Breaking News

ທ່ອງທ່ຽວ

ງານມະຫາກໍາບຸນຊ້າງ

ງານມະຫາກໍາບຸນຊ້າງ ຖືໄດ້ວ່າເປັນງານບຸນປເພນີປະຈໍາປີຂອງແຂວງ ເມື່ອເວົ້າເຖິງບຸນຊ້າງທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍ ກໍຄົງຈະຄິດອອກເລີຍເນາະວ່າຢູ່ແຂວງໃດ ເຊິ່ງເປັນງານບຸນທີ່ມີຊື່ສຽງຂອງແຂວງໄຊຍະບູລີເລີຍກໍວ່າໄດ້ ແລະ ມື້ນີ້ ທີມງານ ຂວັນໃຈ ຈະມາແນະນໍາໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ຮູ້ຈັກກັບ ງານມະຫາກໍາບຸນຊ້າງ ແຂວງໄຊຍະບູລີ ພ້ອມໆກັນເລີຍ ແຂວງໄຊຍະບູລີ ເຄີຍຂຶ້ນຊື່ວ່າເປັນແຂວງ ທີ່ມີຝູງຊ້າງຫຼາຍທີ່ສຸດໃນປະເທດລາວ ເຊິ່ງເພິ່ນໄດ້ມີການຈັດງານມະຫາກໍາບຸນຊ້າງຂຶ້ນ ໃນທຸກໆປີລະຫວ່າງວັນທີ 17 – 19 ກຸມພາ ເພື່ອເປັນການສົ່ງເສີມການອະນຸລັກຮັກສາຊ້າງທີ່ເປັນສັດຄູ່ບ້ານຄູ່ເມືອງຂອງຊາວລາວ ໃນງານບຸນດັ່ງກວ່າປະກອບມີກິດຈະກໍາຫຼາຍຢ່າງບໍ່ວ່າຈະເປັນການປະກວດນາງສາວທິດາບຸນຊ້າງ, ວິທີການເຝິກຊ້າງນ້ອຍ( ເອົາຊ້າງເຂົ້າເຂື່ອນ), ສາທິດການນໍາໃຊ້ແຮງງານຊ້າງ, ການບໍລິການຂີ່ຊ້າງ, ການອາບນໍ້າຊ້າງ ແລະ ອື່ນໆ ໃນແຕ່ລະປີຈະມີຊ້າງເຂົ້າຮ່ວມຫຼາຍກວ່າ 60 ເຊືອກ ນອກຈາກນີ້ແລ້ວຍັງມີ ການສະແດງສິລະປະວັນນະຄະດີ ແລະ ການສາຍຮູບເງົາສາລະຄະດີກ່ຽວກັບຊ້າງ ພ້ອມທັງການສະແດງສິນຄ້າຕ່າງໆຈາກພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນທີ່ດຶງດູດໃຈຂອງນັກທ່ອງທ່ຽວ ຈາກທົ່ວທຸກສາລະທິດໃຫ້ຫຼັ່ງໄຫຼໄປຮ່ວມງານມະຫາກໍາບຸນຊ້າງໃນແຕ່ລະປີ ແລະ ນັບມື້ນັບຫຼາຍຂຶ້ນ ໃກ້ໆຈະຮອດແລ້ວງານບຸນແລ້ວ ຖ້າຍັງບໍ່ທັນວາງແຜນໄປທ່ຽວໃສລອງໄປທ່ຽວ ງານບຸນມະຫາກໍາບຸນຊ້າງ ລອງເບິ່ງເດີຮັບຮອງທ່ານຜູ້ອ່ານທີ່ໜ້າຮັກຈະບໍ່ຜິດຫວັງຢ່າງແນ່ນອນ

Read More »

