Breaking News

Home

ມາສ່ອງ! ບຸນຫໍ່ເຂົ້າປະດັບດິນ 9/9/2018 ຄົນບັນເທິງຮ່ວມເຮັດບຸນ!!!

ສະບາຍດີ!!! ແຟນໆທີ່ໜ້າັຮກ ຜ່ານໄປແປັບດຽວກໍ່ຮອດ ບຸນຫໍ່ເຂົ້າປະດັບດິນ ເຊິ່ງກົງກັບວັນທີ 9 ກັນຍາ 2018 ທີ່ຜ່ານມາ, ນອກຈາກພໍ່ແມ່ພີ່ນ້ອງ ແຟນໆທົ່ວໄປແລ້ວທີ່ຮ່ວມເຮັດບຸນໃນມື້ດັ່ງກ່າວ ບໍ່ພຽງແຕ່ເທົ່ານັ້ນເພາະບັນດາໜຸ່ມ ສາວຄົນບັນເທິງບ້ານເຮົາເຊັ່ນ: ເຈນນີ່ ຕົ້ນຄຳ ພົນຈັນເຮືອງ (Miss World Laos 2017), ບາບີ້ ປິຍະມາດ, ອຸງ ທົດສະພອນ ສິດພະໄຊ, ແອນນີ້ ວິໄລພອນ ແລະ ຕານ້ອຍ ພອນສຸດາ ເພິ່ນກໍ່ໄດ້ອອກໄປເຮັດບຸນໃສ່ບາດ ຮັບສິນຮັບພອນ ເພື່ອຄວາມເປັນສິຣິມົງຄຸນ ຕາມແບບສະບັບຊາວພຸດເຮົາເຊັ່ນດຽວກັນ. ເຈນນີ່ ຕົ້ນຄຳ ພົນຈັນເຮືອງ (Miss World Laos 2017) ບາບີ້ ປິຍະມາດ ນັກສະແດງ-ນາງແບບ ອຸງ ທົດສະພອນ ສິດພະໄຊ ນັກສະແດງ-ນາຍແບບ ແອນນີ້ ວິໄລພອນ …

Read More »

ຊົມຄຣິບ…ຊ່ວງເຮືອເດືອນເກົ້າທີ່ ນະຄອນຫລວງພຣະບາງ ຄູ່ຊິງຊະນະເລີດ

ຊົມຄຣິບ…ຊ່ວງເຮືອເດືອນເກົ້າທີ່ ນະຄອນຫລວງພຣະບາງ ຄູ່ຊິງຊະນະເລີດ ລະຫວ່າງເຮືອບ້ານດອນແຊ້ມ ຊ່ວງກັບເຮືອພັນທະມິດ (ໄຊຍະບູລີ) .ໃນວັນທີ່ 09/09/2018, ເຊິ່ງເຮືອທີ່ຊະນະຄືເຮືອຊ່ວງບ້ານດອນແຊ້ມ. (ຂໍສະແດງຄວາມຍິນດີ) https://www.facebook.com/152613462080494/videos/301171777344053/ ທີ່ມາ: ນະຄອນຫລວງພຣະບາງ Luangprabang City

Read More »

ອົບອຸ່ນ! ຊາຄຣິດ ພະເອກດັງຈາກເພື່ອນບ້ານ ພາຄອບຄົວທ່ອງທ່ຽວ-ໃສ່ບາດທີ່ປະເທດລາວ

ເປັນຮູບພາບທີ່ອົບອຸ່ນ ແລະ ໜ້າຮັກຫຼາຍໆ ຫຼ້າສຸດ ຊາຄຣິດ ແຍ້ມນາມ ພະເອກດັງຈາກປະເທດໄທ ກໍ່ໄດ້ພາພັນລະຍາ ແລະ ລູກຊາຍທີ່ໜ້າຮັກ ມາທ່ອງທ່ຽວ ເຮັດບຸນໃສ່ບາດທີ່ ນະຄອນຫຼວງພະບາງ ປະເທດລາວ ໃນຊ່ວງທ້າຍອາທິດທີ່ຜ່ານມາ. ຊາຄຣິດ ແຍ້ມນາມ ແລະ ແອນ ພັນລະຍາ ຍັງໄດ້ໂພສຮູບພາບຄວາມອົບອຸ່ນລະຫວ່າງຄອບຄົວທີ່ໄດ້ມາທ່ອງທ່ຽວລາວໃຫ້ແຟນຄລັບ ແລະ ໝູ່ເພື່ອນຮ່ວມວົງການໄດ້ເຫັນຜ່ານ ອິນສະຕາແກຼມ, ເຊິ່ງແຕ່ລະຮູບພາບກໍ່ເຕັມໄປດ້ວຍຄວາມອົບອຸ່ນ ມີຄວາມໜ້າຮັກຂອງຄອບຄົວທີ່ໄດ້ມາສຳຜັດທຳມະຊາດ, ວິຖີຊີວິດ ແລະ ວັດທະນະທຳຂອງລາວເຮົາ. https://www.instagram.com/p/Bnf7RQxgymj/?taken-by=shahkrit ສຳລັບ ຊາຄຣິດ ເພິ່ນກໍໄດ້ພາລູກ ແລະ ເມຍຂອງເພິ່ນເຮັດບຸນໃສ່ບາດໃນມື້ ບຸນຫໍ່ເຂົ້າປະດັບດິນ ໃສ່ບາດພຣະຈຳນວນ 200 ອົງ ຖືເປັນການພາລູກຊາຍ ນ້ອງ ໂພຣ ໃສ່ບາດເປັນເທື່ອທຳອິດອີກດ້ວຍ ເບິ່ງແລ້ວເປັນຮູບພາບຄອບຄົວທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມອົບອຸ່ນຫຼາຍໆ. ຢ່າງໃດແຟນຄລັບຊາວລາວກໍ່ຍິນດີຕ້ອນຮັບຄອບຄົວຂອງ ຊາຄຣິດ ພະເອກດັງຈາກປະເທດເພື່ອນບ້ານ. #ແຊຣໄປໃຫ້ໂລກຮູ້ໃຜໆກໍ່ຢາກມາປະເທດລາວ …

