Breaking News

Travel

ໄປປະຈົນໄພ ໄປເຕີມພະລັງໃຫ້ຊີວິດ ໄປໃຫ້ຮ່າງກາຍພົບພໍ້ກັບທຳມະຊາດສີຂຽວທີ່ ແຂວງຈຳປາສັກ ນຳກັນບໍ່? (ແຖມທ່ຽວໃນລາວເງິນບໍ່ຮົ່ວໄຫຼ)

ອົກຫັກ ແຟນຖິ້ມ ຜິດກັບໝູ່ ບໍ່ມີໝູ່ຄົບ ວຸ້ນວາຍໃຈເລື່ອງວຽກ-ເລື່ອງຮຽນ ມາໆ…ມາທາງນີ້ພີ້ເດີ້ຊຸມເຈົ້າ ໃນມື້ນີ້ Kuanjai Magazine ຈະພາໄປທ່ຽວພັກຜ່ອນຢ່ອນໃຈ ໄປເຕີມພະລັງໃຫ້ຊີວິດ ໄປຍ່າງເຂົ້າປ່າຈັກບຶດ 2ບຶດ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ປະເທດລາວເຮົານີ້ເອງ, ເລີ່ມກ້າວເຂົ້າສູ່ລະດູຝົນແລ້ວເດີ້ ໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ນໍ້າຕົກຕາດຫຼາຍແຫ່ງເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ່ຽວ ເອົາຮ່າງກາຍໄປປະທະກັບອາຍຝົນ ອາຍໝອກ, Trip ນີ້ຈະນຳພາແຟນໆໄປພົົບພໍ້ທຳມະຊາດທີ່ສວຍສົດງົດງາມ ອາກາດດີໆ ນໍ້າຕົກຕາດງາມໆ ມີສາຍຮຸ້ງອອກມາກິນນໍ້າ ອ້ອມຮອບບໍລິເວນໄປດ້ວຍຕົ້ນໄມ້ສີຂຽວອຸ່ມທຸ່ມ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ພາກໃຕ້ຂອງລາວເຮົາ ບອກເລີຍວ່າທຳມະຊາດບ້ານເຮົາໃຜວ່າດ້ອຍໜ້າປະເທດອື່ນ ເປັນທີ່ຮູ້ກັນດີວ່າ ປາກຊ່ອງບໍລະເວນ ເປັນເມືອງແຫ່ງກາເຟທີ່ປູກຈາກດິນພູເຂົາໄຟ ເຊິ່ງມີຄວາມອຸດົມສົມບູນຫຼາຍໆຢ່າງ ພູເຂົາສະຫຼັບຊັບຊ້ອນ ແລະ ອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວຫຼາຍແຫ່ງ ທີ່ໂດດເດັ່ນອີກໜຶ່ງຢ່າງນັ້ນກໍຄືນໍ້າຕົກຕາດເຊິ່ງຢັ່ງຢາຍກັນຢູ່ຫຼາຍບ່ອນ ແຕ່ມື້ນີ້ເຮົາພິເສດແດ່ ເພາະຈະພາໄປເລາະພັກຜ່ອນແຖວ ນໍ້າຕົກຕາດອີ່ຕູ້. ແຕ່ກ່ອນອື່ນທີ່ເຮົາຈະໄປຫາປາຍທາງ ນໍ້າຕົກຕາດອີ່ຕູ້ ເຮົາກໍ່ຕ້ອງໄດ້ຜ່ານເສັ້ນທາງ ໃນລະຫວ່າງທາງກ່ອນຈະຮອດເປົ້າໝາຍ ນັ້ນກໍຄືການອອກໄປລ່ານໍ້າຕົກຕາດ ແຕ່ໃນລະຫວ່າງສອງຟາກທາງກ່ອນຈະຮອດນໍ້າຕົກນັ້ນ ເຮົາເຫັນຊາວບ້ານນຳເອົາເຄື່ອງຫັດຖະກຳຕ່າງໆມາວາງຂາຍ ແລະ ໝາກໄມ້ຕາມລະດູການຢ່າງຫຼວງຫຼາຍ ໂດຍສະເພາະໝາກຖົ່ວລຽນ …

Read More »

ອີກໜຶ່ງທາງເລືອກໃໝ່ໆ “Take It Easy Cafe” ສາຍຖ່າຍຮູບ ສາຍຄາເຟ່ທັງຫຼາຍຫ້າມພາດ (ບອກເລີຍ…ຕ້ອງໄປ!!)

