Breaking News

ຂ່າວບັນເທີງໃນປະເທດ

ປະໂທະ! ຍອມໃຈໃນຫຸ່ນຂອງນັກກິລາຍິງຜູ້ໄປສ້າງຊື່ສຽງໃຫ້ປະເທດລາວ (ຫຸ່ນແບບນີ້ມີຂາຍບໍ່?)

ທ້າຍອາທິດແບບນີ້ ມາເບິ່ງຫຍັງທີ່ມັນຜ່ອນຄາຍກັນແດ່ເນາະ!!! ຢາກຈະບອກວ່າຫຼັງຈາກ ທີ່ເວັບໃຊ້ ຂວັນໃຈ ເຮົາໄດ້ນຳສະເໜີຂ່າວຂອງສາວ ກິນນະລອນ ນັນທະລາດ (ຕ້ອມ) ອາຍຸ 33 ປີ ນັກກິລາຍິງຜູ້ໄປສ້າງຊື່ສຽງໃຫ້ປະເທດລາວ ໃນງານແຂ່ງຂັນກິລາໃນລຸ້ນ Model Physique ໃນງານ Thailand International Sport Expo 2017 ທີ່ເມືອງທອງທານີ (ປະເທດໄທ) ໃນຊ່ວງເດືອນ ພະຈິກ ທີ່ຜ່ານມາ, ແຖມງານນີ້ສາວລາວເຮົາກໍບໍ່ທຳມະດາ ສາມາດເປັນໜຶ່ງໃນຜູ້ເຂົ້າແຂ່ງຂັນທີ່ຜ່ານເຂົ້າໄປໃນຮອບ 10 ຄົນສຸດທ້າຍ ຈົນສ້າງສຽງຮືຮາໃຫ້ວົງການນັກກິລາລາວ ແຖມເປັນແມ່ຍິງລາວ ຈົນເປັນທີ່ໜ້າຍິນດີມາແລ້ວ. ຫຼ້າສຸດ ຂວັນໃຈ ເຮົາກໍຍັງຢາກຈະອັບເດດເລື່ອງລາວຂອງສາວຄົນນີ້ມາໃຫ້ແຟນໆໄດ້ຕິດຕາມກັນຕື່ມ ແລະ ຈະເປັນຫຍັງບໍ່ໄດ້ເລີຍ ເພາະເວົ້າເຖິງ ນັກກິລາກໍຄົງຈະໜີບໍ່ພົ້ນເລື່ອງຫຸ່ນ ແບບວ່າຫຸ່ນຂອງນາງນິນະ ປະໂທະ!!! ດີຫຼາຍໆ ຢາກຈະຮ້ອງອອກໄປດັງໆເລີຍວ່າ ຫຸ່ນແບບນີ້ມີຂາຍບໍ່? (555) ເອົ້າໆ!!! ດຽວຈະຫາວ່າເວົ້າເກີນເຫດ ລອງເບິ່ງຫຸ່ນຂອງ ກິນນະລອນ …

Read More »

ສ່ອງ! ຄວາມງາມຫວານປານນໍ້າເຜິ້ງຂອງ ບີ່ໂບ້ ດວງພະໄທ ເຈົ້າຂອງຕຳແໜ່ງ Miss Laos 2017

ມາສ່ອງສາວງາມອີກ 1 ເວທີກັນແດ່ນັ້ນກໍຄຶເວທີ ນາງສາວລາວ (Miss Laos 2017)  ທີ່ໄດ້ຮູ້ກັນໄປໃນໄລຍະໜຶ່ງແລ້ວວ່າສາວງາມທີ່ສາມາດຄວ້າຕຳແໜ່ງອັນຊົງກຽດນີ້ໄປໄດ້ນັ້ນກໍຄື ດວງພະໄທ ເມກສີທອງ ຫຼື ບີ່ໂບ້ ສາວນ້ອຍອາຍຸ 19 ປີ ທີ່ມີຄວາມງາມພຽບພ້ອມ ເຂົ້າຕຳລາໃນແບບສະບັບ ນາງສາວລາວ. ແຟນໆຫຼາຍຄົນພາກັນເວົ້າເປັນສຽງດຽວກັນວ່າ ນ້ອງ ບີ່ໂບ້ ດວງພະໄທ Miss Laos 2017 ນາງມີຄວາມເໝາະສົມໃນຕຳແໜ່ງນີ້ຫຼາຍ ເພາະຍິ່ງເບິ່ງແລ້ວຍິ່ງງາມ ເປັນສາວນ້ອຍໜ້າຫວານ ບໍ່ວ່າຈະເບິ່ງມຸມໃດກໍງາມໄປໝົດ ແຖມຍັງມີພິບໄຫວດີເອົາຊະນະໃຈກຳມະການໃນການຕອບຄຳຖາມມາແລ້ວ. ບີ່ໂບ້ ດວງພະໄທ ຈະມີຄວາມງາມ ແລະ ໜ້າຮັກ ພຽງໃດ ແຟນໆລອງເບິ່ງເອົາເອງເລີຍສະເນາະ!!! ຮູບພາບ: Bibo Duangphathai

Read More »

