Breaking News

Clip

ຝຣັ່ງຕະລຶງເມື່ອເຫັນເຫຼົ້າບອງຢາລາວ!!! (ມີຄລິບ)

ເປັນກະແສໃນໂລກໂຊຊ່ຽວເມື່ອເພສທ່ອງທ່ຽວຊື່ດັງທີ່ມີຄົນຕິດຕາມເປັນລ້ານໆ “Tastemade Travel” ໄດ້ເຜີຍແຜ່ຄລິບສາລະຄະດີທີ່ຖ່າຍທຳໃນປະເທດລາວ ເຊິ່ງໄດ້ເວົ້າເຖິງໝູ່ບ້ານທີ່ຜະລິດເຫຼົ້າຂາວລາວ ແລະ ເຫຼົ້າບອງຢາ ເຊິ່ງບອງດ້ວຍສັດຕ່າງໆບໍ່ວ່າຈະເປັນ ງູ, ແມງງອດ, ກັບແກ້ ແລະ ອື່ນໆ… ເຊິ່ງເຮັດໃຫ້ພວກເຂົາເຖິງຂັ້ນຕະລຶງ ອະເມຊິງໄປຕາມໆກັນ…!!! https://www.facebook.com/tastemade.travel/videos/2081904785158233/   ພໍແຕ່ປ່ອຍຄລິບດັ່ງກ່າວເຮັດໃຫ້ມີຊາວຕ່າງຊາດເກືອບທົ່ວໂລກ ເຂົ້າມາສະແດງຄວາມຄິດເຫັນ ກົດໄລ້ ກົດແຊຣກັນຈຳນວນຫຼວງຫຼາຍ!!! via: Tastemade Travel

Read More »

“ຕອນເຈົ້າມີຫຍັງກັບເຂົາ” ຟັງກັນລະຫວ໋າຮິດຕິດຫູຂະໜາດເລີຍ… ສາວ ນົກ ປ່ອຍເພງໃໝ່!!!

(ຕອນເຈົ້າມີອີ່ຫຍັງກັບເຂົາ ເຈົ້າເຄີຍເຫັນໜ້າຂ້ອຍຢູ່ຫວ໋າ?) ຟັງກັນລະຫວ໋າຮິດຕິດຫູຂະໜາດເລີຍ… ສາວ ນົກ The Wow ປ່ອຍເພງໃໝ່ “ຕອນເຈົ້າມີຫຍັງກັບເຂົາ” ເຊິ່ງເປັນເພງທີ່ນາງມີໂອກາດໄດ້ຮ່ວມງານກັບຄ້າຍເພງດັງຂອງປະເທດເພື່ອນບ້ານ, ບອກເລີຍເພງນີ້ເປັນອີກໜຶ່ງເພງທີ່ມີຄວາມຊຶ້ງ ຟັງແລ້ວອິນແຮງ ໃຜທີ່ອົກຫັກ ຫຼືຜິດກັບແຟນຢູ່ອາດນໍ້າຕາແຕກໄດ້ເດີ້​ (555) ເອົ້າໆ!!! ລອງມາຟັງນຳກັນເນາະ ມ່ວນຫຼາຍໆເລີຍ!!! ຟັງແລ້ວເປັນແນວໃດ ມ່ວນບໍ່? ຄົນລາວເຮົາມີຄວາມສາມາດ ແຖມຮ້ອງເພງມ່ວນປານນີ້ ແຊຣໄປໃຫ້ໂລກຮູ້ນຳແດ່ໄວໆ!!! ທີ່ມາ: Nok Phonethamaly

Read More »

ຊຶ້ງກ່ອນນີ້ມີອີກບໍ່? ແຈ໋ກ ໜຸ່ມລາວທີ່ໄປອອກລາຍການ The Voice Thailand ໂຄເວີ້ເພງ “ຖອຍ” (ມີຄລິບ)

