Breaking News

ຂ່າວບັນເທີງໃນປະເທດ

ໄປຫຼິ້ນຕ່າງປະເທດທັງທີ ໂພສທ່າແນວໃດໃຫ້ເບິ່ງແພງ???

ແຊະ ແຊະ ແຊະ…ສຽງດັງຂອງກ້ອງຖ່າຍຮູບມັນກໍ່ຈະດັງລົວໆ ສະບາຍດີແຟນໆ ເຫັນຫຼາຍຄົນອິນບ໋ອກມາຖາມ ຊະນີIndy ຫຼາຍເລີຍວ່າຊ່ວງນີ້ເຫັນຫຼາຍຄົນຮິດໄປຫຼິ້ນຕ່າງປະເທດ ໄປພັກຜ່ອນ ແບບວິຖີຄົນມີເງິນ (555) ກຽມຕົວແພັກກະເປົ໋າ ຕິດກ້ອງຖ່າຍຮູບລຽບລ້ອຍ ແຕ່ຂາດຢ່າງດຽວຄືຄວາມໝັ້ນໃຈໃນເວລາໂພສທ່າຖ່າຍຮູບ. ແຟນໆຂໍມາມີຫວາທີ່  ຊະນີIndy ຈະນິ້ງນອນໃຈ ເລີຍໄປຊອກສັນຫາທ່າໂພສງາມໆມາຝາກແຟນໆ ໂດຍເປັນທ່າໂພສຈາກ ຫຼິງຫຼິງ ປິຍະດາ ສາວປະເພດສອງໝາຍເລກ1ຂອງລາວ ໃນເມືອງ ມິລານ ປະເທດ ອີຕາລີ ແຖມນາງຍັງຈັດໜັກຈັດເຕັມນຳຮູບງາມໆໃນ ເມືອງ ມິລານ ມາຝາກແຟນໆແບບເຕັມທີ່… ດັ່ງນັ້ນ ລອງມາເບິ່ງກັນເບິ່ງເນາະແຟນໆ ແລະ ຖ້າໃຜຢາກເອົາທ່າໂພສຂອງ ສາວ ຫຼິງຫຼິງ ໄປໃຊ້ກໍ່ໄດ້ເດີ້ ບອກເລີຍວ່າ ເລີດ…ເບິ່ງແພງເວີ້!!! ເບິ່ງແລ້ວເພີນຕາດີສຸດໆເລີຍເນາະວ່າບໍ່ ຖ້າຈະອອກທຣິບໄປທ່ຽວແບບ ສາວ ຫຼິງຫຼິງ ກໍ່ຢ່າລືມໂພສທ່າງາມໆມາຝາກ ຊະນີIndy ນຳແດ່ເດີ້ແຟນໆ!!! ຂໍຂອບໃນຮູບພາບຈາກ: Pitadar Lingling Inthavong

Read More »

ໂງ່ຕັ້ງດົນ! ແຊຣເກັບໄວ້ເບິ່ງເລີຍ ວິທີໄປເຮັດ Passport ງ່າຍໆດ້ວຍຕົວເອງ ມາເບິ່ງວິທີດ່ວນນນ!!!

