Breaking News

Home

ມາເບິ່ງ! ຄວາມໜ້າຮັກຂອງ ນຸ້ຍ ສຸພາພອນ ແລະ ມາເຣຍ ມາລີຍາ ມີສຢູນີເວີຣສ ລາວ ແລະ ໄທ ເຕັ້ນໂຄເວີ້ເພງ ປານາມາ!!! (ມີຄລິບ)

ມາເບິ່ງ! ຄວາມໜ້າຮັກຂອງ ນຸ້ຍ ສຸພາພອນ ສົມວິຈິດ ແລະ ມາເຣຍ ມາລີຍາ ພູນເລີດລາບ ສອງສາວ ມີສຢູນີເວີຣສ ລາວ ແລະ ໄທ ເຊິ່ງທັງສອງເປັນເພື່ອນຮ່ວມຫ້ອງ (roommate) ໃນການປະກວດ Miss Universe 2017 ທີ່ ລາສເວກັດ USA. ເຊື່ອບໍ່ວ່າເຫັນງາມໆ ມີຄວາມໝັ້ນໃຈແບບນີ້ ນຸ້ຍ ສຸພາພອນ ແລະ ມາເຣຍ ມາລີຍາ ພວກເຂົາຍັງມີມຸມໜ້າຮັກໆມາໃຫ້ແຟນໆໄດ້ເບິ່ງ ໄດ້ແຍງ ເພາະທັງສອງສາວໄດ້ໃຊ້ເວລາຫວ່າງໂດຍການເຕັ້ນໂຄເວີ້ເພງ ປານາມາ ທີ່ກຳລັງຮິດແລະເປັນກະແສກັນໃນເວລານີ້ ແລະ ໄດ້ໂພສຄລິບລົງໃນ ເຟສບຸກ ແລະ ອິນສະຕາແກຼມສ່ວນຕົວ ຈົນເອີ້ນສຽງຮືຮາຈາກແຟນຄລັບຂອງທັງສອງ ໃຜໆທີ່ເບິ່ງກໍເບິ່ງໄປຍິ້ມໄປ. ແນະໆບໍ່ເຊື່ອທີ່ ຊະນີIndy ເວົ້າແມ່ນບໍ່? ລອງມາເບິ່ງຄລິບຂອງ ນຸ້ຍ ສຸພາພອນ ແລະ ມາເຣຍ ມາລີຍາ …

Read More »

ຟັງແລ້ວຂົນໜາວລຸກ! ເດັກນ້ອຍລາວໄປໂຊພະລັງສຽງໃນລາຍການແຂ່ງເພງຊື່ດັງທີ່ ປະເທດ ຍີ່ປຸ່ນ.

ປະໂທະ! ຟັງສຽງຮ້ອງເພງແລ້ວຂົນໜາວລຸກ... ຕ້ອງຂໍຍອມໃນພະລັງສຽງຂອງເດັກນ້ອຍລາວ ນ້ອງ ອະລິຕາ ອາລຸນສະຫວັດ ອາຍຸ 13 ປີ ເຍົາວະຊົນລາວຄົນເກັ່ງທີ່ໄປໂຊຄວາມສາມາດໃນລາຍການແຂ່ງເພງຊື່ດັງທີ່ ປະເທດ ຍີ່ປຸ່ນ, ເຊິ່ງໄດ້ໂຊພະລັງສຽງໃຫ້ກຳມະການ ແລະ ຜູ້ຄົນໄດ້ເຫັນຄວາມສາມາດໃນບົດເພງທີ່ມີຊື່ວ່າ dream come true ເຮັດເອົາຄົນທີ່ໄປເບິ່ງການແຂ່ງຂັນເຖິງຂັ້ນຕະລຶງໃນພະລັງສຽງ (ຂໍບອກວ່າສຸດຍອດ…) https://www.facebook.com/keokenchanh/videos/1566909266689233/   ສຳລັບການປະກວດຮ້ອງເພງໃນຄັ້ງນີ້ມີຊື່ລາຍການວ່າ 『のどじまんTHEワールド! 』 ເປັນຄັ້ງທຳອິດຂອງປະເທດລາວໃນເພງ「何度でも」-dream come true ທີ່ປະເທດ ຍີ່ປຸ່ນ ລະດັບນານຊາດຄັ້ງທີ່ 16 ຂອງຍີ່ປຸ່ນ  ເຊິ່ງລາຍການດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2017 ໃນປີນີ້ມີ 23 ນັກຮ້ອງສຽງດີຕົວແທນຈາກທົ່ວໂລກເດີນທາງມາຮ່ວມປະກວດ. ເຖິງແມ່ນວ່າ ນ້ອງ ອະລິຕາ ອາລຸນສະຫວັດ ຈະບໍ່ໄດ້ລາງວັນຊະນະເລີດ ແຕ່ກໍໄດ້ໃຈຄົນລາວໄປເຕັມໆ… ເກັ່ງຫຼາຍໆ  (ຊົມເຊີຍ) ຂໍຂອບໃຈຄລິບ ແລະ ຮູບພາບ  

Read More »

ເໝາະສົມກັບຕຳແໜ່ງທີ່ສຸດ! ນາງງາມຈາກ South Africa ຄວ້າມົງກຸດ Miss Universe 2017 (ມີຄລິບ)