ວຸ້ນວາຍກັບການເຮັດວຽກ ການຮຽນມາໝົດມື້ ຮູ້ສຶກເມື່ອຍ ຮູ້ສຶກຢາກ Relax ສຸດໆແມ່ນບໍ່ແຟນໆ? ບາງຄົນກໍຢາກນັດໝູ່ສະໜິດ ນັດຄົນຮູ້ໃຈ ຫຼື ບາງຄົນກໍອິນດີ້ແດ່…ຢາກໄປນັ່ງຊຶ້ງໆຄົນດຽວຊິນ່າ (ຮະຮ່າ) ແຕ່ຄິດສະຖານທີ່ບໍ່ອອກ ບໍ່ຮູ້ຈະໄປໃສ ບ່ອນໃດກໍໄປມາໝົດແລ້ວ… ບໍ່ຍາກເດີ້!!! ປີນີ້ 2019 ແລ້ວບໍ່ຕ້ອງຄິດໃຫ້ເມື່ອຍ ພຽງແຕ່ຕິດຕາມ Kuanjai Magazine  ນັ່ງຢູ່ລ້າໆກໍຈະມີຂໍ້ມູນຂ່າວສານໃໝ່ມາອັບເດດໃຫ້ແຟນໆໄດ້ຮູ້ກັນເລື້ອຍໆ ເພາະຫຼ້າສຸດໄດ້ຍິນຂ່າວວ່າມີຮ້ານ Cafe ເປີດໃໝ່ ຊະນີIndy ກໍບໍ່ລໍຖ້າຊ້າ ໄດ້ໄປຍາມຮ້ານ “Take It Easy Cafe” ເພື່ອເກັບເອົາບັນຍາກາດດີໆພາຍໃນຮ້ານ ແລະ ມາບອກຕໍ່ເຖິງລົດຊາດເຄື່ອງດື່ມ ແລະ ອາຫານທີ່ໜ້າລິ້ມລອງມາຝາກແຟນໆແລ້ວ… ເຊິ່ງຮ້ານ “Take It Easy Cafe” ແມ່ນຕັ້ງຢູ່ຊັ້ນ 4 ຂອງຫ້າງຊັບພະສິນຄ້າ World Trade Center, Bloke B ເຊິ່ງທາງທີມງານເຮົາກໍໄດ້ມີການໄປຖາມໄຖ່ເຖິງທີ່ມາທີ່ໄປຂອງຮ້ານແລ້ວວ່າ “Take It Easy Cafe” …

Read More »

ທ່ຽວ Slow life ໄປເບິ່ງທຳມະຊາດ ໄປເບິ່ງລິງອູ້ມລູກ ໄປກິນຕົ້ມຫອຍປັງ ຢູ່ເມືອງຈຳພອນ ແຂວງສະຫວັນນະເຂດກັນບໍ່?

