ຮູ້ຈັກກັບ! ຫ່ານ ຮີໂຣ່ນັກແລ່ນນ້ອງໃໝ່… ວົງການກິລາກໍາລັງມາແຮງໃນກຸ່ມຄົນຮັກສຸຂະພາບ ໂດຍສະເພາະກິລາແລ່ນ ເພາະເປັນກິລາທີ່ຫຼິ້ນໄດ້ງ່າຍບໍ່ຕ້ອງມີອຸປະກອນຫຍັງຫຼາຍ ນອກຈາຊຸດອອກກໍາລັງກາຍ ແລະ ເກີບທີ່ໃຊ້ສໍາລັບແລ່ນ, ເຮັດໃຫ້ຫຼາຍຄົນຫັນມາອອກກໍາລັງກາຍດ້ວຍການແລ່ນຫຼາຍຂຶ້ນ ແລະ ໃນໄລຍະຜ່ານມາກໍມີຫຼາຍງານທີ່ຈັດຂຶ້ນເພື່ອໃຫ້ນັກແລ່ນເຂົ້າຮ່ວມສະແດງຝີຕີນ ແຂ່ງຂັນຈົນໄດ້ລາງວັນຊະນະເລີດ… ມື້ນີ້ ຂວັນໃຈ ເລີຍຢາກມາແນະນໍາໃຫ້ຮູ້ຈັກກັບຮີໂຣ່ນັກແລ່ນນ້ອງໃໝ່ ທີ່ຫາກໍ່ຄວ້າແຊັມຈາກງານ Buriran Duathlon ໃນລຸ້ນອາຍຸ 18-29 ປີ ທີ່ປະເທດໄທ. ເຊິ່ງຮີໂຣ່ຄົນນັ້ນກໍຄື ນ້ອງຫ່ານ ຫຼື ທ້າວ ວຽງນະຄອນ ຫຼວງອາໄພ ອາຍຸ 18 ປີ ປັດຈຸບັນຮຽນຢູ່ ສະຖາບັນເຕັກໂນໂລຊີການສື່ສານ-ຂໍ້ມູນຂ່າວສານ ປີ 1 ພ້ອມທັງ ເປັນນັກດົນຕຣີ ໃນຖານະມື Bass ໃຫ້ກັບ Sack Cells, Namfon Indee… ອີກດ້ວຍ. ວ້າວ… ຖືວ່າເປັນໄວໜຸ່ມທີ່ເກັ່ງຮອບດ້ານອີ່ຫຼີສໍາລັບໜຸ່ມຄົນນີ້. ສໍາລັບຜົນງານ ອັນດັບ …
Read More »Home
Sack Cell ນັກຮ້ອງສາຍບຸນ!!! ງານເພື່ອສັງຄົມຢູ່ໃສບໍ່ເຄີຍພາດ….
ເມື່ອເວົ້າເຖິງ Sack Cell ເຊື່ອວ່າຫຼາຍໆຄົນຄົງຮູ້ຈັກກັນດີ ເພາະຊື່ສຽງຂອງອ້າຍເພິ່ນນັ້ນ ໂດ່ງດັງຕັ້ງແຕ່ອາດີດ ຈົນເຖິງປັດຈຸບັນ ໃນຖານະນັກຮ້ອງນໍາວົງເຊວ ທີ່ເປັນທີ່ກຣີດກຣາດຂອງສາວໆຍຸກກ່ອນ (ຕອນທີ່ອ້າຍເພິ່ນັຍງໂສດ) ແລະ ປັດຈຸບັນເຖິງວ່າຈະບໍ່ຄ່ອຍໄດ້ເຫັນຜົນງານຂອງວົງເຊວອອກມາໃຫ້ແຟນໆໄດ້ຮັບຊົມແລ້ວ ແຕ່ອ້າຍສັກກໍຍັງຄົງຢູ່ໃນແວດວົງບັນເທິງບໍ່ໜີໄປໃສ, ເຊິ່ງເຮົາຈະເຫັນໄດ້ວ່າ ອ້າຍເພິ່ນຍັງໄປຮ່ວມແຕ່ງເພງ, ຮ້ອງເພງກັບນັກຮ້ອງດັງຄົນອື່ນໆຢູ່ເປັນປະຈໍາ ແລະ ຫຼ້າສຸດກໍມີຜົນງານຮ່ວມໃນເພງ ມ7 ຂອງອ້າຍຕີ໋ ອຸດາໄລ ນໍາອີກໃດ໋!!! ນອກຈາກນັ້ນກໍຍັງພົບເຫັນອ້າຍເພິ່ນເປັນປະຈໍາໃນວົງການຮູບເງົາ, ງານພົບປະຄົນບັນເທິງຕ່າງໆ ແລະ ທີ່ສໍາຄັນອ້າຍສັກເພິ່ນຍັງມີສາຍາເປັນນັກຮ້ອງສາຍບຸນ ຊ່ວຍເຫຼືອສັງຄົມອີກດ້ວຍ! ຖ້າເປັນງານທີ່ກ່ຽວຂ້ອງກັບການຊ່ວຍເຫຼືອສັງຄົມແລ້ວ ຕ້ອງເຫັນໜ້າອ້າຍເພິ່ນຢ່າງແນ່ນອນ… ແລະ ຫຼ້າສຸດກໍພົບອ້າຍເພິ່ນທີ່ບູ໊ດລົງທະບຽນງານ Run for Her ທີ່ທາງວາລະສານຂວັນໃຈ ຮ່ວມກັບມາຄົມນັກທຸລະກິດແມ່ຍິງລາວ ແລະ ສະມາຄົມແລ່ນ-ລານແຫ່ງຊາດລາວ ຮ່ວມກັນຈັດຂຶ້ນ ເພື່ອລົນນະລົງຕໍ່ຕ້ານໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ພ້ອມທັງເປັນການແລ່ນເພື່ອສະເຫຼີມສະຫຼອງ 16 ວັນຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ ທີ່ຈະຈັດຂຶ້ນໃນວັນທີ 10 ຕຸລາ 2019 ນີ້. ກໍບໍ່ລໍຊ້າທີ່ຈະໄປສອບຖາມລາຍລະອຽດ ແລະ …
Read More »ແຟນ Note ຫ້າມພາດ!!! Samsung Galaxy Note 10/10+ ເປີດໃຫ້ຈອງໃນລາວແລ້ວ!
ແຟນ Note ຫ້າມພາດ!!! Samsung Galaxy Note 10/10+ ເປີດໃຫ້ຈອງໃນລາວແລ້ວ!!! Samsung Galaxy Note 10|10+ ໄດ້ເປີດຕົວຢ່າງເປັນທາງໃນລາວແລ້ວ ໂດຍເລີ່ມຕັ້ງແຕ່ ວັນທີ 8-21 ສິງຫາ 2019 (ມີພຽງ 14 ມື້ເທົ່ານັ້ນທີ່ໃຫ້ເປີດຈອງ ແລະ ມີຈຳນວນຈຳກັດໃນການຈັດຈຳໜ່າຍ) ສຳລັບການສັ່ງຈອງໄລຍະນີ້, Galaxy Note10+ ຈະໄດ້ຮັບເຄື່ອງອັບເກຣດຈາກຄວາມຈຳ 256GB ເປັນເຄື່ອງ 512GB ໄປເລີຍ ແລະ ລຸ້ນ Galaxy Note10 ຈະໄດ້ຮັບ Galaxy Buds ລວມມູນຄ່າ 1,125,000 ກີບ “ຟຣີ” ທັນທີ. ສ່ວນ ສີທີ່ວາງຈຳໜ່າຍໃນລາວ Galaxy Note10+: Aura glow, Aura …
Read More »ຊົມເຊີຍ!!! ເດັກນ້ອຍລາວ ຄວ້າອັນດັບ 1 ຈາກງານປະກວດຮູບແຕ້ມທີ່ປະເທດຍີ່ປຸ່ນ…
ຊົມເຊີຍ!!! ເດັກນ້ອຍລາວ ຄວ້າອັນດັບ 1 ຈາກງານປະກວດຮູບແຕ້ມທີ່ປະເທດຍີ່ປຸ່ນ… ເປັນຄວາມພາກພູມໃຈຂອງຄົນລາວອີກຄັ້ງກັບການຄ້ວາລາງວັນອັນຊົງກຽດນີ້ມາໄດ້… ຮ່ວມສະແດງຄວາມຍິນດີກັບ ນາງ ນ່ານ່າ ບັນຊາພົງ ອາຍຸ 15 ປີ ເປັນນັກຮຽນຢູ່ ໂຮງຮຽນ ມ.