ມ່ວນຫຼາຍ…ຊຶ້ງກ່ອນນີ້ມີອີກບໍ່? ຟັງກັນລະຫວ໋າ ແຈ໋ກ ໄຊປະເສີດ ພົມມະວົງໄຊ ໜຸ່ມລາວທີ່ໄປອອກລາຍການ The Voice Thailand Season 6, ຫຼ້າສຸດປ່ອຍຄລິບໂຄເວີ້ (Cover) ເພງ “ຖອຍ” ຂອງວົງ GLISS  ເຊິ່ງເປັນເພງດັງຈາກປະເທດເພື່ອນບ້ານໃຫ້ໄດ້ຟັງ, ບອກເລີຍວ່າມ່ວນຫຼາຍໆ… https://www.facebook.com/theripper.jack.35/videos/1803352599779572/   ສຳລັບ ແຈ໋ກ ໄຊປະເສີດ ພົມມະວົງໄຊ  ເປັນໜຸ່ມລາວຄົນທຳອິດທີ່ໄປແຂ່ງຂັນຮ້ອງເພງໃນລາຍການ The Voice Thailand ແລະ ກໍສາມາດໂຊພະລັງສຽງຈົນຜ່ານເຂົ້າໄປໃນຮອບ ສະແດງສົດ ໃນຊ່ວງອາທິດທີ່ຜ່ານມາ… ຂໍບອກເດີ້ວ່າສຸດຍອດອີ່ຫລີ, ຢ່າງໃດກໍຢ່າລືມຕິດຕາມ ແລະ ເປັນກຳລັງໃຈໃຫ້ກັບໜຸ່ມຄົນນີ້ແດ່ເດີ້ແຟນໆ. #ເດັກລາວເກັ່ງປານນິຖ້າຫຍັງຢູ່ແຊຣໄປໆ ຄລິບ ແລະ ຮູບພາບ: Jack Phommavongsay

Read More »

ແຊຣສະໜັ່ນ! ຄລິບວິນຍານເຂົ້າສິງ ແລະ ທຳຮ້າຍນັກສະແດງກາງກອງຖ່າຍຮູບເງົາທີ່ ກຳປູເຈຍ

ໂລກອອນລາຍມີການແຊຣເລື່ອງລາວທີ່ເກີດຂຶ້ນກັບກອງຖ່າຍຮູບເງົາຢູ່ທີ່ ປະເທດ ກຳປູເຈຍ ໂດຍຈາກການໂພສຄລິບ ແລະ ຮູບພາບຂອງຜູ້ໃຊ້ເຟສບຸກທີ່ມີຊື່ວ່າ Khom Sokkhaythit ໄດ້ໂພສເຫດການດັ່ງກ່າວ ໂດຍໃນຄລິບເຫັນວ່າທີມງານກອງກອງຖ່າຍຮູບເງົາເລື່ອງດັ່ງກ່າວກຳລັງຫຸ້ມເບິ່ງນັກສະແດງທີ່ແຕ່ງກາຍເປັນຜີໃນຮູບເງົາເລື່ອງ “ຫ້ອງຜີສິງ” ເຊິ່ງນັກສະແດງຄົນດັ່ງກ່າວໄດ້ນັ່ງຢູ່ທີ່ແຈຫ້ອງ ໃນອາການແປກໆ ແລະ ທີມງານທຸກໆຄົນມີສີໜ້າທີ່ເຄັ່ງຕຶງຕະຫຼອດເວລາ, ຈາກຄລິບດັ່ງກ່າວເຮັດໃຫ້ມີຄົນໃຫ້ຄວາມສົນໃຈ, ວິພາກວິຈານກັນໄປຕ່າງໆນາໆ ແລະ ຖືກແຊຣໄປຢ່າງໄວວາ… ໂດຍເລື່ອງດັ່ງກ່າວລະບຸວ່າ “ເກີດເຫດເໜືອທຳມະຊາດຂຶ້ນລະຫວ່າງການຖ່າຍທຳຮູບເງົາເລື່ອງ “ຫ້ອງຜີສິງ” ສ້າງຄວາມຢ້ານກົວໃຫ້ຜູ້ທີ່ໂພສ ແລະ ທີມງານ ໂດຍເຊື່ອວ່າຜີເຂົ້າໄປສິງຕົວລະຄອນທີ່ສະແດງເປັນຜີ ແລະ ພະຍາຍາມທີ່ຈະທຳຮ້າຍຮ່າງກາຍນັກສະແດງທີ່ຫຼິ້ນໃນເລື່ອງດ້ວຍການບີບຄໍ ຈົນໄດ້ຮັບບາດເຈັບ ເຮັດໃຫ້ເກີດຄວາມແຕກຕື່ນໄປທົ່ວກອງຖ່າຍ ແລະ ນັກສະແດງຍິງຕົກຢູ່ໃນຄວາມຢ້ານ ແລະ ຮ້ອງໃຫ້ຕະຫຼອດເວລາ”. (ກະລຸນາໃຊ້ວິຈາລະນະຍານໃນການຮັບຊົມ) https://www.facebook.com/cocabella.realii/videos/572544769764874/ cr: Khom Sokkhaythit ຂໍ້ມູນບາງສ່ວນ: https://www.khaosod.co.th/monitor-news/news_729976

