Breaking News

ເບິ່ງດວງລາຍວັນ

ດວງປະຈໍາວັນທີ 17 ສິງຫາ 2016

ວັນຈັນ. ການເງິນ: ມີຄວາມສຸກ ແລະ ຄວາມພໍໃຈກ່ຽວກັບການໃຊ້ເງິນໃນການລົງທຶນ ອາດຈະມີບັນຫາຢູ່ເລັກນ້ອຍແຕ່ກໍສາມາດບໍລິຫານຈັດການໃຫ້ຜ່ານໄປໄດ້ພາຍໃຕ້ຄວາມກົດດັນ. ວຽກງານ: ມີຄົນໃຫ້ຄວາມຊ່ວຍເຫຼືອໃນດ້ານວຽກງານໃຫ້ຜ່ານພົ້ນອຸປະສັກໄປໄດ້ ຖ້າຕ້ອງການພັດທະນາ ຫຼື ຕໍ່ຍອດໃນທຸລະກິດກໍຈະສາມາດເຮັດໄດ້. ຄວາມຮັກ: ຄົນມີຄູ່ ຍັງບໍ່ມີເວລາຫຼາຍປານໃດໃຫ້ກັບຄົນຮັກ ຫຼື ໃນຊ່ວງນີ້ເພາະມີເລື່ອງທີ່ເຮັດໃຫ້ຕ້ອງເດີນທາງເລື່ອຍໆ ສ່ວນຄົນໂສດ ຊ່ວງນີ້ຍັງບໍ່ມີວີ່ແວວຂອງຄວາມຮັກເລີຍ. ວັນອັງຄານ. ການເງິນ: ຈະຫາໄດ້ເຂົ້າມາຢ່າງຕໍ່ເນື່ອງເລື່ອຍໆ ຖ້າຫາກມີການລົງທຶນເພີ່ມກ່ຽວກັບເລື່ອງການເງິນ. ວຽກງານ: ມີອຸປະສັກໃນການຕິດຕໍ່ຕ່າງໆເກີດຂຶ້ນທີ່ຕ້ອງໄດ້ວາງແຜນ ແລະ ແກ້ໄຂ ແລະ ພະຍາຍາມເຮັດຕາມແຜນໃຫ້ດີທີ່ສຸດ. ຄວາມຮັກ: ຍັງຢູ່ໃນສະຖານະການຄວາມຮັກທີ່ບໍ່ເປີດເຜີຍໃນຊ່ວງນີ້ ຕ້ອງລະວັງໃນເລື່ອງຮັກຊ້ອນທີ່ຈະເຮັດໃຫ້ເກີດຄວາມທຸກໃຈ ສ່ວນຄົນໂສດ ອາດຈະພົບຮັກໂດຍແບບບັງເອີນ. ວັນພຸດ. ການເງິນ: ຈະດີຂຶ້ນ ແມ່ນວ່າຈະບໍ່ຫຼາຍແຕ່ກໍເຮັດໃຫ້ພໍໃຊ້ຈ່າຍ. ວຽກງານ: ໃຫ້ລະວັງອາດຈະຜິດຖຽງກັບເພື່ນຮ່ວມວຽກ ດັ່ງນັ້ນໃຫ້ລະວັງການເຈລະຈາໃຫ້ຫຼາຍ. ຄວາມຮັກ: ຄົນໂສດຄວາມຮັກຂອງທ່ານຍັງເປັນແບບຮັກເຂົາຝ່າຍດຽວ ແລະ ລະວັງຖືເຂົາຕວະເຮັດໃຫ້ເສຍໃຈອີກດ້ວຍ ສ່ວນຄົນມີຄູ່ ຊ່ວງນີ້ຄວາມຮັກບໍ່ຄ່ອຍຈະມີບັນຫາ ເພາະທ່ານສອງຄົນເຂົ້າໃຈກັນຫຼາຍຂຶ້ນ. ວັນພະຫັດ. ການເງິນ: ເດັ່ນຫຼາຍ …

Read More »

