຮ່າງກາຍນັກສະແດງທີ່ຫຼິ້ນໃນເລື່ອງດ້ວຍການບີບຄໍ ຈົນໄດ້ຮັບບາດເຈັບ ເຮັດໃຫ້ເກີດຄວາມແຕກຕື່ນໄປທົ່ວກອງຖ່າຍ ແລະ ນັກສະແດງຍິງຕົກຢູ່ໃນຄວາມຢ້ານ ແລະ ຮ້ອງໃຫ້ຕະຫຼອດເວລາ”. (ກະລຸນາໃຊ້ວິຈາລະນະຍານໃນການຮັບຊົມ) https://www.facebook.com/cocabella.realii/videos/572544769764874/ cr: Khom Sokkhaythit ຂໍ້ມູນບາງສ່ວນ: https://www.khaosod.co.th/monitor-news/news_729976

Read More »

ເອົາແລ້ວ!!! ພິກລ໋ອກ…ເກີດຫຍັງຂຶ້ນລະຫວ່າງ ນູ່ນີ່ ແລະ ອ໋ອບ (ມີຄລິບ)

ເອົາແລ້ວ!!! ພິກລ໋ອກ…ມາເບິ່ງວ່າເກີດຫຍັງຂຶ້ນລະຫວ່າງ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ເມື່ອນູ່ນີ່ຈັບໄດ້ວ່າອ໋ອບເບິ່ງສາວອື່ນຕໍ່ໜ້າຕໍ່ຕາ ຈົນເຮັດໃຫ້ສາວນູ່ນີ່ເກີດອາການບໍ່ພໍໃຈ, ເຊິ່ງຄລິບດັ່ງກ່າວໄດ້ຖືກເຜີຍແຜ່ຈາກລາຍການ Take me out Raelity ເຊິ່ງໄດ້ອອກອາກາດໄປໃນວັນອາທິດທີ່ຜ່ານມາ, ແຕ່ປັດຈຸບັນທັງສອງກໍໄດ້ປັບຄວາມເຂົ້າໃຈກັນແລ້ວ (ໂອ້ຍ…ໄຄແດ່) ວ່າບໍ່ແຟນໆ…!!! ຄລິບຈາກ: TV Thunder Official

Read More »

ເບິ່ງໄປຍິ້ມໄປ!!! “ມີແຟນຍັງ” version ມິດຕະພາບ ລາວ-ໄທ

ເບິ່ງໄປຍິ້ມໄປ!!!  “ມີແຟນຍັງ” version ມິດຕະພາບ ລາວ-ໄທ ຮ້ອງໂດຍ ນົກ  & ລ້ອດເຕ່ , ຫວັງວ່າສຽງເພງນີ້ຈະເປັນຄືກັບສະພານທີ່ເຊື່ອມຕໍ່ພາຫົວໃຈໃຫ້ສະນິດກັນລະຫວ່າງ ປະເທດ ລາວ ແລະ ປະເທດ ໄທ.   ຂໍຂອບໃຈ: Brick House

Read More »