Breaking News

ຂ່າວບັນເທີງນອກປະເທດ

ໄປເດດກັນນນ! ນົກ ແລະ ນາມ ສາວລາວ-ບ່າວໄທ ຈາກລາຍການ  Take Me Out Thailand (ມີຄລິບ)

ເຮັດເອົາສ້າງປະກົດການຮືຮາໄປອີກຮອບ ເມື່ອມີສາວລາວ ນົກ ພອນທະມາລີ ຈິດປັນຍາ ອາຍຸ 24 ປີ ໄປອອກລາຍການເລືອກຄູ່ຊື່ດັງຂອງຝັ່ງປະເທດເພື່ອນບ້ານ “Take Me Out Thailand” ແລະ ຍັງຫັກອົກສາວໆທັງປະເທດເພາະນາງໄດ້ຄວງໜຸ່ມ ນາມ ສຸກກິດ ກໍ່ກະເສມວົງ ເຈົ້າຂອງຮ້ານຊີ້ນດາດສຸດແນວ…ຢ່າງໃດກໍ່ຂໍສະແດງຄວາມຍິນດີນຳຫຼາຍໆ…ໄປເດດກັນນນນ! ບອກເລີຍວ່າລາຍການ ເທັກມີເອົ້າ Ep ນີ້ເປັນ Ep ທີ່ມີຄວາມມ່ວນຊື່ນ ເຮຮາສຸດໆ ລອງໄປເບິ່ງກັນເບິ່ງເດີ້… ຄລິບ: TV Thunder Official ຮູບພາບ: Take Me Out Thailand , Nok Phonethamaly

Read More »

ຈາກເດັກນ້ອຍໄວ 11 ຕໍ່ສູ້ເພື່ອຄວາມເທົ່າທຽມ ປັດຈຸບັນຄື ເມແກຣນ ດັສເຊວແຫ່ງຊັສເຊັກ 

ຍ້ອນກັບໄປເມື່ອ 25 ປີກ່ອນ ເມແກຣນ ໃນໄວເດັກ ຫຼືຊື່ເກົ່າຄື ເຣເຊວ ເມແກຣນ ມາເຄິນ ອາຍຸພຽງ 11 ປີ ໃນເວລາທີ່ກຳລັງເຂົ້າຮຽນໃນຊັ້ນຮຽນວິຊາສັງຄົມສາດພ້ອມກັບໝູ່ເພື່ອນ ແລະ ໄດ້ເບິ່ງໂຄສະນາສິນຄ້າກ່ຽວກັບນໍ້າຍາລ້າງຈານຍີ່ຫໍ້ໜຶ່ງ ທີ່ເວົ້າເຖິງ ແມ່ຍິງທົ່ວທັງອະເມຣິກາທີ່ກຳລັງຕໍ່ສູ້ກັບຄາບນໍ້າມັນທີ່ຕິດຢູ່ຕາມໝໍ້ ຈາກນັ້ນກໍ່ມີເດັກນ້ອຍຜູ້ຊາຍສອງຄົນໃນຊັ້ນຮຽນ ໄດ້ເວົ້າຂຶ້ນວ່າ (ແມ່ນ! ບ່ອນຂອງແມ່ຍິງຄືຕ້ອງຢູ່ໃນຫ້ອງຄົວ) ພໍແຕ່ໄດ້ຍິນເຮັດໃຫ້ ເມແກຣນ ຮູ້ສຶກຊ໋ອກ ແລະ ໃຈຮ້າຍ ມັນບໍ່ແຟຣເລີຍ ລາວຈຶ່ງຄິດວ່າຄວນຈະຕ້ອງເຮັດຫຍັງຈັກຢ່າງ ແລະ ນັ້ນຄືຈຸດເລີ່ມຕົ້ນທີ່ເຮັດໃຫ້ ເມແກຣນ ກາຍເປັນນັກລົນນະລົງເພື່ອຄວາມເທົ່າທຽມທາງເພດ                         ເມແກຣນ ດັສເຊວແຫ່ງຊັສເຊັກ ເກີດເມື່ອວັນທີ 4 ສິງຫາ ພ.ສ. 2524 …

Read More »

ກັບມາສ້າງສຽງຮືຮາອີກຄັ້ງ! “King Of Catwalk” ເດີນທາງມາປະເທດລາວອີກແລ້ວພີ່ນ້ອງ!!!

