Breaking News

ຂ່າວບັນເທີງໃນປະເທດ

ສ່ອງ! ສາວງາມຂ້າມເພດ Miss Universe Spain 2018 ແຮງບັນດານໃຈຂອງສາວປະເພດສອງທົ່ວໂລກ!!!

ລັດເລາະໄປເວທີ Miss Universe Spain ກັນແດ່, ຫຼ້າສຸດເພິ່ນກໍ່ໄດ້ມາແລ້ວກັບສາວງາມທີ່ເໝາະສົມກັບຕຳແໜ່ງອັນຊົງກຽດນີ້ ແລະ ປີນີ້ເຮັດເອົາ ຮືຮາ ໄປທົ່ວໂລກ ເນື່ອງຈາກວ່າ ສາວງາມທີ່ຄວ້າມົງກຸດ  Miss Universe Spain 2018 ມີນາມວ່າ Angela Ponce ເປັນສາວງາມຂ້າມເພດ (ສາວປະເພດສອງ) ຖືໄດ້ວ່າເປັນປະຫວັດສາດໜ້າໃໝ່ ສຳລັບການປະກວດນາງງາມໃນທີ່ Miss Universe. ເຊິ່ງ Angela Ponce ເປັນສາວປະເພດສອງຄົນທຳອິດ ທີ່ໄດ້ມີໂອກາດເປັນຕົວແທນປະເທດລົງປະກວດໃນເວທີໃຫ່ຍລະດັບໂລກຢ່າງເວທີ ນາງງາມຈັກກະວານ (Miss Universe) ສຳລັບສາວງາມຄົນນີ້ມີອາຊີບເປັນ ນາງແບບ ແລະ ບອກໄດ້ເລີຍວ່າໃນປີ 2018 ນີ້ບໍ່ແມ່ນປີທຳອິດທີ່ນາງໄດ້ເຂົ້າມາປະກວດ ເພາະນາງເລີ່ມມາປະກວດຕັ້ງແຕ່ປີ 2015 ແຕ່ພາດມົງກຸດໄປ ແຕ່ຍ້ອນຄວາມຮັກ ແລະ ມັກໃນສິ່ງທີ່ຢາກເຮັດ ເລີຍບໍ່ຍອມແພ້ ແລະ ມີຄວາມພະຍາຍາມສູງ ນາງຈຶ່ງກັບເຂົ້າມາສະໝັກປະກວດໃໝ່ໃນປີນີ້ ພ້ອມກັບສ້າງປະຫວັດສາດໜ້າໃໝ່ໃຫ້ກັບເວທີ ນາງງາມຈັກກະວານ ແລະ Angela Ponce ຍັງເອີ້ນສຽງຮືຮາ ແລະ …

Read More »

ສະແດງຄວາມຍິນດີ! ທີມໝູປ່າ-ອາຄາເດມີ່ ຈະໄດ້ເປັນແຂກ VIP ໃນຮອບຊິງຊະນະເລີດບານໂລກ 2018 (ດັງໄກໄປທົ່ວໂລກອີ່ຫລີ)

ດັງໄກໄປທົ່ວໂລກ ສຳລັບກໍລະນີ 13 ຊີວິດຕິດຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ, ຫຼ້າສຸດ ທ່ານ ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ (FIFA) ໄດ້ສົ່ງຈົດໝາຍເຖິງ ພລ.ຕ.ອ ສົມຍົດ ພຸ່ມພັນມ່ວງ ນາຍົກສະມາຄົມກິລາບານເຕະແຫ່ງປະເທດໄທ ເພື່ອຮ່ວມສະແດງຄວາມຍິນດີທີ່ໄດ້ພົບນ້ອງໆ ທີມໝູ່ປ່າ-ອາຄາເດມີ່ ທັງ 12 ຄົນ ແລະ ຄູເຝິກ 1 ຄົນ ລວມທັງໝົດ 13 ຊີວິດ ຫຼັງຈາກທີ່ຕິດຢູ່ໃນຖໍ້າໄປເປັນເວລາກວ່າ 10 ມື້. ເຊິ່ງ ທ່ານ ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ (FIFA) ໄດ້ສົ່ງໜັງສືຮ່ວມສະແດງຄວາມຍິນດີ ລວມເຖິງໃຫ້ກຳລັງໃຈຜູ້ທີ່ມີສ່ວນກ່ຽວຂ້ອງ ໂດຍໃຈຄວາມໜັງສືໄດ້ລະບຸວ່າ: “ຂ້ອຍໄດ້ຕິດຕາມຂ່າວການຊ່ວຍຊີວິດນັກເຕະບານເຍົາວະຊົນທັງ 12 ຄົນ ແລະ ຄູເຝິກສອນອີກ 1 ຄົນ ເຊິ່ງໄດ້ຕິດຢູ່ໃນຖໍ້າທີ່ ຈັງຫວັດ ຊຽງລາຍ ປະເທດໄທ ເນື່ອງຈາກມີນໍ້າຖ້ວມປິດປາກຖໍ້າ …

