Breaking News

Event

ເສັ້ນທາງການປະກວດກ່ອນຈະມາເປັນ Miss Shokubutsu Idol 2020 ຄົນທໍາອິດຂອງລາວ

ມຸກສະຫວັນ ຄໍາເມລີ ຫຼືປີມມີ້ Miss Shokubutsu Idol 2020 ຄົນທໍາອິດຂອງລາວ ປັດຈຸບັນກໍາລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ປີທີ 2. ປີມມີ້ເປັນອີກໜຶ່ງສາວທີ່ມີຮູ້, ຄວາມສາມາດ ແລະ ກ້າສະແດງອອກ ເປັນຄົນທີ່ມັກຊອກສະແຫວງຫາປະສົບການໃຫມ່ໆ ໂດຍສະພາະກໍແມ່ນເລື່ອງຂອງການປະກວດ ເຊິ່ງວ່າສາວນ້ອຍຄົນນີ້ກໍໄດ້ເດີນສາຍປະກວດງານຕ່າງໆມາແລ້ວ 3 ເວທີນໍາກັນ ຄື ເວທີ Miss Teen, ງານ LTC ລາວໂທລະຄົມ ແລະ ຫຼ້າສຸດກໍແມ່ນປະກວດ Miss Shokubutsu Idol 2020 ທີ່ Shokubutsu Laos ໄດ້ຈັດຂຶ້ນ ດ້ວຍໄວອາຍຸພຽງ 19 ປີເທົ່ານັ້ນ. ເວທີ Miss Teen ແມ່ນເປັນເວທີທໍາອິດ ເຊິ່ງໄດ້ເຂົ້າຮອບ 40 ສຸດທ້າຍ ຕໍ່ມາກໍໄດ້ເຂົ້າປະກວດໃນເວທີປະກວດງານ LTC ທີ່ລາວໂທລະຄົມໄດ້ຈັດຂຶ້ນ …

Read More »

ໃຊ້ຊີວິດໂສດແນວໃດໃຫ້ມີຄວາມສຸກໃນແບບຂອງກາລະແມ

ປັດຈຸບັນນີ້ຜູ້ຍິງແມ່ນເປິດກວ້າງດ້ານທາງເລືອກໃຫ້ຕົນຂຶ້ນຫຼາຍ ຈາກແຕ່ກ່ອນທີ່ເປັນດັ່ງຊ້າງເທົ້າຫຼັງ ແຕ່ດຽວນີ້ແມ່ນສາມາດເປັນຊ້າງເທົ້າໜ້າໃຫ້ຕົວເອງໄດ້ ໂດຍການເບິ່ງເຫັນຄວາມສາມາດຕົນເອງຫຼາຍຂຶ້ນ, ສ້າງຄວາມສຸກໃຫ້ຕົນເອງໄດ້ ໂດຍບໍ່ເອົາຄວາມສຸກໄປຂຶ້ນກັບຄົນຄົນອື່ນ, ຮູ້ຮັກ ແລະ ຮູ້ຫາເງິນເພື່ອສິ່ງທີ່ຕົນເອງຢາກໄດ້ຢາກມີ ເຊິ່ງສິ່ງໃດທີ່ຫາມາໄດ້ດ້ວຍຕົນເອງແມ່ນຈະເຮັດໃຫ້ເຮົາມີຄວາມພູມໃຈ ແລະ ມີຄວາມສຸກກັບມັນ ປຽບດັ່ງກັບຄໍາວ່າ “ຢືນຢູ່ໃສກໍບໍ່ມີຄວາມສຸກເທົ່າຢືນດ້ວຍຂາຂອງຕົວເອງ” ເຊິ່ງຖ້າເອີ່ຍຄໍານີ້ຂຶ້ນມາກໍຈະອົດຄຶດເຖິງສາວຄົນນີ້ບໍ່ໄດ້ເລີຍ ນັ້ນຄື…. ກາລະແມ ພັດຊະລະສີ ເບນຈະມາດ ເປັນສາວໝັ້ນທີ່ເຕັມໄປດ້ວຍຄວາມສາມາດ ທັງເປັນພິທິກອນດັງລະດັບແຖວໜ້າຂອງເມືອງໄທ ທີ່ຕອນນີ້ກໍຍັງມີຄວາມພໍໃຈໃນຊີວິດໂສດ ຂໍມີຄວາມສຸກກັບເງິນ 100 ດີກວ່າ ເຊິ່ງສາວກາລະແມໄດ້ໃຫ້ສໍາພາດກັບລາຍການດັງ Club friday show ວ່າ ຕອນນີ້ຊີວິດໂສດແມ່ນແຮບປີ້ຫຼາຍ ບໍ່ໄດ້ໄຂວ່ຄວ້າຫາແຟນ ດ້ວຍເຫດຜົນທີ່ເປັນຄົນມັກເລືອກ ຢາກໄດ້ຄົນທີ່ແມ່ນ ແລະ ເຂົ້າໃຈ ຖ້າຊອກບໍ່ໄດ້ກໍບໍ່ຕ້ອງມີດີກວ່າ ເຊິ່ງບໍ່ໄດ້ຢ້ານທີ່ຈະຂຶ້ນຄານ ຖ້າຢູ່ຄານແລ້ວມີເງິນ 100 ລ້ານ ກໍບໍ່ຕ້ອງມີຜົວກໍໄດ້ ສາມາດຢູ່ຄົນດຽວໄດ້ຢ່າງມີຄວາມສຸກເຊັ່ນກັນ. ການທີ່ບໍ່ມີແຟນບໍ່ໄດ້ໝາຍຄວາມວ່າເຮົາບໍ່ມີກັນລະຍານິມິດ ແຕ່ເຮົາຍັງມີໝູ່ຄູ່ທີ່ດີ, ມີຄົນອ້ອມຂ້າງ ແລະ ແທ້ທີ່ສຸດແລ້ວເຮົາກໍຍັງມີຕົວເຮົາທີ່ບໍ່ຖີ້ມເຮົາໄປໃສແນ່ນອນ ດັ່ງນັ້ນ ຖ້າມີຄູ່ແລ້ວຊີວິດເຮົາບໍ່ດີຂຶ້ນ …

