Breaking News

ທ່ອງທ່ຽວ

ຄວາມງົດງາມຂອງອີກໜຶ່ງສະຖານທີ່ທ່ອງທ່ຽວໃນໄລຍະລະດູຝົນ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ ທີມງານເວັບໄຊຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ໄວ້ໃຫ້ແຟນໆໄດ້ໄປທ່ຽວ ນັ້ນກໍຄື: ຕາດວັງຫຼວງ ນັ້ນເອງ ເຊິ່ງບາງຄົນກໍຄົງຈະເຄີຍໄປສໍາຜັດມາແລ້ວເນາະ ແລະ ບາງຄົນກໍຍັງບໍ່ເຄີຍໄດ້ຍິນຊື່ຕາດນີ້ ຫຼື ເຄີຍໄດ້ຍິນແຕ່ຊື່ແຕ່ຍັງບໍ່ເຄີຍໄປສໍາຜັດ ຖ້າໃຜຍັງບໍ່ໄດ້ໄປ ຫຼື ຍັງບໍ່ຮູ້ວ່າຕາດວັງຫຼວງຕັ້ງຢູ່ໃສ, ມີຄວາມງົດງາມປານໃດນັ້ນ ທາງທີມງານເວັບໄຊ ຂວັນໃຈ ໄດ້ນໍາເອົາຂໍ້ມູນບາງສ່ວນ ແລະ ຮູບພາບງາມໆມາໃຫ້ທ່ານຜູ້ອ່ານໄດ້ຮູ້ຈັກ ແລະ ໄດ້ຊົມຄວາມງົດງາມຂອງຕາດແຫ່ງນີ້. ຕາດວັງຫຼວງ ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ຍັງຄົງຄວາມອຸດົມສົມບູນໄວ້ ນໍ້າຕົກຕາດວັງຫຼວງ ຕັ້ງຢູ່ບ້ານ ເວີນກະເບົາ ເມືອງປາກງື່ມ ເຊິ່ງຖືໄດ້ວ່າຕັ້ງຢູ່ບໍ່ໄກຈາກນະຄອນຫຼວງວຽງຈັນປານໃດ.ຕາດແຫ່ງນີ້ ນອກຈາກຈະມີນໍ້າໃສໄຫຼເຢັນແລ້ວ ຍັງປະກອບດ້ວຍຄວາມອຸດົມສົມບູນທາງທໍາມະຊາດ ນານາພັນອີກດ້ວຍ ແບບທີ່ວ່າບໍ່ຈຳເປັນຕ້ອງໄປຫຼີ້ນຕາດຢູ່ໄກໆ ຫຼື ໄປຕ່າງແຂວງ ກໍ່ສາມາດມາສຳຜັດຄວາມສວຍງາມ ທາງທຳມະຊາດແບບນີ້ ໄດ້ທີ່ຕາດວັງຫຼວງແຫ່ງນີ້. ສໍາລັບການເດີນທາງໄປທີ່ ຕາດວັງຫຼວງ ແມ່ນໄປທາງ 13 ໃຕ້ ຮອດຂົວບ້ານໄຮ່ແລ້ວໄປຕໍ່ປະມານ 1 ກິໂລແມັດ ມີທາງລ້ຽວຊ້າຍເຂົ້າໄປ 6 …

Read More »

ຮູບພາບງາມໆ ດິນແດນແຫ່ງວິລະຊົນ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ອາກາດເຢັນໆເຖິງໜາວ ແຟນໆຂວັນໃຈຮູ້ສຶກບໍ່ວ່າ ບັນຍາກາດແບບນີ້ເໝາະສົມແກ່ການນອນສະບາຍໆ, ນອນເບິ່ງຮູບເງົາ, ນັ່ງຫຼິ້ນເກມ ແລະ ອື່ນໆ… ດັ່ງນັ້ນມື້ນີ້ ທີມງານຂວັນໃຈ ເລີຍນໍາເອົາຮູບພາບງາມໆຂອງແຂວງຊຽງຂວາງ ດິນແດນແຫ່ງວິລະຊົນ ມາໃຫ້ແຟນໆຂວັນໃຈໄດ້ຊົມ. ຮູບພາບ: ໂຕະນໍ້າຊາ

Read More »

