Breaking News

Home

ໜ້າພູມໃຈຫຼາຍ! “ປຸ” ສາວລາວພຽງຄົນດຽວ ທີ່ໄດ້ເຂົ້າເປັນສາວແອໃນສາຍການບິນລະດັບໂລກ

ສະບາຍດີສາວໆ ມື້ນີ້ກໍວັນສຸກແລ້ວ ມື້ອື່ນກໍເປັນມື້ພັກຜ່ອນຂອງໃຜຫຼາຍຄົນ ແລ້ວສາວໆຂວັນໃຈເຮົາເດ່ມີ Plan ໄປຫຼິ້ນໄປທ່ຽວໃສກັນແດ່ ຖ້າໃຜທີ່ມີ Plan ໄປທ່ອງທ່ຽວທາງໄກ ຂວັນໃຈ ກໍຂໍໃຫ້ເດີນທາງດ້ວຍຄວາມສະວັດດີພາບເດີ່! ແລະ ມື້ນີ້ ມື້ສຸກມື້ສັນແບບນີ້ ແອັດກໍຕ້ອງມີເລື່ອງລາວດີໆມາຕ້ອນແຟນໆສາວຂວັນໃຈໃຫ້ໄດ້ຍິ້ມມີຄວາມສຸກກັນຢ່າງແນ່ນອນ. ສໍາລັບເລື່ອງລາວໃນມື້ນີ້ກໍບໍ່ມີຫຍັງຫຼາຍ ແອັດຢາກຈະມາຂໍແນະນໍາໃຫ້ຮູ້ຈັກກັບສາວຄົນໜຶ່ງທີ່ແອັດຍົກໃຫ້ເປັນ Idol ຂອງສາວໆໃນເລື່ອງຂອງຄວາມເກັ່ງ ນັ້ນກໍຄື ສຸມາໄລ ໂພທິສານ (ປຸ) ສາວລາວຄົນດຽວໃນສາຍການບິນ Qatar Airway ບໍ່ແນ່ໃຈວ່າທຸກຄົນຈະຮູ້ຈັກກັບສາຍການບິນນີ້ ຫຼືບໍ່? ເລີຍຢາກຂໍແນະນໍາໜ້ອຍໜຶ່ງວ່າ ສາຍການບິນ Qatar Airway ເປັນສາຍການບິນທີ່ຕັ້ງຢູ່ ກຸງ ໂດຮາ ປະເທດ ກາຕ່າ ທີ່ມີຈຸດມຸ່ງໝາຍຫຼາຍກວ່າ 100 ແຫ່ງທົ່ວໂລກ ເປັນສາຍການບິນລະດັບ 5 ດາວ ແລະ ມັນຍັງເປັນຄວາມໄຟ່ຝັນຂອງສາວແອທັງຫຼາຍ ທີ່ຢາກຈະໄປຢືນຢູ່ຈຸດນັ້ນຄືກັນກັບ ປຸ ອ່າວ! ຈະຖ້າຫຍັງລ່ະ ຕົບມີລົວໆ …

Read More »

ຄວາມຮັກກຳລັງມາແຮງ ສຽວຜິງແລະແຟນ ໝັ່ນໂຊຄວາມຫວານໃຫ້ແຟນຄລັບໄດ້ອິດສາກັນຖ້ວນໜ້າ!!!

ເປັນອີກໜຶ່ງຄູ່ຮັກດາລາທີ່ມີຄວາມໜ້າຮັກ  ເບິ່ງແລ້ວເໝາະສົມກັນດີສຳລັບ ສຽວຜິງ ໄຊຍະລິນ ແລະ ຕູ່ ສະຖາພອນ ຫຼັງຈາກທີ່ ຂວັນໃຈ ເຮົາມີການນຳສະເໜີຂ່າວຂອງທັງສອງມາກ່ອນໜ້ານີ້ແລ້ວວ່າທັງສອງນັ້ນໄດ້ຕົກລົງຄົບຫາເບິ່ງໃຈກັນແບບເປີດເຜີຍ ໂດຍທີ່ບໍ່ໄດ້ປິດບັງຕາມວິຖີຂອງດາລາທົ່ວໄປ, ບໍ່ພຽງແຕ່ຈະຄົບຫາເບິ່ງໃຈກັນແບບເປີດເຜີຍເທົ່້ານັ້ນ ແຖມທັງສອງຍັງໂຊຄວາມຫວານຜ່ານສື່ໃຫ້ເຫຼົ່າແຟນຄລັບໄດ້ເຫັນກັນເລື້ອຍໆ  (ໂອ້ຍ…ງານນີ້ຄົນໂສດບອກເລີຍມີເຄືອງ 555) ບໍ່ວ່າຈະໄປໃສ ງານອີເວັ້ນໃດ ກໍຈະເຫັນທັງສອງເປັນເງົາຕິດຕົວກັນຕະຫຼອດ ແລະທັງສອງເມື່ອມີເວລາຫວ່າງກໍມັກຈະຄວງແຂນກັນໄປທ່ຽວພັກຜ່ອນຕາມແບບສະບັບຂອງຄູ່ຮັກ. ເບິ່ງແລ້ວກໍມີຄວາມຍິນດີກັນທັງ ສາວ ສຽວຜິງ ແລະ ໜຸ່ມ ຕູ່ ທີ່ມີຄວາມຮັກທີ່ສວຍງາມມອບໃຫ້ກັນແລະກັນ ແຕ່ໃນທາງກົງກັນຂ້າມເຫຼົ່າແຟນຄລັບທີ່ຍັງໂສດກັບເວົ້າເປັນສຽງດຽວກັນວ່າ: ຖ້າຈະຫວານກັນຂະໜາດນີ້ຊ່ວຍດູຕົນຄົນໂສດທີ່ເຂົາບໍ່ມີຄູ່ແດ່ເດີ້ (ເຮີເຮີ). #ເປັນຄູ່ຮັກທີ່ໜ້າຮັກປານນີ້ຖ້າຫຍັງຢູ່ແຊຣໄປໆ ຂໍຂອບໃຈຮູບພາບຈາກ: Siewphing Xyl , Tou Sathaphone  

