Breaking News

ທ່ອງທ່ຽວ

ບໍ່ນໍ້າຮ້ອນເມືອງຮ້ຽມ

ອາກາດໜາວແນວນີ້ ແອດຄິດເຫັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ມີຄວາມອົບອຸ່ນ ແລະ ສະຖານທີ່ນັ້ນກໍຄື ບໍ່ນໍ້າຮ້ອນເມືອງຮ້ຽມ ເຊິ່ງຫຼາຍທ່ານທີ່ຢູ່ໃກ້ ແລະ ໄກກໍອາດຈະເຄີຍໄປມາແລ້ວ ບໍ່ນໍ້າຮ້ອນ​ເມືອງ​ຮ້ຽມ ​ຢູ່ທາງທິດຕາເວັນຕົກຂອງແຂວງ​ຫົວພັນ ​ເຊິ່ງຕັ້ງຢູ່ຫ່າງຈາກເທສະບານ​ເມື​ອງຊໍາເໜືອປະມານ155 ກິໂລແມັດ ແລະມີເສັ້ນທາງເຂົ້າເຖິງສະດວກສະບາຍສິ່ງ​ທີ່​ສໍາຄັນ​ແມ່ນນອນຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າແອດ – ພູເລີຍເຊິ່ງເປັນຂົງເຂດທີ່ອ້ອມຮອບໄປດ້ວຍປ່າໄມ້ສີຂຽວສະອຸ້ມຕະຫຼອດປີພ້ອມທັງມີສັດສາວາສິ່ງຫຼາກຫຼາຍຊະນິດທີ່​ເພິ່ນໄດ້ອະນຸລັກຮັກສາໄວ້ໃຫ້ນັກທ່ອງທ່ຽວໄດ້ຊົມ ບໍ່ນໍ້າຮ້ອນແຫ່ງນີ້ເປັນບໍ່ນໍ້າຮ້ອນທີ່ມີອຸນຫະພູມສູງທີ່ສຸດໃນ ສປປ ລາວ ເຊິ່ງມີຄວາມຮ້ອນເຖິງ 100 ອົງສາ ແລະ ທ່ານໃດທີ່ມາທ່ຽວຊົມກໍສາມາດນໍາເອົາອາຫານບາງຢ່າງໄປຕົ້ມຫຼືລວກຈົນສຸກໄດ້ເຊັ່ນວ່າ: ໄຂ່, ໜໍ່, ຜັກຫຼືແມ່ນແຕ່ໄກ່ເປັນໂຕກໍສາມາດຕົ້ມຈົນສຸກໄດ້. ສຳລັບຄ່າບໍລິການ ຄົນທ່ອງຖິ່ນ 2,000 ກີບ, ນັກທ່ອງທ່ຽວພາຍໃນ 5,000 ກີບ ແລະ ນັກທ່ອງທ່ຽວຕ່າງປະເທດ 10,000 ກີບ ນອກຈາກນີ້ແລ້ວໃນລະດູຮ້ອນກໍຍັງເປັນສະຖານທີ່ສໍາລັບໄປກິນເຂົ້າປ່າຫຼືຫຼິ້ນກິດຈະກໍາຕ່າງໆໄດ້ຢ່າງ​ສະດວກ​ສະບາຍອີກດ້ວຍ ບໍ່ນໍ້າທັງສອງແຫ່ງນີ້ເປີດໃຫ້ບໍລິການຕັ້ງແຕ່ 7:00 – 19:00 ໂມງ. ໃກ້ໆຈະຮອດປີໃໝ່ແລ້ວທ່ານໃດທີ່ວາງແຜນໄວ້ວ່າຈະໄປທ່ຽວທາງພາກເໜືອກໍລອງໄປທ່ຽວສະຖານທີ່ສອງແຫ່ງນີ້ ຮັບຮອງວ່າທ່ານຈະບໍ່ຜິດຫວັງຢ່າງແນ່ນອນ

Read More »

