Breaking News

Event

“ກ້ອຍ ຣັດຊະວິນ” ຊຶ້ງນໍ້າຕາໄຫຼ ແກັງໝູ່ພາກັນເຊີໄພຼສປາຕີ້ສະຫຼະໂສດດ້ວຍມິດຕະພາບທີ່ອົບອຸ່ນ

ງານນີ້ບອກເລີຍວ່າ ສາວກ້ອຍ ຣັດຊະວິນ ວົງວິຣິຍະ ຊື້ງໃຈຈົນກັ້ນນໍ້າຕາບໍ່ຢູ່ ຫຼ້າສຸດຫຼັງຈາກທີ່ແກັງຫມູ່ເພື່ອນທັງຫຼາຍເຊີໄພຼສປາຕີ້ສະຫຼະໂສດຢ່າງອົບອຸ່ນທີ່ແຄມທະເລໃຫ້ ງານນີ້ສາວກ້ອຍໄດ້ອອກມາໂພສພາບພ້ອມກັບແຄັບຊັ້ນ ບັນຍາກາດສຸດພິເສດນີ້ວ່າ “ເຊີໄພຼສທໍາອິດແມ່ນນັດກັນໄປທີ່ເກາະສະເມັດ ເປັນການປິດຣີສອດ 3 ມື້ 2 ຄືນ ແລະ ໝູ່ 3 ກຸ່ມທີ່ບໍ່ເຄີຍຮູ້ຈັກກັນມາກ່ອນ ພາກັນລັກຕັ້ງກຸ່ມແບບລັບໆຂຶ້ນມາເພື່ອຈັດງານປາຕີ້ສະຫຼະໂສດໃຫ້ກ້ອຍ ສິ່ງທີ່ພິກທີ່ສຸດແມ່ນ ກ້ອຍເຂົ້າໃຈວ່າທຸກຄົນຕ່າງພາກັນຂັບລົດແຍກອອກໄປເພື່ອຈະໄປກິນຟາມຫອຍ ໂດຍທີ່ບໍ່ຮູ້ວ່າໝູ່ພາກັນມາຖ້າຢູ່ຈຸດພັກ ເພື່ອນເຮັດສິ່ງບ້າບໍນີ້! ໝູ່ພາກັນຢືນຕາກແດກແຄມທາງພ້ອມຈັບປ້າຍໄວນິວຮູບສະໄໝຫຼີ້ນລະຄອນເວທີຈຸລາ ແລະ ລົດທົວລາຍດອກໂຕເມຍໄປອີກ! #ອັນນີ້ດີຄິກສຸດໆ ຈື່ໄດ້ວ່ານັ່ງລົດທົວໄປທ່ຽວກັບໝູ່ເທື່ອສຸດທ້າຍສະໄໝຢູ່ມະຫາວິທະຍາໄລ ອັນນີ້ຍ້ອນໄວທີ່ສຸດ ຫື!!! “ ເຊິ່ງກ່ອນໜ້ານີ້ ສາວກ້ອຍກໍໄດ້ໂພສບອກວ່າ “ສາມມື້ສອງຄືນທີ່ຜ່ານມາ ທຸກຢ່າງເລີ່ມຈາກຈຸດນີ້ ປາຕີ້ສະຫຼະໂສດທີ່ເກີນຄວາມຄາດໝາຍສຸດໆ ໝູ່ຄູ່ເຊີໄພຼສເກັ່ງທີ່ສຸດ ເຊີໄພຼສທຸກມື້ ແລະ ກໍໄຫ້ທຸກມື້!” ຂວັນໃຈຂໍສະແດງຄວາມຍິນດີນໍາລ່ວງໜ້ານໍາຄູ່ວ່າທີ່ເຈົ້າສາວ ກ້ອຍ ຣັດຊະວິນ! ເຊິ່ງງານດອງຂອງສາວ ກ້ອຍ ແລະ ຕູນ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 28 ພະຈິກ …

Read More »

