Breaking News

Kuanjai Life Stlye

ມາຮູ້ຈັກກັບ 11 ສິ່ງຕໍ່ໄປນີ້…ທີ່ທຸກຄົນໃນຊ່ວງອາຍຸ 30ປີ “ຄວນເລີ່ມເຮັດໄດ້ແລ້ວ”!!!

ຍິ່ງອາຍຸຫຼາຍຂື້ນ ກໍຍິ່ງປ່ຽນແປງພຶດຕິກຳ ແລະ ນິໃສໄດ້ຍາກຂຶ້ນ ແຕ່ຍັງບໍ່ສາຍເກີນໄປສຳລັບຄົນໄວອາຍຸ 30ປີ ຍັງມີເວລາພຽງພໍທີ່ຈະສ້າງພຶດຕິກຳໃໝ່ໆ ທີ່ດີຕໍ່ຕົວເອງອີກຫຼາຍຢ່າງ, ເພື່ອໃຫ້ໄດ້ແນວຄິດທີ່ວ່າ “ແລ້ວຂ້ອຍຈະເຮັດແນວໃດ ຈະປ່ຽນແປງຕົວເອງແນວໃດດີ?” ດັ່ງນັ້ນໃນມື້ນີ້ມີ 11 ຄຳຕອບ ທີ່ພຽງແຕ່ອ່ານແລ້ວຈະເຮັດໃຫ້ມີກຳລັງໃຈ ແລະ ຢາກປ່ຽນແປງໄປໃນທາງທີ່ດີຂຶ້ນ ເຊິ່ງຄຳຕອບເຫຼົ່ານີ້ໄດ້ມາຈາກການສຳຫຼວດຂອງຄົນທົ່ວໂລກທີ່ໄດ້ມາແຊຣເລື່ອງລາວຂອງຕົວເອງຜ່ານເວັບໄຊ້ Quora ຍິ້ມ ແລະ ມ່ວນໄປກັບເລື່ອງຂອງຕົວເອງ ຈົ່ງຍິ້ມໃຫ້ກັບເລື່ອງຂອງຕົວເອງ ຫົວໃຫ້ກັບຊີວິດທີ່ຜ່ານມາ ຫົວໃຫ້ກັບທຸກເລື່ອງທັງດີ ແລະ ບໍ່ດີ, ເພາະການເຮັດໃຫ້ເລື່ອງທີ່ຍາກຂອງຕົວເອງກາຍເປັນເລື່ອງງ່າຍ ກາຍເປັນເລື່ອງທີ່ໜ້າຫົວຂວັນ ອາດເປັນສິ່ງສຳຄັນຕໍ່ສຸຂະພາບ ແລະ ຄວາມສຸກໂດຍລວມໃນຊີວິດ ໄດ້ມີການວິໄຈມາແລ້ວວ່າ ຄົນທີ່ສາມາດຍິ້ມ ແລະ ຫົວຂວັນຕົວເອງໄດ້ນັ້ນ ມັກຈະມີຄວາມສົດໃສກວ່າຄົນອື່ນໆ 2. ສົນໃຈຄຸນຄ່າຂອງຄອບຄົວ ແລະ ມິດຕະພາບ ໃນໄວອາຍຸຊ່ວງເລກຫຼັກ 2 ຍັງອາດຈະວຸ້ນໆກັບການຮຽນ ແລະ ການຕັ້ງໃຈເຮັດວຽກເພື່ອສ້າງເນື້ອສ້າງໂຕ ຈົນອາດເບິ່ງຂ້າມຄອບຄົວ ແລະ ໝູ່ເພື່ອນ ແຕ່ເຖິງຊ່ວງໄວ 30 …

Read More »

ອອນອະນົງ Miss Universe Laos ເດີນທາງກັບປະເທດ ພ້ອມໂພສເປີດໃຈຫຼັງຈາກທີ່ໄດ້ລາງວັນ “ຊຸດປະຈຳຊາດດີເດັ່ນ” ແບບນີ້…