ປະຫວັດປະຕູໄຊ ທີ່ຫຼາຍຄົນບໍ່ເຄີຍຮູ້

ທ່ານຜູ້ອ່ານທີ່ຮັກແພງໃນມື້ນີ້ ທີມງານ ຂວັນໃຈ ຂໍນໍາເອົາເລື່ອງຂອງປະຕູໄຊມາເລົ່າສູ່ຟັງ ມີຫຼາຍຄົນທີ່ອາໄສຢູ່ນະຄອນຫຼວງວຽງຈັນທີ່ໄດ້ຂີ່ລົດກາຍໄປ-ມາ ແລະ ໄດ້ເຂົ້າໄປທ່ຽວຊົມໃນປະຕູໄຊ ແຕ່ກໍ່ເຫັນວ່າມີຫຼາຍຄົນທີ່ຍັງບໍ່ໄດ້ມີໂອກາດທີ່ຈະເຂົ້າໄປເບິ່ງຢ່າງລະອຽດລະອໍ ແລະ ສຶກສາປະຫວັດວ່າປະຕູໄຊມີທີ່ມາຄືແນວໃດ  ເຊິ່ງມື້ນີ້ພວກເຮົາຈະມາເລົ່າໂດຍຫຍໍ້ສູ່ທ່ານຟັງ   ປະຕູໄຊ ເຊິ່ງຊື່ເດີມເອີ້ນວ່າ “ ອະນຸສາວະລີໄຊຊະນະ ”ເຊິ່ງນັກທ່ອງທ່ຽວມັກປຽບທຽບວ່າເປັນ “ ອາກເດີ ທຣີອົມ ” (ຢູ່ໃນນະຄອນປາຣີ ປະເທດຝຣັ່ງ) ອະນຸສາວະລີ ປະຕູໄຊມີລັກໂດດເດັ່ນທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ບໍລິເວນຕອນປາຍຂອງຖະໜົນລ້ານຊ້າງ (ຄົນສະໄໝກ່ອນມັກເອີ້ນກັນວ່າ “ຊ້ອງ ເອລິເຊ້” ເຊິ່ງເປັນຖະໜົນຢູ່ໃນປາຣີເຊັ່ນກັນ) ປະຕູໄຊຖືກສ້າງຂຶ້ນນັບແຕ່ປີ ຄສ 1957 ແລະ ສໍາເລັດການກໍ່ສ້າງໃນປີ 1968 ອະນຸສາວະລີ ປະຕູໄຊ ຖືກສ້າງເພື່ອເປັນອະນຸສອນໃຫ້ແກ່ການປະກາດເອກະລາດຂອງ ສປປ ລາວ ອອກຈາກແອກປົກຄອງຂອງລ່າເມືອງຂຶ້ນຝຣັ່ງ ແລະ ເປັນອະນຸສອນແກ່ທະຫານທີ່ຕາຍໃນສົງຄາມໂລກຄັ້ງທີສອງ ແລະ ສົງຄາມກັບຈັກກະພັດຝຣັ່ງ ໃນປີ 1949 ໂດຍນຳໃຊ້ທຶນຈາກອາເມລິກາ ທີ່ເບື້ອງຕົ້ນຈະເອົາໄປສ້າງເດີ່ນບິນ …

Read More »