ບໍ່ມີຫຍັງທີ່ເປັນໄປບໍ່ໄດ້! ຊີວິດຍິ່ງກວ່າລະຄອນ ຈາກຊ່າງເສີມສວຍ ສູ່ອາຊີບນັກບິນ

ຄົນມີຄວາມຝັນມັນຕ້ອງສູ້ ແລະ ໂລກນີ້ແມ່ນບໍ່ມີຫຍັງແນ່ນອນ ຫຼບໍ່ມີຫຍັງທີ່ຈະເກີດຂຶ້ນບໍ່ໄດ້ຖ້າເຮົາມີຄວາມກະຫາຍໃນສິ່ງນັ້ນໃຫ້ເຖິງທີ່ສຸດ ແລະ ບໍ່ວ່າຈະເດັກນ້ອຍ ຫຼືຄົນແກ່ ກໍບໍ່ແມ່ນບັນຫາ ພຽງແຕ່ເຈົ້າຕ້ອງມີຄວາມໝັ້ນໃຈໃນສັກກະຍະພາບຂອງຕົວເອງ ເຮັດຕາມທີ່ຕົວເອງຕ້ອງການ ແລະ ສານຕໍ່ຄວາມຝັນຂອງຕົວເອງໃຫ້ປະສົບຜົນສຳເລັດ ດັ່ງກັບ ຊ່າຣ່າ ໂຈແຮນສັນ ຍິງສາວຊາວສະວີເດັນ ອາຍຸ 35 ປີ ເຊິ່ງອະດີດແມ່ນເປັນພຽງຊ່າງເສີມສວຍ ແຕ່ມີຄວາມມຸ່ງໝັ້ນຕາມຄວາມຝັນ ເດີນໜ້າສຶກສາເລື່ອງການບິນຈົນສຳເລັດ ກ້າວເຂົ້າສູ່ ນັກບິນອາຊີບ ໃນທີ່ສຸດ. ຊ່າຣ່າ ເລົ່າເຖິງຄວາມຝັນທີ່ເປັນຈິງຂອງນາງວ່າ: “ຕອນຍັງນ້ອຍ ຂ້ອຍຢ້ານຄວາມສູງ ກ່ອນໜ້ານີ້ຂ້ອຍເຄີຍເຮັດວຽກເປັນຊ່າງເຮັດຜົມມາກ່ອນ ແຕ່ຕໍ່ມາຂ້ອຍໄດ້ຄົ້ນພົບຄວາມຝັນຂອງຕົວເອງແບບແທ້ຈິງກໍ່ຕອນທີ່ໄດ້ເຂົ້າໄປນັ່ງໃນກ້ອງຂັບຂອງນັກບິນ ຂ້ອຍຮູ້ສຶກວ່າຫ້ອງນັກບິນນັ້ນມັນໜ້າຕື່ນເຕັ້ນແລະທ້າທາຍສຸດໆ” “ຈາກນັ້ນ ຂ້ອຍກໍເດີນໜ້າສານຝັນຂອງຕົວເອງຢ່າງຈິງຈັງ ຂ້ອຍໄປຮຽນບິນ ແລະ ເຝິກທັກສະ, ຮຽນຮູ້ເລື່ອງຕ່າງໆ ເຊິ່ງມັນກໍບໍ່ແມ່ນເລື່ອງງ່າຍ ແຕ່ຂ້ອຍກໍບໍ່ເຄີຍທໍ້ຕໍ່ອຸປະສັກທາງໜ້າເລີຍ ແມ່ນວ່າຈະຕ້ອງຖືກທົດສອບຢ່າງໜັກ ເຊິ່ງວ່າຜົນທີ່ອອກມາກໍເປັນທີ່ໜ້າພໍໃຈຫຼາຍ ແລະ ຕອນນີ້ຂ້ອຍໄດ້ເປັນນັກບິນໂບອິ້ງ 737 ແລ້ວ” ບໍ່ພຽງແຕ່ ຊ່າຣ່າ ຈະເຮັດຄວາມຝັນໃຫ້ເປັນຈິງເທົ່ານັ້ນ ນາງຍັງໄດ້ແຊຣເລື່ອງລາວຂອງນາງຜ່ານ …

Read More »

ອາເລັກຊ້ານດ້ຼາ ພ້ອມດ້ວຍທີມງານ ຮ່ວມບຸນມະຫາກະຖິນ ແລະ ເປິດໂຮງທານນໍ້າປານະ 400 ຕຸກ….

