Breaking News

Event

ຟຸກ-ແອັບເປີ້ນ ປະກາດຂ່າວດີ ຈູນີ່ຈະໄດ້ເປັນເອື້ອຍແລ້ວ….

ປະກາດຂ່າວດີອີກແລ້ວ!! ຟຸກ ຈິຣະ – ແອັບເປີ້ນ ສີສະຫງຽນ ຄູ່ຮັກຜົວ-ເມຍດາຣາຄົນດັງ ໄທ-ລາວ ຫຼັງຈາກທີ່ໄດ້ລູກສາວທີ່ໜ້າຮັກຕາແພງແບບນ້ອງຈູນີ່ຍັງບໍ່ທັນຮອດປີ ພໍ່ຟຸກກໍໄດ້ໂພສປະກາດຂ່າວດີວ່າ ເມຍສຸດທີ່ຮັກຂອງຕົນກໍາລັງຖືພາລູກຄົນທີ 2 ໄດ້ 3ເດືອນ ຫຼື 14 ອາທິດແລ້ວ! ເຊິ່ງພໍ່ຟຸກກໍໄດ້ໂພສແບບຢອກໆອາລົມດີວ່າ “ແນວໃດໂຄວິດກໍເຮັດໃຫ້ເຮົາຫວ່າງວຽກແລ້ວ ມີນ້ອງໃຫ້ຈູນີ່ຊິເປັນຫຍັງໄປ ຈູນີ່ ໄດ້ເປັນເອື້ອຍຄົນແລ້ວ#flukeapplebaby2 “ ສ່ວນທາງດ້ານແມ່ແອັບເປີ້ນເອງ ກໍບໍ່ພາດທີ່ຈະມາອັບເດດເລື່ອງລາວດີໆ ແລະ ຫຼັກຖານຕ່າງໆ ບໍ່ວ່າຈະເປັນ ຜົນກວດທ້ອງ ແລະ ຮູບພາບລູກໃນທ້ອງ ພ້ອມໂພສພາບຄອບຄົວກັນຢ່າງອົບອຸ່ນກັບແຄັບຊັ້ນທີ່ວ່າ “ຄອບຄົວເຮົາໃຫຍ່ຂຶ້ນແລ້ວ, ຮັກທີ່ສຸດ ໄລຍະນີ້ແມ່ແພ້ທ້ອງຢ່າງໜັກ, ຂໍໂທດບັນດາພີ່ໆ, ນ້ອງໆ, ເພືອນໆ ທີ່ງຽບຫາຍໄປເຖິງ 3 ເດືອນ ເຖິງຕອນນີ້ກໍຍັງແພ້ທ້ອງບໍ່ເຊົາ ແຕ່ມີຄວາມສຸກທີ່ສຸດ ແມ່ສູ້ເດີ #14weekspregnant” ຕອນນີ້ສາວນ້ອຍຈູນີ່ກໍກໍາຈະໄດ້ເປັນເອື້ອຍຄົນແລ້ວ. ເຊິ່ງຫຼັງຈາກທີ່ ພໍ່ຟຸກ ແລະ ແມ່ແອັບເປີ້ນ …

Read More »

ສາວ”ຈິນນີ້”ໜຶ່ງໃນຜູ້ເຂົ້າປະກວດ Miss Laos 2020 ທີ່ຊາວເນັດຈັບຕາ ແລະ ຕິດຕາມເຊຍ!!