ສ ເພຍວັດ ນະຄອນຫຼວງວຽງຈັນ ເປັນຕົວແທນນັກຮຽນລາວໄປແຂ່ງຂັນ ໃນງານປະກວດຮູບແຕ້ມເພື່ອຮ່ວມງານມະຫະກໍາສິລະປະ ຂອງນັກຮຽນມັດທະຍົມຕອນປາຍ ຢູ່ທີ່ປະເທດຍີ່ປຸ່ນ. ຜົນງານທີ່ນ້ອງສົ່ງເຂົ້າປະກວດແມ່ນ “ຮູບແຕ້ມທົ່ງໄຫຫີນ” ເຊິ່ງໄດ້ແຮງບັນດານໃຈມາຈາກທີີ່ “ທົ່ງໄຫຫີນຊຽງຂວາງ” ທີ່ຖືກຮອງຮັບເປັນມໍລະດົກໂລກແຫ່ງທີ່ 3 ຂອງລາວ ໃນປີ 2019 ນີ້; ຈຶ່ງຢາກຈະນໍາສະເໜີຄວາມເປັນເອກະລັກຂອງມໍລະດົກໂລກຂອງລາວ ໃຫ້ກັບຄົນຕ່າງຊາດໄດ້ຮັບຮູ້ ຈົນເຮັດໃຫ້ຜົນງານຂອງນ້ອງນ່ານ່າ ເປັນທີ່ໜ້າສົນໃຈ ແລະ ສາມາດຄວ້າລາງວັນອັນດັບ 1 ມາໃຫ້ຄົນລາວໄດ້ຊື່ນຊົມນໍາ… ໃນໂອກາດນີ້ ຂວັນໃຈ ກໍຂໍຕົບມືລົວໆ ໃຫ້ກັບຄວາມເກັ່ງຂອງນ້ອງນ່ານ່າ ແລະ ຂໍໃຫ້ນ້ອງຮັກສາຄວາມສາມາດນີ້ໄວ້ ພ້ອມກັບພັດທະນາຕົວເອງຂຶ້ນເລື້ອຍໆ ເພື່ອໄປສະແດງໃນເວທີລະດັບໂລກ ເອກອ້າງຄວາມເປັນລາວໃຫ້ຊາວໂລກຮັບຮູ້ວ່າຄົນລາວບໍ່ໄດ້ດ້ອຍໄປກວ່າຊາດໃດໃນໂລກ!!! ຂອບໃຈທີ່ມາ: …
Read More »ລວມນາງງາມທີມອາຊີ ກຽມປະຊັນຄວາມງາມໃນເວທີ Miss Universe 2019 ໃຜມີລຸ້ນມົງກຸດແດ່ມາເບີ່ງ!!!
ຫຼາຍປະເທດທົ່ວໂລກເລີ່ມປະກາດສົ່ງຕົວນາງງາມສູ່ເວທີ ນາງງາມຈັກກະວານ (Miss Universe) ເຊິ່ງກໍມີກະແສຂອງແຟນໆໄດ້ຖາມໄຖ່ກັນມາເລື້ອຍໆວ່າປີນີ້ ສາວງາມຕົວແທນປະເທດລາວເຮົາຈະແມ່ນໃຜ? ແຕ່ກ່ອນທີ່ເຮົາຈະໄປຮູ້ວ່າ Miss Universe Laos 2019 ຈະເປັນໃຜນັ້ນ ຄົງຕ້ອງໃຊ້ເວລາກັນແດ່ຈັກໜ້ອຍ ເພາະປັດຈຸບັນທາງກອງປະກວດເພິ່ນກໍກຳລັງຂຸ້ນຂ້ຽວຄັດເລືອກສາວງາມ ເພື່ອໄປເປັນຕົວແທນເທີງເວທີ ຈັກກະວານໂລກ ຢ່າງເຂັ້ມຂົ້ນ, ດັ່ງນັ້ນ!!! ໃນມື້ນີ້ເພື່ອບໍ່ໃຫ້ເປັນການເສຍເວລາ ຊະນີIndy ຈະພາໄປສ່ອງສາວງາມປະເທດເພື່ອນບ້ານທີມອາຊີແຕ່ລະປະເທດບອກເລີຍວ່າໂດດເດັ່ນ ງົດງາມຫຼາຍໆ ລອງໄປເບິ່ງກັນວ່າປີນີ້ຝັ່ງອາຊີເຮົາໃຜມີລຸ້ນມົງກຸດແດ່… Hoàng Thị Thùy ຫຼື Mia Hoang Miss Universe Vietnam 2019 ຫຼັງຈາກທີ່ H’Hen Niê ໄດ້ເປີດປະຕູເວທີຈັກກະວານ ສາມາດນຳຊື່ຂອງປະເທດ ຫວຽດນາມ ໄປໄກເຖິງ Top5 ເຮັດໃຫ້ປະເທດນີ້ ເປັນອີກປະເທດໜຶ່ງທີ່ໜ້າຈັບຕາເບິ່ງ ແລະ ດ້ວຍໂປຟາຍຂອງ Hoàng Thị Thùy ບວກກັບທັກສະທີ່ຊໍານານໃນວົງການນາງແບບ ກໍເຮັດໃຫ້ Miss Universe Vietnam 2019 ໂດດເດັ່ນ ແລະ …
Read More »
Kuanjai Magazine