ອອກພັນສາແລ້ວ! ເລີ່ມແລ້ວ! ເລີ່ມເຂົ້າສູ່ລະດູແຫ່ງງານດອງ-ງານບຸນ ເຊິ່ງບ້ານເຮົາປະເທດລາວຊາວພຸດ ການເຮັດບຸນສິນກິນທານຖືວ່າເປັນເລື່ອງທໍາມະດາປົກກະຕິ ຊ່ວງນີ້ເທດສະການບຸນກະຖິນກໍກໍາລັງມາແຮງ ແລະ ຂວັນໃຈ ຈະພາມາແຟນໆຮ່ວມທໍາບຸນອະນຸໂມທະນາສາທຸກັບຄົນດັງບັງເທິງລະດັບແຖວໜ້າຂອງປະເທດລາວເຮົາໃນການຮ່ວມງານບຸນມະຫາກະຖິນທີ່ວັດ ເຣືອງທອງບໍຣິບູນ …ຈະເປັນໃຜນັ້ນໄປອ່ານນໍາກັນເລີຍ… ອາເລັກຊ້ານດ້ຼາ ທີດາວັນ ບຸນຊ່ວຍ ຫຼືອາເລັກຊ້ານດ້ຼາ ສິລະປິນ-ດາຣາ ແຖວໜ້າໃນວົງການບັນເທິງລາວ ທີ່ທັງງາມທັງເກັ່ງ ແຖມຍັງໃຈບຸນອີກດ້ວຍ. ໂດຍຫຼ້າສຸດ ວັນທີ 23-24 ຕຸລາ 2020 ທີ່ຜ່ານມາ ສາວອາເລັກຊ້ານດ້ຼາ ພ້ອມດ້ວຍຄະນະໝູ່ຄູ່ກໍໄດ້ພາກັນໄປຮ່ວມບຸນມະຫາກະຖິນທີ່ວັດ ເຣືອງທອງບໍຣິບູນ. ເຊິ່ງງານນີ້ກໍບໍ່ແມ່ນການຮ່ວມບຸນທໍາມະດາເລີຍເດີ! ລະດັບແມ່ມາທັງທີ! ແບບນີ້ກໍຕ້ອງໄດ້ຈັດໜັກຈັດເຕັມກັນໄປເລີຍ ບໍ່ວ່າຈະເປັນ ການຮ່ວມເປັນເຈົ້າສັດທາ ແລະ ເປິດໂຮງທານນໍ້າປານະ, ນໍ້າດື່ມຫົວເສືອ ເອີ້ນໄດ້ວ່າງານນີ້ແມ່ນພາກັນອື່ມບຸນອື່ມທ້ອງກັນທົ່ວໜ້າ!! ໂດຍສາວ ອາເລັກຊ້ານດ້ຼາ ໄດ້ໂພສເຟສບຸກສ່ວນຕົວວ່າ: “ຮ່ວມບຸນມະຫາກະຖິນວັດເຣືອງທອງບໍຣິບູນ ທີ 23-24 ຕຸລາ 2563/2020 ຂອບໃຈເຈົ້າສັດທາທຸກຄົນເຖິງວ່າບາງຄົນບໍໄດ້ມາຮ່ວມດ້ວຍຕົນເອງແຕ່ບຸນກຸສົນກໍກໍ່ເກີດກັບທ່ານຕັ້ງແຕ່ຄິດທໍາບຸນແລ້ວ ຂໍໃຫ້ບຸນກຸສົນຄໍ້າຊູເຮັງໆລວຍໆເນີ້ ສາທຸ“ ແລະ ຍັງໄດ້ໂພສອີກວ່າ: …

Read More »

