ຈອຍ ລິນລະນີ ແລະ ເຕີ ສັນທະວິດ 2 ນັກສະແດງ-ພິທີກອນຊື່ດັງ ຈາກປະເທດເພື່ອນບ້ານ ເດີນທາງມາຢ້ຽມຢາມປະເທດລາວ ໂດຍທັງ 2 ໄດ້ເດີນທາງໄປທີ່ ແຂວງ ຫຼວງພະບາງ ໃນວັນທີ 15 ພະຈິກ 2017 ທີ່ຜ່ານມາ ແລະ ຍັງມີໂອກາດໄດທ່ອງທ່ຽວພາຍໃນຕົວເມືອງ ຫຼວງພະບາງ ເລາະກິນອາຫານພື້ນເມືອງ ພ້ອມຍັງໃສ່ຊຸດໄໝລາວ ອັນເປັນເຊິ່ງເອກະລັກປະເພນີຂອງລາວ ແລະ ຍັງໄຫວ້ພະຂໍພອນຕາມວັດວາທີ່ສັກສິດ ແລະ ຍັງມີໂອກາດໄດ້ເຮັດບຸນຕັກບາດທີ່ແຂວງຫຼວງພະບາງ ແລະ ຍັງໄດ້ໄປນໍ້າຕົກຕາດກວາງຊີ ທີ່ມີຄວາມງາມຈົນເຮັດໃຫ້ນັກສະແດງທັງສອງຫຼົງຮັກ ແລະ ປະທັບໃຈໃນ ແຂວງ ຫຼວງພະບາງ ປະເທດລາວ ເຮົາເປັນທີ່ສຸດ. ການມາປະເທດລາວໃນເທື່ອນີ້ ຈອຍ ລິນລະນີ ແລະ ເຕີ ສັນທະວິດ ແມ່ນໄດ້ມາຖ່າຍທຳລາຍການກ່ຽວກັບອາຫານທີ່ທັງສອງໄດ້ເປັນພິທີກອນ ມີຄລິບລາຍການມາຝາກແຟນໆນຳເດີ້!!! #ແຊຣໄປໃຫ້ໂລກຮູ້ວ່າໃຜໆກໍຢາກມາປະເທດລາວ ?????? ທີ່ມາ: เปรี้ยวปาก – Preawpak
Read More »ຂ່າວບັນເທີງໃນປະເທດ
ເປັນຕາມ່ວນ! ນາງເອກລາວ ພະເອກໄທ ກັບການປະຊັນບົດບາດໃນຮູບເງົາເລື່ອງ “ຄິດເຖິງທຸກປີ”
ເປັນຮູບເງົາທີ່ຫຼາຍຄົນຖ້າເບິ່ງມາດົນກັບຮູບເງົາເລື່ອງ ຄິດເຖິງທຸກປີ (Memories of New Years) ທີ່ມີນັກສະແດງສາວລາວ ບາບີ້ ປິຍະມາດ ໄດ້ຮ່ວມສະແດງຮູບເງົາປະກົບຄູ່ກັບ ຊາຄຣິດ ແຍ້ມນາມ ພະເອກຫຼາກຫຼາຍຄວາມສາມາດຂອງປະເທດເພື່ອນບ້ານ, ຫຼ້າສຸດຂ່າວດີຂອງແຟນໆທີ່ຕິດຕາມຮູບເງົາເລື່ອງນີ້ກໍມີເຮ… ເພາະຮູບເງົາເລື່ອງ “ຄິດເຖິງທຸກປີ” ກຳລັງປ່ອຍຕົວຢ່າງມາໄຫ້ແຟນໆໄດ້ເບິ່ງ… ມາແລ້ວ ຕົວຢ່າງຮູບເງົາ ຄິດເຖິງທຸກປີ (คิดถึงทุกปี) ທີ່ ບາບີ້ B'B… ມາແລ້ວ ຕົວຢ່າງຮູບເງົາ ຄິດເຖິງທຸກປີ (คิดถึงทุกปี) ທີ່ ບາບີ້ B'Bie Piyamarth ສະແດງເປັນນາງເອກ ຄູ່ກັບ ຊາຄຣິດ ເປັນພະເອກ ຕິດຕາມກັນໄດ້ ທຸກໂຮງ ໃນວັນທີ 28 ທັນວາ 2017 ນີ້ພົບກັນເດີ ? ?? คิดถึงทุกปี Memories of New Years หนุ่มนักวาดภาพชาวไทย(ชาคริต แย้มนาม)ไปเที่ยวหลวงพะบาง เขาพบหญิงสาวนางหนึ่ง …
Read More »ຕາມຄຳຮຽກຮ້ອງຂອງແຟນໆ! ການກັບມາຂອງຄູ່ຂວັນສອງຝັ່ງຂອງ ອາເລັກຊຼານດ້າ ແລະ ເວຍ ກັບຜົນງານໃໝ່!!!
