13 ສິງຫາ ວັນຖະໜັດແຮງຊ້າຍສາກົນ (International left handers day) ຮູ້ກັນຫຼືບໍ່? ໃນວັນທີ 13 ສິງຫາ ທີ່ຜ່ານມາ ນອກຈາກຈະເປັນວັນສື່ມວນຊົນລາວ ຄົບຮອບ 65 ປີ ແລະ ວັນຄົບຮອບວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຄົບຮອບ 56 ປີ ແລ້ວ ຍັງເປັນວັນຄົນທີ່ມີຄວາມລື້ງ ຫຼື ຖະໜັດແຮງຊ້າຍສາກົນ ຫຼື #InternationalLeftHandersDay ອີກດ້ວຍ ຊຶ່ງອີງຕາມຂໍ້ມູນສະຖິຕິປະຊາກອນໃນໂລກ ສ່ວນໃຫຍ່ຈະເປັນຄົນຖະໜັດແຮງຂວາ ປະມານ 85%-90% ໃນຂະນະທີ່ຄົນຖະໜັດແຮງຊ້າຍມີພຽງ 10%-15% ເທົ່ານັ້ນ. ສຳລັບວັນຄົນຖະໜັດແຮງຊ້າຍສາກົນ ແມ່ນເລີ່ມເປັນຄັ້ງທຳອິດໃນປີ 1976 ທີ່ປະເທດສະຫະລັດອາເມຣິກາ ໂດຍອົງກອນ Lefthanders International ທີ່ມີຈຸດປະສົງເພື່ອສະເຫຼີມສະຫຼອງຄວາມສາມາດພິເສດໃນການເຮັດວຽກງານຕ່າງໆດ້ວຍແຮງຊ້າຍທີ່ເປັນເອກະລັກ ລວມທັງສົ່ງເສີມບົດບາດ ແລະ ຄວາມເທົ່າທຽມກັນຂອງຄົນທີ່ຖະໜັດແຮງຊ້າຍ ແລະ ຂວາ ໃນສັງຄົມ ຊຶ່ງໃນເມື່ອກ່ອນ ຄົນທີ່ຖະໜັດແຮງຊ້າຍ …
Read More »ຂ່າວບັນເທີງໃນປະເທດ
ໝໍ ແນ່ງ ຈັນດາລີ (ເນັດໄອດໍ້) ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພ
ໝໍ ແນ່ງ ຈັນດາລີ ສິດພະໄຊ (ເນັດໄອດໍ້-ເຊເລບຄົນດັງ) ເປັນທີມແພດຈາກ ກະຊວງສາທາລະນະສຸກ ໄດ້ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື ຕັ້ງແຕ່ວັນທີ 28 ກໍລະກົດ 2018 ທີ່ຜ່ານມາ. ສຳລັບ ໝໍ ແນ່ງ ປັດຈຸບັນແມ່ນກຳລັງສຶກສາຕໍ່ທີ່ ປະເທດ ອັງກິດ ແຕ່ຢູ່ໃນຊ່ວງພັກຮຽນ ແລະ ໄດ້ເກີດເຫດການໄພພິບັດສຸກເສີນລະດັບຊາດຂຶ້ນ ເລີຍບໍ່ພາດທີ່ຈະເດີນທາງມາຊ່ວຍພໍ່ແມ່ພີ່ນ້ອງລາວທີ່ປະສົບໄພ. (ທັງງາມ ແຖມໃຈດີ ແຊຣໄປໃຫ້ໂລກຮູ້ວ່ານີ້ຄືໝໍລາວ) ຮູບພາບຈາກ: Chandaly Ningnang Sitpraxay, Thapanee Ietsrichai, PPTV
Read More »ຟຣຸກ ຈິຣະ #ເຂີຍລາວ2018 ຂວັນໃຈແຟນໆຊາວອັດຕະປື
