Breaking News

Event

ແມ່ຍິງທຸກຄົນມີສິດທີ່ຈະແຕ່ງກາຍ ແລະ ນຸ່ງຊຸດຊັ້ນໃນແບບໃດກໍໄດ້… ຢ່າກ່າວອ້າງວ່າ ການລ່ວງລະເມີດທາງເພດແມ່ນການ “ສົມຍອມ” ຂອງແມ່ຍິງ…

ການລ່ວງລະເມີດທາງເພດບໍ່ແມ່ນການ “ສົມຍອມ” ປັດຈຸບັນມີຂ່າວຄວາມເຄື່ອນໄຫວໜຶ່ງຂອງປະເທດ “ໄອແລນ” ທີ່ໜ້າສົນໃຈຫຼາຍ ນັ້ນກໍຄືການປະທ້ວງຂອງແມ່ຍິງຊາວໄອຣິສ ທີ່ມີຕໍ່ຄໍາຕັດສິນຍົກເລີກຄໍາຝ້ອງຂອງຄະດີລ່ວງລະເມີດທາງເພດຄະດີໜຶ່ງ; ເປັນຄະດີຂົ່ມຂືນຍິງສາວອາຍຸ 17 ປີ ແລະ ສາເຫດທີ່ສານຕັດສິນຍົກຝ້ອງເນື່ອງຈາກວ່າ ຈໍາເລີຍໄດ້ນໍາເອົາຊຸດຊັ້ນໃນຂອງຜູ້ຖືກເຄາະຮ້າຍມາເປັນຫຼັກຖານວ່າ ການແຕ່ງຕົວມີຄວາມຢົ່ວຢວນເກີນໄປ ພ້ອມກ່າວປະນາມການແຕ່ງຕົວຂອງນາງໃນຄືນທີ່ເກີດເຫດວ່າ “You have to look at the way she was dressed. She was wearing a thong a lace front” ແປວ່າ “ເຈົ້າຕ້ອງເບິ່ງທີ່ການແຕ່ງຕົວຂອງນາງ ນາງໃສ່ຊຸດຊັ້ນໃນທີ່ມີລູກໄມ້ຢູ່ທາງໜ້າ” ຈາກຄໍາກ່າວອ້າງດັ່ງກ່າວ ສານຈຶ່ງຕັດສິນໃຫ້ຈໍາເລີຍເພດຊາຍອາຍຸ 27 ປີ ພົ້ນຜິດຈາກຄະດີຂົ່ມຂືນໃນໄລຍະຕົ້ນເດືອນພະຈິກທີ່ຜ່ານມາ. ຈາກເຫດການດັ່ງກ່່າວ ໄດ້ສ້າງຄວາມບໍ່ພໍໃຈໃຫ້ແມ່ຍິງຊາວໄອຣິສເປັນຈໍານວນຫຼວງຫຼາຍ ຈົນເກີດມີການປະທ້ວງຂຶ້ນ; ເຊິ່ງມີແມ່ຍິງຫຼາຍກວ່າ 600 ຄົນ ຮວມພະລັງກັນເອົາເຄື່ອງນຸ່ງຂອງຕົນໄປສະແດງໃນສານ, ບາງຄົນກໍໄດ້ນໍາເອົາຊຸດຊັ້ນໃນທີ່ມີຄວາມຢົ່ວຢວນໄປວາງໄວ້ຢູ່ທາງໜ້າສານເມືອງຄອດ ພາຍໃຕ້ຄໍາຂວັນທີ່ວ່າ …

Read More »

#HearMeToo ການລ່ວງລະເມີດທາງເພດ ບໍ່ແມ່ນບັນຫາສ່ວນຕົວ…

#HearMeToo ການລ່ວງລະເມີດທາງເພດ ບໍ່ແມ່ນບັນຫາສ່ວນຕົວ… ໃນປີຜ່່ານມາແມ່ຍິງອາເມຣິກາ ແລະ ທົ່ວໂລກ ຕ່າງກໍໃຫ້ຄວາມສົນໃຈ ແລະ ໂພສຂໍ້ຄວາມເຖິງເຫດການທີ່ມີການລ່ວງລະເມີດທາງເພດໃນອາດີດຂອງຕົນເອງ ຕາມດ້ວຍ #Metoo ເພື່ອສື່ເຖິງເຫດການທີ່ປຽບດັ່ງຝັນຮ້າຍທີ່ຕົນເອງກໍເຄີຍພົບມາເຊັ່ນກັນ … ເຊິ່ງການເຄື່ອນໄຫວ ແລະ ທີ່ມາຂອງປະໂຫຍກດັ່ງກ່າວນີ້ ແມ່ນເລີ່ມຕົ້ນມາຈາກ ການເປີດເຜີຍໃນວົງການ Hollywood ເມື່ອຜູ້ສ້າງ ແລະ ກໍາກັບໜັງທີ່ມີຊື່ສຽງ Harvey Wienstien ຜູ້ຊາຍທີ່ຮັ່ງມີ, ມີຊື່ສຽງ ແລະ ມີອໍານາດຄົນໜຶ່ງໃນວົງການບັນເທີງ ສະຫະລັດອາເມຣິກາ ໃຊ້ອໍານາດລ່ວງລະເມີດນັກສະແດງ ແລະ ສີລະປີນຍິງຫຼາຍກວ່າ 10 ຄົນ; ໃນເວລາ 30 ກວ່າປີ ແລະ ສາມາດລອດພົ້ນຈາກຄວາມຜິດໄປໄດ້ຢ່າງບໍ່ໜ້າເຊື່ອ. ຈົນເມື່ອວັນທີ 15 ຕຸລາ 2017 Alyssa Milano ຜູ້ທີ່ສ້າງ #Metoo ເພື່ອສົ່ງສັນຍານເຕືອນໃຫ້ນັກສະແດງ ແລະ ສີລະປີນຍິງທີ່ເຄີຍພົບເຫດການຄືກັນກັບນາງ …