ເຄີຍເປັນບໍ່? ເວົ້າເຖິງເລື່ອງທີ່ຈະຕ້ອງໄປເຮັດ Passport ຫຼື ໜັງສືຜ່ານແດນ ທຸກໆຄົນຈະມີຂໍ້ອ້າງນັ້ນນີ້ຂອງຕົວເອງຂຶ້ນມາທັນທີ ມັກຈະເລື່ອນໄປມື້ນັ້ນມື້ນີ້ ຈົນຮອດເວລາທີ່ຈະເດີນທາງແທ້ຈຶ່ງຟ້າວຝັ່ງໄປເຮັດ ກໍຍ້ອນແຕ່ກ່ອນມີຂັ້ນຕອນທີ່ຫຍຸ້ງຍາກ ແຕ່ມາເຖິງປັດຈຸບັນຂັ້ນຕອນການເຮັດ Passport ບໍ່ໄດ້ຫຍຸ້ງຍາກລຳບາກອີກຕໍ່ໄປແລ້ວ, ດັ່ງນັ້ນ ຂວັນໃຈ ເຮົາກໍມີວິທີເຮັດ Passport ຢ່າງລະອຽດມາຝາກແຟນໆ ແລະ ຢ່າລືມແຊຣເກັບໄວ້ເບິ່ງເດີ້!!! ກ່ອນອື່ນຕ້ອງຂໍບອກວ່າ ຊະນີIndy  ຄິດຢາກໄປຕ່າງໄປຕ່າງປະເທດຄືກັບໝູ່ຄົນອື່ນ ເລີຍຄິດຢາກເຮັດ Passport  ແລະ ດຽວນີ້ກໍ່ມີຄວາມສະດວກສະບາຍຫຼາຍ ບໍ່ຕ້ອງມີຂັ້ນຕອນທີ່ຫຍຸ້ງຍາກຄືກັບແຕ່ກ່ອນແລ້ວ ແລະ ສິ່ງທີ່ຕ້ອງກະກຽມກໍ່ຄືເອກະສານດັ່ງຕໍ່ໄປນີ້: ຂໍເຮັດໜັງສືຜ່ານແດນຫົວໃໝ່ – ສຳເນົາປຶ້ມສຳມະໂນຄົວແທ້ ແລະ ກ໊ອບປີ້ 1 ຊຸດ (ໃນປື້ມຕ້ອງມີຮູບ ແລະ ກາປະທັບຈາກ ປກສ ເມືອງ) – ບັດປະຈຳໂຕແທ້ ແລະ ກ໊ອບປີ້ 1 ໃບ – ຮູບ 4×6 ໃສ່ສູດ ແບບສາກົນ 1 …

Read More »

ອາເລັກຊານດຣ້າ ດຶງຕົວ ນາຕາລີ ເກວໂບວາ ແລະ ຊາມ ໂອສະຖານົນ ຮ່ວມໃນ Miss Universe Laos 2018!

ນັບວ່າເປັນອີກໜຶ່ງບາດກ້າວຂອງວົງການນາງງາມບ້ານເຮົາກ້າວໄກລະດັບໂລກ, ເພາະຫຼ້າສຸດ ອາເລັກຊານດຣ້າ ທິດາວັນ ບຸນຊ່ວຍ ນັກຮ້ອງ-ນັກສະແດງຊື່ດັງຂອງລາວເຮົາ ບິນລັດຟ້າ ຮ່ວມຈັບມືກັບຄົນດັງ ນາຕາລີ ເກວໂບວາ Miss Universe 2005 ແລະ ຊາມ ໄອຍາລີນ ໂອສະຖານົນ Miss Universe Thailand 2006 ເພື່ອຮ່ວມວາງມາດຕະຖານ ແລະ ຝຶກແອບສາວລາວຜູ້ເຂົ້າປະກວດ Miss Universe Laos 2018 ໃຫ້ມີບຸກຄະລິກກະພາບທີ່ດີ ມີຄວາມໝັ້ນໃຈຄົບຕາມຄຸນສົມບັດຂອງນາງງາມຈັກກະວານເພື່ອກຽມຄວາມພ້ອມສູ່ການປະກວດນາງງາມຈັກກະວານໃນລະດັບສາກົນ. (ວ້າວໆໆ! ເລີດໄດ້ອີກ) ນາຕາລີ ເກວໂບວາ Miss Universe 2005 ຊາມ ໄອຍາລີນ ໂອສະຖານົນ Miss Universe Thailand 2006 ຮູບພາບ:FB/Miss Universe Laos ມີສຢູນີເວີຣສ ລາວ  IG/natalieglebova . charm.th

Read More »