ດວງປະຈໍາວັນທີ 10 ສິງຫາ 2016

ດວງປະຈໍາວັນທີ 10 ສິງຫາ 2016 ວັນຈັນ. ການເງິນ: ຜ່ານມາໃຊ້ຈ່າຍແບບຟຸ່ມເຟືອຍແລ້ວ ຕໍ່ໄປຄວນໃຊ້ຈ່າຍແບບປະຢັດເພາະຊ່ວງນີ້ການເງິນຂອງທ່ານບໍ່ຄ່ອຍດີປານໃດ. ວຽກງານ: ອາດຈະໄດ້ວຽກງານໃໝ່ທີ່ເຂົ້າທາງທ່ານເລີຍກ່ຽວກັບການສື່ສານ, ເອກະສານ ແລະ ຄໍາເວົ້າ. ຄວາມຮັກ: ເລີ່ມດີຂຶ້ນເຊິ່ງທ່ານກໍຄາດຫວັງວ່າຈະມີສິ່ງດີເຂົ້າມາທຸກມື້ ຈະເຮັດໄດ້ ຫຼື ບໍ່ນັ້ນຂຶ້ຢູ່ກັບຕົວທ່ານເອງ ຄົນໂສດຍັງຫາຈຸດຢືນຍັງບໍ່ໄດ້ວ່າຢາກມີແຟນ ຫຼື ຢາກເປັນໂສດດີ. ວັນອັງຄານ. ການເງິນ: ອາດຈະເສຍເງິນກັບການປ່ຽນເຄື່ອງມືເຮັດວຽກງານເຊັ່ນ: ໂນດບຸກໃໝ່, ໂທລະສັບໃໝ່. ວຽກງານ: ອຸປະສັກຫຼາຍຈົນທ່ານເລີ່ມຮູ້ສຶກເບື່ອໜ່າຍ, ຄິດຫຼາຍ ດັ່ງນັ້ນຄວນໃຈເຢັນໆເພາະເຮັດວຽກໃຫຍ່ບໍ່ສາມາດສໍາເລັດໄດ້ພຽງຄົນດຽວ ແລະ ພາຍໃນມື້ດຽວ. ຄວາມຮັກ: ຄົນຮັກຈະເອົາໃຈ ແລະ ຄອຍເປັນທີ່ປຶກສາໃຫ້ທ່ານໄດ້ເປັນຢ່າງດີ ສ່ວນຄົນໂສດອາດຈະພົບຮັກກັບຄົນທີ່ທ່ານຄິດໄວ້. ວັນພຸດ. ການເງິນ: ໃຫ້ທ່ານລະວັງອາດຈະຕ້ອງເສຍເງິນເພື່ອຈ່າຍຄ່າພາສີທາງສັງຄົມເຊັ່ນ: ຊື້ເຄື່ອງແຕ່ງກາຍເສື້ອຜ້າໃໝ່ຫຼືໄດ້ຊອງຜ້າປ່າງານບຸນ ວຽກງານ: ຄົນທີ່ມີບັນຫາດ້ານວຽກງານຈະໄດ້ຮັບຄວາມຊ່ວຍເຫຼືອຈາກເພື່ອນຮ່ວມວຽກງານ. ຄວາມຮັກ: ຖ້າຫາກຕ່າງຄົນຕ່າງຫຼຸດກຽດສັກສີລົງຄວາມວຸ່ນວາຍຕ່າງໆໃນຄອບຄົວກໍຈົບ ຄົນໂສດຢາກມີຄູ່ເຫຼືອເກີນ ດັ່ງນັ້ນຢ່າຫຼົງຮັກໃຜຕັ້ງແຕ່ເທື່ອທໍາອິດທີ່ໄດ້ພົບກັນ. ວັນພະຫັດ. ການເງິນ: ອາດຈະເສຍເງິນເພື່ອເບິ່ງແຍງສຸຂະພາບ …

Read More »