Read More »

 ເມື່ອຄວາມຮັກໝົດອາຍຸ ແມ່ຍິງອາດກາຍເປັນ “ເຫຍື່ອ” ຄວາມຮຸນແຮງໂດຍບໍ່ຮູ້ຕົວ!

ຄວາມຮຸນແຮງຕໍ່ຈິດໃຈເກີດຈາກຄໍາວ່າ “ໝົດຮັກ”     “ຄວາມຮຸນແຮງຕໍ່ຈິດໃຈ ແມ່ນການກະທຳ, ການເມີນເສຍ ຫຼື ລະເລີຍ ທີ່ເຮັດໃຫ້ເກີດຜົນກະທົບຕໍ່ຈິດໃຈ ຂອງແມ່ຍິງແລະເດັກນ້ອຍ ເປັນຕົ້ນການມີເມຍຫຼາຍຄົນ, ການໝິ່ນປະໝາດ, ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການປະຈານ, ການບໍ່ໃຫ້ຄວາມສຳຄັນ, ການທຳມິດສະຈານ, ການປ່ອຍປະ, ການລໍາອຽງ, ການຈໍາແນກ, ການແຍກຈາກໝູ່ເພື່ອນ ຫຼື ຄອບຄົວ, ການບໍ່ໃຫ້ກຽດ, ບໍ່ນັບຖື, ການເຍາະເຍີ້ຍສຽດສີ, ການກີດກັ້ນ, ການບັງຄັບ ຫຼື ການຂົ່ມຂູ່ ຊິຶ່ງເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ, ອັບອາຍ, ຂາດຄວາມເຊື່ອໝັ້ນ, ເສຍສຸຂະພາບຈິດ, ຊືມເສົ້າ ຫຼື ຂ້າຕົວຕາຍ” ສະບາຍດີ ສາວໆຂວັນໃຈ ມາພົບກັບຄໍລຳ In Action ກັນອີກເປັນຄັ້ງທີ 2 ແລ້ວ ຄໍລຳນີ້ຈະຊ່ວຍໃຫ້ສາວໆຂວັນໃຈເຮົາ ໄດ້ອັບເດດ (update) ຄວາມຮູ້ກ່ຽວກັບ …

Read More »