ຂຶ້ນຊື່ວ່າເປັນ “King Of Catwalk” ມີຫວາທີ່ຈະເຮັດໃຫ້ແຟນໆຜິດຫວັງ, ຫຼ້າສຸດ  Sinon Loresca ເນັດໄອດໍ້ຈາກ ປະເທດ ຟິລິບປິນ ຜູ້ມີເອກະລັກສະເພາະຕົວໂດດເດັ່ນ ກໍ່ໄດ້ເດີນທາງມາທີ່ປະເທດລາວເຮົາອີກແລ້ວເປັນຮອບທີ່ 2 ແລະ ກໍ່ເປັນທີ່ຮືຮາຂອງແຟນໆເຊັ່ນເຄີຍ ແຖມຍັງໄດ້ປ່ອຍຄລິບເດີນແບບແນວ Street ຢູ່ທີ່ສວນທາດດຳ ນະຄອນຫຼວງວຽງຈັນ ໃນວັນທີ 26 ພຶດສະພາ ທີ່ຜ່ານມາ ເຮັດໃຫ້ມີແຟນໆທົ່ວໂລກ ລວມເຖິງແຟນໆຊາວລາວເຮົາເຂົ້າໄປກົດໄລ້ ກົດແຊຣກັນແບບລົວໆ… https://www.facebook.com/TheKingofCatwalk/videos/1855024001457766/   ສຳລັບ Sinon ອາຍຸ 29 ປີ ເປັນເນັດໄອດໍ້ຂອງ ປະເທດ ຟິລິບປິນ ຜູ້ມີເອກະລັກສະເພາະຕົວ ໂດ່ງດັງມາຈາກການອັດຄລິບວິດີໂອເດີນແບບປອບໃຈນາງງາມຜູ້ເຂົ້າປະກວດ Miss Universe 2016 ຈົນເຮັດໃຫ້ຄລິບດັ່ງກ່າວມີຍອດວິວເປັນ 10 ກວ່າລ້ານວິວ. ຢ່າງໃດກໍ່ຍິນດີຕ້ອນຮັບ King Of Catwalk ເຂົ້າສູ່ ປະເທດລາວ (Welcome to …

Read More »

ມາຮູ້ຈັກ! ສາວນ້ອຍຈາກພາກໃຕ້ ຜູ້ຄວ້າໄຊຊະນະໃນການສອບເສັງນັກຮຽນເກັ່ງລະດັບຊາດ!

ມາຮູ້ຈັກກັບນັກຮຽນເກັ່ງ ນ້ອງ ວັນວິໄລ ເພັດສະໄພວັນ ອາຍຸ 19 ປີ ຈາກ ແຂວງ ຈຳປາສັກ, ນັກຮຽນເກັ່ງຊັ້ນ ມໍ 7 ມສ. ໂພນໄຊ ຊຶ່ງເປັນຕົວແທນໃຫ້ແກ່ນັກຮຽນເກັ່ງຂອງແຂວງ ເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດໃນ ສາຂາວິຊາພາສາລາວ-ວັນນະຄະດີ ໃນວັນທີ 24-27 ເມສາ 2018  ທີ່ຜ່ານມາ ຢູ່ທີ່ ນະຄອນຫຼວງວຽງຈັນ ແລະ ສາມາດຍາດໄດ້ອັນດັບທີ 1 ໄດ້ຮັບເງິນລາງວັນ 10 ລ້ານກີບ. ນອກຈາກນັ້ນນ້ອງ ວັນວິໄລ ຍັງໄດ້ກ່າວວ່າເຖິງແຮງບັນດານໃຈ ແລະ ເຄັດລັບການຮຽນວ່າ: ກ່ອນຈະມາເປັນນັກຮຽນເກັ່ງໄດ້ຍ້ອນນ້ອງເອງມີຈິດໃຈມັກຮຽນວິຊາ ພາສາລາວ-ວັນນະຄະດີ ເປັນພິເສດ ມາແຕ່ໄລຍະຮຽນຢູ່ຊັ້ນປະຖົມ ເຊິ່ງມີແຮງຈູງໃຈຈາກຮຸ່ນເອື້ອຍຄົນໜຶ່ງ ໂດຍເຫັນເພິ່ນໄປຮ່ວມເສັງນັກຮຽນເກັ່ງລະດັບຊາດ ສາມາດຍາດໄດ້ອັນດັບ 3 ກໍ່ເກີດມີແນວຄິດ, ມີຄວາມຫວັງຢາກເຮັດໄດ້ຄືເພິ່ນ ຈຶ່ງຖືເອົາເພິ່ນເປັນແບບຢ່າງ, ເລີ່ມແຕ່ນັ້ນມາກໍ່ພະຍາຍາມຄົ້ນຄ້ວາຮໍ່າຮຽນໃຫ້ດີທີ່ສຸດ. ສໍາລັບວິທີການຄົ້ນຄ້ວາຮໍໍ່າຮຽນກໍ່ຄ້າຍໆຄືກັບໝູ່ເພື່ອນຄື: ເວລາຮຽນໃນຫ້ອງກໍ່ຕັ້ງໃຈຟັງຄໍາຄູອະທິບາຍ, …

