Breaking News

Event

ເທບທິດາເມືອງລາວ ສາວລູກນໍ້າ ແຈກອາຫານໃຫ້ກັບນ້ອງໆນັກຮຽນ

ສົມກັບສາຍາງານງາມ-ດາຣາໃຈບຸນອີ່ຫລີ ລູກນໍ້າ ທິດາລັດ ຊຸບຕາເບີ 1 ວົງການລາວເຮົາຄົນນີ້ ຖ້າເອີ່ຍຊື່ຂຶ້ນມາແລ້ວແມ່ນບໍ່ມີໃຜບໍ່ຮູ້ຈັກ ແລະ ຜົນງານໃນວົງການບັນເທິງກໍເປັນທີ່ໂດດເດັ່ນຢ່າງບໍ່ເຄີຍຕົກກະແສເລີຍ ນັບເປັນເວລາເກືອບ 10 ປີແລ້ວ ເຊິ່ງຫຼັງຈາກທີ່ໄດ້ຮັບລາງວັນຊະນະເລີດການປະກວດ Miss Laos 2011 ສາວລູກນໍ້າກໍມີງານໃນວົງການບັນເທິງໃຫ້ແຟນໄດ້ຊົມຢ່າງຕໍ່ເນື່ອງ ຊື່ສຽງຂອງລູກນໍ້າດັງໄກໄປຮອດຕ່າງແດນບໍ່ວ່າຈະເປັນການເດີນແບບ-ການສະແດງລະຄອນ ກໍແມ່ນໄດ້ຮັບກະແສຕອບຮັບຈາກແຟນຄຣັບໆຢ່າງລົ້ນເຫລືອອີ່ຫລີ່ເດີ!! ຍັງຄົງເດີນໜ້າຊ່ວຍເຫຼືອສັງຄົມລາວມາເລື້ອຍໆ ຫຼັງຈາກທີ່ບໍ່ດົນມານີ້ສາວລູກນໍ້າໄດ້ອອກມາຊີ້ແຈ້ງວ່າ ຕົນເອງໄດ້ຖືກຄັດເລືອກເປັນໜຶ່ງໃນຜູ້ບໍລິຫານໂຄງການ ຊ່ວຍເຫຼືອຄົນທຸກຍາກ ແລະ ດ້ວຍໂອກາດໃນ ສປປ ລາວ ເຊິງບັນດາແຟນໆທັງຫຼາຍກໍພາກັນດີໃຈ ແລະ ແຫ່ກັນໃຫ້ກໍາລັງໃຈຢ່າງແໜ້ນໜາກັນເລີຍ!! ແລະໃນຕອນແລງຂອງມື້ນີ້ ສາວລູກນໍ້າກໍໄດ້ໂພສເລື່ອງລາວການໄປເຮັດກິດຈະກໍາ ແຈກອານຫານ ແລະ ເຂົ້າຫນົມຕ່າງໆໃຫ້ກັບນ້ອງໆທີ່ໂຮງຮຽນພິເສດຜ່ານທາງ Facebook ສ່ວນຕົວວ່າ “ສຸກໃດກໍບໍ່ເທົ່າ ສຸກຈາກການເປັນຜູ້ໃຫ້…ມາແຈກອາຫານ-ເຂົ້າຫນົມ ໃຫ້ກັບນ້ອງໆໂຮງຮຽນພິເສດ (ເພີ່ນເວົ້າບໍ່ໄດ້)”. ງາມ ແລະ ເສຍສະຫຼະປານນີ້ຈະບໍ່ໃຫ້ຮັກໄດ້ແນວໃດ!! ຂວັນໃຈ ຂໍສະແດງຄວາມຊົມເຊີຍ ແລະ ນັບຖືໃນນໍ້າໃຈອັນປະເສີດຂອງສາວລູກນໍ້າຄົນນີ້ອີ່ຫລີ ຂໍໃຫ້ສາວລູກນໍ້າເປັນແບບຢ່າງ ແລະ …

Read More »

