ໃນວັນທີ 30 ກໍລະກົດ 2018 ທີ່ຜ່ານມາໄດ້ມີຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ລາຍງານຂ່າວສານ ທີ່ ເມືອງ ລອງ ແຂວງ ຫຼວງນໍ້າທາ ວ່າໄດ້ມີນໍ້າພັດແຮງເຮັດໃຫ້ບ້ານເຮືອນພໍ່ແມ່ປະຊາຊົນ ແລະ ຂົວຂ້າມນໍ້າໄຫຼຫາຍໄປຕໍ່ໜ້າຕໍ່ຕາ. (ມີຄລິບ) https://www.facebook.com/tatar.phonesavanh/videos/501297740324117/ https://www.facebook.com/tatar.phonesavanh/videos/501307136989844/ ສຳລັບໂພສດັ່ງກ່າວເຮັດໃຫ້ມີຄົນເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ, ຢ່າງໃດກໍ່ລະມັດລະວັງກັນແດ່ເດີ້ພໍ່ແມ່ພີ່ນ້ອງ ເຫັນແລ້ວເປັນຕາຢ້ານຫຼາຍ!!! ຄລິບຈາກ: Tatar Phonesavanh
Read More »ຄິບເດັດດັງ
ອັບເດດຫຼ້າສຸດນ້ອງໆທີມເຕະບານ ໝູປ່າ-ອາຄາເດມີ່ (ມີຄລິບ)
ອັບເດດຫຼ້າສຸດຈາກເພສເຟສບຸກ Thai NavySEAL ທີ່ໄດ້ປ່ອຍຄລິບ ນ້ອງໆ ທີມຮັກເຕະບານ ໝູປ່າ-ອາຄາເດມີ່ ຫຼັງຈາກທີ່ນ້ອງໆໄດ້ກິນອາຫານເພິ່ມພະລັງທີ່ໜ່ວຍຊີວດຳນໍ້ານຳເຂົ້າໄປ ແລະ ແພດທະຫານທີ່ຜ່ານການເຝິກໃນຫຼັກສູດນັກທຳລາຍໃຕ້ນໍ້າຈູ່ໂຈມໄດ້ກວດຮ່າງກາຍທີມໝູ່ປ່າທຸກຄົນແລ້ວ ແລະ ນ້ອງໆຍັງສົ່ງສຽງທັກທາຍສະບາຍດີຜູ້ຄົນທີ່ລໍຄອຍການອອກມາຂອງພວກເຂົາອີກດ້ວຍ (ຄລິບນີ້ຖືກບັນທຶກໃນວັນທີ 3 ກໍລະກົດ 2018) https://www.facebook.com/ThaiSEAL/videos/1634041306719262/ ພໍແຕ່ປ່ອຍຄລິບນີ້ອອກໄປເຮັດໃຫ້ຄົນແຫ່ເຂົ້າມາໃຫ້ກຳລັງໃຈ ຢາກໃຫ້ນ້ອງໆແຂງແຮງໄວໆ ແລະ ອອກມາຈາກຖໍ້າໃຫ້ປອດໄພກັນໝົດທຸກຄົນ. ຄລິບຈາກ: Thai NavySEAL
Read More »ແຊຣສະໜັ່ນ! ຄລິບວິນຍານເຂົ້າສິງ ແລະ ທຳຮ້າຍນັກສະແດງກາງກອງຖ່າຍຮູບເງົາທີ່ ກຳປູເຈຍ
ໂລກອອນລາຍມີການແຊຣເລື່ອງລາວທີ່ເກີດຂຶ້ນກັບກອງຖ່າຍຮູບເງົາຢູ່ທີ່ ປະເທດ ກຳປູເຈຍ ໂດຍຈາກການໂພສຄລິບ ແລະ ຮູບພາບຂອງຜູ້ໃຊ້ເຟສບຸກທີ່ມີຊື່ວ່າ Khom Sokkhaythit ໄດ້ໂພສເຫດການດັ່ງກ່າວ ໂດຍໃນຄລິບເຫັນວ່າທີມງານກອງກອງຖ່າຍຮູບເງົາເລື່ອງດັ່ງກ່າວກຳລັງຫຸ້ມເບິ່ງນັກສະແດງທີ່ແຕ່ງກາຍເປັນຜີໃນຮູບເງົາເລື່ອງ “ຫ້ອງຜີສິງ” ເຊິ່ງນັກສະແດງຄົນດັ່ງກ່າວໄດ້ນັ່ງຢູ່ທີ່ແຈຫ້ອງ ໃນອາການແປກໆ ແລະ ທີມງານທຸກໆຄົນມີສີໜ້າທີ່ເຄັ່ງຕຶງຕະຫຼອດເວລາ, ຈາກຄລິບດັ່ງກ່າວເຮັດໃຫ້ມີຄົນໃຫ້ຄວາມສົນໃຈ, ວິພາກວິຈານກັນໄປຕ່າງໆນາໆ ແລະ ຖືກແຊຣໄປຢ່າງໄວວາ… ໂດຍເລື່ອງດັ່ງກ່າວລະບຸວ່າ “ເກີດເຫດເໜືອທຳມະຊາດຂຶ້ນລະຫວ່າງການຖ່າຍທຳຮູບເງົາເລື່ອງ “ຫ້ອງຜີສິງ” ສ້າງຄວາມຢ້ານກົວໃຫ້ຜູ້ທີ່ໂພສ ແລະ ທີມງານ ໂດຍເຊື່ອວ່າຜີເຂົ້າໄປສິງຕົວລະຄອນທີ່ສະແດງເປັນຜີ ແລະ ພະຍາຍາມທີ່ຈະທຳຮ້າຍຮ່າງກາຍນັກສະແດງທີ່ຫຼິ້ນໃນເລື່ອງດ້ວຍການບີບຄໍ ຈົນໄດ້ຮັບບາດເຈັບ ເຮັດໃຫ້ເກີດຄວາມແຕກຕື່ນໄປທົ່ວກອງຖ່າຍ ແລະ ນັກສະແດງຍິງຕົກຢູ່ໃນຄວາມຢ້ານ ແລະ ຮ້ອງໃຫ້ຕະຫຼອດເວລາ”. (ກະລຸນາໃຊ້ວິຈາລະນະຍານໃນການຮັບຊົມ) https://www.facebook.com/cocabella.realii/videos/572544769764874/ cr: Khom Sokkhaythit ຂໍ້ມູນບາງສ່ວນ: https://www.khaosod.co.th/monitor-news/news_729976
Read More »ໜ້າຮັກໄດ້ອີກ! ຟ້າໃສ ຈິນນາລີ ໂພສຄລິບຂອບໃຈຄົນລາວ ທີ່ໂຊພະລັງຄວາມສາມັກຄີ ຈົນເຮັດໃຫ້ມິສແກຣນລາວຕິດທ໊ອບໂຫວດ!!!
ໜ້າຮັກໄປອີກ! ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ໂພສຄລິບຂອບໃຈຄົນລາວ ທີ່ໂຊພະລັງຄວາມສາມັກຄີ ຮ່ວມກັນກົດໄລ້ ກົດແຊຣ ແລະ ຮ່ວມໂຫວດຈົນຊ່ວຍໃຫ້ ຟ້າໃສ ຕິດ Top3 ໃນການເຕັ້ນໂຊເພື່ອເປີດພິທີໃນການແຂ່ງຂັນແທ້ຂອງ Miss Grand International 2017 ໃນວັນທີ 25 ຕຸລາ 2017 ນີ້ໍ່ ແລະ ຟ້າໃສ ຍັງຂອບໃຈຄົນລາວເຮົາທຸກໆໂຫວດກ່ອນໜ້ານີ້ທີ່ຄົນລາວເຮົາໄດ້ສະແດງສັກກະຍະພາບເຖິງຄວາມສາມັກຄີກັນ ເຖິງຈະເປັນປະເທດນ້ອຍແຕ່ບໍ່ໄດ້ດ້ອຍໜ້າປະເທດອື່ນ. ລອງມາເບິ່ງຄລິບກັນເລີຍ!!! #ແຊຣໄປໃຫ້ໂລກຮູ້ນິແຫຼະລາວ ???????? https://www.facebook.com/100015898333695/videos/212386675967942/ ທີ່ມາ: Chinnaly Fasai , Miss Grand International
Read More »ປາໂທ້!!! ນີ້ແຫຼະເນາະທີ່ເພິ່ນວ່າ “ສາຍແດ້ນຕົວຈິງ” 555 (ມີຄລິບ)
ຮືຮາອີກແລ້ວ!!! ເມື່ອມີຜູ້ໃຊ້ Facebook ລາຍໜຶ່ງໂພສຄລິບທີ່ສ້າງຄວາມມ່ວນຊື່ນ ເປັນຄລິບທີ່ມີຊາຍໄວລຸ້ນພໍ່ທ່ານໜຶ່ງໄດ້ເຕັ້ນຢູ່ງານແຕ່ງດອງແຕ່ທີ່ເດັດໄປກວ່ານັ້ນກໍຄື ເພິ່ນເຕັ້ນໄດ້ສຸດຍອດຫຼາຍ ເຮັດເອົາໄວໜຸ່ມຢ່າງເຮົາຍັງອາຍ…, ພໍແຕ່ຄລິບນີ້ຖືກໂພສລົງໃນເຟສບຸກກໍເຮັດໃຫ້ມີຄົນເຂົ້າໄປເບິ່ງເຖິງແສນກວ່າຄົນ ແລະຍັງມີຄົນໄລ້ ແຊຣ ແລະ ຄອມເມັ້ນອີກຈຳນວນຫຼາຍ ແລະ ຄລິບຈະມີຄວາມມ່ວນຊື່ນພຽງໄດນັ້ນ ມາເບິ່ງກັນໄດ້ເລີຍ!!! #ຢ່າລືມແຊຣໃຫ້ໂລກຮູ້555 https://www.facebook.com/somboun.masouvanh/videos/1083121138499505/ https://www.facebook.com/somboun.masouvanh/videos/1083131021831850/ ຂໍຂອບໃຈຄລິບຈາກ: Somboun Masouvanh
Read More »
Kuanjai Magazine
