Breaking News

ຂ່າວບັນເທີງໃນປະເທດ

ລວມພາບຄວາມໜາວເຢັນຈົນເປັນນໍ້າແຂງ ໄລຍະນີ້ປະເທດລາວໜາວຫຼາຍ!!!

ເກັບຕົກຮູບພາບຄວາມໜາວເຢັນໃນໄລຍະນີ້ ປະເທດລາວ ເຮົາກຳລັງຢູ່ໃນຊ່ວງອຸນຫະພູມຫຼຸດລົງ ບາງແຂວງຫຼຸດລົງຫຼາຍເຖິງ 0 ອົງສາ ໂດຍສະເພາະຢູ່ຫຼາຍແຂວງທາງພາກເໜືອ ທີ່ຫຼຽວໄປທາງໃດກໍຈະເຈິແຕ່ນໍ້າໝອກ ນໍ້າຄ້າງ ພືດຜັກກາຍເປັນນໍ້າແຂງ ທັງສັດລ້ຽງກໍໜາວ ພໍ່ແມ່ປະຊາຊົນອີ່ດູຕົນກໍໄດ້ຫາເອົາຜ້າເອົາແພມາຕູ້ມໃຫ້ສັດລ້ຽງພໍຄາຍໜາວ. ຢ່າງໃດ ຂວັນໃຈ ເຮົາຂໍສະແດງຄວາມເປັນຫວ່ງໄປຫາພໍ່ແມ່ປະຊາຊົນຫຼາຍໆເດີ້ ຮັກສາສຸຂະພາບກັນແດ່!!! ທີ່ມາຮູບພາບ: Support Prime Minister Thongloun Sisoulith  

Read More »

ເຍັນໆໜາວໆ! ຟັງເພງໃຫ້ເຂົ້າກັບບັນຍາກາດຕ້ອງເພງ “ຕື່ມເຕັມຄວມຮັກ” Black eyes

“ຕື່ມເຕັມຄວາມຮັກ” ເພງ ທີ່ ໂອລາ Black eyes ເພິ່ນແຕ່ງຂຶ້ນມາໃຫ້ກັບຄົນຮັກ  ແລະ ເຮົາກໍຄົງຈະຮູ້ລະເນາະວ່າແມ່ນໃຜ? … ແລະ ອາກາດໜາວໆແບບນີ້ໄດ້ຟັງເພງນີ້ລະເຮັດໃຫ້ຄິດຮອດຄົນຮັກຂຶ້ນມາທັນທີທັນໃດ ຄົນມີຄູ່ ຟັງແລ້ວກໍຄືຈະອົບອຸ່ນໃຈດີ ແລະ ຖ້າໃຜຍັງບໍ່ມີຄູ່ຮັກກະໃຫ້ຟ້າວຊອກຫາເດີ! ເພື່ອຈະໄດ້ອົບອຸ່ນໃນຢາມໜາວແບບນີ້. ເຮົາມາຟັງເພງພ້ອມໆກັນເລີຍ. ຟັງແລ້ວໆ ເນື້ອໃນເພງກໍມ່ວນໆ ມີຄວາມໝາຍ ຊຶ້ງໆ ກິນໃຈ  ແຕ່ເຮັາຍັງມີຮູບຫວານໆ ໜ້າຮັກໆ ຂອງໂອລາ ກັບ ກະຕ່າຍ ມາໃຫ້ທຸກຄົນໄດ້ເບິ່ງໄດ້ອິດສາກັນ.  

Read More »

ອົກຫັກບໍ່ຕາຍດອກ… ເສົ້າດົນໄປເຮັດຫຍັງ? ມາເບິ່ງເລື່ອງລາວດີໆທີ່ເຈົ້າຈະໄດ້ພົບຫຼັງຈາກ “ອົກຫັກ”