ກັບມາອີກຄັ້ງສຳລັບຄູ່ຂວັນສອງຝັ່ງຂອງ ອາເລັກຊຼານດ້າ ທິດາວັນ ບຸນຊ່ວຍ ນັກສະແດງສາວຊື່ດັງຂອງລາວ ແລະ ເວຍ ສຸກົນລະວັດ ຄະນາຣົດ ນັກສະແດງໝຸ່ມສຸດຫຼໍ່ຈາກປະເທດເພື່ອນບ້ານ, ແຟນໆຈື່ໄດ້ບໍ່ເມື່ອເກືອບ 10 ປີກ່ອນທັງສອງໂດ່ງດັງສຸດໆຈາກຜົນງານການຫຼິ້ນລະຄອນຮ່ວມກັນນັ້ນກໍຄື “ເພງຮັກຣິມຝັ່ງຂອງ” ແລະ ບົດເພງປະກອບລະຄອນດັ່ງກ່າວກໍຍັງຮິດ ແລະ ໂດ່ງດັງມາຈົນເຖິງປັດຈຸບັນເລີຍກໍວ່າໄດ້ ແຕ່ຫຼ້າສຸດ ແຟນຄລັບກໍມີເຮອີກຄັ້ງເພາະທັງສອງໄດ້ມີໂອກາດກັບມາໂຄຈອນຮ່ວມງານກັນອີກ ເຊິ່ງການກັບມາໃນຄັ້ງນີ້ແມ່ນ ອາເລັກຊຼານດ້າ ໄດ້ມີໂອກາດເປັນແຂກຮັບເຊີນໃນລາຍການ ຊຸບເປີເວຍ (superweir) ເຊິ່ງເປັນລາຍການຂອງ ໜຸ່ມ ເວຍ ແລະ ໄດ້ມີໂອກາດກັບໄປຖ່າຍທຳທີ່ ນະຄອນພະນົມ ສະຖານທີ່ຖ່າຍທຳລະຄອນເລື່ອງ “ເພງຮັກຣິມຝັ່ງຂອງ” ແລະ ນອກຈາກນັ້ນທັງສອງຍັງໄດ້ສະແດງເອັມວີເພງ ເຊິ່ງເປັນເພງທີ່ ອາເລັກຊຼານດ້າ ຊື່ເພງວ່າ ສາຍລົມເຢັນ ໂດຍເປັນເພງທີ່ ອາເລັກຊຼານດ້າ ໄດ້ຂັບຮ້ອງ ແລະ ຍັງເປັນຜົນງານການກຳກັບຂອງ ເວຍ ສຸກົນລະວັດ ຄັ້ງທຳອິດອີກດ້ວຍ, ສຳລັບລາຍການ ຊຸບເປີເວຍ (superweir) ແມ່ນອອກອາກາດແລ້ວຕັ້ງແຕ່ວັນທີ 11 ທັນວາ 2017 ທາງໂທລະພາບຊ່ອງ 7 (ປະເທດໄທ). …
Read More »ອ້າຍ ຈ່ອຍ ອະນັນດາ ນັກສະແດງໄທເຊື້ອສາຍລາວ ເດີນທາງຮ່ວມງານ ແລະ ພັກຜ່ອນທີ່ລາວແບບ Slow life!!!