ດວງປະຈໍາວັນທີ 29 ກໍລະກົດ 2016

ດວງປະຈໍາວັນທີ 29 ກໍລະກົດ 2016 ວັນຈັນ. ການເງິນ: ຄົນຕ່າງປະເທດຈະໃຫ້ຄວາມຊ່ວຍເຫຼືອ ຫຼື ນໍາໂຊກມາໃຫ້ເຮັດທຸລະກິດການຄ້າກັບຄົນຕ່າງປະເທດ. ວຽກງານ: ຍັງມີບັນຫາມາໃຫ້ແກ້ເລື່ອຍໆ ແລະ ຍັງຕ້ອງແກ້ໄຂບັນຫາຕົນດຽວ ຫາຄົນຊ່ວຍເຫຼືອບໍ່ມີ. ຄວາມຮັກ: ອາດຈະຜິດຖຽງກັບຄົນຮັກເພາະທ່ານຫຶງຫວງ, ຄິດໄປເອງ ຄວາມຮັກຢູ່ໃນຊ່ວງບໍ່ດີປານໃດ ມີຝ່າຍໃດຝ່າຍໜຶ່ງເກືອບຈະທົນບໍ່ໄຫວແລ້ວ. ວັນອັງຄານ. ການເງິນ: ດີຂຶ້ນຫຼາຍ ອາດຈະໄດ້ໂຊກ, ການຂໍສິນເຊື່ອ, ຢືມເງິນຈະໄດ້ສົມໃຈ. ວຽກງານ: ມີນີ້ທ່ານອາດຈະມີຄົນແນະແນວທາງທຸລະກິດ ຫຼື ສະເໜີວຽກງານໃຫ້ຍິ້ມໄດ້. ຄວາມຮັກ: ຄົນມີຄູ່ແລ້ວ ຄົນຮັກຈະປະພຶດຕົນປ່ຽນໄປຈາກເດີມ ເຮັດໃຫ້ທ່ານລະແວງ ແລະ ຜິດຖຽງກັນ ສ່ວນຄົນໂສດໃຫ້ລອງສັງເກດທ່າທີຂອງຄົນທີ່ເຂົ້າມາ ແລ້ວທ່ານຈະຮູ້ເອງວ່າຜູ້ຊາຍຄົນນີ້ຕ້ອງການຫຍັງກັນແທ້ ຢ່າໃຫ້ຄວາມຮັກມາທໍາຮ້າຍຕົວທ່ານໄດ້. ວັນພຸດ. ການເງິນ: ທ່ານໃດທີ່ກໍາລັງເດືອດຮ້ອນເລື່ອງການເງິນແມ່ນຈະໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ໃຫຍ່. ວຽກງານ: ທ່ານຈະສະເໜີວຽກງານໃດໄປກໍຖືກເພື່ອນຮ່ວມວຽກງານ, ຫົວໜ້າຂັດຄ້ານຕະຫລອດ. ຄວາມຮັກ: ອາດຈະຖືກຜູ້ໃຫຍ່ຂັດຂວາງ ຄົນຮັກເຮັດຫຍັງກໍບໍ່ຖືກໃຈ ຈະຊວນເຂົ້າເຮືອນກໍຍັງບໍ່ໄດ້ ຕ້ອງຮັກແບບຫລົບໆຊ່ອນໆ. ວັນພະຫັດ. …

Read More »

ດວງປະຈໍາວັນທີ 28 ກໍລະກົດ 2015

ດວງປະຈໍາວັນທີ 28 ກໍລະກົດ 2015 • ວັນຈັນ. ການເງິນ: ຊ່ວງນີ້ດີຂຶ້ນ ອາດຈະໄດ້ຮັບໂຊກລາບຈາກຄົນຕ່າງເພດ. ວຽກງານ: ຄົນທີ່ຊອກຫາຊອກທາງເຮັດທຸລະກິດຈະມີຄົນແນະນໍາໃຫ້ສົມໃຈ ມີຄົນແນະນໍາລູກຄ້າ, ຫຸ້ນສ່ວນທຸລະກິດທີ່ດີໃຫ້ ຫຼື ໄດ້ຮ່ວມວຽກງານເປັນທີມກັບຄົນທີ່ດີ ມີຄວາມສາມາດ. ຄວາມຮັກ: ຄົນໂສດອາດຈະໄດ້ກັບຄືນດີກັບໄປຄືນດີກັບຄົນຮັກເກົ່າ ຫຼື ເລື່ອງຮັກເກົ່າໆຈະຍ້ອນກັບມາໃຫ້ທ່ານຄົ້ນຄິດ. • ວັນອັງຄານ. ການເງິນ: ການເງິນຍັງບໍ່ດີປານໃດ ຕ້ອງເສຍເງິນຄໍາກັບລາຍຈ່າຍທີ່ບໍ່ເປັນປະໂຫຍດ. ວຽກງານ: ຈະພົບເລື່ອງເຈັບຫົວຂອງຄົນອ້ອມຂ້າງ ທີ່ມາຫຍຸ້ງກ່ຽວກັບວຽກງານຂອງທ່ານ. ຄວາມຮັກ: ຄົນໂສດຈະພົບຄົນຮັກໃໝ່, ພົບຄົນໃໝ່ໆເຮັດໃຫ້ຫົວໃຈຫວັ່ນໄຫວ ຄົນນີ້ຈະມາເຕີມເຕັມຫົວໃຈຂອງທ່ານໃຫ້ຍິ້ມໄດ້. • ວັນພຸດ. ການເງິນ: ດີຂຶ້ນຫຼາຍ ທ່ານຈະໄດ້ຜົນກໍາໄລຈາກວຽກງານ. ວຽກງານ: ທ່ານຕ້ອງຢູ່ໃນພາວະຕ້ອງແລກ ຫຼື ອາດຈະຕ້ອງແລກປ່ຽນຫຍັງບາງຢ່າງເພື່ອໃຫ້ວຽກງານປະສົບຄວາມສໍາເລັດ. ຄວາມຮັກ: ທ່ານອາດຈະຜິດຖຽງກັບຄົນຮັກ ຈະນ້ອຍໃຈຄົນຮັກວ່າບໍ່ຮັກສາສັນຍາ ຫຼື ປະພຶດຕົນບໍ່ດີ. • ວັນພະຫັດ. ການເງິນ: ອາດຈະຕ້ອງເສຍເງິນເພື່ອປິ່ນປົວຕົນເອງ …