ອາກາດຮ້ອນ ປົນພາຍຸເຂົ້າ ຮູ້ສຶກເບື່ອໆຢາກໄປທ່ຽວ ແຕ່ສິໃຫ້ອອກນອກປະເທດ ເປີດເບິ່ງບັນຊີພັດເປັນໄປໄດ້ຍາກ (555) ດຽວກ່ອນ!!! ບໍ່ຕ້ອງນ້ອຍໃຈໄປ ມີສະຖານທີ່ມາແນະນຳແຟນໆອີກແລ້ວ ແນະນຳຕ້ອງມາທີ່ນີ້ເລີຍ ເມືອງຈຳພອນ ແຂວງສະຫວັນນະເຂດ ເຊິ່ງມີບ່ອນທ່ອງທ່ຽວຫຼາກຫຼາຍບໍ່ວ່າຈະເປັນທາງທຳມະຊາດ ວັດທະນະທຳແລະ ປະຫວັດສາດແຖມຫ່າງຈາກຕົວເມືອງພຽງ 50km ເທົ່ານັ້ນ. ເລີ່ມຕົ້ນອອກເດີນທາງຕາມສາຍທາງເລກທີ 9A ພໍຮອດຫຼັກ35 ລ້ຽວເຂົ້າໄປອີກປະມານ 20km ກໍ່ຮອດຝາຍສຸຍແລ້ວ “ສຸຍ” ເປັນນ້ຳຕົກມະໂນ ທີ່ຜູ້ຄົນອ້ອມແອ້ມບ້ານແລະອອກມາຈາກຕົວເມືອງໄກສອນວັນເສົາອາທິດມັກມາໂດດນ້ຳ ນອກນັ້ນຈະມີຕົ້ມຫອຍປັງ ແລະ ປີ້ງປາກົດ.. ຂາຍແຄມຝັ່ງສຸຍ ມີບ່ອນຈອດລົດສະດວກສະບາຍ ຖ້າໃຜໄດ້ມີໂອກາດໄດ້ມາໂດດນ້ຳຢູ່ ສຸຍແຫ່ງນີ້ ແນະນຳໃຫ້ຂັບລົດຕໍ່ໄປອີກໜ້ອຍໜຶ່ງ ກໍ່ຮອດບ້ານດົງເມືອງ ຈະເຫັນລີງອູ້ມລູກ ອູ້ມຫຼານອອກມາຢືນຖ້າອາຫານນຳນັກທ່ອງທ່ຽວເຕັມໄປໝົດເລີຍ. ລີງຂ້ອນຂ້າງລື້ງຄົນ ແຕ່ລາວບໍ່ໃຫ້ຈັບເດີ້ ບໍລິເວນດົງລີງ ຈະມີຮ້ານຄ້າເຊິ່ງສ່ວນຫຼາຍກໍ່ຈະຂາຍອາຫານໃຫ້ລີງຫັ້ນແລະ ເປັນກ້ວຍ ຖົ່ວດິນ ແລະ ເຂົ້າໜົມ… ອອກຈາກດົງລີງ ຂັບລົດຜ່ານທົ່ງນາໄປຕໍ່ອີກຈັກໜ້ອຍກໍ່ຈະຮອດ ບ້ານໜອງລຳຈັນ ໃນບ້ານຈະມີວັດເຊິ່ງພາຍໃນວັດຈະມີຫໍພະໄຕປີດົກ ຫຼືຫໍໄຕ ຕັ້ງຢູ່ກາງໜອງນ້ຳ …

Read More »

ເມື່ອຍ ທໍ້ ເຊັງ? ໄປເຕີມພະລັງຊີວິດຢູ່ ນະຄອນຫຼວງພະບາງ ກັນເທາະ

ເມື່ອຍ ທໍ້ ເຊັງ? ໄປເຕີມພະລັງຊີວິດແບບ Slow Life  ທີ່ ນະຄອນຫຼວງພະບາງ ປະເທດລາວ ກັນເທາະ ເພາະຂຶ້ນຊື່ເປັນເມືອງມໍລະດົກໂລກ ທີ່ດຶງດູດນັກທ່ອງທ່ຽວຈາກທົ່ວໂລກມາສຳຜັດກັບ ວິຖີຊີ​ວິດອັນລຽບງ່າຍ, ເຮືອນຊານບ້ານຊ່ອງອັນເປັນເອກກະລັກ ແລະ ວັດວາອາຮາມທີ່ຍັງຄົງອານຸລັກຄວາມເກົ່າແກ່ ແລະດັ້ງເດີມໄວ້ໄດ້ເປັນຢ່າງດີ.     ປັດຈຸບັນນີ້ ກະແສການທ່ອງທ່ຽວແບບຊ້າໆ ຄ່ອຍໆເປັນຄ່ອຍໆໄປ ຊຶມຊັບກັບບັນຍາກາດອ້ອມຮອບຕົວ ຫຼື ທີ່ເພິ່ນເອີ້ນວ່າ ການໃຊ້ຊິວິດ ແບບ “Slow Life” ກຳລັງໄດ້ຮັບຄວາມນີຍົມຫຼາຍຂຶ້ນໃນກຸ່ມນັກທ່ອງທ່ຽວ ທີ່ຢາກຊອກຫາແຫຼ່ງທ່ອງທ່ຽວທີ່ສະຫງົບ ປ່ອຍໂຕ ປ່ອຍໃຈໄປນຳບັນຍາກາດທຳມະຊາດ ແລະຫຼີກໜີຈາກຄວາມວຸ້ນວາຍໃນຕົວເມືອງ. ລອງມາເບິ່ງຮູບພາບງາມໆໃນ ນະຄອນຫຼວງພະບາງ ແຕ່ຖ້າວ່າໄປທ່ອງທ່ຽວເມື່ອຍແລ້ວ ຄິດຢາກນັ່ງພັກ ຂໍແນະນຳເປັນຮ້ານ ເຂົ້າຈີ່ ຄາເຟ່ ເລີຍເດີ້ ເພາະບໍ່ວ່າຈະເປັນ ເຂົ້າຈີ່ ກາເຟ ຫຼື ທຸກໆເມນູໃນຮ້ານນີ້ ແຊບ ສະອາດ ລາຄາເໝາະສົມ ແຖມພໍນັ່ງແລ້ວກໍໄດ້ອາລົມ ຊຶມຊັບໄປກັບບັນຍາກາດຂອງເມືອງມໍລະດົກໂລກສຸດໆ… …

