ດາລານັກສະແດງເບີ 1 ຂອງປະເທດເພື່ອນບ້ານ ອໍ້າ ພັດຊະຣາພາ ໄຊເຊື້ອ ໄດ້ໂພສຄຣິບວີດີໂອໃນ ອິນສະຕາແກຼມ ສ່ວນຕົວຕອນມາຮ່ວມງານ Mistine+KAONA ທີ່ຫ້າງວຽງຈັນເຊັນເຕີ້ໃນວັນທີ 28 ມັງກອນ 2017 ວ່ານາງມີຄວາມດີໃຈທີ່ໄດ້ມີໂອກາດມາທີ່ ສປປ.ລາວ ພ້ອມທັງຂໍຂອບໃຈສຳລັບການຕ້ອນຮັບຢ່າງອົບອຸ່ນ ແຖມຍັງບອກວ່າຄົນລາວທຸກຄົນໜ້າຮັກຫຼາຍ ແລະ ຈະກັບມາເຈິກັບທຸກຄົນອີກ, ກຣີດໆໆໆ…ໜ້າຮັກແຖມອ່ອນນ້ອມຖ່ອມຕົນແບບນີ້ບໍ່ໃຫ້ແຟນໆຊາວລາວຮັກໄດ້ຢ່າງໄດວ່າບໍ່ໝູ່ເພື່ອນທຸກຄົນ. ຢ່າລືມກົດໄລ້ ກົດແຊຣໄປໃຫ້ເອື້ອຍອໍ້າເພິ່ນເຫັນແດ່ ນາງຈະໄດ້ກັບມາຫາແຟນໆຊາວລາວອີກ…! ເພື່ອນໆສາມາດເບິ່ງຄຣິບທີ່ເອື້ອຍ ອ້ຳ ໂພສໄດ້ເລີຍ: https://instagram.com/p/BP4Je1sD7Qg/ ຂໍຂອບໃຈຮູບພາບ ແລະ ຄຣິບຈາກ: aum_patchrapa
Read More »Home
ແຫວນແຫວນ ດີໃຈທີ່ໄດ້ມາປະເທດລາວ!
ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ປະວະຣິສາ ເພັນຊາດ (ແຫວນແຫວນ) ໄດ້ໂພສຮູບລົງໃນອິນສະຕາແກຼມສ່ວນຕົວພ້ອມ Caption ກ້ອງຮູບພາບວ່າ: ມີຄວາມຕື່ນເຕັ້ນ ແລະ ດີໃຈຫຼາຍທີ່ໄດ້ມາ ສປປ.ລາວ ເປັນເທື່ອທຳອິດ ເຊັ່ນດຽວກັບ Superstar ອໍ້າ ພັດຊະຣາພາ, ແຖມນາງຍັງຍົກຍ້ອງວ່າອາຫານລາວວ່າແຊບ ແລະ ຊຸດໄໝລາວກໍງາມຫຼາຍ ແລະ ມີຄວາມດີໃຈທີ່ໄດ້ພົບເອື້ອຍອ້າຍນ້ອງຊາວລາວທຸກຄົນ ຂອບໃຈຫຼາຍໆສຳລັບການຮັບຕ້ອນທີ່ອົບອຸ່ນ ຫວັງວ່າສິໄດ້ມາອີກໄວໆນີ້…! ຊະນີIndyຫວັງວ່າຈະເຫັນສາວ ແຫວນແຫວນ ແລະ Superstar ອໍ້າ ພັດຊະຣາພາ ມາຢ້ຽມຢາມປະເທດລາວອີກ ພີ່ນ້ອງຊາວລາວເຮົາຍິນດີຕ້ອນຮັບສະເໝີເດີ້. #ແຊຣໄປໃຫ້ໂລກຮູ້ວ່າປະເທດລາວເຮົາມີດີ ຂໍຂອບໃຈຮູບພາບຈາກ: whanpavarisa
Read More »ສາວງາມຈາກປະເທດ ຝຣັ່ງ ຄວ້າມົງກຸດ Miss Universe ໄປຄອງ! (ມີຄຣິບ)
ປະກາດຜົນໄປແລ້ວສຳລັບເວທີການປະກວດສາວງາມລະດັບໂລກຢ່າງ Miss Universe ເຊິ່ງສາວງາມຕິດອັນດັບ 1 ໃນ 3 ກໍຄື: HAITI, FRANCE ແລະ COLOMBIA ເຊິ່ງສາວງາມທີ່ໄດ້ຕຳແໜ່ງ Miss Universe 2016 ໄປຄອງກໍຄືສາວງາມຈາກປະເທດ ຝຣັງ ຊື່ວ່າ ໄອຣິດ ມິດຕອງນາແອຣ (Iris Mittenaere) ອາຍຸ 23 ປີ ເຊິ່ງນາງສາວງາມຄົນນີ້ກໍຢູ່ໃນທ໋ອບຂອງຜົນໂຫວດມາຕະຫຼອດ, ສ່ວນຮອງອັນດັບໜຶ່ງໄດ້ແກ່ສາວງາມຈາກປະເທດ HAITI ແລະ ຮອງອັນດັບສອງກໍເປັນສາວງາມຈາກປະເທດ COLOMBIA. ທ່ານສາມາດເບິ່ງຄຣິບວິນາທີຕື່ນເຕັ້ນຕອນປະກາດຜົນ… https://www.facebook.com/MissUniverse/videos/10155054025394047/