ທ່ຽວຊົມອຸທິຍານຄວາມງົດງາມຂອງຖໍ້າປະຫວັດສາດ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ທີມງານຂວັນໃຈ ຈະພາໄປທ່ຽວທີ່ຖໍ້າຂຸນລາງ ທີ່ຕັ້ງຢູ່ ບ້ານຫວ້ຍສ້ານ ເມືອງກາສີ ແຂວງວຽງຈັນ ເຊິ່ງຖືໄດ້ວ່າ ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ສວຍງາມ ແລະ ຄົບບັນຍາກາດທີ່ຫາເບິ່ງໃນທີ່ແຫ່ງອື່ນໆໄດ້ຍາກ ເພາະໃນສະຖານທີ່ແຫ່ງນີ້ນອກຈາກມີ ຖໍ້າຫີນຍ້ອຍດ້ວຍລວດລາຍຕ່າງໆ ຂອງເລື່ອງລາວທ້າວຂຸນລາງ ໃນນິທານພື້ນເມືອງລາວເລື່ອງ “ຂຸນລູນາງອົ້ວ” ອັນມີຊື່ສຽງແລ້ວ ຍັງມີນໍ້າຕົກຕາດນ້ອຍໃຫຍ່ຢັ່ງຢາຍຕະຫຼອດສາຍທາງການໄປເຖິງປາກຖໍ້າ. ນອກນັ້ນ ຍັງອຸດົມສົມ ບູນດ້ວຍຊີວະນາໆພັນທີ່ຂຽວກະຈີຊຸມເຢັນຕະຫລອດປີ. ສາຍນ້ຳເຫລົ່ານີ້ໄຫຼຜ່ານຫຼືບຫີນຕ່າງໆ ທີ່ສູງຊັນເຮັດໃຫ້ເກີດມີນ້ຳຕົກຕາດຫລາຍແຫ່ງ, ຢູ່ທາງເບື້ອງຂວາຂອງທາງຂຶ້ນຖ້ຳມີຫ້ວຍ (ຫ້ວຍສະໃພ້), ມີນ້ຳຕົກຕາດສອງແຫ່ງຮຽກວ່ານ້ຳຕົກຕາດຫ້ວຍສະໃພ້ 1 ແລະ 2. ນ້ຳຕົກຕາດທີ່ສູງປະມານ 10 ແມັດໄຫຼທອດລົງເປັນຊັ້ນໆຕາມຮ່ອມຜາຊັນ. ປາກຖ້ຳຂຸນລາງຢູ່ທາງທິດຕາເວັນຕົກ ມີຂັ້ນໄດຂຶ້ນປະມານ 400 ຂັ້ນຈິ່ງຮອດປາກຖໍ້າ ແລະ ມີຂັ້ນໄດລົງອີກດ້ານໜຶ່ງປະມານ 257 ຂັ້ນເພື່ອໄປຫານ້ຳຕົກຕາດ. ພາຍໃນຖໍ້າກວ້າງຂວາງ ແລະ ແຍກອອກເປັນຫຼາຍຜົ້ງ, ຫຼາຍໂພງ, ຫຼາຍຫ້ອງ, ຫຼາຍຊັ້ນ ກວ້າງ-ແຄບເຖິງສີ່ລະດັບ ມີທາງຍ່າງລວງດຽວທີ່ຍາວໄປທາງທິດຕາເວັນອອກປະມານ …

Read More »