Read More »

ແພັດ ນະປະພາ ລອດຈາກຄະດີຟອກເງິນ “ຕໍ່ຈາກນີ້ຈະລ້ຽງລູກໃຫ້ດີທີ່ສຸດ ບໍ່ມີຫຍັງຕ້ອງເປັນຫ່ວງແລ້ວ”

ແພັດ ນະປະພາ ຕັນຕະກູນ ດາລາ-ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ຍິ້ມໄດ້ຫຼັງຈາກທີ່ ໄອຍະການມີຄຳສັ່ງໃຫ້ບໍ່ຟ້ອງໃນຂໍ້ຫາຮ່ວມກັນຟອກເງິນ ເນື່ອງຈາກການສືບສວນທາງຄະດີຕັ້ງແຕ່ຕົ້ນ ກໍບໍ່ພົົບພະຍານຫຼັກຖານທີ່ກ່ຽວຂ້ອງກັບ ແພັດ ນະປະພາ ໄດ້ຄວາມແຕ່ພຽງວ່າ ແພັດ ນະປະພາ ເປັນພັນລະຍາຂອງ ທ້າວ ອັກຄະຣະກິດ ວໍຣະໂລດຈະເລີນ (ເບັ້ນ ເຣດຊິ່ງ) ຜູ້ຕ້ອງຫາທີ່ 2 ໃນຄະດີເທົ່ານັ້ນ ແລະຫຼັກຖານກໍມີພຽງແຕ່ການໂອນເງິນຈາກ ເບັ້ນ ເຣດຊິ່ງ ໄດ້ໂອນໃຫ້ກັບ ແັພດ ນະປະພາ ໃນໄລຍະເດືອນເມສາ 2016 ຮອດເດືອນ ກຸມພາ 2017 ຈຳນວນ 18 ເທື່ອ ແລະ ການໂອນເງິນດັ່ງກ່າວກໍເປັນການໂອນເງິນຜ່ານລະບົບບັນຊີທະນະຄານໃນຍອດເງິນຫຼັກມື່ນ ແລະແສນເທົ່ານັ້ນ ຖືເປັນພຶດຕິກຳການອຸປະກາລະລ້ຽງດູກັນປົກກະຕິລະຫວ່າງສາມີແລະພັນລະຍາ, ສ່ວນບັນຊີຂອງ ແພັດ ນະປະພາ ກໍເປັນບັນຊີທີ່ເປີດໃຊ້ປົກກະຕິມາດົນແລ້ວ ມີເງິນສ່ວນຕົວໃນບັນຊີຈຳນວນຫຼາຍລ້ານບາດ ແລະເງິນທີ່ ເບັ້ນ ເຣດຊິ່ງ ໄດ້ໂອນເຂົ້າມາກໍຍັງຄ້າງໃນບັນຊີບໍ່ໄດ້ມີການເບີກຖອນເຂົ້າອອກຫຼືໝູນວຽນ ແລະຍັງມີຫຼັກຖານອີກວ່າເງິນບາງລາຍການທີ່ໄດ້ໂອນເຂົ້າມາ ເປັນເງິນຄ່າຈ້າງຂອງ …

Read More »

ບໍ່ເຄີຍທຳມະດາ! ຊົມພູ່ ອາຣະຍາ Fashionista ໂຕແມ່ຈັດງານແບບນີ້…ຕ້ອນຮັບລູກແຝດ!!!