Read More »

ດວງປະຈໍາວັນທີ 27 ກໍລະກົດ 2016

ດວງປະຈໍາວັນທີ 27 ກໍລະກົດ 2016 ວັນຈັນ. ການເງິນ: ການເງິນດີຂຶ້ ຫຼື ໄດ້ໂຊກຈາກແຫ່ງທີ່ທ່ານບໍ່ເຄີຍຄາດຫວັງມາກ່ອນ. ວຽກງານ: ຜູ້ທີ່ເລີ່ມເຮັດທຸລະກິດໃໝ່ໆ ອາດຈະຕ້ອງທໍ້ໃຈແດ່ທີ່ວຽກງານບໍ່ໄປຄາມຄວາມຄາດຫວັງ. ຄວາມຮັກ: ທ່ານຍັງເອົາແຕ່ໃຈຕົນເອງຈົນເກີນໄປ ເຮັດໃຫ້ຕ້ອງຜິດຖຽງກັບຄົນຮັກ. ວັນອັງຄານ. ການເງິນ: ອາດຈະມີການເຮັດສັນຍາທາງການເງິນທີ່ສໍາຄັນ, ເຮັດສັນຍາກູ້ຢືມເງິນເປັນຕົ້ນ. ວຽກງານ: ລະວັງທ່ານອາດຈະຖືກກັ່ນແກ້ງ ແລະ ມີອຸປະສັກບັນຫາໃຫ້ໜັກໃຈຕໍ່ໄປອີກ. ຄວາມຮັກ: ຄົນໂສດອາດຈະໄດ້ພົບຄົນໃໝ່ໆມາຂໍທໍາຄວາມຮູ້ຈັກ ອາດຈະໄດ້ໄປອອກເດດສຶກສາກັນ ແລະ ກັນ. ວັນພຸດ. ການເງິນ: ຄົນທີ່ລໍຖ້າຮັບເງິນຄ່າຈ້າງ, ຜົນກໍາໄລຕ່າງໆ ຈະໄດ້ສົມດັງປາຖະໜາ. ວຽກງານ: ທ່ານອາດຈະໄດ້ໝູ່ສະນິດ ຫຼື ຫຸ້ນສ່ວນທາງທຸລະກິດທີ່ດີ ການເຮັດວຽກເປັນທີມຕັ້ງແຕ່ສອງຄົນຂຶ້ນໄປຈະເປັນໄປໄດ້ດ້ວຍດີ. ຄວາມຮັກ: ບໍ່ຄ່ອຍຈະດີປານໃດ ຄົນຮັກຈະເຮັດໃຫ້ທຸກໃຈ ໂດຍທີ່ທ່ານບໍ່ກ້າຕໍ່ລອງ ຫຼື ຂັດແຍ້ງກັບຄົນຮັກ. ວັນພະຫັດ. ການເງິນ: ມີນີ້ທ່ານອາດຕ້ອງເສຍເງິນ ຫຼື ໃຫ້ເງິນແກ່ລູກຫຼານ ຫຼື ບໍລິວານ. …

Read More »