ເກີດມາເປັນຄົນທັງທີເຊື່ອວ່າໝູ່ເພື່ອນກໍຄົງຈະເຄີຍມີຄວາມຮັກ ບາງຄົນກໍມີຄວາມຮັກທີ່ຫວານຊື່ນ ກໍຂໍສະແດງຄວາມຍິນດີນຳຫຼາຍໆ ແຕ່ວ່າບາງຄົນກໍເຈິຮັກທີ່ບໍ່ຄ່ອຍສົມຫວັງ ຮັກພັງຊໍ້າໆຊາກໆ ທັງໆທີ່ບໍ່ຢາກໃຫ້ເປັນແຕ່ມັນກໍເກີດຂຶ້ນເລື້ອຍໆ ແຕ່ຈະເຮັດແນວໃດໄດ້ນໍ້ແນວຄົນມັນບໍ່ແມ່ນກໍຄືບໍ່ແມ່ນ, ດັ່ງນັ້ນ ໃນມື້ນີ້ເອົາໃຈໝູ່ເພື່ອນທີ່ມັກ ອົກຫັກ ຕະຫຼອດ… ເຜີແປັບດຽວອົກຫັກເປັນວ່າຫຼິ້ນ ອາການຂອງຄົນອົກຫັກແນ່ນອນເລີຍວ່າ ຕ້ອງມີຄວາມເສຍໃຈ ເສົ້າໃຈ ຮູ້ສຶກໝົດອາໄລຕາຍຢາກ ບໍ່ເປັນອັນກິນອັນນອນ ຈະເຮັດຫຍັງກໍຄິດຫາແຕ່ຄົນຮັກທີ່ເຂົາບໍ່ມີແມ້ແຕ່ຈະຫຼຽວກັບມາສົນໃຈເຮົາ, ໂອ່ຍ!!! ບໍ່ຕ້ອງເສຍໃຈໄປເດີ້ ມັນກໍເປັນເລື່ອງທຳມະດາຂອງຊີວິດມະນຸດເຮົາ ໃຫ້ຄິດສະວ່າມັນເປັນເກມຊີວິດເດີ້ ຊີວິດເຮົາຈະໄດ້ມີລົດຊາດຂຶ້ນ ລອງປັບຄວາມຄິດ ແລະ ເປີດໃຈຮັບສິ່ງໃໝ່ເຂົ້າມາ ແລະ ເຈົ້າຈະໄດ້ຮູ້ວ່າແທ້ໆແລ້ວ ຄວາມສຸກທີ່ແທ້ຈິງຢູ່ບໍ່ໄກຈາກເຮົາ 1. ຮັກຕົວເອງໃຫ້ເຕັມທີ່ ໄດ້ເວລາປ່ຽນແປງຕົວເອງອີກຄັ້ງ ຄົນເຮົາຄວນມີພັດທະນາການທີ່ດີຂຶ້ນເລື້ອຍໆ ໃນທຸກໆມື້ ບໍ່ວ່າຈະເປັນເລື່ອງຫຍັງກໍແລ້ວແຕ່ ຍິ່ງເມື່ອທີ່ເຮົາອົກຫັກ ການປ່ອຍໃຫ້ຕົວເອງຈົມຢູ່ກັບອະດີດທີ່ເຈັບປວດ ບໍ່ໄດ້ເຮັດໃຫ້ຫຍັງດີຂຶ້ນມາເລີຍ ແຕ່ການລຸກຂຶ້ນມາພົບເຈິກັບຄວາມເປັນຈິງຕ່າງຫາກລະທີ່ເຮັດໃຫ້ເຮົາດີຂຶ້ນ ຊ່ວງເວລານີ້ເປັນຊ່ວງທີ່ເໝາະສົມທີ່ສຸດທີ່ເຮົາຄວນຫັນກັບມາຮັກຕົວເອງ ຫຼື ຈະຊອກຫາຄວາມຮູ້ເພີ່ມເຕີມເຊັ່ນໄປຊອກຮຽນພາສາ ຮຽນຄອສອອນລາຍເພື່ອຕໍ່ຍອດເຮັດທຸລະກິດ ຫຼຶຈະຫາກິດຈະກຳເຮັດເຊັ່ນ ອອກກຳລັງກາຍ ຮ້ອງເພງ ເຕັ້ນ ຫຼຶ ເຮັດສິ່ງທີ່ເຮົາມັກໃຫ້ເຕັມທີ່ໄປເລີຍ 2. …

Read More »

ດ່ວນ! ຜູ້ຈັດງານ VangVieng Fest ອອກມາຊີ້ແຈງແລ້ວກ່ຽວກັບກໍລະນີຂີ້ເຫຍື້ອທີ່ ຖໍ້າລົມ ວັງວຽງ!!!