ຊົມເຊີຍຜູ້ຊາຍທີ່ບໍ່ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ບົດເພງ “ຊົມເຊີຍຜູ້ຊາຍທີ່ບໍ່ໃຊ້ຄວາມຮຸນແຮງ” ເພງທີ່ຊະນະໃນການປະກວດຮ້ອງເພງ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 2013 ທີ່ຈັດຂຶ້ນໂດຍ ສະຫະພັນແມ່ຍິງນະຄອນຫຼວງ ຮ່ວມກັບອົງການແຄນາໆຊາດ ປະຈຳລາວ.   ເນື່ອງໃນວັນຕ້ານການໃຊ້ຄວາມຮຸຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກນີ້ ວາລະສານຂວັນໃຈ ຂໍປະກາດຈຸດຢືນວ່າ ຈະບໍ່ເມີນເສີຍຕໍ່ຄວາມຮຸນແຮງໃນສັງຄົມລາວ ແລະຂໍເຊີນຊວນທຸກໆຄົນ ຮ່ວມປະກາດຈຸດຢືນວ່າຈະຍຸຕິຄວາມຮຸນແຮງຕໍ່ແມ່ຍິງໃຫ້ໝົດໄປ

Read More »

So sweet! ອັບເດດຄວາມໜ້າຮັກຂອງຄູ່ ແອັບເປີ້ນ-ຟຸກ ຫຼັງຈາກແຕ່ງດອງ ງານນີ້ຄົນໂສດມີອິດສາ!!!

ມາອັບເດດຄວາມໜ້າຮັກຂອງຄູ່ຮັກສາວລາວ-ບ່າວໄທ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ດ່ານບະວອນກຽດ ທີ່ໄດ້ມີພິທີສົມຣົດໄປໃນຊ່ວງເດືອນ ພະຈິກ ທີ່ຜ່ານມາ ແລະ ປັດຈຸບັນກຳລັງຢູ່ໃນຊ່ວງຫວານ ຫຼື ຈະເອີ້ນແບບລາວໆເຮົາກໍແມ່ນ ເຂົ້າໃໝ່ປາມັນ ນັ້ນລະ, ຫຼ້າສຸດ ແອັບເປີ້ນ ກໍໄດ້ໂພສຄລິບທີ່ ຟຸກ ຈິຣະ ນຳເຂົ້າໜົມມາປ້ອນຮອດຕຽງ… ແບບວ່າຈັ່ງແມ່ນຫວານກັນແທ້ເດ ຂໍບອກເລີຍງານນີ້ຄົນໂສດຕ້ອງມີອິດສາແນ່ນອນ. ເອົ້າໆ!! ລອງມາເບິ່ງເອງເລີຍເດີ້ວ່າ ແອັບເປີ້ນ ແລະ ຟຸກ ຄູ່ຮັກສາວລາວ-ບ່າວໄທ ຫວານກັນຊໍ່າໄດ… สาน่ารักกก เอาคุกกี้มาเสีพถึงเตียง 555 อยากกินเองหรืออยากให้พันยากิน? บอกม๊า @fluke_jira #flukeapple Appleminiberryさんの投稿 2017年12月4日(月)   ບອກເລີຍວ່າ ຫວານເວີ້… ຢ່າງໃດກໍຂໍໃຫ້ ແອັບເປີ້ນ ແລະ ຟຸກ ມີເບບີ້ໂຕນ້ອຍໆມາໃຫ້ແຟນຄລັບໄດ້ເຫັນກັນໄວໆເດີ້. ຮູບພາບ: Appleminiberry

Read More »

ງາມເລີດຫຼູ! ລູກນໍ້າ ທິດາລັດ ຮ່ວມເສີດສາຍໃນງານ “Asean China Film Festival” ທີ່ປະເທດ ມາເລເຊຍ

ງາມເລີດຫຼູ!!! ນັກສະແດງສາວຊື່ດັງ ລູກນໍ້າ ທິດາລັດ ວົງສິຣິ ຮ່ວມເສີດສາຍໃນງານ “Asean China Film Festival” ທີ່ປະເທດ ມາເລເຊຍ ໃນວັນທີ 2 ທັນວາ 2017 ທີ່ຜ່ານມາ, ເຊິ່ງງານນີ້ ລູກນໍ້າ ກໍມາເປັນອີກໜຶ່ງນັກສະແດງທີ່ໄປຮ່ວມໃນງານ ໃນຖານະນັກສະແດງຈາກຮູບເງົາ “ຫົງຫາມເຕົ່າ” ຮູບເງົາຈາກລາວເຮົາ ແລະ ງານນີ້ຂໍບອກເລີຍວ່ານາງຈັດເຕັມ ງາມຫຼາຍສົມກັບເປັນຊຸບເປີສະຕາຈາກລາວ, ລອງມາເບິ່ງຮູບຂອງ  ລູກນໍ້າ ທິດາລັດ ວົງສິຣິ  ກັນເລີຍ… ແລະ ຍັງມີຮູບອື່ນໆຂອງສາວ ລູກນໍ້າ ທິດາລັດ ມາຝາກນຳເດີ້!!! ຮູບພາບ: Louknum Vongsili

Read More »