ທ່ຽວບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກ

ໃນມື້ນີ້ ທີມງານ ຂວັນໃຈ ຈະຂໍນໍາເອົາປະຫວັດຂອງ ຜາສາດຫີນວັດພູຈໍາປາສັກມາເລົ່າສູ່ຟັງ ຫຼາຍຄົນກໍອາດຈະເຄີຍໄປທ່ຽວມາແລ້ວເນາະ ເຊິ່ງໃນເດືອນນີ້ກໍແມ່ນບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກ ເຊິ່ງປີນີ້ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-11 ກຸມພາ 2017 ນີ້ ແລະ ມື້ນີ້ກໍເປັນມື້ທໍາອິດຂອງງານບຸນນັ້ນເອງ ຜາສາດຫີນວັດພູ ຕັ້ງຢູ່ຝັ່ງຂວາ(ຝັ່ງຕາເວັນຕົກ) ຂອງແມ່ນໍ້າຂອງ ຫ່າງຈາກຕົວເມືອງປາເຊໄປປະມານ 40 ກິໂລແມັດ ເປັນປູຊະນິຍະສະຖານອັນສໍາຄັນ ແລະ ເປັນສະຖານປັດຕະຍະກໍາກ່ອນຍຸກອັງກໍວັດ ໃນໄລຍະສະຕະວັດທີ 7-12 ຜາສາດຫີນວັດພູໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈະເລີນຮຸ່ງເຮືອງທາງດ້ານວັດທະນະທໍາໃນສະໄໝກ່ອນ, ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມສວຍສົດງົດງາມ ແລະ ໜ້າອັດສະຈັນໃຈຫຼາຍເຊິ່ງໄດ້ຖືກຮັບຮອງເປັນມໍລະດົກໂລກ ຈາກອົງການຢູເນສໂກ ອີງຕາມການຄົ້ນຄວ້າເມື່ອບໍ່ດົນນານມານີ້ ໄດ້ສະແດງໃຫ້ເຫັນວ່າ: ກຸ່ມສະຖານບູຮານວັດພູ ແມ່ນຈຸດໃຈກາງຂອງພື້ນທີ່ ທາງວັດທະນະທໍາ ໃນຂົງເຂດທົ່ງພຽງຈໍາປາສັກ ໂດຍເອົາຈອມພູເກົ້າ ເປັນຈຸດສຸມ ແລ້ວຂະຫຍາຍອອກໄປເຖິງດ້ານຕາເວັນຕົກຂອງສາຍພູເກົ້າ ແລະ ທິດຕາເວັນອອກຂອງຝັ່ງແມ່ນໍ້າຂອງ ເຊິ່ງປະກອບມີວັດວາອາຣາມ, ອ່າງເກັບນໍ້າ (ໜອງສະບູຮານ), ຮ່ອງລະບາຍນໍ້າ, ແຫຼ່ງຕັດຫີນ, ແຫຼ່ງທີ່ຕັ້ງຂອງຊຸມຊົນ, ຖະໜົນບູຮານ ທີ່ເຊື່ອມຕໍ່ໄປຍັງອັງກໍວັດ ລວມທັງຮ່ອງຮອຍເມືອງບູຮານ ອັນມີຊື່ວ່າເມືອງເສດຖາປຸຣະ …

Read More »

