ຈະເກີດຫຍັງຂຶ້ນ!!! ເມື່ອຕ່າງຊາດບໍ່ຮູ້ວ່າປະເທດລາວຢູ່ໃສ? ບອກເລີຍເຖິງຂັ້ນຕ້ອງເປີດແຜນທີ່ອະທິບາຍ ລອງມາເບິ່ງກັນເລີຍ… #ຢ່າລືມແຊຣຖ້າໃຜເຄີຍມີປະສົບການແບບນີ້ https://www.facebook.com/bgztv/videos/1534497586574978/ ທີ່ມາ: Bgztv
Read More »Home
ຄິດອກແລ້ວບໍ່? ວັນພັກຍາວປີໃໝ່ນີ້ຈະພາຄົນຮັກ, ຄອບຄົວໄປຫຼີ້ນໃສ? ຖ້າຍັງຄິດບໍ່ອອກມາເບີ່ງ!!
ຄໍລໍາ: Traval: ປີໃໝ່ນີ້ມີແຜນພາຄອບຄົວ, ຄົນຮັກໄປຫຼີ້ນໃສແລ້ວບໍ່ ຖ້າຄິດສະຖານທີ່ຍັງບໍ່ອອກ ໄປຫຼີ້ນວັງວຽງນໍາກັນບໍ່ ໄປປີນຜາເງິນທີ່ສຸງຈົນແນມເຫັນພູຕ່າງໆໄດ້, ໄປນັ່ງຊິວເບີ່ງບັນດາ ໂອບປ້າ ພາຍເຮືອຄາຍັກ (ເປັນອາຫານຕາ), ໄປກິນອາຫານປອດສານຜິດ, ໄປຫຼີ້ນບາທີ່ມີແຕ່ຄົນຕ່າງປະເທດເປັນສ່ວນຫຼາຍ ຖ້າຢ້ານບໍ່ແນ່ໃຈສະຖານທີ່ ແນະນໍາຈັບວາລະສານຂວັນໃຈ ສະບັບເດືອນ ມີນາ ໄປພ້ອມຮັບຮອງວ່າ ໄດ້ທ່ຽວຄົບແບບບໍ່ພາດສະຖານທີ່ດີໆຢ່າງແນ່ນອນ ສໍາລັບວາລະສານ ຂວັນໃຈ ສະບັບເດືອນ ມີນານີ້ ສາມາດຊອກຊື້ໄດ້ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.
Read More »ຈີນກໍມີຊາກຸຣະແລ້ວ
ສວນສາທາລະນະໃນເມືອງ ອູ໋ຊີ ມົນທົນຈຽງຊູ ຂອງ ຈີນ ງົດງາມໄປດ້ວຍດອກຊາກຸຣະທີ່ກໍາລັງບານທີ່ຖ້າໃຫ້ຜູ້ຄົນໄປຊົມ ຊຶ່ງສວນແຫ່ງນີ້ ມີຕົ້ນຊາກຸຣະຫຼາຍກວ່າ 30.000 ຕົ້ນ ແລະ ເປັນສະຖານທີ່ດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ ແລະ ພາຍໃນໄດ້ເປັນຈໍານວນຫຼວງຫຼາຍ.
Read More »ໄປຊົມຄວາມງົດງາມຂອງພຶກສາພ້ອມໆກັນສາວໆ!
ມື້ນີ້ ທີມງານ ເວັບໄຊ໌ ຂວັນໃຈ ຈະນໍາເອົາຮູບພາບງາມໆ ຂອງສະຖານທີ່ທ່ອງທ່ຽວເປີດໃໝ່ ເຊິ່ງເພິ່ນຈະເລີ່ມເປີດໃຫ້ເຂົ້າທ່ຽວຊົມ ໃນວັນທີ 7 ເມສາ 2017 ນີ້ເອງ ແລະ ສະຖານທີ່ນັ້ນກໍແມ່ນ ສວນພຶກສາ ນັ້ນເອງ. ສວນພຶກສາ ເປັນສະຖານທີ່ທ່ອງທ່ຽວທີ່ເປີດໃໝ່ ເຊິ່ງຕັ້ງຢູ່ບ້ານໃຫມ່ດານຊີ ກວມເອົາເນື້ອທີ່ຫຼາຍກວ່າ 20 ເຮັກຕາ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ຫ່າງຈາກຕົວເມືອງພຽງແຕ່ 20 km ເທົ່ານັ້ນ. ຖ້າທ່ານໃດຢາກພັກຜ່ອນຢ່ອນໃຈ ໃນໃນໄລຍະບຸນປີໃໝ່ລາວ ກໍຢ່າລືມໄປທີ່ນີ້ເດີ້ ທ່ານຈະໄດ້ສໍາຜັດກັບຄວາມງົດງາມຂອງດອກໄມ້ນາໆຊະນິດ ທີ່ສວນພຶກສາແຫ່ງນີ້ເລີຍ. ຮູບພາບ: ສາວພຶກສາ
Read More »ຂໍຊົມເຊີຍ! ນັກສຶກສາລາວໃສ່ຊຸດປະຈຳຊາດຂຶ້ນຮັບໃບປະກາດຈົບປະລິນຍາເອກ ທີ່ປະເທດຍິປຸ່ນ!
ຂໍຊົມເຊີຍ!!! ນາງ ອິນທິພອນ ໄຊຍາວົງ ນັກສຶກສາລາວ ໃສ່ຊຸດປະຈຳຊາດຂຶ້ນຮັບໃບປະກາດ ຈົບປະລິນຍາເອກຂະແໜງເສດຖະສາດມະຫາພາກ, ທີ່ Hiroshima Shudo University ປະເທດຍິປຸ່ນ ການສຶກສາຕໍ່ປະລິນຍາເອກ ແມ່ນມີຄວາມຫຍຸ້ງຍາກ ແລະ ເຄັ່ງຄຽດນຳຫຼາຍບັນຫາທີ່ເກີດຂຶ້ນ , ໂດຍສະເພາະແມ່ນການເຮັດບົດນິພົນຫົວຂໍ້ : ການວິເຄາະນະໂຍບາຍມະຫາພາກ ພາຍໃຕ້ລະບົບເສດຖະກິດທີ່ມີການນຳໃຊ້ເງິນຕາຫລາຍສະກຸນຢູ່ປະເທດລາວ . ຕ້ອງໄດ້ໃຊ້ສະມາທິ ແລະ ຄວາມຕັ້ງໃຈເປັນຢ່າງສູງຈຶ່ງສາມາດຜ່ານຜ່າອຸປະສັກຕ່າງໆເຫຼົ່ານັ້ນມາໄດ້ . ພ້ອມກັນນັ້ນສິ່ງທີ່ຂາດບໍ່ໄດ້ເລີຍກໍ່ຄື .. ກຳລັງໃຈຈາກຄອບຄົວ, ຄົນຮັກ ແລະ ເພື່ອນມິດສະຫາຍ.. ນາງ ອິນທິພອນ ກ່າວ. (ຮູບພາບເມື່ອປີ 2015 ແຕ່ຍັງສ້າງຄວາມປະທັບໃຈ ແລະ ພາກພູມໃຈແກ່ຊາວລາວເຮົາ ບໍ່ເຄີຍປ່ຽນແປງ) #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດແລະຄວາມຮັກຊາດຂອງຄົນລາວເຮົາ ທີ່ມາ ແລະ ຮູບພາບຈາກ: ຢາກແຕ້ມ & ຢາກເວົ້າ
Read More »
Kuanjai Magazine