Read More »ອໍ້າ ພັດຊະຣາພາ ຕິດໃຈໃນຊຸດໄໝລາວ ນຳກັບປະເທດເລີຍ! (ມີຄຣິບ)
ກຣີດໆໆໆ…Superstar ອໍ້າ ພັດຊະຣາພາ ຕິດໃຈໃນຊຸດໄໝລາວຈົນນຸ່ງສິ້ນ ພ້ອມນຳເສື້ອໄໝກັບປະເທດພ້ອມເລີຍ ແລະ ເທົ່າທີ່ດາລາສາວຄົນດັງຂອງປະເທດເພື່ອນບ້ານເຮົາເຄີຍໃຫ້ສຳພາດຕອນທີ່ນາງປະກົດຕົວຢູ່ ຫ້າງວຽງຈັນເຊັນເຕີ້ ໃນວັນທີ 28 ມັງກອນ 2017 ທີ່ວ່ານາງມັກຊຸດໄໝລາວ ຢາກແຕ່ງກາຍແບບແມ່ຍິງລາວ ແລະ ນາງກໍບໍ່ເຮັດໃຫ້ແຟນໆຜິດຫວັງ ນຳກັບປະເທດຈົນໄດ້. https://www.facebook.com/kuanjaimagazine/videos/1571860866162201/ ປະເພນີລາວ ເອກະລັກແບບລາວໆ ເປັນສິ່ງທີ່ງົດງາມ Superstar ອໍ້າ ພັດຊະຣາພາ ກໍຍັງຫຼົງໄຫຼມາແລ້ວ, ເຮົາເປັນຄົນລາວກໍຄວນອະນຸລັກຮັກສາໄວ້ເດີ້ ເພາະເອກະລັກທີ່ເຮົາມີເປັນສິ່ງທີ່ງົດງາມຫຼາຍ. #ແຊຣວົນໄປໃຫ້ໂລກຮູ້ວ່າລາວເຮົາມີດີ https://www.facebook.com/vanh.phrcy/videos/988074934658437/ https://www.facebook.com/vanh.phrcy/videos/988079494657981/ https://www.facebook.com/vanh.phrcy/videos/988074961325101/
Read More »ກິຕ້າ ໄດ້ຄູ່ສົມໃຈແລ້ວ! (ມີຄຮິບ)
ສາວລາວຄົນທໍາອິດທີ່ສາມາດໄປຮ່ວມໃນລາຍການເລືອກຄູ່ຊື່ດັງຂອງປະເທດເພື່ອນບ້ານ “Take me out Thailand” ພັດທະສອນ ມະນີດາລັດ (ກິຕ້າ), ຊະນີIndy ຢາກຈະບອກວ່ານາງໄດ້ຄູ່ເດດສົມໃຈນາງແລ້ວເດີ້ແຖມເປັນ oppa ເກົາຫລີ ຊື່ວ່າ Jae Min Lee, ໂອ້ຍ ອີ່ຫຍັງຈະເລີດເລີເພີເຟັກຫຍັງປານນີ້ ເບິ່ງແລ້ວດູດີເໝາະສົມກັນແບບສຸດໆ ແຖມເຟັກບຸກສ່ວນຕົວຂອງທັງສອງຄົນຍັງດຸໝັ່ນໂພສຮູບຄູ່ຫວານເວີ້ ຈົນມີແຟນໆເຂົ້າໄປກົດໄລ້ແບບລົວໆ. ທ່ານສາມາດເບິ່ງຄຣິບລາຍການໄດ້ເລີຍ ຂໍຂອບໃຈຮູບພາບຈາກ: Jae Min Lee ແລະ Kitar Phatthasone Manydalath
Read More »
Kuanjai Magazine