ປະກາດຜົນກັນແບບສົດໆຮ້ອນໆ… ສຳລັບການປະກວດ ນາງງາມຈັກກະວານ (Miss Universe) ທີ່ໃນປີນີ້ມີສາວງາມຜູ້ເຂົ້າແຂ່ງຂັນຫຼາຍທີ່ສຸດເປັນປະຫວັດສາດເຖິງ 92 ປະເທດຈາກທົ່ວໂລກ ແລະ ນາທີທີ່ຄົນທົ່ວໂລກລໍຖ້າລຸ້ນ ລໍຖ້າເຊຍກໍມາຮອດ ເພາະຄົນທີ່ສາມາດຄວ້າມົງກຸດໃນປີນີ້ໄປໄດ້ນັ້ນກໍຄື Demi-Leigh Nel-Peters ເຊິ່ງເປັນສາວງາມຈາກ South Africa  ນັ້ນເອງ. (ຂໍສະແດງຄວາມຍິນດີນຳຫຼາຍໆ) ງາມ ແລະ ມີຄວາມສາມາດເໝາະສົມກັບຕຳແໜ່ງທີ່ສຸດ. https://www.facebook.com/MissUniverse/videos/10156014564539047/   ສຳລັບຕຳແໜ່ງຮອງອັນດັບ Miss Universe 2017 ມີດັ່ງນີ້: ຮອງອັນດັບ 1: Laura González,   ຈາກປະເທດ Colombia. ຮອງອັນດັບ 2: Davina Bennett, ຈາກປະເທດ Jamaica. ຂໍສະແດງຄວາມຍິນດີກັບສາວງາມທຸກໆຄົນຫຼາຍໆເດີ້.

Read More »

ເຮັດດີທີ່ສຸດແລ້ວ!!! ນຸ້ຍ ສຸພາພອນ ບໍ່ສາມາດຜ່ານເຂົ້າຮອບໃນ Miss Universe 2017

ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ສາວງາມຕົວແທນຈາກປະເທດລາວທີ່ເດີນທາງໄປປະກວດໃນເວທີ ນາງງາມຈັກກະວານ Miss Universe 2017 ເປັນປີທຳອິດໃນປະຫວັດສາດຂອງລາວເຮົາ ແລະ ຫຼ້າສຸດໃນວັນທີ  26 ພະຈິກ 2017 ທີ່ ລາສເວກັດ USA (ຕາມເວລາທ້ອງຖິ່ນ)  ທາງກອງປະກວດກໍໄດ້ຕັດສິນໃນການແຂ່ງຂັນ Miss Universe 2017 ເປັນທີ່ຮຽບຮ້ອຍ ແຕ່ກໍໜ້າເສຍດາຍທີ່ ນ້ອງ ນຸ້ຍ ສຸພາພອນ Miss Universe Laos ບໍ່ສາມາດຜ່ານເຂົ້າຮອບໃດໆໃນການແຂ່ງຂັນໃນຄັ້ງນີ້. ແຕ່ເຖິງຢ່າງໃດ ນຸ້ຍ ສຸພາພອນ ສົມວິຈິດ ກໍເຮັດໄດ້ດີທີ່ສຸດແລ້ວ ຖືວ່າເປັນປະສົບການໃນປີທຳອິດຂອງ ປະເທດລາວເຮົາ ແລະ ຈົ່ງນຳປະສົບການນີ້ມາສອນນ້ອງໆໃນປີຕໍ່ໆໄປ… ຄົນລາວເຮົາພູມໃຈເປັນທີ່ສຸດທີ່ແມ່ຍິງລາວມີຄວາມກ້າຫານ ກ້າສະແດງອອກ ທຽບເທົ່າກັບເວທີສາກົນ. ຂໍຂອບໃຈສຳລັບຮູບພາບ

Read More »

ກິດຈະກຳພິເສດ ສ້າງໂລກໃຫ້ເປັນສີສົ້ມ (Orange the World)

ຂວັນໃຈຍັງເກາະກະແສວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ 25 ພະຈິກຢູ່ເດີ້ ເພາະໃນທົ່ວໂລກຍັງມີການຈັດກິດຈະກຳຂອງນັກເຄື່ອນໄຫວ ຕໍ່ເຖິງ 16 ວັນ ເພິ່ນເອີ້ນວ່າ  16 Days of Activism against Gender-based Violence ເຊິ່ງມີກິດຈະກຳພິເສດດັ່ງຕໍ່ໄປນີ້: ກິດຈະກຳພິເສດ ສ້າງໂລກໃຫ້ເປັນສີສົ້ມ (Orange the World) ໃນວັນຍຸດຕິຄວາມຮຸນແຮງຕໍ່ແມ່ຍິງສາກົນນັ້ນ ອົງການສະຫະປະຊາຊາດ ໄດ້ຈັດກິດຈະກຳປຸກລະດົມຊື່ວ່າ “ສ້າງໂລກໃຫ້ເປັນສີສົ້ມ” (Orange the World) ຂຶ້ນ ເພື່ອເຄື່ອນໄຫວກ່ຽວກັບປະເດັນດ່ັງກ່າວ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ໂດຍກິດຈະກຳຈະເຄື່ອນໄຫວຢູ່ໃນໄລຍະ 16 ວັນ (16 Days of Activism against Gender-based Violence) ເລີ່ມຈາກ ວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກ ແລະສິ້ນສຸດລົງໃນວັນທີ 10 …

Read More »