ກາຍເປັນຂວັນໃຈຄົນໃໝ່ຂອງພໍ່ແມ່ພີ່ນ້ອງຊາວ ອັດຕະປື, ຫຼັງຈາກ ຟຣຸກ ຈິຣະ ນັກຮ້ອງ-ນັກສະແດງຊື່ດັງຂອງປະເທດໄທ ໄດ້ລົງພື້ນທີ່ເພື່ອຊ່ວຍເຫຼືອຜູ້ປະສົບໄພພ້ອມດ້ວຍ ແອບເປີ້ນ ສີສະຫງຽນ ເຮັດໃຫ້ແຟນໆຕ່າງພາກັນດີໃຈ ເຮັດໃຫ້ພວກເຂົາຍິ້ມໄດ້ ແຖມແຟນໆຊາວອັດຕະປື ຍັງຕັ້ງສາຍາໃຫ້ ໜຸ່ມ ຟຣຸກ ວ່າ #ເຂີຍລາວ2018 ຫຼື ບາງຄົນກໍ່ເອີ້ນ ຟຣຸກ ແບບຢອກໆວ່າ #ຜົວ2018 (ພາບບັນຍາກາດທີ່ ຟຣຸກ ແລະ ແອບເປີ້ນ ລົງພື້ນທີ່ເພື່ອຊ່ວຍເຫຼືອຜູ້ປະສົບໄພ) ດີໃຈທີ່ເຫັນພໍ່ແມ່ພີ່ນ້ອງທີ່ປະສົບໄພຍິ້ມ ແລະ ມີສີໜ້າທີ່ຍິ້ມແຍ້ມແຈ່ໃສ, ຢ່າງໃດກໍ່ຂໍຂອບໃຈທານນໍ້າໃຈ ແລະ ຄວາມຊ່ວຍເຫຼືອຈາກທຸກພາກສ່ວນ ເຮົາຈະຜ່ານຊ່ວງເວລາທີ່ຮ້າຍແຮງເທື່ອນີ້ໄປພ້ອມໆກັນ. ຮູບພາບ: FB/Fluke Jira
Read More »ລຳໄຍ ໄຫທອງຄຳ ຝາກກຳລັງໃຫ້ໃຈພີ່ນ້ອງຊາວລາວ ດ້ວຍບົດເພງ “ສົ່ງໃຈໄປອັດຕະປື”
ເປັນສິລະປິນອີກໜຶ່ງທ່ານທີ່ຮ່ວມໃຫ້ກຳລັງໃຈພີ່ນ້ອງຊາວລາວຈາກເຫດເຂື່ອນແຕກທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື, ເຊິ່ງ ລຳໄຍ ໄຫທອງຄຳ ນັກຮ້ອງສາວຊື່ດັງຂອງປະເທດໄທ ກໍ່ໄດ້ປ່ອຍເພງ “ສົ່ງໃຈໄປອັດຕະປື” ຜ່ານຊ່ອງທາງຍູທູບໃຫ້ທຸກໆຄົນໄດ້ຟັງກັນ ໃນວັນທີ 28 ກໍລະກົດ 2018 ທີ່ຜ່ານມາ. ເຊິ່ງບົດເພງກໍ່ເວົ້າເຖິງເຫດການທີ່ໂຫດຮ້າຍຈາກເຫດເຂື່ອນແຕກທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື ແລະ ສົ່ງແຮງໃຈໃຫ້ພໍ່ແມ່ພີ່ນ້ອງຊາວລາວທີ່ປະສົບໄພ, ເອົາເປັນວ່າລອງມາຟັງກັນເບິ່ງເນາະ ຟັງແລ້ວເສົ້າ ຊຶ້ງກິນໃຈຫຼາຍໆ. ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ ຮູບພາບ: IG/lamyailion ຄລິບ: ไหทองคํา เรคคอร์ด
Read More »ງານດີເວີ້! ສ່ອງ ບອຍ ໄຊຍະເວດ Mister United Asia 2018 (ສົມແລ້ວທີ່ຄວ້າລາງວັນມາຝາກຄົນລາວ)
ດັ່ງທີ່ແຟນໆໄດ້ຮູ້ໄປແລ້ວວ່າ ບອຍ ໄຊຍະເວດ ພັນປະເສດ ຕົວແທນໜຸ່ມລາວທີ່ໄປແຂ່ງຂັນໃນເວທີລະດັບໂລກ ແຖມຍັງບໍ່ເຮັດໃຫ້ພໍ່ແມ່ພີ່ນ້ອງຊາວລາວເຮົາຜິດຫວັງເດີ້ ຖືວ່າເປັນຄັ້ງປະຫວັດສາດເລີຍກໍ່ວ່າໄດ້ ເພາະສາມາດຄວ້າລາງວັນ Mister United Asia 2018 ມາຝາກຄົນລາວເຮົາ ແລະ ຍັງບໍ່ໝົດເພາະຍັງກວດລາງວັນພິເສດໃນຊ່ວງເກັບຕົວປະກວດມາໄດ້ເຖິງ 4 ລາງວັນ ສຳລັບລາງວັນທີ່ ບອຍ ໄຊຍະເວດ ໄດ້ຮັບໃນເວທີ Mister United Asia ມີ: Mister United Asia 2018 The winner – Inspiration & Smart The winner – Best man of Korat (Most Popular Candidate in Korat province) The winner – Mister United …
Read More »