Read More »

ແຊຣເກັບໄວ້ເບິ່ງ! Idea ທ່າໂພສຖ່າຍຮູບເດັດໆເວລາໄປທ່ອງທ່ຽວ (ທຣິບນີ້ເຮົາຕ້ອງລອດ)

ໄດ້ອອກໄປທ່ຽວທັງທີ ສາວໆກໍຕ້ອງຢາກມີຮູບງາມໆ ເກັບເປັນໂມເມັ້ນຄວາມຊົງຈຳ ແລະ ອວດໝູ່ເພື່ອນໃນໂຊຊ່ຽວ ໄປທ່ອງທ່ຽວທັງທີກໍຕ້ອງມີການກະກຽມຕົວກັນແດ່ ບໍ່ວ່າຈະເປັນເສື້ອຜ້າ ເກີບ ກະເປົ໋າ ທັງແຕ່ງໜ້າເຮັດຜົມ ເອີ້ນໄດ້ວ່າຈັດເຕັມກັນສຸດໆ ແຖມຈະຖ່າຍຮູບແບບທຳມະດາໆ ກໍຄືຈະບໍ່ແມ່ນວ່າບໍສາວໆ (555) ຮູບກໍຈະຕ້ອງອອກມາງາມ ອອກມາເລີດທີ່ສຸດ, ດັ່ງນັ້ນ!! ລອງມາເບິ່ງວ່າວິທີການຖ່າຍຮູບອອກມາໃຫ້ ວ້າວວວວ ທີ່ສຸດນັ້ນຈະເປັນແນວໃດ ມາໆນຳມາເບິ່ງພ້ອມໆກັນເລີຍ… ຫຼີກເວັ້ນການຖ່າຍຮູບແບບມຸມເສີຍ ສາວໆຫຼາຍຄົນອາດຈະຮູ້ຢູ້ແລ້ວວ່າ ມຸມຕໍ່າ ມຸມເສຍ ທຳຮ້າຍຄົນມາແລ້ວ ເພາະນອກຈາກຈະເຮັດໃຫ້ຮູບເບິ່ງບໍ່ງາມ ຍັງເຮັດໃຫ້ເບິ່ງແລ້ວຕຸ້ຍກວ່າຄວາມເປັນຈິງຫຼາຍເທົ່າ ຊ່ວງທີ່ດີທີ່ສຸດຄືການຖ່າຍໃນໄລຍະດຽວກັບສາຍຕາຂອງເຮົາຈະດີທີ່ສຸດ 2. ຫຼີກເວັ້ນການຖ່າຍຮູບມຸມສູງເກີນໄປ ການຖ່າຍຮູບມຸມສູງ ເຮົາອາດຈະມັກ ແລະ ເຮັດເລື້ອຍໆ ເພາະເບິ່ງແລ້ວເຮັດໃຫ້ໜ້າຄົມ ແຕ່…ມັນເຮັດຈະເຮັດໃຫ້ເຮົາເບິ່ງຄືໃຫ່ຍຜິດປົກກະຕິ ແລະ ຍັງບໍ່ແມ່ນຮູຸບທີ່ດີເທົ່າທີ່ຄວນ 3. ຫາມຸມທີ່ແມ່ນຂອງຕົວເອງ ເຊື່ອເລີຍວ່າສາວໆທຸກຄົນຕ້ອງມີມຸມທີ່ແມ່ນຂອງຕົວເອງ ພຽງແຕ່ຕ້ອງຫາມັນໃຫ້ເຈິເທົ່ານັ້ນ ອາດເປັນການອຽງໜ້າ 20 ອົງສາ ອາດຈະເປັນຝັ່ງຊ້າຍຂອງໜ້າ ຫຼືອາດເປັນຮອຍຍິ້ມ ຍິ້ມເຫັນແຂ້ວ ດັ່ງນັ້ນເຈົ້າເອງນັ້ນແຫລະທີ່ຈະຮູ້ມຸມຂອງຕົວເອງດີກວ່າຄົນອື່ນ …

Read More »