Breaking News

Magazine

ເຮັດວຽກ Teamwork ແບບໃດໃຫ້ມີປະສິດທິພາບ

ການເຮັດວຽກເປັນທີມ ເປັນຮູບແບບການເຮັດວຽກໃນຝັນຂອງຫຼາຍຄົນ ເພາະຜົນລັບຂອງການເຮັດວຽກຮູບແບບນີ້ ມັກຈະພົບຄວາມສຳເລັດເປັນຢ່າງດີ ເຮັດໃຫ້ອົງກອນເຕີບໂຕຂຶ້ນຢ່າງໄວວາ ໂດຍການເຮັດວຽກແບບເປັນທີມທີ່ມີປະສິດທິພາບປະກອບດ້ວຍ 6 ຂໍ້ດັງນີ້: 1 ເຂົ້າໃຈການເຮັດວຽກຂອງຕົນເອງ ແລະ ຄົນອື່ນ ຈຸດເລີ່ມຕົ້ນຂອງການເຮັດວຽກຢ່າງມີປະສິດທິພາບກໍຄື ຜູ້ປະຕິບັດງານ ເຊິ່ງເປັນຜູ້ທີ່ສຳຄັນທີ່ສຸດ ເພາະການທີ່ມີບຸກຄະລາກອນມາຮວມໂຕກັນ ລວມທັງມີຄວາມເຂົ້າໃຈໃນການເຮັດວຽກຂອງຜູ້ອື່ນໃນທີມ ໂດຍອາໄສຂໍ້ດີເກື້ອກູນເຊິ່ງກັນ ແລະ ກັນ ຫາກມີຈຸດໃດທີ່ແຕກຕ່າງກັນຫຼາຍ ກໍຕ້ອງປັບຄວາມເຂົ້າໃຈກັນຄືນໃໝ່. 2 ສ້າງ ແລະ ໂຟກັດເປົ້າໝາຍຮ່ວມກັນ ເມື່ອເຮັດວຽກເປັນທີມກໍຄວນວາງແຜນໂດຍສ້າງເປົ້າໝາຍຮ່ວມກັນ ເພື່ອໂຟກັດໃນການເຮັດວຽກຮ່ວມກັນ ແລະ ເພື່ອໃຊ້ເປັນແນວທາງໃນການປະຕິບັດງານໃຫ້ບັນລຸຄວາມສຳເລັດຕາມພາລະກິດ ເຊິ່ງການກຳນົດ ວັດຖຸປະສົງທີ່ດີ ຄວນມີການກຳນົດຂອບເຂດໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະຄົນໃຫ້ຊັດເຈນ ແຕ່ໂຟກັດໃນສິ່ງດຽວກັນ ເພື່ອໃຫ້ເປັນການຮ່ວມມືຮ່ວມໃຈ ແລະ ວັດແທກຄວາມສຳເລັດຂອງທີມ ໂດຍອາດຈະຂຽນວັດຖຸປະສົງ ແລະ ໜ້າທີ່ຂອງແຕ່ລະຄົນເປັນລາຍລັກອັກສອນໃຫ້ເຂົ້າໃຈງ່າຍ ແລະ ເຮັດໄດ້ແທ້ ສະໜອງນໂຍບາຍຂອງອົງກອນ. 3 ສ້າງທີມດ້ວຍຄວາມສາມາດ ແລະ ຈຸດເດັ່ນຂອງແຕ່ລະຄົນ ເມື່ອກຳນົດໜ້າທີ່ ແລະ ຄວາມຮັບຜິດຊອບຂອງວຽກງານແຕ່ລະຄົນຕາມຄວາມສາມາດ, …

Read More »