ບຸນນະມັດສະການພຣະທາດສີໂຄດຕະບອງ

ອີກບໍ່ດົນກໍຈະຮອດບຸນນະມັດສະການ ພຣະທາດສີໂຄດຕະບອງແລ້ວ ແລະໃນປີນີ້ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 9-11 ກຸມພາ 2017 ນີ້ ທາງທີມງານ ຂວັນໃຈ ໄດ້ນໍາເອົາຂໍ້ມູນກ່ຽວກັບພຣະທາດສີໂຄດຕະບອງ ມາເລົ່າສູ່ຜູ້ອ່ານທີ່ໜ້າຮັກຟັງ ພຣະທາດສີໂຄດຕະບອງເປັນປູສະນີຍະສະຖານ ແລະ ເປັນສັນຍາລັກຂອງແຂວງຄໍາມ່ວນ ຕັ້ງຢູ່ເຂດບ້ານສີໂຄດ ເມືອງທ່າແຂກ ແຄມແມ່ນໍ້າຂອງໃນວັດເກົ່າຫ່າງຈາກຕົວເມືອງທ່າແຂກໄປທາງທິດໃຕ້ປະມານ 6 ກິໂລແມັດ ພຣະທາດນີ້ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງລະຫວ່າງສັດຕະວັດທີ 6-8 ເປັນບ່ອນບັນຈຸອັດຖິ ( ກະດູກ ) ຂອງພຣະພຸດທະເຈົ້າ. ໃນສັດຕະວັດທີ 16 ເຈົ້າໄຊຍະເຊດຖາທິຣາຊໄດ້ປະຕິສັງຂອນໃຫ້ເປັນແບບສິລະປະລ້ານຊ້າງ ໂດຍເພິ່ມປະຕິມະກໍາດອກບົວຕິດໃສ່ຈອມໃນປີຄສ 1539 ແລະ ໃນປັດຈຸບັນ ພຣະທາດສີໂຄດຕະບອງ ປະກອບດ້ວຍເສດຕະສັດ 7 ຊັ້ນ ສູງ 2 ແມັດ ໃນແກນເປັນເຫຼັກ ສ່ວນເສດຕະສັດແມ່ນເຮັດດ້ວຍເງິນ ແລະ ຄໍາ ຢູ່ປາຍມີໂຄມແກ້ວ ແລະ ບໍລິເວນຕີນພຣະທາດກວ້າງດ້ານລະ 25 ແມັດ …

Read More »

ທ່ຽວດິນແດນປະຫວັດສາດ…

ຖ້າເວົ້າເຖິງໄຫຫີນ ທຸກຄົນກໍ່ຈະຄິດພາບອອກທັນທີເລີຍ ວ່າຕັ້ງຢູ່ແຂວງຊຽງຂວາງ ແຕ່ໄຫຫີນທີ່ເຮົາເຫັນກັນເລື້ອຍໆ ທາງສິ່ງພິມ, ໂທລະພາບ ຫລື ອິນເຕີເນັດ ສ່ວຍຫຼາຍມັກຈະມາຈາກ ທົ່ງໄຫຫີນເມືອງ ແປກ ຫລື ເອີ້ນອີກຊື່ວ່າ ທົ່ງໄຫຫີນ1. ທົ່ງໄຫຫີນຢູ່ຊຽງຂວາງ ມີຫລາຍກວ່າ 1 ແຫ່ງ: ເຊິ່ງມີຢູ່ທັງເມືອງແປກ, ເມືອງ ຜາໄຊ, ເມືອງ ຄູນ ຫລື ແມ່ນແຕ່ຢູ່ເມືອງຄໍາ ກໍ່ມີ. ແຕ່ໄດ້ຮັບການສໍາຫລວດ ແລະ ພັດທະນາເປັນບ່ອນທ່ອງທ່ຽວແລ້ວມີ 3 ແຫ່ງຄື: ໄຫຫີນ1​ ຢູ່ເມືອງແປກ ໃກ້ກັບເດີ່ນຍົນ ສ່ວນທົ່ງໄຫຫີນ2 ແລະ 3​ແມ່ນຢູ່ເມືອງ ຜາໄຊ ເຊິ່ງກໍ່ບໍ່ໄກຈາກເມືອງແປກ ຫຼື ໂພນສະຫວັນຫຼາຍປານໃດ ສໍາລັບມື້ນີ້ ຈະມາແນະນໍາໃຫ້ຜູ້ອ່ານທີ່ໜ້າຮັກໄດ້ຮູ້ຈັກກັບທົ່ງໄຫຫີນ 1 ກ່ອນເນາະ ເຊິ່ງຫຼາຍທ່ານກໍອາດຈະເຄີຍໄປທ່ຽວມາແລ້ວ ໄຫຫີນໃຫຍ່ຈໍານວນຫຼາຍຮ້ອຍກວ່າໄຫ ທີ່ຢັ່ງຢາຍໄປທົ່ວທົ່ງຫຍ້າອັນຂຽວງາມແຫ່ງນີ້ ເປັນເວລາຫຼາຍພັນປີແລ້ວ ແຕ່ສິ່ງທີ່ຍັງເປັນປິດສະໜາໜ້າງຶດງໍ້ອັດສະຈັນໃຈ …