Read More »

ເສດຖີອາຍຸນ້ອຍທີ່ສຸດໃນໂລກ ສາວນ້ອຍຜູ້ສ້າງລາຍຮັບກວ່າ 50 ຕື້ກີບ ຈາກTikTok

ໃນຍຸກ 5 ຈີ ເປັນຍຸກແຫ່ງເຕັກໂນໂລຊີທີ່ບໍ່ມີພົມແດນທຸກໆຄົນສາມາດເຂົ້າເຖິງກັນໄດ້ ພຽງແຕ່ມີອິນເຕີເນັດທຸກຢ່າງກໍສາມາດເກີດຂຶ້ນໄດ້ ຈາກໂລກໜ່ວຍບັກໃຫຍ່ໆກໍກາຍເປັນນ້ອຍລົງ ບໍ່ວ່າເຮົາຢູ່ມຸມໃດຂອງໂລກກໍຫຼຽວເຫັນກັນໄດ້ ຈາກຄົນບໍ່ເຄີຍຮູ້ຈັກກໍກາຍເປັນຮູ້ຈັກ. ເອີ້ນໄດ້ວ່າເປັນການພັດທະນາໃຫມ່ທີ່ດີ ລວມໄປເຖິງການສັ່ງເຄື່ອງທາງໂລກອອນລາຍ ພຽງແຕ່ໃຊ້ປາຍນີ້ວຈີ້ມທີ່ຈໍກໍໄດ້ໃນສິ່ງທີ່ຕ້ອງການແລ້ວ ເຮັດໃຫ້ແມ່ຄ້າ-ພໍ່ຄ້າທັງຫຼາຍພາກັນຫັນມາສ້າງການຄ້າທາງອອນລາຍຫຼາຍຂຶ້ນທຸກມື້ ເຊິ່ງມັນສາມາດສ້າງລາຍໄດ້ ແລະ ຫຼາຍຄົນກໍກາຍເປັນເສດຖີໄປແລ້ວ!! ມື້ນີ້ຂວັນໃຈຈະພາມາຮູ້ຈັກສາວນ້ອຍຄົນໜຶ່ງທີ່ຫລີ້ນTikTok ຈົນລວຍ! ແມ່ນແລ້ວອ່ານບໍ່ຜິດ TikTok ຈົນລວຍ ເຊິ່ງລາວເຮັດແນວໃດນັ້ນ ໄປອ່ານນໍາກັນເລີຍ!! Addison Rae Easterling ເປັນຄົນ American ເກີດປີ 2000 ປັດຈຸບັນອາຍຸ 20 ປີ ເປັນເຊເລບທີ່ມີຜູ້ຕິດຕາມເຖິງ 63 ລ້ານຄົນ ໃນຄະນະທີ່ເປັນນັກສຶກສາຢູ່ປີ 1 ທີ່ມະຫາວິທະຍາໄລຫຼຸຍເຊຍນ່າ. Rae ເປັນສາວນ້ອຍທີ່ເຕີບໃຫຍ່ມາກັບການເຕັ້ນ ແລະ ເປັນອີກຄົນໜຶ່ງທີ່ມັກຫຼີ້ນແອັບ TikTok ເປັນຊີວິດຈິດໃຈ ແລະ ມີຄົນຕິດຕາມຫຼາຍເປັນອັນດັບຕົ້ນໆຂອງໂລກ ປັດຈຸບັນນີ້ Rae ມີລາຍໄດ້ຈາກຊ່ອງທາງຕ່າງສູງເຖິງປີລະກວ່າ 5 …