ຄວາມຮຸນແຮງຕໍ່ແມ່ຍິງ ເກີດຂຶ້ນໂດຍອິງຕາມຄວາມແຕກຕ່າງທີ່ຖືກກໍານົດໃນສັງຄົມ…

ຄໍາວ່າ GBV ແມ່ນຫຍັງ? ບັນຫາຄວາມຮຸນແຮງທີ່ເກີດຂຶ້ນໃນສັງຄົມທຸກມື້ນີ້ ເຮົາຈະພົບເຫັນຢູ່ເປັນປະຈໍາໂດຍສະເພາະ ຄວາມຮຸນແຮງທີ່ເກີດຂຶ້ນກັບແມ່ຍິງ ແລະ ເດັກນ້ອຍ ທີ່ມີຂ່າວອອກຕາມ Social ເກືອບວ່າທຸກມື້ເຊັ່ນ ການຂົ່ມຂືນທໍາຊໍາເລົາ, ແມ່ຍິງຖືກເອົາປຽບທາງດ້ານເພດ… ແຕ່ຫຼາຍຄົນກໍເຫັນວ່າເລື່ອງນີ້ເປັນທີ່ຂອງຄົນອື່ນ ບໍ່ແມ່ນເລື່ອງທີ່ເກີດຂຶ້ນກັບຕົນເອງ ຈຶ່ງຍັງເບິ່ງຂ້າມເລື່ອງນີ້ໄປ ແລະ ບໍ່ໄດ້ມີການເຮັດຫຍັງເພື່ອຊ່ວຍໃຫ້ຄວາມຮຸນແຮງເຫຼົ່ານັ້ນໝົດໄປ, ປ່ອຍໃຫ້ມັນເກີດຂຶ້ນເລື້ອຍໆ ຈົນກາຍເປັນບັນຫາທີ່ແກ້ບໍ່ຕົກ. ສໍາລັບຄວາມຮຸນແຮງຕໍ່ກັບແມ່ຍິງທີ່ພວກເຮົາຈະມັກໃຊ້ຄໍາວ່າ “Violence against women” ເຊິ່ງໝາຍເຖິງຄວາມຮຸນແຮງຕໍ່ກັບແມ່ຍິງ ແຕ່ຫຼາຍໆຄົນອາດຍັງບໍ່ຮູ້ວ່າ ຄວາມຮຸນແຮງ ຕໍ່ແມ່ຍິງນັ້ນ ມີຫຍັງແດ່? ການກະທໍາໃນຮູບແບບໃດທີ່ແດ່ທີ່ສາມາດເອີ້ນໄດ້ວ່າຄວາມຮຸນແຮງຕໍ່ແມ່ຍິງ; ມື້ນີ້ເຮົາເລີຍຢາກຈະມາແນະນໍາໃຫ້ຮູ້ຈັກກັບ GBV ເຊິ່ງຫຍໍ້ມາຈາກຄໍາວ່າ Gender-based violence ໝາຍເຖິງ ຄວາມຮຸນແຮງທີ່ເກີດຂຶ້ນບົນພື້ນຖານທາງເພດ, ເຊິ່ງຜູ້ຖືກກະທໍານີ້ອາດຈະເປັນເພດໃດກໍໄດ້, ຄົນປະເທດໃດກໍໄດ້ເຊັ່ນ: ການຂົ່ມຂືນທໍາຊໍາເລົາ ຫຼືການກະທໍາໂດຍເຈດຕະນາຂອງບຸກຄົນໜຶ່ງ ທີ່ປະຕິບັດຕໍ່ອີກຄົນໜຶ່ງ ໂດຍບໍ່ໄດ້ຮັບຄວາມເຕັມໃຈ ແລະ ອີງໃສ່ຄວາມແຕກຕ່າງທີ່ກໍານົດໃນສັງຄົມ (ເພດ) ລະຫວ່າງຍິງ-ຊາຍ… ເຊິ່ງຈາກການສໍາຫຼວດຂອງ VAW 2014 …

Read More »

ແຟນຄລັບແຕກຕື່ນ! ບໍ່ຄິດວ່າຈະເຈິເຫຼົ່າຄົນດັງຂອງວົງການບັນເທີງ ຕາມສະຖານທີ່ແບບນີ້!!!

ຊ່ວງອາທິດທີ່ຜ່ານມາມີອິນບ໋ອກເຂົ້າມາຖາມ ຊະນີIndy ກັນຢ່າງຫຼວງຫຼາຍຍ້ອນວ່າເຫຼົ່າແຟນໆບາງຄົນກໍຍັງງົງ ບໍ່ເຂົ້າໃຈ ແລະ ເລົ່າເຫດການວ່າ 2 ອາທິດທີ່ຜ່ານມາທຸກໆວັນສຸກຈະເຫັນ ເຊເລບບິຕີ້  ນັກຮ້ອງ ນັກສະແດງ ນາງງາມ ນາງແບບ ພິທີກອນ ເວົ້າແບບງ່າຍໆກໍແມ່ນເຫຼົ່າຄົນດັງຂອງວົງການບັນເທີງ ແມ່ນພວກເຂົາລວມຕົວກັນເຮັດຫຍັງ? ດັ່ງນັ້ນ ຊະນີIndy ເລີຍຈະມາໄຂຂໍ້ຂ້ອງໃຈໃຫ້ແຟນໆເປັນບ່ອນທຳອິດເລີຍວ່າ ເຫຼົ່າຄົນບັນເທີງທີ່ແຟນໆໄດ້ເຫັນພວກເຂົາລວມຕົວກັນໃນແຕ່ລະວັນສຸກນັ້ນ ແມ່ນພວກເຂົາອອກມາລະດົມທຶນໃຫ້ແກ່ໂຄງການ “Bike For Her 2018” ເພື່ອບໍລິຈາກໃຫ້ແກ່ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ເຊິ່ງພວກເຂົາເປັນຈິດອາສາທີ່ຈະມາລະດົມທຶນກັບພໍ່ແມ່ພີ່ນ້ອງຊາວລາວທຸກໆຄົນ ເຊິ່ງສະຖານທີ່ໆພວກເຂົາໄປກໍຈະແມ່ນຕາມສະຖານທີ່ສາທາລະນະ ບ່ອນຊຸມນຸມຊົນທົ່ວໄປນັ້ນເອງ. ການເປັນຈິດອາສາຂອງເຫຼົ່າຄົນດັງບໍ່ວ່າຈະເປັນ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ ມິສເວີລາວ 2017, ນ້ອງ ພຸດທະສອນ ສີດາວັນ ນັກສະແດງ-ນາງແບບ, ນໍ້າຝົນ ນັກຮ້ອງຊື່ດັງແຫ່ງຄ້າຍ ອິນດີ້ ເຣກຂອດ, ຕານ້ອຍ ພອນສຸດາ ນາງແບບ, ກູ່ …

Read More »