“ບຸນພະສອນ ບຸດດາຣາ ຫຼື ຈິນນີ້” ສາວນະຄອນຫຼວງວຽງຈັນ ປັດຈຸບັນອາຍຸ 24 ປີ ກໍາລັງສຶກສາລະດັບປະລິນຍາໂທ ໃນຄະນະການຄ້າ ພາກວິຊາທຸລະກິດສາກົນ ທີ່ນະຄອນຫຼວງປາກກິ່ງ ປະເທດຈີນ. ສາວງາມຄົນນີ້ກໍເປັນອີກຄົນໜຶ່ງທີ່ແຟນໆຊາວເນັດຕ່າງກໍພາກັນເຊຍ ແລະ ໃຫ້ກໍາລັງໃຈ ເຊິ່ງການປະກວດນາງສາວລາວ 2020 ກໍເປັນອີກໜຶ່ງຄວາມຮັກ-ຄວາມຝັນ ຂອງສາວຈິນນີ້ຄົນນີ້ເຊັ່ນກັນ ເພາະມັນເປັນເວທີທີ່ເປິດໂອກາດໃຫ້ສາວລາວທັງຫຼາຍໄດ້ມາສະແດງຄວາມສາມາດ ແລະ ສັກກາຍາພາບຂອງຕົນເອງນັ້ນເອງ. ຈິນນີ້ ເປັນສາວລາວຄົນໜຶ່ງທີ່ມີຄວາມພຽບພ້ອມທາງດ້ານຮູບຮ່າງໜ້າຕາ ແລະ ທັກສະທາງດ້ານ ພາສາຕ່າງປະເທດ ທີ່ບອກເລີຍວ່າບໍ່ທໍາມະດາ ໂດຍສາວຈິນນີ້ສາມາດເວົ້າໄດ້ 2 ພາສາຄື ອັງກິດ ແລະ ພາສາຈິນ ໄດ້ເປັນຢ່າງດີ, ບໍ່ພຽງແຕ່ເທົ່ານັ້ນ ສາວຈິນນີ້ຍັງສາມາດຫຼີ້ນເຄື່ອງດົນຕີຂອງຈິນໄດ້ອີກ ເຊັ່ນ: ການຕີຂີມ. ສໍາຫຼັບຜົນງານໃນວົງການບັນເທິງກໍຈະມີ ການຖ່າຍແບບ, ເດີນແບບ ແລະ ເຄີຍຜ່ານການແຂ່ງຂັນມາແລ້ວເວທີໜຶ່ງ ນັ້ນກໍຄື Kids and Young Model …

Read More »

ເກັ່ງຫຼາຍສາວ”ພິກກີ້”ຖອຍລົດໃຫມ່ປ້າຍແດງດ້ວຍເງິນຈາກເຫື່ອແຮງຕົນເອງ

ພິກກີ້ ພິລາລັກ ສີຫາລາດ ສາວງາມຜູ້ມີສະເຫນ່ນ້ອງສາວຫຼ້າຫນ້າຫວານຂອງ ແອັບເປີ້ນ ສີສະຫງຽນ ສີຫາລາດ. ສໍາຫລັບສາວ ພິກກີ້ ຄົນນີ້ຕ້ອງບອກເລີຍວ່ານອກຈາກໜ້າຕາດີ ແລະ ເຊັກຊີແລ້ວ ຍັງພຽບພ້ອມໄປດ້ວຍຄວາມສາມາດ, ເຮັດວຽກເກັ່ງ ເຊິ່ງຈະເຫັນໄດ້ວ່າພິກກີ້ນັ້ນໄດ້ຮັບວຽກເປັນພຣີເຊັນເຕີໂຄສະນາ ແລະ ໂຊທັງຄວາມສາມາດໃນການຮ້ອງເພງອອກມາໃຫ້ຟັງຢູ່ເລື້ອຍໆທາງຢູທູບ ແນ່ນອນເຮັດວຽກມາເມື່ອຍໆ…!! ກໍຕ້ອງໄດ້ໃຫ້ຂອງຂວັນຕົວເອງແດ່ອີຫຍັງແດ່ແຫລະເນາະສາວພິກກີ້! ໂດຍເຊິ່ງຫຼ້າສຸດ ມື້ວັນທີ 22 ຕຸລາ 2020 ເປັນມື້ງາມຍາມດີ ສາວພິກກີ້ກໍໄດ້ຖອຍລົດໃຫມ່ປ້າຍແດງ ເຊິ່ງເປັນເງິນທີ່ຫາມາໄດ້ດ້ວຍເຫື່ອແຮງຂອງຕົວເອງ. ດ້ວຍຄວາມພູມໃຈ ງານນີ້ທາງສາວແອັບເປີ້ນຜູ້ເປັນເອື້ອຍກໍໄດ້ໂພສເຖິງນ້ອງສາວຄົນເກັ່ງວ່າ: “ຖອຍລົດແລ້ວນ້ອງສາວເອື້ອຍ, ເທື່ອນີ້ຖອຍເອງ, ເລືອກເອງ, ອອກເງິນເອງ ພູມໃຈຕະຫຼອດທຸກເທື່ອທີ່ເຫັນນ້ອງໄດ້ເງິນ ຕື່ນເຊົ້າອອກຈາກບ້ານ ບາງເທື່ອເອື້ອຍຍັງບໍ່ທັນຕື່ນຊໍ້ານ້ອງໄປເຮັດວຽກແລ້ວ, ຕັ້ງແຕ່ປີ້ນຖືພາ ຜ່ານມາກໍາລັງຈະ 2 ປີ ບໍ່ຢາກຈະເຊື່ອວ່າມີແຕ່ພິກກີ້ໄປຈັດການທຸກຢ່າງ ພະນັກງານເກືອບ 60 ຊີວິດ ນາງຄຸມໝົດ ກັບມາເຮືອນຍັງມີເຮັດກິນໃຫ້ ຈູນີ່ (ຫຼານ), ແຕ່ລະເດືອນຍັງໃຫ້ເງິນເດືອນແມ່ອີກ ແລະ …