Read More »

ງາມຫຼາຍໆ! ຫຼິງຫຼິງ ປິຍະດາ ລຽບຫຼູໃນຊຸດໄໝລາວປະຍຸກ (ງານນີ້ນາງກິນຂາດ!!!)

ແວະວຽນມາສ່ອງ Fashion ຂອງ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ1 ຫຼ້າສຸດເຈິນາງໃນງານຖະແຫຼງຂ່າວ Miss Laos 2018 ຈັດຂຶ້ນເມື່ອຕົ້ນອາທິດທີ່ຜ່ານມາ, ຂຶ້ນຊື່ວ່າເປັນເຈົ້າແມ່ແຫ່ງ Fashion ມີຫວາທີ່ນາງຈະທຳມະດາ, ເພາະເອີ້ນໄດ້ວ່າເມື່ອນາງປະກົດຕົວ ກໍ່ມີຄວາມໂດດເດັ່ນ ເປັນທີ່ສົນໃຈຂອງຄົນໃນງານ ເຊິ່ງນາງມາໃນຊຸດລຽບຫຼູ ເປັນຊຸດໄໝລາວປະຍຸກ ສີຟ້າ, ແບບນີ້ຂໍ Confirm ເລີຍເດີ້ວ່າງານນີ້ໃຫ້ຄະແນນນາງເຕັມ 10 ໄປເລີຍ!!! https://www.facebook.com/nong.saolaos/videos/1973524312667636/   ຊະນີIndy ກໍ່ບໍ່ພາດທີ່ຈະເກັບຮູບ ຫຼິງຫຼິງ ປິຍະດາ ມາຝາກ ມາເບິ່ງກັນເລີຍ!!! ເປັນແນວໃດ…ງາມ ໂດດເດັ່ນສຸດໆເລີຍວ່າບໍ່ ຜ້າໄໝ ຫຼື ຊຸດໄໝລາວເຮົາເບິ່ງເທົ່າໃດກໍ່ບໍ່ເບື່ອ ບໍ່ວ່າຈະເປັນດາລາ ເຊເລັບ ຫຼື ຄົນທຳມະດາແບບໄທເຮົາເຈົ້າຂ້ອຍ ເມື່ອໄດ້ໃສ່ແລ້ວກໍ່ເບິ່ງແລ້ວງົດງາມ ມີເອກະລັກແບບສຸດໆ. ຮູບພາບ: Pitadar Lingling Inthavong

Read More »

ລູກນໍ້າ ທິດາລັດ ນາງງາມສາຍບຸນ ລະດົມທຶນມອບເງິນກວ່າ 110ລ້ານກີບ ຊື້ອຸປະກອນການແພດທີ່ໂຮງໝໍ ແຂວງ ໄຊສົມບູນ!!!

ສົມກັບໄດ້ຮັບສາຍານາງງາມສາຍບຸນ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິຣິ ນາງສາວລາວ ປະຈຳປີ 2011 ໄດ້ລະດົມທຶນເພື່ອຊື້ອຸປະກອນການແພດໃຫ້ ໂຮງໝໍ 10 ຕຽງ ຈໍ 101 ທີ່ແຂວງ ໄຊສົມບູນ ໄດ້ທັງໝົດເຖິງ  110.626.423 ກີບ, ເຊິ່ງສາວລູກນໍ້າກໍ່ຍັງໄດ້ໂພສຂອບໃຈພໍ່ແມ່ພີ່ນ້ອງທີ່ຊ່ວຍບໍລິຈາກ ແລະ ຍັງເປີດເຜີຍລາຍລະອຽດການຊື້ເຄື່ອງດັ່ງນີ້: ທີ່ມາ: Louknum Vongsili

Read More »