“ນູ່ນູ່” ຕົວແທນຈາກປະເທດລາວ ເຂົ້າຮອບ 30 ຄົນສຸດທ້າຍ ໃນ Face Of Asia

ປະກາດຜົນອອກມາແລ້ວ ສໍາຫຼັບຜູ້ເຂົ້າຮອບ 30 ຄົນສຸດທ້າຍ ໃນ Face Of Asia ເວທີລະດັບເອເຊຍ (ການປະກວດອອກແບບອອນລາຍ). ຄົນລາວເຮົາມາເຮ! ເມື່ອຕົວແທນຂອງປະເທດລາວ ສາວຄອນວິໄລ ມີໄຊ ຫຼືນູ່ນູ່ ໄດ້ເຂົ້າຮອບ 30 ຄົນສຸດທ້າຍເປັນທີ່ຮຽບຮ້ອຍແລ້ວ ສົມຄວາມຕັ້ງໃຈທັງຜູ້ເຂົ້າແຂ່ງຂັນ ແລະ ທີມງານ Face of Laos ທຸກຄົນທີ່ທຸມເທກໍາລັງໃຈ ແລະ ແຮງກາຍ ຢ່າງໜັກໃຫ້ກັບການເຝິກຊ້ອນໃນເວທີນີ້. ເຊິ່ງວ່າໃນ ວັນທີ 25 ຕຸລາ ທີ່ຜ່ານມາ ທາງກອງປະກວດ Face Of Asia ໄດ້ມີການປະກາດລາຍຊື່ຜົນໂຫວດທີ່ໄດ້ມາຈາກຄະນະກໍາມະການ ແລະ ສື່ມວນຊົນ ເຊິ່ງຜົນອອກມາ ແມ່ນຄະແນນຂອງນາງແບບລາວຄົນນີ້ແມ່ນໄດ້ອັນດັບທີ່ 13 ນັ້ນເອງ. ກໍຖືວ່າປະສົບຜົນສໍາເລັດໄປອີກຂັ້ນ ກັບຄວາມຝັນຂອງນາງແບບຄົນນີ້ ເຊິ່ງຕໍ່ໄປເຮົາກໍມາລຸ້ນນໍາກັນວ່າ ຕົວແທນຈາກປະເທດລາວເຮົາ ຫຼືປະເທດໃດຈະຄວ້າ The …

Read More »

ຍິນດີຕ້ອນຮັບ ນ້ອງ”ແຮນນ້າ”ສູ່ປະເທດລາວຢ່າງເປັນທາງການ ຫຼັງຈາກກັກໂຕຄົບ 14 ມື້!

ດັ່ງທີ່ແຟນໆນັ້ນຮູ້ກັນດີວ່າ ນ້ອງ ແຮນນ້າ ໂຣຊັ້ນບູ້ມ ໄດ້ເດີນທາງໄປແຂ່ງຂັນລາຍການໜຶ່ງທີ່ປະເທດໄທ ເພື່ອເປັນ Girl Group Star (ກຸ່ມໄວໜຸ່ມຍິງໃນວົງການບັນເທີງປະເທດໄທ) ຈົນປັດຈຸບັນນີ້ກໍສານຝັນໄດ້ເປັນຈິງແລ້ວ ໂດຍນ້ອງ ແຮນນ້າ ໄດ້ເປັນໜຶ່ງສິນລະປິນ 4EVE Girl Group ເຕັມຕົວແລ້ວ ເຊິ່ງວ່າຫຼັງຈາກທີ່ສໍາເລັດພາລະກິດເປັນຮຽບຮ້ອຍແລ້ວ ນ້ອງ ແຮນນ້າ ກໍໄດ້ເດີນທາງກັບມາປະເທດລາວ. ແລະເນື່ອງຈາກວ່າ ໄລຍະນີ້ເປັນໄລຍະຂອງການແຜ່ລະບາດຂອງພະຍາດໄວຣັສ Covid-19 ທົ່ວໂລກ ຖ້າຫາກວ່າຈະມີການເດີນທາງເຂົ້າ-ອອກປະເທດຊ່ວງນີ້ ຈຶ່ງຈໍາເປັນຕ້ອງໄດ້ມີການກັກໂຕຕາມກໍານົດຂອງລັດຖະບານວາງອອກ. ເຊິ່ງຕາມກົດລະບຽບຂອງບ້ານເຮົານັ້ນ ແມ່ນຖ້າໃຜຈະເດີນທາງເຂົ້າມາໃນປະເທດ ກໍແມ່ນຕ້ອງໄດ້ກັກໂຕເປັນເວລາ 14 ມື້ ເພື່ອເປັນການຕິດຕາມອາການ, ກວດເຊື້ອພະຍາດ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສ Covid-19 ນັ້ນເອງ. ເຊິ່ງແນ່ນອນເມື່ອ ນ້ອງແຮນນ້າກັບມາຈາກປະເທດໄທ ນ້ອງກໍໄດ້ປະຕິບັດຕາມມາດຕະການຕ່າງໆທີ່ລັດຖະບານວາງອອກ ໂດຍສະເພາະການກັກໂຕກໍານົດ 14 ມື້ ແມ່ນຄົບກໍານົດເປັນທີ່ຮຽບຮ້ອຍແລ້ວ ແລະ ໂຊກດີທີ່ນ້ອງບໍ່ໄດ້ມີອາການ ຫຼືພົບເຊື້ອພະຍາດໃດໆ ແລະ …

Read More »