ຄູ່ຊີວິດທີ່ຮັກກັນ ແລະ ມີໃບທະບຽນສົມຣົດ ທີ່ດົນທີ່ສຸດໃນໂລກ…

ຄວາມຮັກເປັນເລື່ອງບໍ່ແນ່ນອນ ແລະ ກໍບໍ່ສາມາດຄາດເດົາໄລຍະເວລາແຫ່ງຄວາມຮັກ, ຄວາມຜູກພັນໄດ້ແບບແນ່ນອນ ບາງໃຊ້ຊີວິດຢູ່ນຳກັນບໍ່ພໍເທົ່າໃດກໍເລີກລາກັນ ແຕ່ສຳລັບຄູ່ຮັກຂອງພໍ່ຕູ້ ແລະ ແມ່ຕູ້ທີ່ແອັດມິນຈະມາເລົ່າສູ່ຟັງມື້ນີ້ ເປັນເລື່ອງຄວາມຮັກທີ່ຍາວນານທີ່ສຸດໃນໂລກ ເຊິ່ງໄລຍະເວລາບໍ່ໄດ້ເຮັດໃຫ້ຄວາມຮັກຂອງພວກເຂົາຫຼຸດນ້ອຍຖອຍລົງເລີຍ ໂດຍທັງສອງຕູ້ເປັນເຈົ້າຂອງສະຖິຕິໃຊ້ຊີວິດຄູ່ຊີວິດ ຫຼືຄູ່ສົມຣົດ ທີ່ດົນນານທີ່ສຸດໃນໂລກ ເຖິງແມ່ນວ່າເລີ່ມຕົ້ນຊີວິດສົມຣົດທັງສອງຕ້ອງແຕ່ງງານກັນແບບລັບໆ ເພາະວ່າຄອບຄົວບໍ່ເຫັນດີ ແຕ່ສຸດທ້າຍ ພວກເພິ່ນກໍພິສູດໃຫ້ເຫັນເຖິງຄວາມຮັກອັນແທ້ຈິງ. ພໍ່ຕູ້ມີຊື່່ວ່າ ຂູລີໂອ ຊີຊາຣ໌ ໂມລາ ແລະ ແມ່ຕູ້ຊື່ ວັນດຣາມິນາ ມາໂຄລເວຍ ຄວິນເຕໂຣສ ທັງສອງແຕ່ງງານກັນມາ 79 ປີ,​ພໍ່ຕູ້ໂມລາ ເກີດວັນທີ 10 ມີນາ ປີ 1910 ປັດຈຸບັນ ອາຍຸ 110 ປີ, ສ່ວນແມ່ຕູ້ ຄວິນເຕໂຣສ ເກີດໃນວັນທີ 16 ຕຸລາ ປີ 1915 ປັດຈຸບັນ ອາຍຸ 105 ປີ, ເມື່ອລວມອາຍຸຈະຫຼາຍເຖິງ 214 …

Read More »

ດວງວັນທີ 1 ກັນຍາ ສຳລັບຄົນເກີດວັນຈັນ-ອາທິດ.

ມື້ນີ້ແອັດມິນ ນຳເອົາດວງທາງດ້ານວຽກງານ, ການເງິນ ແລະ ຄວາມຮັກ ມາໃຫ້ທຸກຄົນເບິ່ງ ມີຄົບທຸກວັນເກີດຕັ້ງແຕ່ ວັນຈັນ-ວັນອາທິດ ມາເບິ່ງນຳກັນວ່າດວງຂອງວັນທີ 1 ກັນຍາ ປີ 2020 ດວງແຕ່ລະຄົນຈະເປັນແນວໃດ ດວງສຳລັບຄົນເກີດວັນອາທິດ ວຽກງານ: ເຮັດທຸລະກິດໄດ້ກຳໄລດີ ການເງິນ:​ ຫາເງິນໄດ້ທັນກັບການໃຊ້ຈ່າຍ ຄວາມຮັກ: ມີໂອກາດພົບກັບຄົນຮັກທີ່ມີອາຍຸຫຼາຍກວ່າ ດວງສຳລັບຄົນເກີດວັນຈັນ ວຽກງານ: ເຮັດທຸລະກິດການຂາຍອອນລາຍໄດ້ກຳໄລດີ ການເງິນ:​ ມີເລື່ອງຈຳເປັນຕ້ອງໃຊ້ຈ່າຍແບບບໍ່ຄາດຄິດ ຄວາມຮັກ: ຈະພົບກັບຄົນທີ່ມີອາຍຸຫຼາຍກວ່າ ດວງສຳລັບຄົນເກີດວັນອັງຄານ ວຽກງານ: ການໃຊ້ເງິນໃນເຂົ້າໃນການລົງທຶນທຸລະກິດ ຈະພົບຄວາມສຳເັດ ການເງິນ:​ ມີໂອກາດໃຊ້ເງິນຊື້ອະສັງຫາລິມະຊັບ ຄວາມຮັກ: ລະວັງເກີດການຄັດແຍ້ງ ດ້ານຄວາມສຳພັນ ດວງສຳລັບຄົນເກີດວັນພຸດ ວຽກງານ: ການເຮັດທຸລະກິດ ລະວັງຈະເກີດຄວາມຜິດພາດ ຫຼືຄວາມລ້າຊ້າ ດັ່ງນັ້ນ,​ ຕ້ອງຕັ້ງສະຕິໃຫ້ດີ ການເງິນ:​ ຈະໄດ້ເງິນເຂົ້າມາແບບບໍ່ຄາດຄິດ ຄວາມຮັກ: ຈະພົບຮັກກັບຄົນດີ ມີສະເໜ່ ດວງສຳລັບຄົນເກີດວັນພະຫັດ …

Read More »