Read More »

ມາເບິ່ງ!! ຂັ້ນຕອນ ແລະ ການເຮັດນໍ້າສະໝຸນໄພໝາກຍໍດື່ມເອງ ງ່າຍໆທີ່ເຮືອນເຮົາ…

ປັດຈຸບັນໝາກຍໍແມ່ນຖືກແປຮູບໃຫ້ເປັນອາຫານເສີມດ້ວຍຫຼາຍຮູບແບບ ຍ້ອນວ່າມັນມີສັບພະຄຸນຕໍ່ຮ່າງກາຍມະນຸດຢ່າງຫຼາກຫຼາຍ ເຊິ່ງໂດຍສ່ວນໃຫຍ່ຈະເຫັນໃນຮູບແບບຂອງເຄຶ່ອງດື່ມ ແລະ ລາຄານັ້ນກໍຂ້ອນຂ້າງວ່າແພງ ແຕ່ຄວາມຈິງແລ້ວເຮົາກໍສາມາດຊອກເອົາໝາກຍໍໜ້າບ້ານມາເຮັດກິນເອງແບບສົດໆໄດ້ເຊັ່ນດຽວກັນ ຫຼືຈະຄັ້ນເອົານໍ້າໝາກຍໍສຸກກໍໄດ້ບໍ່ຍາກ ເຊິ່ງສັບພະຄຸນທາງການຢາກໍບໍ່ໄດ້ນ້ອຍໄປກວ່ານໍ້າໝາກຍໍສໍາເລັດຮູບເລີຍ ແລະ ທີ່ສໍາຄັນເຮົາກໍບໍ່ຕ້ອງໄປຊື້ໃຫ້ເສຍເງິນ!! ແນ່ນອນມື້ນີ້ ຂວັນໃຈກໍໄດ້ນໍາເອົາສູດການເຮັດນໍ້າໝາກຍໍເພື່ອສຸຂະພາບດື່ມເອງມາຟາກມາຕອນແມ່ຍິງທີ່ຮັກສຸຂະພາບທັງຫຼາຍ ແລະ ສາວໆກໍສາມາດເຮັດຕາມໄດ້ເດີ!! ໄປເບິ່ງຂັ້ນຕອນຕ່າງນໍາກັນ…. ສ່ວນປະສົມທີ່ສໍາຄັນ1. ໝາກຍໍສຸກໃຫຍ່ໆຈັກ 2 ໝາກ2. ນໍ້າດື່ມສະອາດ 1 ລິດ3. ນໍ້າຕານຊາຍ 4 – 6 ບ່ວງແກງ4. ນໍ້າເຜີ້ງ 4 – 6 ບ່ວງແກງ5. ເກືອ 2 ບ່ວງກາເຟ ຂັ້ນຕອນການເຮັດນໍ້າໝາກຍໍລ້າງໝາກຍໍດ້ວຍນໍາສະອາດ ແລ້ວເອົາໄປຕົ້ມຈົນກວ່າໝາກຍໍຈະເປື່ອຍ ແລ້ວເອົາອອກຈາກໝໍ້ຖີ້ມໄວ້ໃຫ້ເຢັນ ຫຼັງຈາກນັ້ນໃຫ້ຄັ້ນເອົາແກ່ນໝາກຍໍອອກ ແລ້ວກໍຕອງດ້ວຍຜ້າຂາວສະອາດເພື່ອເອົາເສດເນື້ອໝາກຍໍອອກ ເພາະເຮົາຕ້ອງການເອົາສະເພາະນໍ້າໝາກຍໍ ຫຼັງຈາກນັ້ນໃຫ້ເອົານໍ້າໝາກຍໍທີ່ໄດ້ໄປຕົ້ມອີກເທື່ອໜຶ່ງ (ໃຊ້ໄຟອ່ອນ) ແລ້ວຄ່ອຍໆເຕີມນໍ້າເຜີ້ງ, ນໍ້າຕານ ແລະ ເກືອ ທີ່ເຮົາກຽມໄວ້ມາຄົນໃຫ້ເຂົ້າກັນລະອຽດດີ ແລ້ວກໍສາມາດເອົາໝໍ້ອອກຈາກໄຟໄດ້ ຈາກນັ້ນໃຫ້ຊີມເບິ່ງລົດຊາດ …