ວັນແຫ່ງຄວາມຮັກໄປທ່ຽວໃສດີ? ຖ້າຄິດບໍ່ອອກໄປທ່ຽວນີ້ເລີຍ…

ໃນວັນແຫ່ງຄວາມຮັກແບບນີ້ ແລະ ໃນໄລຍະລະດູໜາວແບບນີ້ ທາງທີມງານ ຂວັນໃຈ ຈະຂໍແນະນໍາສະຖານທີ່ທ່ອງທ່ຽວໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ໄປທ່ຽວຊົມ ຫຼື ໄປພັກຜ່ອນແບບຄອບຄົວ ແລະ ສະຖານທີ່ທີ່ເຮົາຈະມາແນະນໍາໃຫ້ທຸກທ່ານກໍຄື ສວນ “ສະຕໍເບີຣີ່” ພູຄູນ ນັ້ນເອງ ເມື່ອເອີ່ຍເຖິງສວນ “ສະຕໍເບີຣີ່” ພູຄູນແລ້ວ ຫຼາຍໆທ່ານກໍຄົງຈະເຄີຍໄດ້ຍິນ ຫຼື ບາງທ່ານກໍອາດໄດ້ໄປທ່ຽວຊົມມາແລ້ວສາມແຍກພູຄູນ ຫຼື ເມືອງພູຄູນ ເປັນເມືອງໜຶ່ງທີ່ເປັນທາງສາມແຍກໄປວຽງຈັນ – ຫຼວງບາງ – ຊຽງຂວາງ ແລະ ເປັນເມືອງທີ່ມີສາມລະດູ ໃນມື້ໜຶ່ງໆຈະມີທັງລະດູຝົນ, ລະໜາວ ແລະ ລະດູຮ້ອນ ຈົນຫຼາຍຄົນທີ່ມາທ່ຽວຊົມໃນສະຖານທີ່ແຫ່ງນີ້ບໍ່ສາມາດປັບຕົວໄດ້ທັນເລີຍ ສວນພູຄູນ ”ສະຕໍເບີຣີ່” ຕັ້ງຢູ່ບ້ານ ສາມແຍກພູຄູນ ທາງເຂົ້າຕິດກັບປໍ້ານໍ້າມັນພູຄູນ ຫ່າງຈາກເສັ້ນທາງ 13 ເໝືອ ພຽງ 300 m ເຊິ່ງຫ່າງຈາກນະຄອນຫຼວງວຽງຈັນ 250 km, ຈາກຫຼວງພະບາງ 135 …

Read More »

ພຣະທາດສາມປາງ ບູຮານສະຖານເກົ່າແກ່!

ບັນດາທ່ານຜູ້ອ່ານທີ່ໜ້າຮັກ ມື້ນີ້ ທີມງານ ຂວັນໃຈ ຈະມາແນະນໍາໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ຮູ້ຈັກກັບ ພຣະທາດສາມປາງບູຮານສະຖານເກົ່າແກ່ ຂອງຊາວເມືອງສຸຂຸມາ ຫຼາຍໆທ່ານອາດຈະບໍ່ຮູ້ວ່າພຣະທາດແຫ່ງນີ້ຕັ້ງຢູ່ໃສ ມີປະຫັວດຄວາມເປັນມາແນວໃດ ບໍ່ລໍຊ້າເຮົາໄປເບິ່ງພ້ອມກັນເລີຍ ພຣະທາດສາມປາງຕັ້ງຢູ່ບ້ານ ທາດສາມປາງເມືອງສຸຂຸມາ ແຂວງຈໍາປາສັກເຊິ່ງເປັນ ສະຖານທ່ອງທ່ຽວບູຮານທີ່ເກົ່າແກ່ ແລະ ໜ້າສົນໃຈຂອງເມືອງສຸຂຸມາ ກໍຄືຂອງແຂວງຈຳປາສັກ ພຣະທາດສາມປາງຕັ້ງຢູ່ເຂດ 4 ໂນນຍ່າງ, ເມືອງສຸຂຸມາ ຫ່າງຈາກເມືອງສຸຂຸມາ ໄປທາງຕາເວັນຕົກສ່ຽງເໜືອປະມານ 13 ກິໂລແມັດ, ຫ່າງຈາກເມືອງປາກເຊ ໄປທາງຕາເວັນຕົກສ່ຽງໃຕ້ປະມານ 72 ກິໂລແມັດ ແລະ ຫ່າງຈາກວັດພູປະມານ 21 ກິໂລແມັດ ສະຖານທີ່ແຫ່ງນີ້ ຕັ້ງຢູ່ທົ່ງຮາບຫ້ວຍຂະໜວນ ເຊິ່ງ ເປັນສາຂາໜຶ່ງ ຂອງແມ່ນໍ້າຂອງ ໃນອະດີດ ຫ້ວຍນີ້ມີນໍ້າໄຫຼ່ຢູ່ຕະຫຼອດເຊິ່ງຄົນບູຮານໄດ້ໃຊ້ເປັນເສັ້ນທາງຂົນສົ່ງ ແລະ ໄປມາຫາສູ່ກັນ. ພ້ອມນີ້ຍັງມີເສັ້ນທາງບູຮານ ທີ່ໄດ້ເນັ່ງຈາກວັດພູ ໄປທາງໃຕ້ ຈົນເຖິງຊາຍແດນກຳປູເຈຍ ເຊິ່ງປັດຈຸບັນນີ້ ກໍຍັງສາມາດໄດ້ພົບເຫັນຢູ່ບາງຕອນ ແລະ ບາງຕອນກໍຖືກທຳລາຍໂດຍສະເພາະປະຊາຊົນທີ່ເຮັດໄຮ່, …