Oh! ວ້າວໆໆ…ສ່ອງສາວງາມຈາກ 3 ແຂວງ ປະເທດລາວ #ແຊຣໄປໃຫ້ໂລກຮູ້

Oh! ສາວລາວໃຜເຫັນຕ້ອງຮ້ອງ ວ້າວໆໆ… Hello ແຟນໆໃນມື້ນີ້ຈະພາມາສ່ອງນ້ອງໆໜ້າໃໝ່ໃນວົງການບັນເທີງບ້ານເຮົາຈາກ 3 ແຂວງ ປະເທດລາວເຊັ່ນ: ແກ້ວຕາ ພອນປະເສີດ ຈາກແຂວງ ສະຫວັນນະເຂດ, ຕານ້ອຍ ພອນສຸດາ ສີສົມບັດ ຈາກແຂວງ ຫຼວງພະບາງ ແລະ ປູເປ້ ລາຊາບຸດ ຈາກ ແຂວງ ຄຳມ່ວນ. ປູເປ້ ລາຊາບຸດ ຈາກ ແຂວງ ຄຳມ່ວນ, ສາວນ້ອຍໜ້າຮັກໜ້າຕາບ໋ອງແບ໋ວ ມີນໍ້າສຽງສຳນຽງ ທ່າແຂກ ອັນເປັນສະເໜ່ ມີເອກະລັກ ຜ່ານມານາງກໍ່ມີຜົນງານທັງເປັນ ພິທີກອນ, ດີເຈ ແລະ ນາງແບບ ຕານ້ອຍ ພອນສຸດາ ສີສົມບັດ ຈາກ ແຂວງ ຫຼວງພະບາງ, ສາວນ້ອຍໜ້າຫວານ ຜິວຂາວຜ່ອງ ຂວັນໃຈແຟນໆຫຼາຍໆຄົນ ມີສາຍາວ່າຄ້າຍຄືກັບ ຟ່ານປິງໆ ນັກສະແດງຊື່ດັງ ສປ.ຈີນ …

Read More »

ແຊດຫຼຸດ! ກີ້ ພິດຕີ້ດັງ ຖືກໜຸ່ມໂຊລວຍຖາມຊື້ກາງເວັນແສກໆ !!!

ຮ້ອນລະອຸທົ່ວໂລກໂຊຊ່ຽວ ເມື່ອ ສາວ ກີ້ ລາມາງກຸນ ພິດຕີ້ເງິນລ້ານຊື່ດັງ ອອກມາໂພສແສຜ່ານເຟສບຸກສ່ວນຕົວ ແຄັບຂໍ້ຄວາມໃຫ້ເຫັນກັນຈະໆວ່າມີໜຸ່ມໂຊລວຍອວດອ້າງວ່າຂາຍລົດສະປອດຢູ່ເຂດພະຂາວ ໂດຍໃນແຊດມີເນື້ອຫາປະມານວ່າ ໝຸ່ມໂຊລວຍປິດສະໜາຄົນນີ້ມີຄວາມສະເໜ່ຫາ ສາວ ກີ້ ເຖິງຂັ້ນສຸດ ເລີຍຕ້ອງການທີ່ຈະຊັກຊວນສາວພິດຕີ້ຄົນນີ້ໄປກິນເຂົ້າ ພ້ອມທັງສະເໜີເງິນໃຫ້ຈຳນວນຫຼາຍ… ເຫັນແບບນີ້ແລ້ວເປັນທີ່ໜ້າເຫັນໃຈສາວ ກີ້ ເປັນທີ່ສຸດ, ແລ້ວຖ້າທ່ານເຈິກັບກໍລະນີແບບນີ້ ທ່ານຈະເຮັດແນວໃດ? #ຢ່າລຶມແຊຣໄປໃຫ້ອ້າຍໂລກຈິດໂຊລວຍເພິ່ນເຫັນກັນແດ່ ຮູບພາບ: KY Ramangkoun

Read More »