Read More »

ໄດ້ແລ້ວ! ງາມມີຄວາມເໝາະສົມ Miss USA 2018.

ຜ່ານພົ້ນກັນແບບສົດໆຮ້ອນໆ ສຳລັບເວທີການປະກວດ Miss USA 2018  ແລະ ກໍ່ຄົງຈະໄດ້ຮູ້ກັນແດ່ແລ້ວວ່າສາວງາມຄົນທີ່ຄວ້າມົງກຸດໃນປີນີ້ກໍ່ຄື ຊ່າຣ່າ ໂຣດ ຊໍາເມີ (Sarah Rose Summers) ສາວງາມຈາກ ລັດເນບຣາດກຣາ ( Nebraska ) ອາຍຸ 23 ປີ ເອົາຊະນະສາວງາມທີ່ເຂົ້າປະກວດເຖິງ 50 ສາວງາມກັນເລີຍ!!! ໃນຄໍ່າຄືນຂອງການປະກວດນອກຈາກຄວາມງາມ ບຸກຂະລິກໂດດເດັ່ນ ຊ່າຣ່າ ໂຣດ ຊໍາເມີ ກໍ່ໄດ້ເອົາຊະນະໃຈກຳມະການດ້ວຍການຕອບຄໍາຖາມຢ່າງສະຫຼາດວ່ອງໄວ ເຊິ່ງຄຳຖາມຂອງ ຊ່າຣ່າ ກໍ່ຄື:ຖ້າເຈົ້າໄດ້ໄປເດີນຂະບວນປະທ້ວງສິ່ງໃດສິ່ງໜຶ່ງ ແລ້ວມີຄົນຍື່ນປ້າຍສີຂາວໃຫ້ ເຈົ້າຈະຂຽນຫຍັງ?ແລະນາງກໍ່ໄດ້ຕອບຄຳຖາມໃນເທື່ອນີ້ວ່າ “ຂ້ອຍຈະຂຽນວ່າ ຈົ່ງສະແດງສຽງຂອງເຈົ້າ ຈົ່ງອອກໄປເວົ້າກັບຜູ້ຄົນ ເມື່ອໃດກໍ່ຕາມທີ່ຜູ້ຄົນຕັ້ງຄຳຖາມ ຈົ່ງໄປໂອ້ລົມກັບພວກເຂົາ  ແລະ ຮັບຟັງຄວາມຄິດເຫັນຂອງພວກເຂົາໃນເວລາດຽວກັນ ພວດເຮົາທຸກຄົນຄວນເປີດກວ້າງ ແລະ ຮັບຟັງຄວາມເຫັນຂອງກັນແລະກັນ ນີ້ຄືຄວາມສຳຄັນທີ່ຄວນເກີດຂຶ້ນໃນສັງຄົມ ອາເມລິກາ ໃນເວລານີ້” ຮູບພາບຈາກ Instagram sarahr_summers,  Miss …

Read More »