ເປັນຂ່າວສ້າງຊື່ສຽງໃຫ້ປະເທດຊາດ ກຽມສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ກັບຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກໆຄົນ ເມື່ອ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018​ ທີ່ເດີນທາງໄປເປັນຕົວແທນສາວງາມ ປະເທດ ລາວ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ທີ່ປະເທດ ໄທ  ເຊິ່ງເປັນເວທີປະກວດນາງງາມອັນດັບໜຶ່ງຂອງໂລກ ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ… ແລະ ຫຼ້າສຸດ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ກໍໄດ້ເດີນທາງກັບເຖິງ ປະເທດ ລາວ ເປັນທີ່ຮຽບຮ້ອຍແລ້ວ ແລະ ນາງຍັງໄດ້ອອກມາໂພສເປີດໃຈຜ່ານເຟສບຸກສ່ວນຕົວ ເຖິງຄວາມປິຕິຍິນດີ ທີ່ສາມາດນຳເອົາລາງວັນ “ຊຸດປະຈຳຊາດດີເດັ່ນ” ມາຝາກທຸກຄົນໄດ້  ພ້ອມທັງຂອບໃຈແຟນໆທຸກຄົນແບບນີ້… ເຫັນແລ້ວກໍໜ້າຍິນດີ ແລະ ປື້ມໃຈເປັນທີ່ສຸດ ຖືວ່າເປັນປະຫວັດສາດໜ້າໃໝ່ໃນວົງການນາງງາມລາວເຮົາທີ່ສາມາດຄວ້າລາງວັນ Best National​ Costume​ ໃນເວທີ Miss Universe ມາໄດ້ ແລະ ຍັງເຮັດໃຫ້ທົ່ວໂລກໄດ້ຮັບຮູ້ …

Read More »

ງົດງາມເໝາະສົມຕຳແໜ່ງ! ເປັນໄປຕາມຄາດ ສາວງາມຈາກ Philippines ຄວ້າມົງ  Miss Universe 2018 (ຂໍສະແດງຄວາມຍິນດີ)

ປະກາດກັນໄປແບບສົດໆຮ້ອນໆ ແລະ ແຟນໆທົ່ວໂລກກໍ່ໄດ້ຮູ້ກັນແລ້ວວ່າ ສາວງາມທີ່ມີຄວາມເໝາະສົມທີ່ສາມາດພິຊິດມົງກຸດ Miss Universe 2018 ໃນປີນີ້ກໍຄື Catriona Gray ຈາກ ປະເທດ ຟິລິປິນ (Philippines) ສາວງາມຈາກເພື່່ອນບ້ານເຮົານີ້ເອງ, ງົດງາມສົມກັບຕຳແໜ່ງທີ່ສຸດ (ຂໍສະແດງຄວາມຍິນດີນຳຫຼາຍໆ) ສຳລັບຮອງຕຳແໜ່ງມີດັ່ງນີ້: ຮອງອັນດັບ 1 Miss Universe 2018 ໄດ້ແກ່ Miss South Africa  ຮອງອັນດັບ 2 Miss Universe 2018 ໄດ້ແກ່ Miss Venezuela  ລາງວັນພິເສດ: ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ອອນອະນົງ ຫອມສົມບັດ (Laos) ຢ່າງໃດກໍຂໍສະແດງຄວາມຍິນດີກັບບັນດາສາວງາມທີ່ໄດ້ຕຳແໜ່ງທຸກໆຄົນເລີຍເດີ…ແຕ່ລະຄົນ ງົດງາມ ພິບໄຫວດີ ມີຄວາມສາມາດ ສົມກັບທີ່ໄດ້ຕຳແໜ່ງກັນມົດທຸກໆຄົນກັນເລີຍ. (ຂໍຂອບໃຈຮູບພາບ)

Read More »

ໂດ່ງດັງໄປທົ່ວໂລກ! “ປະເທດລາວ” ກັບລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ Miss Universe 2018!!!

ກຽມສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ກັບຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກໆຄົນ ເປັນຂ່າວທີ່ເອີ້້ນວ່າດີຫຼາຍໆ ສ້າງຊື່ສຽງໃຫ້ປະເທດຊາດເລີຍກໍ່ວ່າໄດ້ ຫຼ້າສຸດ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018​ ທີ່ເດີນທາງໄປເປັນຕົວແທນສາວງາມ ປະເທດ ລາວ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ທີ່ປະເທດ ໄທ  ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ… ຈົນເປັນກະແສ ຮືຮາ ໂດ່ງດັງໄປທົ່ວໂລກ ບັນດາສື່ດັງຫຼາຍສື່ທົ່ວໂລກ ກໍ່ບໍ່ພາດທີ່ຈະນຳສະເໜີຂ່າວສາວງາມທີ່ຄວ້າລາງວັນຊຸດປະຈຳຊາດດີເດັ່ນໃນປີນີ້ ເຊິ່ງເປັນການດີທີ່ຄົນທົ່ວໂລກຈະໄດ້ຮັບຮູ້ເຖິງປະເທດລາວເຮົາຫຼາຍຂຶ້ນ, ເຖິງແມ່ນວ່າໃນເທື່ອນີ້ ສາວງາມຈາກປະເທດລາວເຮົາຈະບໍ່ໄດ້ເຂົ້າຮອບເລິກໆ ແຕ່ກໍສາມາດ ຄວ້າລາງວັນ ທີ່ເປັນອີກໜຶ່ງລາງວັນໃຫ່ຍໃນເວທີດັ່ງກ່າວ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018)  ມາຝາກຄົນລາວເຮົາໄດ້ຢ່າງສຳເລັດ. (ຂໍຊົມເຊີຍ…ເກັ່ງຫຼາຍໆ) #ແຊຣໄປໃຫ້ໂລກຮູ້ປະເທດລາວ ?????? https://www.facebook.com/309489883202549/videos/210196266558144/ https://www.facebook.com/309489883202549/videos/320114542048963/ #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy (ຂໍຂອບໃຈຮູບພາບ)

Read More »

ໃນທີ່ສຸດມື້ນີ້ກໍ່ມາຮອດ! ສະແດງຄວາມຍິນດີ ນ້ອງ ອອນອະນົງ ຄວ້າລາງວັນ “ຊຸດປະຈຳຊາດດີເດັ່ນ”  ຈາກເວທີ Miss Universe 2018 #ແຊຣໄປໃຫ້ໂລກຮູ້

#ແຊຣໄປໃຫ້ໂລກຮູ້ປະເທດລາວ ?????? ເປັນຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກຄົນ ນໍ້າຕາແຫ່ງຄວາມຍິນດີ ໃນທີ່ສຸດມື້ນີ້ກໍ່ມາຮອດ ຫຼ້າສຸດ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018​ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ທີ່ປະເທດ ໄທ  ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ ແບບສົດໆຮ້ອນໆ… (ສະແດງຄວາມຍິນດີນຳຫຼາຍໆ…ຂໍຊົມເຊີຍເດີ້) ເຫັນແລ້ວກໍໜ້າຍິນດີ ແລະ ປື້ມໃຈເປັນທີ່ສຸດ ຖືວ່າເປັນປະຫວັດສາດໜ້າໃໝ່ໃນວົງການນາງງາມລາວເຮົາທີ່ສາມາດຄວ້າລາງວັນ Best National​ Costume​ ໃນເວທີ Miss Universe 2018 ມາໄດ້ ແລະ ຍັງເຮັດໃຫ້ທົ່ວໂລກໄດ້ຮັບຮູ້ ປະເທດ ລາວ ເຮົາໃຫ້ຫຼາຍຂຶ້ນອີກດ້ວຍ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy (ຂໍຂອບໃຈຮູບພາບ)

Read More »