Read More »

ທ່ຽວຊົມສວນຊາ 400 ປີ

ອາກາດໜາວໆແນວນີ້ໄປທ່ຽວພາກເໜືອນໍາກັນເທາະ ໄປທ່ຽວພາກເໜືອສຸດຂອງປະເທດລາວເຮົາ ເມື່ອເວົ້າເຖິງພາກເໜືອສຸດ ຜູ້ອ່ານທີ່ໜ້າຮັກຕ້ອງຄິດອອກທັນທີເລີຍແມ່ນບໍ ວ່າແມ່ນແຂວງໃດ ແລະ ແຂວງທີ່ເຮົາຈະມາແນະນໍາສະຖານທີ່ທ່ອງແຫ່ງໜຶ່ງໃຫ້ຮູ້ຈັກໃນມື້ນີ້ນັ້ນຢູ່ແຂວງ ຜົ້ງສາລີ ໄປທ່ຽວທີ່ສວນຊາ 400 ປີ ໄປຊົມວິທີການກັບໃບຊາ ແລະ ໄປຊົມທະເລໝອກທີ່ສວຍງາມ ນັ້ນເອງ   ສວນຊາ 400 ປີ ຕັ້ງຢູ່ເຂດບ້ານກໍແມນ ເມືອງ ແລະ ແຂວງຜົ້ງສາລີ ເຊິ່ງຢູ່ຫ່າງຈາກເທດສະບານແຂວງປະມານ 15 ກິໂລແມັດ ປະຊາຊົນຢູ່ໃນບ້ານກໍແມນໄດ້ປະກອບອາຊີບປູກ ແລະ ຂາຍຊາເປັນອາຊີບຫຼັກມາເປັນເວລາຫຼາຍເຊັ່ນຄົນ ເຊິ່ງຊາຢູ່ບ່ອນນີ້ມີຊື່ສຽງຫຼາຍຍ້ອນມີລົດຊາດທີ່ດີ ແລະ ມີສັບພະຄຸນທີ່ເປັນປະໂຫຍດຕໍ່ສຸຂະພາບຫຼາຍກວ່າຊາປະເພດອື່ນ     ຕົ້ນຊາທີ່ຢູ່ໃນສວນແຫ່ງນີ້ ຍັງໄດ້ຖືກຮັບຮອງໂດຍນັກວິໄຈ ວ່າເປັນຕົ້ນຊາທີ່ມີອາຍຸຫຼາຍກວ່າ 400 ປີ. ດັ່ງນັ້ນສວນຊາແຫ່ງນີ້ຈຶ່ງໄດ້ສົມຍານາມວ່າ “ ສວນຊາ 400 ປີ ” ເຊິ່ງມີເນື້ອທີ່ປະມານ 32.25 ເຮັກຕາ ແລະ ລວມມີຕົ້ນຊາທັງໝົດ 48.373 …

Read More »