ອີກມຸມໜຶ່ງຂອງຕາດກວາງຊີ ທີ່ບໍ່ເຄີຍເຫັນຈາກໃສມາກ່ອນ

ແຟນໆຂວັນໃຈ ມື້ນີ້ ທີມງານເວັບໄຊຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວ ອີກແຫ່ງຂອງແຂວງຫຼວງພຣະບາງ ນັ້ນກໍຄື: ນໍ້າຕົກຕາດກວາງຊີ ຕັ້ງຢູ່ເຂດບ້ານທ່າແປ້ນ ຫ່າງຈາກຕົວເມືອງປະມານ 25 ກິໂລແມັດ. ຕາດນີ້ເປັນນໍ້າຕົກຕາດ ຫີນປູນເຊິ່ງມີຄວາມສູງປະມານ 80 ແມັດ ຫຼຸດລົງມາເປັນຊັ້ນໆ ໂດຍມີປ່າໄມ້ທີ່ອຸດົມສົມບູນອ້ອມຮອບ. ຄວາມສວຍສົດງົດງາມຂອງນໍ້າຕົກຕາດທີ່ມີສີຂຽວມໍລະກົດ ບວກັບປ່າໄມ້ຂຽວອຸ່ມທຸ່ມໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ທີ່ມາຢ້ຽມຢາມນໍ້າຕົກຕາດແຫ່ງແຫ່ງນີ້. ຢູ່ຕາມທາງຍ່າງເຂົ້າໄປເບື້ອງຂວາກ່ອນຈະຮອດຕົວຕາດ ຈະໄດ້ພົບກັບວັງນໍ້າສີຂຽວງາມຫຼາຍວັງ ແລະ ມີບາງວັງທີ່ສາມາດລົງຫຼິ້ນໄດ້ ເຊິ່ງຈະສ້າງຄວາມຮູ້ສຶກສົດຊື່ນເຢັນສະບາຍ ແລະ ສໍາຜັດໄດ້ເຖິງທໍາມະຊາດແທ້ໆ. ນອກຈາກນັ້ນແລ້ວ ຖ້າທ່ານໃດມັກຮັກການປະຈົນໄພ ແລະ ຄວາມແປກໃໝ່, ທ່ານສາມາດເດີນທາງມາຕາດກວາງຊີໄດ້ ໂດຍການຍ່າງປ່າຕາມເສັ້ນທາງຍ່າງ ເລີ່ມຈາກເຂດບ້ານລ້ອງເລົາໄປຫາບໍລິເວນນໍ້າຕົກຕາດກວາງຊີ ໂດຍໃຊ້ເວລາປະມານ 3-4 ຊົ່ວໂມງ. ການຍ່າງປ່າດັ່ງກ່າວເປັນກິດຈະກໍາໜຶ່ງຂອງການທ່ອງທ່ຽວແບບອະນຸຮັກ ປະຊາຊົນມີສ່ວນຮ່ວມເຊິ່ງທ່ານຈະໄດ້ເຫັນວິຖີຊີວິດຂອງ ຊົນເຜົ່າມົ້ງ ພ້ອມທັງຄວາມງົດງາມຂອງທໍາມະຊາດຕາມເສັ້ນທາງກ່ອນຈະຮອດຕາດກວາງຊີອີກດ້ວຍ. ຕາດກວາງຊີເປີດໃຫ້ບໍລິການທຸກມື້ເວລາ 8:00 – 17:30 ໂມງ ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ ຮູບພາບ: ຮາບພາບປະເທດລາວ

Read More »

ສວນນໍ້າປ່າພູເຂົາຄວາຍ ສະຖານທີ່ຫຼິ້ນນໍ້າແຫ່ງໃໝ່ ແຂວງວຽງຈັນ

ສະບາຍດີ ແຟນໆຂວັນໃຈ ອາກາດຮ້ອນໆແນວນີ້ ຂວັນໃຈຈະມາແນະນໍາສະຖານທີ່ ໃຫ້ແຟນໆໄດ້ໄປຫຼິ້ນໃນມື້ພັກຜ່ອນ ແລະ ສະຖານທີ່ ຂວັນໃຈຈະມາແນະນໍານັ້ນກໍຄື: “ສວນນໍ້າພູເຂົາຄວາຍ” ນັ້ນເອງ. ສວນນໍ້າພູເຂົາຄວາຍ ຕັ້ງຢູ່ ບ້ານພູເຂົາຄວາຍໃໝ່ ເມືອງທຸລະຄົມ ແຂວງວຽງຈັນ. ທາງໄປເຄື່ອນໄຟຟ້ານໍ້າມັງ3 ເສັ້ນທາງເຂົ້າໄປຫາສວນນໍ້າແມ່ນສະດວກສະບາຍ ເປັນທາງປູຍາງໄປຮອດສວນເລີຍ ແລະ ເປັນອີກສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ທີ່ຢູ່ບໍ່ໄກຈາກນະຄອນຫຼວງວຽງຈັນ ໃຊ້ເວລາໃນການເດີນທາງຈາກນະຄອນຫຼວງວຽງຈັນໄປຫາສວນນໍ້າປະມານ 1 ຊົ່ວໂມງ ຫຼື 1 ຊົ່ວໂມງກັບ 30 ນາທີ ກໍຮອດສວນນໍ້າແລ້ວ. ຖ້າໃຜຍັງບໍ່ເຄີຍໄປລອງໄປເບິ່ງເດີ້ ແລ້ວທ່ານຈະຕິດໃຈກັບຄວາມງົດງາມ ແລະ ອາກາດທີ່ສົດຊື່ນ, ນໍ້າເຢັນໆຂອງສວນນໍ້າດັ່ງກ່າວ. ສວນນໍ້າປ່າພູເຂົາຄວາຍ ເປີດໃຫ້ບໍລິການທຸກໆວັນເສົາ – ອາທິດ ແລະ ວັນພັກຕ່າງໆ. ສໍາລັບມື້ນີ້ ໄດ້ນໍາເອົາຮູບພາບງາມໆຂອງ ສວນນໍ້າພູເຂົາຄວາຍ ດັ່ງກ່າວມາໃຫ້ແຟນໆຂວັນໃຈໄດ້ຊົມ ຮູບພາບຈະງາມປານໃດນັ້ນໄປເບິ່ງເລີຍ!!! ຂໍ້ມູນ ແລະ ຮູບພາບ: ສວນນໍ້າປ່າພູເຂົາຄວາຍ

Read More »