Read More »

ປໍ1 ເອື້ອຍຍັງຮຽນເຕັ້ນຍາງຢູ່ (555)! ຊາວເນັດແຫ່ເບິ່ງຄລິບ ເດັກນ້ອຍ ປໍ1 ຕີກອງໄດ້ຂັ້ນເທບຫຼາຍ…(ຊົມເຊີຍເດີ້)

ເປັນອີກໜຶ່ງຄລິບທີ່ເອີ້ນຮອຍຍິ້ມ ສຽງຫົວໄດ້ເປັນຢ່າງດີ ເດັກນ້ອຍຍຸກໃໝ່ມັນກໍຈະເກັ່ງເກີນອາຍຸແບບນີ້ແລະເນາະ… ຊາວເນັດແຫ່ເບິ່ງຄລິບ ເດັກນ້ອຍ ປໍ1 ຕີກອງໄດ້ຂັ້ນເທບຫຼາຍ… ເຊິ່ງເດັກນ້ອຍເກັ່ງ ແລະ ໜ້າຮັກຄົນນີ້ມີນາມວ່າ ນ້ອງ ເບເນ່ ອາຍຸປະມານ 5-6 ປີ ຈາກປະເທດເພື່ອນບ້ານ ເຊິ່ງໄດ້ຕີກອງໃນເພງ That’s what I like ຂອງ ນັກຮ້ອງຊື່ດັງ ບູຣໂນ ມາສ, ໂດຍການໂພສຂອງຜູ້ໃຊ້ເຟສບຸກທີ່ມີຊື່ວ່າ Phongphanu Soisahwat‎  ຈົນເຮັດໃຫ້ມີຄົນເຂົ້າໄປກົດໄລ້ ແຊຣ ແລະ ຄອມເມັ້ນຍ້ອງເຖິງຄວາມເກັ່ງ ຄວາມມີພອນສະຫວັນ ຂອງ ນ້ອງ ເບເນ່ ເປັນຈຳນວນຫຼວງຫຼາຍ ຢ່າງໃດກໍຕາມຊາວເນັດຕ່າງສະແດງຄວາມຄິດເຫັນກ່ຽວກັບ ນ້ອງ ເບເນ່ ກັນຢ່າງຫຼວງຫາຍ ແລະ ຍັງຍ້ອງນ້ອງວ່າ ສ່ວນຫຼາຍເດັກນ້ອຍທີ່ກຳລັງຮຽນຕີກອງຈະມັກຕີລົວ ບໍ່ຖືກຈັງຫວະ ແຕ່ ນ້ອງ ເບເນ່ ຄົນນີ້ພັດຕີໄດ້ດີ ແລະ ຖືກກັບຈັງຫວະ ບາງຄົນກໍຍ້ອງວ່າເດັກຄົນນີ້ເກັ່ງເກີນໄວອາຍຸ …

Read More »