ກາຍເປັນກະແສດຮ່າມ່າ Talk of the town ສຳລັບງານເທສະການດົນຕີລະດັບປະເທດ Vangvieng Fest 2017 ໃນວັນທີ 15-16 ທັນວາ ທີ່ຜ່ານມາ, ຫຼັງຈາກແລ້ວງານກະແສກໍຍັງບໍ່ໝົດໄປ ເພາະມີມືດີປ່ອຍພາບກອງຂີ້ເຫຍື້ອຂະໜາດມະຫຶມາຢູ່ທີ່ງານ ເຮັດໃຫ້ເສື່ອມເສຍພາບລັກຂອງສະຖານທີ່ກໍຄື ຖໍ້າລົມ ສະຖານທີ່ຈັດງານ ຈົນຜູ້ຈັດ ກໍຄື ທ່ານ ອະນຸລັກ ປະຖຳມະວົງ ຫຼື (ອ້າຍ ເປັດ) ຜູ້ອຳນວຍການຈັດງານ Vangvieng Fest ກໍໄດ້ອອກມາໂພສເພື່ອຊີ້ແຈງໃຫ້ທຸກຄົນໄດ້ຮັບຮູ້ ແລະ ເຂົ້າໃຈດັ່ງນີ້: (ຮູບພາບແລ້ວງານ Vangvieng Fest 2017 ບໍ່ພໍເທົ່າໃດຊົ່ວໂມງ) “ຂໍຂອບໃຈຜູ້ຫວັງດີ?? ທີ່ເພີ່ນຕັ້ງໃຈຕື່ນແຕ່ເຊົ້າໄປຖ່າຍຮູບຂີ້ເຫຍື້ອຫລັງງານພວກເຮົາມາລົງເພື່ອ ? ໂດຍບໍ່ຖາມຫນ້າຖາມຫລັງວ່າພວກມີແຜນກຳຈັດແລະເມື້ອຍຂີ້ເຫຍືອແນວໃດ? 1. ພວກເຮົາມີການຈັດການມ້ຽນທຸກມື້ຢູ່ແລ້ວ ເພາະພວກເຮົາເຮັດ2ມື້ 2. ພວກເຮົາໄດ້ເຊົ່າສະຖານທີ່ສ່ວນບຸກຄົນໃນການຈັດງານນີ້ເຊິ່ງເປັນສະຖານທີ່ປິດ 3. ພວກເຮົາໄດ້ເຮັດບົດບັນທຶກວ່າຈ້າງເຈົ້າຂອງສະຖານທີ່ໃຫ້ເປັນຝ່າຍມ້ຽນຂີ້ເຫຍື້ອ 4. ການມ້ຽນອາດແກ່ຍາວເປັນ1~2ມື້ ແຕ່ພວກເຮົາຄິດວ່າຄືສິບໍ່ມີບັນຫາຫຍັງເພາະເປັນສະຖານທີ່ປິດ 5. …

Read More »

ເປີດຮູບພາບວັນວານຂອງ ຈົງຮະຢອນ ສະມາຊິກວົງ SHINee

ສ້າງຄວາມເສຍໃຈໃຫ້ແຟນເພງ K-POP ທັງໃນ ເກົາຫລີ ແລະ ຕ່າງປະເທດ ສຳລັບການຈາກໄປຂອງ ຄິມ ຈົງຮະຢອນ ນັກຮ້ອງໜຸ່ມສຽງດີ ຈາກບອຍແບຼນຊື່ດັງວົງ SHINee ໃນວັນທີ 18 ທັນວາ 2017 ທີ່ຜ່ານມາ, ດັ່ງນັ້ນໃນມື້ນີ້ມາເປີດຮູບພາບເພື່ອຍ້ອນວັນວານຂອງ ຄິມ ຈົງຮະຢອນ ມີຄວາມຫຼໍ່ ໜ້າຮັກ ຂວັນໃຈສາວໆ ເສຍດາຍທີ່ຈາກແຟນຄລັບໄປໄວເຫຼືອເກີນ ຢ່າງໃດກໍຂໍໃຫ້ດວງວິນຍານໄປສູ່ສຸຂະຕິ. ທີ່ມາ: https://world.kapook.com/pin/5a388d614d265a08e58b4567

Read More »