Read More »

ສຸດຍອດ! ສາວເປົ່າແຄນໂຊ “ເກດມະນີ ວົງຄໍາຈັນ” ໂຕເກັງໃນການປະກວດ Miss Laos 2020

ເກດມະນີ ວົງຄໍາຈັນ ໜຶ່ງໃນຜູ້ເຂົ້າປະກວດ Miss Laos 2020 ເປັນອີກໜຶ່ງສາວທີ່ບໍ່ທໍາມະດາເລີຍ ທັງງາມ ແລະ ມີຄວາມສາມາດໃນການເປົ່າແຄນ ເຊິ່ງມັນເປັນເອກະລັກ ແລະ ສະເຫນ່ອັນໂດດເດັ່ນຈົນເຮັດໃຫ້ແຟນໆຫຼາຍຄົນນັ້ນຕິດຕາມ ແລະ ເຊຍສາວຄົນນີ້ຈົນກາຍເປັນໂຕເກັງທີ່ສຸດໃນຕອນນີ້ກໍວ່າໄດ້. ເກດມະນີ ອາຍຸ 20 ປີ ເປັນຄົນແຂວງບໍ່ແກ້ວ ເຊິ່ງການປະກວດ Miss Laos 2020 ແມ່ນເປັນເວທີທໍາອິດ ແລະ ແຮງບັນດານໃຈໃນການເຂົ້າປະກວດດເທື່ອນີ້ ສາວເກດມະນີໄດ້ໃຫ້ສໍາພາດກັບທີມຂ່າວຂອງ Muan.la ວ່າ “ເຂົ້າປະກວດເວລທີນີ້ເພາະເປັນເວທີຊົງກຽດ ແລະ ເປັນເວທີທີ່ສະແດງໃຫ້ຄົນລາວທຸກຄົນໄດ້ເຫັນວ່າ ແມ່ຍິງລາວກໍມີຄວາມສາມາດ ແລະ ມີຄວາມງາມບໍ່ແພ້ຊາດໃດໃນໂລກ ແລະ ຕົນເອງກໍເປັນຄົນທີ່ມັກໃນເສັ້ນທາງສາຍນີ້ຢູ່ແລ້ວ ຈຶ່ງເລືອກທີ່ຈະສະໝັກ ແລະ ເດີນຕາມຝັນ ພ້ອມທັງຖືວ່າເວທີນີ້ເປັນເວທີເປິດປະສົບການໃນຫຼາຍໆດ້ານໃຫ້ເຮົານໍາ” ເຫດຜົນທີ່ເລືອກເອົາເຄື່ອງດົນຕີພື້ນເມືອງລາວມາໂຊ ເຊັ່ນ ການເປົ່າແຄນ ກໍເພາະວ່າ ສຽງແຄນລາວໄດ້ຮັບຮ້ອງເປັນມໍລະດົກໂລກທາງວັດທະນະທໍາ ແລະ ກໍຍັງມີສຽງທີ່ມ່ວນອ່ອນຊ້ອຍ ເຊິ່ງຕາມບູຮານໄດ້ບອກເລົ່າກັນວ່າ …

Read More »