ອີກບໍ່ດົນ!! ໜຸ່ມ “ອີ໊ດ ໂປງລາງສະອອນ” ກໍຈະໄດ້ເປັນພໍ່ຄົນແລ້ວ…

ໜຸ່ມ ອີ໊ດ ໂປງລາງສະອອນ ນັກຮ້ອງ-ນັກສະແດງໄທສາຍຕະລົກ ຫຼືເປັນທີ່ຮູ້ຈັກດີໃນນາມຫົວໜ້າວົງ ໂປງລາງສະອອນ… ເປັນອີກໜື່ງຄົນວົງການບັນເທິງໄທທີ່ມີຜົນງານຫຼາກຫຼາຍບໍ່ວ່າຈະເປັນງານສະແດງ ຮູບເງົາ ໄທບ້ານ The series, ແກ້ວກາງດົງ, ຄູ່ປັ່ນຄູ່່ປ່ວນ… ແລະຜົນງານສຽງເພງໝໍລໍາ ຕ່າງໆ ລວມໄປເຖິງກຳມະການລາຍການດັງ ຢ່າງ ໝໍລໍາໄມທອງຄໍາ ທີ່ຄົນລາວຮູ້ຈັກກັນດີ! ເຊິ່ງໜຸ່ມ ອີ໊ດ ໂປງລາງສະອອນ ກໍໄດ້ສະລະໂສດໄປມາໄລຍະໜື່ງແລ້ວ ຫຼ້າສຸດ ອີ໊ດ ກຳລັງຈະມີທາຍາດຄົນທໍາອິດແລ້ວເດີ້ ເປັນລູກຊາຍ ທີ່ ພັນລະຍາຢ່າງສາວ ນ້ຳ ຈະຣິຍາ ກຳລັງຖືພາ ແລະ ອີກບໍ່ດົນກໍເກີດແລ້ວ!!! ອົດໃຈຖ້າອີກບໍ່ດົນ! ເຮົາກໍຈະໄດ້ເຫັນໜ້າຕາທາຍາດຂອງ ໜຸ່ມ ອີ໊ດ ກັນແລ້ວ! ເຮົາມາລຸ້ນນໍາກັນວ່າຈະນ່າຮັກພຽງໃດ…  ຂອບໃຈແຫຼ່ງຂໍ້ມູນ: https://www.soupsipupdate.com

Read More »

ເປີດເຜີຍ! ຊີວິດຈິງຂອງແມ່ລ້ຽງດ່ຽວສຸດ Strong!!! “ເຖິງເວລາແລ້ວທີ່ສັງຄົມຕ້ອງຍອມຮັບ Single Mom”

 “ຟ້າອຸ້ມລູກຕິດເອິກ ມືໜຶ່ງຂັບລົດ ໄປເຮັດວຽກ ໄປລົມລູກຄ້າ ໄປທຸກໆບ່ອນ ເອີ້ນໄດ້ວ່າ ບ່ອນໃດມີແມ່ຟ້າ ບ່ອນນັ້ນຕ້ອງເຫັນນ້ອງເອກ” ແມ່ລ້ຽງດ່ຽວຄົນຕໍ່ໄປ ທີ່ທີມງານ ຂວັນໃຈ ນຳເອົາເລື່ອງລາວມາແນະນຳ ຊື່ວ່າ ຟ້າລຸ້ງທິບ ໄຊສະຫວັດ (ຟ້າ) ອາຍຸ 32 ປີ ນາງບອກວ່າ ການມີລູກ (ນ້ອງ ເອກ) ເຮັດໃຫ້ ຟ້າ ຮູ້ຈັກຕົນເອງຫຼາຍຂຶ້ນ ມີຄວາມສຸກຂຶ້ນ ຮູ້ສຶກວ່າຊີວິດມີຄຸນຄ່າຂຶ້ນ ເຖິງວ່າຈະບໍ່ໄດ້ຜ່ານການແຕ່ງງານກໍຕາມ ເລື່ອງລາວຄວາມຮັກຂອງ ຟ້າ ກໍອາດຄ້າຍໆກັບແມ່ຍິງຫຼາຍຄົນໃນສັງຄົມ ເລີ່ມຕົ້ນດ້ວຍຄວາມຮັກທີ່ແສນຫວານ ແຕ່ເມື່ອມາຮອດຈຸດທີ່ນາງຖືພາ ກໍມີເຫດໃຫ້ຕ້ອງຈົບຄວາມສຳພັນກັບຄົນຮັກໄປ ເຫຼືອໄວ້ແຕ່ລູກໃນທ້ອງ ເຊິ່ງຕອນນັ້ນ ໃນຖານະແມ່ຍິງລາວ ຍອມຮັບວ່າ ຟ້າ ເຈັບປວດ ແລະສັບສົນທີ່ສຸດ ຄອບຄົວພໍ່ແມ່ກໍເສຍໃຈ ແຕ່ແທນທີ່ ຟ້າ ຈະຈົມຢູ່ກັບຄວາມໂສກເສົ້າ ນາງພັັດລຸກຂຶ້ນ ປະກາດຕົນວ່າ ນາງຂໍລ້ຽງລູກຜູ້ນີ້ໃຫ້ດີທີ່ສຸດ ເມື່ອຈຳເປັນຕ້ອງເປັນ “ແມ່” …

Read More »