Read More »

ຄັກແທ້ໆ! ຫາກໍ່ຮູ້ວ່າເຮັດ ບັດປະຈຳຕົວ ດຽວນີ້ງ່າຍໆເນາະ (ແຊຣເກັບໄວ້ເບິ່ງເລີຍເດີ້)

(ການເຮັດບັດປະຈຳຕົວໃນເຂດ ເມືອງ.ຈັນທະບູລີ ນະຄອນຫຼວງວຽງຈັນ)  ສະບາຍດີໝູ່ເພື່ອນໝົດທຸກຜູ້ທຸກຄົນ ເນື່ອງຈາກບັດປະຈຳຕົວເກົ່າໝົດອາຍຸ ຈຶ່ງມີໂອກາດໄດ້ໄປເຮັດບັດປະຈຳຕົວໃໝ່ ກ່ອນທີ່ຈະໄປເຮັດກໍ່ຄິດໜັກ ຮູ້ສຶກຂີ້ຄ້ານຂຶ້ນມາທັນທີ ແນວວ່າບໍ່ໄດ້ເຮັດດົນໆ ບໍ່ຮູ້ວ່າຂັ້ນຕອນການເຮັດບັດປະຈຳຕົວຈະເປັນແນວໃດ ແຕ່ກໍ່ຍ້ອນມັນເປັນສິ່ງຈຳເປັນທີ່ປະຊາຊົນລາວເຮົາຄວນຕ້ອງມີ ບັດປະຈຳຕົວເປັນຂອງຕົວເອງເພື່ອຍັ້ງຍືນສັນຊາດ ແລະ ປະກອບເອກະສານອື່ນໆ, ດັ່ງນັ້ນຈຶ່ງຕັດສິນໃຈໄປເຮັດໃນທີ່ສຸດ. ກ່ອນອື່ນຂໍບອກວ່າສິ່ງທີ່ ຊະນີIndy ຈະມາລີວິວສູ່ຟັງນີ້ ແມ່ນໄດ້ເຮັດຢູ່ທີ່ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໃຈແທ້ກໍ່ຢາກເອົາມາເລົ່າໝົດທຸກບ່ອນພຸ້ນແຫລະເນາະ ແຕ່ເນື່ອງຈາກວ່າມີໂອກາດໄດ້ເຮັດບ່ອນນີ້ ເພາະອາໃສຢູ່ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ເລີຍຄິດວ່າໜ້າຈະເປັນປະໂຫຍດແກ່ໝູ່ເພື່ອນທຸກຄົນ, ການເຮັດບັດປະຈຳຕົວໃນສະໄໝນີ້ແມ່ນສະດວກສະບາຍຫຼາຍ ໃຜຢູ່ເມືອງໃດ ແຂວງໃດກໍ່ແມ່ນເຮັດຢູ່ຫັ້ນເລີຍ ມີພຽງ 3-4 ຂັ້ນຕອນເທົ່ານັ້ນ. ກ່ອນອື່ນຕ້ອງກະກຽມ ສຳມະໂນຄົວແທ້ ແລະ ກ໋ອບປີ້, ຮູບ 1 ໃບ ແຕ່ບາງເຂດກໍ່ຈະບໍ່ຄືກັນເດີ້ ບາງເຂດເພິ່ນກໍ່ຈະໃຫ້ໄປເຊັນປົກຄອງບ້ານ ກໍ່ແລ້ວແຕ່ຕົວເມືອງ ແລະ ແຂວງໃຜມັນ (ຍໍ້າວ່າແຕ່ລະເຂດບໍ່ຄືກັນເດີ້ແຟນໆ) ຫຼັງຈາກເຮົາມີ ສຳມະໂນຄົວແທ້ ແລະ ກ໋ອບປີ້, …

Read More »