Read More »

ເຊີນທ່ຽວເທສະການ ງານດອກງີ້ວບານ ຄັ້ງທີ 17 ຂອງແຂວງບໍ່ແກ້ວ

ໃກ້ໆຈະຮອດເທສະການ ດອກງີ້ວບານແລ້ວ ປີນີ້ໄດ້ຈັດຂຶ້ນເປັນປີທີ 17 ຊຶ່ງ​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 4-12 ກຸມພາ 2017 ນີ້ ຢູ່ດອນຊາວ, ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ​ເປີດງານ​ຢ່າງ​ເປັນ​ທາງ​ການ​ແມ່ນ​ວັນ​ທີ 10 ກຸມພາ 2017. ງານເທດສະການດອກງິ້ວບານ ແມ່ນປາງບຸນໜຶ່ງທີ່​ສໍາຄັນຂອງປະຊາຊົນບັນດາເຜົ່າ ຊາວເມືອງຕົ້ນເຜີ້ງ ກໍ່ຄືຂອງຊາວ ແຂວງບໍ່ແກ້ວ ທີ່ໄດ້ຈັດ​ຂຶ້ນທຸກໆປີ. ງານດັ່ງກ່າວມັນໄດ້ສ່ອງແສງໃຫ້ເຫັນເຖິງ​ແບບ​ແຜນ​ດໍາລົງຊີວິດ, ຮີດຄອງປະເພນີອັນດີງາມ, ຄວາມດຸໝັ່ນຫ້າວຫັນໃນການອອກແຮງງານທຳການຜະລິດຕິດພັນກັບການອະນຸລັກຮັກສາທຳມະຊາດ-ສິ່ງ​ແວດ​ລ້ອມ, ແນໃສ່ສົ່ງເສີມການທ່ອງທ່ຽວທຳມະຊາດ (ປ່າດອກງິ້ວບານ ດອນຊາວ), ທ່ອງທ່ຽວດ້ານວັດທະນະທຳ (ຮີດຄອງປະເພນີ 13 ຊົນເຜົ່າ ຂອງແຂວງບໍ່ແກ້ວ) ພາຍໃນງານຈະມີກິດຈະກຳຫຼາຍຢ່າງເຊັ່ນ: ​ເລີ່​ມ​ແຕ່​ວັນ​ທີ 4 ​ຈະ​ມີ​ບັນດາ​ບໍລິສັດ​ຫ້າງ​ຮ້ານ, ຫົວໜ່ວຍ​ການ​ຜະລິດ, ທຸລະ​ກິດ ​ແລະ ບັນດາ​ເມືອງ ນຳ​ເອົາສິນ​ຄ້າ​ຜະລິດ​ຕະພັນ​ກະສິກຳ, ອຸດສາຫະກຳ, ສິນຄ້າ​ໂອດ​ອບ, ພືດ​ຜັກ​ປອດ​ສານພິດ ຫຼາຍ​ປະ​ເພດມາ​ວາງຂາຍ. ຊຶ່ງ​ຈະ​ປະກອບ​ໄປ​ດ້ວຍ​ອາຫານ​ການ​ກິນທີ່​ເປັນ​ເອກ​ະລັກ​ຂອງ​ບັນດາ​ເຜົ່າ. ຄາ​ດວ່າ​ຈະ​ມີ​ຫ້ອງ​ວາງສະ​ແດງ​ສິນຄ້າ …

Read More »