Read More »

ແຮງບັນດານໃຈດີໆຈາກ Alice Pang ນາງແບບທີ່ມີອາຍຸແກ່ທີ່ສຸດໃນອາຊີ 

ຍັງມີເລື່ອງລາວນາງແບບໄວແກ່ມາໃຫ້ທຸກໆຄົນໄດ້ເບິ່ງເປັນແຮງບັນດານໃຈເລື້ອຍໆ ເຊື່ອວ່າສິ່ງທີ່ແມ່ຍິງຫຼາຍຄົນຢ້ານທີ່ສຸດກໍຄືອາຍຸທີ່ເພີ່ມຂຶ້ນ ເພາະມັນຈະມາພ້ອມຮອຍຕີນກາ ແລະ ຜົມທີ່ຫງອກ, ໝົດຄວາມງາມ ມື້ນີ້ຂວັນໃຈຈະພາມາປ່ຽນຄວາມຄິດແບບເກົ່າໆ ທີ່ວ່າເມື່ອຄົນອາຍຸເພີ່ມຂຶ້ນແລ້ວ ກໍຈະເຖົ້າໄປຕາມການເວລາ No no no!!! ເດີ້ ລອງມາເບິ່ງມາຮູ້ຈັກກັບນາງແບບຊາວຮ່ອງກົງ Alice Pang ເຊິ່ງເປັນນາງແບບທີ່ອາຍຸຫຼາຍທີ່ສຸດໃນອາຊີ ມາພ້ອມກັບຄວາມແຊບ ແລະ ສະໄຕຣທີ່ໂດດເດັ່ນ ໃນໄວອາຍຸ 97 ປີ ຜູ້ທີ່ບໍ່ເຄີຍຢ້ານໃນຄວາມເຖົ້າ ຫຼື ຄິດຈະປິດບັງອາຍຸເມື່ອມີໃຜຖາມ ແລະ ປັດຈຸບັນເພິ່ນໄດ້ກາຍເປັນແຮງບັນດານໃຈໃຫ້ແມ່ຍິງຍຸກໃໝ່ໄດ້ລຸກຂຶ້ນມາເບິ່ງແຍງຕົວເອງ Alice Pang ອາຍຸ 97 ປີ ຈາກ ຮ່ອງກົງ ມີສາຍາວ່າ “ນາງແບບຜົມເງິນ” ເພິ່ນເປັນຄົນມີສະໄຕຣ ແລະ ເບິ່ງແຕກຕ່າງຈາກຄົນອື່ນຢ່າງຈະແຈ້ງ ສ່ວນໜຶ່ງຄືການລຸກຂຶ້ນມາເບິ່ງແຍງຕົວເອງເຊັ່ນ ການໃສ່ເສື້ອຜ້າແຟຊັ່ນທີ່ທັນສະໄໝ ໂດຍບໍ່ມີເລື່ອງອາຍຸເຂົ້າມາກ່ຽວຂ້ອງ ແລະ ມີທັດສະນະຄະຕິທີ່ດີໃນການດຳລົງຊີວິດ ຈຶ່ງບໍ່ໜ້າແປກເລີຍທີ່ ແມ່ຕູ້ Alice  ຈະໄດ້ເປັນນາງແບບໃຫ້ກັບແບຣນທີ່ມີຊື່ສຽງຫຼາຍແບຣນເຊັ່ນ Gucci, Valentino ແລະ …