ອະນັນດາ ເອເວີ່ລິ່ງແຮັມ ຫຼື (ອ້າຍ ຈ່ອຍ) ນັກສະແດງໝຸ່ມສຸດເຊີ ຊື່ດັງຈາກປະເທດເພື່ອນບ້ານ ແຕ່ມີເຊື້ອສາຍລາວ ເດີນທາງຮ່ວມງານ ບຸນມະໂຫລານຮູບເງົາ ຫຼວງພະບາງ 2017 (Luangprabang Film Festival) ທີ່ ແຂວງ ຫຼວງພະບາງ ແລະ ຍັງຖືໂອກາດພັກຜ່ອນຢ່ອນອາລົມທີ່ ແຂວງ ຫຼວງພະບາງ ດ້ວຍອາລົມແບບ ແບບ Slow life ສະບາຍໆສຸດໆ. LPQ Fall/Winter 2017 resort look #sarongitsright #waecation #belmondpostcards ????????☀️ A post shared by ananda everingham (@ananda_everingham) on Dec 11, 2017 at 5:04am PST ສຳລັບ ອະນັນດາ ເອເວີ່ລິ່ງແຮັມ …
Read More »ໜ້າຮັກອີ່ຫລີ! ນ້ອງ ຟ້າໃສ ຈິນນາລີ ແລະ ອ້າຍ ອະນັນດາ (ຈ່ອຍ) ຖ່າຍຮູບຮ່ວມກັນທີ່ ຫຼວງພະບາງ!!!
ມີຄວາມໜ້າຮັກອີ່ຫລີສຳລັບ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຼນລາວ 2017 ແລະ ອ້າຍ ອະນັນດາ ເອເວີລິ່ງແຮັມ ຫຼື ( ອ້າຍ ຈ່ອຍ) ນັກສະແດງຊື່ດັງຂອງປະເທດເພື່ອນບ້ານ ແຕ່ມີເຊື້ອສາຍລາວ, ທັງສອງມີໂອກາດໄດ້ພົບກັນ ແລະ ຖ່າຍຮູບຄູ່ກັນທີ່ ແຂວງ ຫຼວງພະບາງ, ໂດຍຮູບພາບດັ່ງກ່າວຖືກເຜີຍແຜ່ຈາກ ເຟສບຸກ ແລະ ອິນສະຕາແກຼມຂອງ ນ້ອງ ຟ້າໃສ ຈິນນາລີ ແລະ ພໍແຕ່ໂພສເຮັດໃຫ້ມີເລົ່າບັນດາແຟນຄລັບຂອງທັງສອງເຂົ້າມາກົດໄລ້ ກົດແຊຣ ກົດຄອມເມັ້ນກັນຢ່າງສະໜັ່ນ ໃຜໆກໍຕ່າງກໍພາກັນສະແດງຄວາມຄິດເຫັນວ່າທັງສອງອ້າຍນ້ອງຄົນດັງຈາກ ລາວ ແລະ ໄທ ມີຄວາມໜ້າຮັກຫຼາຍໆ. ສຳລັບການມີໂອກາດໄດ້ພົບກັນຂອງ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ແລະ ອ້າຍ ອະນັນດາ ຫຼື (ອ້າຍ ຈ່ອຍ) ໃນຄັ້ງນີ້ ແມ່ນທັງສອງໄດ້ເດີນທາງໄປຮ່ວມເປັນແຂກໃນງານ ບຸນມະໂຫລານຮູບເງົາ …
Read More »