ໃກ້ຈະໄດ້ເຫັນທາຍາດຝາແຝດໂຕນ້ອຍໆຂອງແຟຼຊັ່ນນິດຕ້າ (Fashionista) ໂຕແມ່ ຊົມພູ່ ອາຣະຍາ ເອຮາເກັດ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານກັນແລ້ວ ເຮັດໃຫ້ ຊົມພູ່ ແລະບັນດາໝູ່ເພື່ອນຂອງນາງ ເກີດໄອເດຍໂດຍໄດ້ຈັດງານປາຕີ້ Baby Shower ຫຼືງານລ້ຽງຕ້ອນຮັບເບບີ໋ຝາແຝດໂຕນ້ອຍໆທີ່ກຳລັງຈະເກີດມາ ພ້ອມກັບມອບຂອງຂວັນໃຫ້ກັບເດັກນ້ອຍ, ແຕ່ຂຶ້ນຊື່ວ່າເປັນໂຕແມ່ທາງດ້ານແຟຼຊັ່ນທັງທີ ຊົມພູ່ເລີຍຈັດເຕັມແບບອະລັງການງານສ້າງ ເນລະມິດບັນຍາກາດພາຍໃນງານໃຫ້ປຽບດັ່ງຢູ່ສະຫວັນຊັ້ນຟ້າຕາມຄອນເຊັບ #ChomsHeavenSent  ພຸ້ນໄດ໋ ແລະບັນດາໝູ່ເພື່ອນຂອງນາງກໍຈັດເຕັມເຊັ່ນດຽວກັນ ແບບບໍ່ມີໃຜຍອມໃຜ ຂໍສູ້ກັນແບບສຸດກຳລັງໂດຍການຈັດແຟຼຊັ່ນແຕ່ງໂຕຊຸດຄຸມທ້ອງ ພ້ອມເຄື່ອງປະດັບປະດາປະຊັນຄວາມງາມ ຄວາມເລີດມາປະຊັນກັນແບບເຕັມທີ່ ເອີ້ນໄດ້ວ່າເປັນອີກປາຕີ້ໜຶ່ງທີ່ມ່ວນ ແລະອົບອຸ່ນສຸດໆ. ຢ່າງໃດກໍຂໍສຳແດງຄວາມຍິນດີກັບ ຊົມພູ່ ອາຣະຍາ ເອຮາເກັດ ທີ່ກຳລັງຈະໄດ້ເປັນແມ່ຄົນ ແລະກຳລັງຈະໄດ້ເຫັນໜ້າລູກແຝດຊາຍໃນໄວໆນີ້!!! via: chomismaterialgirl

Read More »

ວ້າວ!!! ນີ້ຫວາ ນັກກິລາບານສົ່ງສາວ ທີ່ຂຶ້ນຊື່ວ່າ ເປັນນັກຕົບສາວທີ່ງາມທີ່ສຸດ…

ມື້ນີ້ເຮົາຈະມາເວົ້າກັນດ້ວຍເລື່ອງຂອງນັກກິລາສາວງາມຄົນໜຶ່ງ ທີ່ນາງນັ້ນຂຶ້ນຊື່ວ່າເປັນນັກຕົບສາວທີ່ງາມທີ່ສຸດໃນໂລກ (ຈັດກັນເອງ) ວ້າວ! ຈັ່ງແມ່ນເລີດ ແບບວ່າທັງງາມທັງເກັ່ງ! ຄົນອື່ນອາດຈະສົງໄສວ່ານາງແມ່ນໃຜ? ແຕ່ແອັດບໍ່ສົງໄສເລີຍ ເພາະແອັດໄດ້ໄປແອບສ່ອງ Page ທີ່ມີຊື່ວ່າ Alice Mayonok ມາແລ້ວ ເຊິ່ງ Page ດັ່ງກ່າວເປັນ Page ຂອງນັກກິລາບານສົ່ງສາວ Alice Mayonok ນັກຕົບສາວ ຣັດເຊຍ ນັ້ນເອງ ເຊິ່ງເຫັນໄດ້ເລີຍເລີຍວ່າ ນາງນັ້ນມີຄວາມເໝາະສົມກັບຕໍາແໜ່ງນັກຕົບສາວງາມທີ່ສຸດອີ່ຫຼີ ເພາະກາລັນຕີດ້ວຍຕໍາແໜ່ງນາງງາມຈາກຫຼາຍເວທີເຊັ່ນ: Miss Inter National Russia, Top Model Russia… ແລະ ຫຼ້າສຸດກັບຕໍາແໜ່ງຮອງອັນດັບ 1 ຈາກເວທີ Super Model Inter National 2016 ທີ່ປະເທດໄທ ດ້ວຍອາຍຸພຽງ 21 ປີ (ແຕ່ໜ້າເສຍດາຍທີ່ນາງໄດ້ຫັນຫຼັງໃຫ້ກັບວົງການບານສົ່ງ ແລ້ວຫັນເຂົ້າມາເປັນນາງແບບ ແບບເຕັມຕົວແລ້ວ) …

Read More »