ມາຮູ້ຈັກກັບ 8 ເລື່ອງລາວຂອງ ອະແມນດ້າ Miss Universe Thailand 2020

ໃນປັດຈຸບັນວົງການປະກວດນາງງາມໄດ້ເກີດຂຶ້ນຫຼາຍເວທີບໍ່ວ່າຈະເປັນລະດັບພາກພື້ນ ແລະ ສາກົນ!!! ເຊິ່ງເປັນເວທີທີ່ເປີດໂອກາດໃຫ້ແມ່ຍິງເຮົາໄດ້ສະແດງຄວາມຮູ້ຄວາມສາມາດລວມໄປເຖິງເຜີຍແຜ່ເລື່ອງລາວວັດທະນະທໍາໃຫ້ທຸກຄົນທົ່ວໂລກໄດ້ຮັບຮູ້ເຖິງ ວັດທະນະທໍາອັນເປັນເອກະລັກຂອງຊາດກໍຄືປະເທດຂອງຕົນເອງ ເຊິ່ງເມື່ອບໍ່ດົນມານີ້ປະເທດເພື່ອນບ້ານຂອງເຮົານັ້ນກໍຄືປະເທດໄທກໍໄດ້ຈັດການປະກວດ Miss Universe Thailand 2020 ແລະ ໄດ້ປະກາດຜົນໄປເມື່ອວັນທີ 10 ຕຸລາ 2020 ທີ່ຜ່ານມາ. ຄົນທີ່ຊະນະເລີດຄວ້າມົງໄປຄອງໄດ້ແກ່ ອະແມນດ້າ ເຊິ່ງສາວຄົນນີ້ນອກຈາກຈະມີຮູບຮ່າງໜ້າຕາທີ່ງົດງາມແລ້ວຍັງເປັນແມ່ຍິງອີກຄົນທີ່ເຕັມໄປດ້ວຍຄວາມຮູ້ຄວາມສາມາດ ລວມໄປເຖິງການຕອບຄໍາຖາມທີ່ຖືກໃຈບັນດາແຟນນາງງາມ ແລະ ຄະນະກໍາມະການ ຈົນສາມາດຄວ້າຕໍາແໜ່ງ Miss Universe Thailand 2020 ໄປຄອງ… ມື້ນີ້ຂວັນໃຈຈະພາແຟນໆໄປຮູ້ຈັກກັບອະແມນດ້າ ຊາລິສາ ສາວງາມພູເກັດ ທີ່ສາມາດຄວ້າລາງວັນ Miss Universe Thailand 2020 ໄປຄອງສົດໆຮ້ອນໆ ວ່າຈະເປັນແນວໃດ!!! ໄປເບິ່ງນໍາກັນເລີຍ. ສາວ ອະແມນດ້າ ຊາລິສາ ອອບດໍາ ມີຊື່ເຕັມວ່າ ອາແມນດ້າ ຊາລີນ ອອບດໍາ ຊື່ຫລີ້ນ ດ້າ, ເກີດວັນທີ …

Read More »

ບໍ່ຄວນເບິ່ງຂ້າມ! ບັນຫາການລ່ວງລະເມີດທາງເພດທີ່ແມ່ຍິງ ແລະ ເດັກນ້ອຍຕ້ອງພົບຢູ່ເປັນປະຈໍາ… ດັ່ງປະສົບການທີ່ນັກຮ້ອງຊື່ດັງ ເລດີ່ ກາກ່າ ເຄີຍພົບ!!!

ບໍ່ຄວນເບິ່ງຂ້າມ! ບັນຫາການລ່ວງລະເມີດທາງເພດທີ່ແມ່ຍິງ ແລະ ເດັກນ້ອຍຕ້ອງພົບຢູ່ເປັນປະຈໍາ… ດັ່ງປະສົບການທີ່ນັກຮ້ອງຊື່ດັງ ເລດີ່ ກາກ່າ ເຄີຍພົບ!!! ເຊື່ອວ່າແມ່ຍິງທຸກຄົນເຄີຍຖືກລ່ວງລະເມີດທາງເພດຢ່າງໜ້ອຍ 1 ຄັ້ງໃນຊີວິດ ບໍ່ວ່າຈະດ້ວຍສາຍຕາ, ວາຈາ ຫຼືການກະທໍາ ໃນລັກສະນະທີ່ສື່ເຖິງເລື່ອງເພດ; ເຊັ່ນດຽວກັນກັບນັກຮ້ອງຊື່ດັງ “ສະເຕຟານີ່ ໂຈແອນ ແອງເຈລີນາ ເຈີມານ໊ອດຕາ” ຫຼືທີ່ຮູ້ຈັກກັນດີໃນຊື່ ເລດີ່ ກາກ່າ (Lady Gaga) ສີລະປິນແນວ Pop ລູກເຄິ່ງອາເມຣິກາ-ອີຕາລີ່ ທີ່ໄດ້ອອກມາເລົ່າປະສົບການ ຖືກລ່ວງລະເມີດທາງເພດຕອນອາຍຸ 19 ປີ ເຊິ່ງເປັນໄລຍະທີ່ທຸກທໍລະມານທີ່ສຸດຂອງຊີວິດ ລາວຕ້ອງພົບກັບການຖືກລ່ວງລະເມີດທາງເພດພຽງລໍາພັງ ເຖິງວ່າຈະໄປຂໍຄໍາແນະນໍາຈາກບຸກຄົນທີ່ມີຊື່ສຽງໃນວົງການຫຼາຍຄົນ ແຕ່ທຸກຄົນກໍບໍ່ສາມາດທວງຄວາມຍຸຕິທໍາ ຫຼືແມ່ນແຕ່ແນະນໍາຊ່ອງທາງໃນການຮັກສາຈິດໃຈໃຫ້ລາວໄດ້, ລາວໄດ້ນັ່ງກ່າວໂທດຕົນເອງວ່າເປັນຍ້ອນການແຕ່ງຕົວ ແລະ ວີຖີຊີວິດຂອງລາວທີ່ນໍາໄປສູ່ຝັນຮ້າຍຄັ້ງນັ້ນ; ຈົນນໍາມາເຊິ່ງຄວາມທຸກທໍລະມານ ເປັນໂຣກຊຶມເສົ້າ, ໂຣກຈິດກັງວົນ ແລະໂຣກຄຼຽດຢ່າງໜັກ ລາວໃຊ້ເວລາເຖິງ 7 ປີໃນການບໍາບັດຈິດໃຈ ຈຶ່ງຫັນມາຍອມຮັບໃນຊີວິດ ແລະ ຕົວຕົນຂອງຕົວເອງອີກຄັ້ງ. ຫຼັງຈາກທີ່ເອົາຊະນະເຫດການສະເທືອນຂວັນໃນຄັ້ງນັ້ນໄດ້ສໍາເລັດ …