ຮູ້ຫຼືບໍ່? ຊຸດທີ່ ທ່ານທູດສະຫະລັດອາເມລິກາ ໃສ່ເປັນສີມືຂອງຄົນລາວ #ແຊຣໄປໃຫ້ໂລກເຫັນ

ເນື່ອງຈາກ ທ່ານ ນາງ ຣີນາ ບິດເຕີ ທູດສະຫະລັດອາເມລິກາປະຈຳ ສປປ.ລາວ ຕ້ອງການຢາກນຸ່ງຊຸດໄໝລາວໃນໂອກາດງານ ສະເຫຼີມສະຫຼອງຄົບຮອບ 242 ປີ ວັນສ້າງຕັ້ງສະຫະລັດອາເມລິກາ ແລະ ເພື່ອບົ່ງບອກເຖິງສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ຈຶ່ງໄດ້ຈັດການປະກວດໃຫ້ນັກອອກແບບໄວໜຸ່ມທົ່ວປະເທດລາວໄດ້ມີໂອກາດສະແດງສີມື. ຖືວ່າບໍ່ທຳມະດາສຳລັບສີມືການອອກແບບເສື້ອຜ້າຂອງຄົນລາວ ແລະ ໃນທີ່ສຸດ ທ້າວ ບິນດ່ຽມ ຈັນທະວີ ແລະ ທ້າວ ທຸລານີ ຈັນທະລັງສີ ນັກອອກແບບໜຸ່ມນ້ອຍໃນໂຄງການ Lao Young Designer  ເຊິ່ງທັງສອງເປັນນັກອອກແບບມາຈາກ ນະຄອນປາກເຊ ແຂວງ ຈຳປາສັກ ກໍ່ຊະນະເລີດເຄມເປນນີ້ ແລະ ໄດ້ມີໂອກາດທັງອອກແບບ ຕັດຫຍິບ ໃຫ້ຊຸດ ທ່ານ ນາງ  ຣີນາ ບິດເຕີ ທູດສະຫະລັດອາເມລິກາປະຈຳ ສປປ.ລາວ ໄດ້ອອກມາງົດງາມ ແລະ ຄົງຄອນເສັບສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ …

Read More »

ໜ້າສົງສານ! ອຸບັດເຫດຂີ່ລົດຕຳຫຼັກມ້າລາຍ ຍ້ອນໄປຊື້ຄຣີມທາໜ້າ!!!

ໜ້າສົງສານ! ເຫັນຊາວເນັດແຊຣກັນລົວໆເລີຍ ສຳລັບກໍລະນີ ສາວລາວໃຕ້  ໄດ້ຂີ່ລົດຕຳຫຼັກມ້າລາຍ ຕຳຄົນດຽວ ໃນຂະນະທີ່ໄປຊື້ຄຣີມທາໜ້າ, ເຊິ່ງໄດ້ເຜີຍແຜ່ນຈາກຜູ້ໃຊ້ເຟສບຸກລາຍໜຶ່ງວ່າ: “ຂ່າວສົດ…ອຸບັດຕິເຫດເຂດບ້ານກອງຫີນເມືອງເຊໂປນ ຂີ່ລົດຕຳຫລັກມ້າລາຍຂີ່ໄປຜູ້ດ່ຽວຕຳເອງ ຫາກໍ່ເປັນລົດໃຫມ່ໆ…​ຂັບລົດໄປຊື້ຄີມທາຫນ້າຂ້ອຍກຳລັງເດີນທາງພໍດີເຫັນລາວ​ພົບອຸປະຕິເຫດຢູ່ຄົນດ່ຽວຊິພາລາວໄປໂຮງຫມໍແຕ່ລາວບອກວ່າບໍ່ເຈັບຫລາຍຖ້າແມ່ມາກ່ອນຢ້ານແມ່ຮ້າຍ..​ຂ້ອຍກໍ່ເລີຍຕິດຕໍ່ເຈົ້າຫນ້າທີແລະພີ້ນ້ອງລາວມາເບິ່ງແລ້ວສອບຖາມລາວ…​ຂໍອາຍຸຍາດໂພສບໍມີເຈດຕະນາແນວອື່ນ ຫລັງຈາກສອບຖາມລາວແລ້ວບໍ່ເຈັບຫລາຍຂ້ອຍກໍ່ໄປເອົາໂທລະສັບມາຖ່າຍຄຣິບໄວ້ ຄຣິບທີ່ຖ່າຍໄວ້ຂ້ອຍສອບຖາມລາວເພາະວ່າເອົາໄວ້ເປັນຫລັກຖານວ່າລາວຕຳເອງລາວ…ເພາະຕ່ອນນັ້ນມີແຕ່ຄອບຄົວຂ້ອຍກັບລາວ2ຄົນ ຖ້າຂ້ອຍນຳສົ່ງໂຮງໝໍຖ້າລາວຫມົດສະຕິຂື້ນມາຂ້ອຍຢ້ານຖືກຂໍ້ກວ່າຫາວ່າເປັນຄູ່ກໍ່ລະນີກັບລາວ..ເພື່ອຄວາມຮອບຄອບ“ โพสต์โดย Phoungeun Sihanat เมื่อ วันจันทร์ที่ 2 กรกฎาคม 2018 ເຮັດໃຫ້ມີຄົນເຂົ້າໄປກົດໄລ້ ກົດແຊຣ ສະແດງຄວາມຄິດເຫັນໂພສດັງກ່າວເປັນຈຳນາວຫຼວງຫຼາຍ ແລະ ເວົ້າເປັນສຽງດຽວກັນວ່າ ອຸບັດເຫດເທື່ອນີ້ເກີດຂຶ້ນຍ້ອນໄປຊື້ຄຣີມທາໜ້າແທ້ໆ (ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ເດີ້ສາວ) ທີ່ມາ: Phoungeun Sihanat

Read More »