Read More »

ຈົບໄປຢ່າງຈົບງາມ!!! ງານແລ່ນປະກາດຈຸດຢືນ ຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ກັບຜູ້ເຂົ້າຮ່ວມຫຼາຍກວ່າ 2.000 ຄົນ…

ຈົບໄປຢ່າງຈົບງາມ!!! ງານແລ່ນປະກາດຈຸດຢືນ ຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ກັບຜູ້ເຂົ້າຮ່ວມຫຼາຍກວ່າ 2.000 ຄົນ… ຣັນຟໍເຮີ (Run for her) ແມ່ນງານແລ່ນ ເພື່ອຢຸດຄວາມຮຸນແຮງຕໍ່ແມ່ຍິງ ພາຍໃຕ້ Slogan “ທຸກບາດກ້າວຄືພະລັງ ຢຸດຢັ້ງຄວາມຮຸນແຮງ” ໂດຍ ວາລະສານ ຂວັນໃຈ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສະຫະພັນແລ່ນແລະລານແຫ່ງຊາດລາວ ມີຈຸດປະສົງເພື່ອ: 1. ປູກຈິດສຳນຶກໃຫ້ສັງຄົມຫັນມາເອົາໃຈໃສ່ ແລະ ຮ່ວມຍຸຕິບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ 2.ສ້າງກິດຈະກຳແຂ່ງຂັນແລ່ນ ແລະພັດທະນານັກແລ່ນລຸ້ນໃໝ່. ເຊິ່ງໄດ້ຈັດຂຶ້ນເປັນປີທໍາອິດ ໂດຍຈັດງານຖະແຫຼງຂ່າວເປີດຢ່າງເປັນທາງການໃນວັນທີ 2 ຕຸລາ 2019 ທີ່ຜ່ານມາ ແລະ ເປີດໃຫ້ຜູ້ທີ່ສົນໃຈມາຮ່ວມລົງທະບຽນແລ່ນຕັ້ງແຕ່ວັນທີ 15 ກໍລະກົດ 2019 ຈົນຮອດ ວັນທີ 18 ຕຸລາ 2019 …

Read More »

ຍອດຄົນລົງທະບຽນງານ RUN FOR HER 2019 ຢຽບຫຼັກ 1.000 ກວ່າ ໃນເປົ້າໝາຍ 1.500 ກ່ອນມື້ງານຖະແຫຼງຂ່າວ…

ຍອດຄົນລົງທະບຽນແລ່ນໃນງານ RUN FOR HER 2019 ຢຽບຫຼັກ 1.000 ໃນເປົ້າໝາຍ 1.500 ກ່ອນມື້ງານຖະແຫຼງຂ່າວ… ກິດຈະກໍາແລ່ນຊຸບເປີມິນິມາຣາທອນ Run for Her ຄັ້ງທໍາອິດ ໄດ້ເປີດພິທີຖະແຫຼງຂ່າວຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 2 ຕູລາ 2019 ຢູ່ທີ່ໂຮງແຮມ ຄຣາວພຣາຊ່າ ໂດຍ ທ່ານ ນາງ ເກດສະຫວັນ ປັນຍາທິບ ຮອງຜູ້ອໍານວຍການສ້າງ ວາລະສານຂວັນໃຈ ໃນນາມຜູ້ຈັດ ເປັນປະທານ ຮ່ວມກັບທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ຈັນດີ ພົມມະບຸດ ປະທານສະຫະພັນແລ່ນ-ລານແຫ່ງຊາດລາວ ພ້ອມດ້ວຍຜູ້ສະໜັບສະໜູນ, ນັກກິລາແລ່ນ-ລານທີມຊາດ ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ…     ງານແລ່ນ Run …

Read More »