ວ້າວວວວ!!! ເປັນທີ່ໜ້າຍິນດີກັນສຸດໆເລີຍ ເປັນຂ່າວດີໃຫ້ກັບວົງການບັນເທີງລາວ ເພາະຮູບເງົາ “ຫົງຫາມເຕົ່າ” ດັງໄກ ແລະ ໄດ້ຮັບລາງວັນ ຮູບເງົາດີເດັ່ນ (Excellent Film Award) ລະດັບອາຊຽນໃນງານ Asean-China Film Festival ທີ່ ປະເທດ ມາເລເຊຍ, ເຊິ່ງງານນີ້ມີທີມງານຜູ້ສ້າງ ແລະ ບັນດານັກສະແດງນັ້ນກໍຄື: ເຈ້ຍ ປາຊິຟິກ, ລູກນໍ້າ ທິດາລັດ ວົງສິຣິ, ບ໋ອບບີ້ ອັດສະວິນ ໄປຮ່ວມງານ ແລະ ຮັບລາງວັນກັບມາຝາກຄົນລາວເຮົາທຸກຄົນດ້ວຍຄວາມຍິນດີ. Phoumsana Sirivongsaさんの投稿 2017年12月4日(月) ສຳລັບ ຮູບເງົາລາວ “ຫົງຫາມເຕົ່າ ທີ່ໄດ້ຮັບລາງວັນ ຮູບເງົາດີເດັ່ນ (Excellent Film Award) ໃນລະດັບອາຊຽນໃນຄັ້ງນີ້ຖືເປັນອີກບາດກ້າວໜຶ່ງຮູບເງົາລາວ ຂອງວົງການບັນເທີງລາວ ເພາະຈະເຮັດໃຫ້ຊາວໂລກໄດ້ຮູ້ວ່າວົງການຮູບເງົາຂອງລາວເຮົາກໍນັບມື້ນັບພັດທະນາຂຶ້ນໄປເລື້ອຍໆ. #ແຊຣໄປໃຫ້ໂລກຮູ້ເຖິງສີມືຂອງຄົນລາວ ທີ່ມາ: Phoumsana Sirivongsa , Louknum …
Read More »ຂ່າວບັນເທີງໃນປະເທດ
ຄົນລາວເຮົາເກັ່ງຫຼາຍໆ! ສ້າງສຽງຮືຮາ ແຈັກກີ້ ໄຊປະເສີດ ຜ່ານເຂົ້າຮອບໃນລາຍການ The Voice Thailand Season 6 (ມີຄລິບ)
ຄົນລາວເຮົາເກັ່ງຫຼາຍໆ!!! ກາຍເປັນທີ່ຮືຮາໃນຊ່ວງວັນພັກຍາວ ໃນວັນທີ 2 ທັນວາ 2017 ທີ່ຜ່ານມາ… ເຊື່ອວ່າແຟນໆຫຼາຍທ່ານຄົງຈະເປັນແຟນຄລັບຂອງລາຍການ The Voice Thailand ແລະ ກໍສ້າງເຊີໄພ້ໃຫ້ຄົນລາວບໍ່ແມ່ນໜ້ອຍ ເພາະມີນັກຮ້ອງສຽງດີຈາກລາວເຮົານັ້ນກໍຄື ໜຸ່ມ ແຈັກກີ້ ໄຊປະເສີດ ພົມມະວົງໄຊ ອາຍຸ 18 ປີ ໄປແຂ່ງຂັນໃນຮອບ Blind Audition ແລະ ຜ່ານເຂົ້າໃນຮອບຕໍ່ໄປຂອງລາຍການ (ວ້າວວວ!!! ຊົມເຊີຍເກັ່ງຫຼາຍໆ) , ແຈັກກີ້ ໃຊ້ບົດເພງ “ພູດທຳໄມ” ໃນການແຂ້ງຂັນໃນຮອບນີ້ ແລະ ຮ້ອງໄດ້ມ່ວນ ມີນໍ້າສຽງເປັນເອກະລັກສຸດໆ ຈົນເຮັດໃຫ້ກຳມະການກົດປຸ່ມເລືອກ ແລະ ປິ່ນມາ. ເຊິ່ງກຳມະການຜູ້ທີ່ເລືອກ ແຈັກກີ້ ໃນການແຂ່ງຂັນໃນເທື່ອນີ້ກໍຄື ສິງໂຕ ນຳໂຊກ ສິລະປິນຊື່ດັງອີກໜຶ່ງທ່ານຂອງປະເທດເພື່ອນບ້ານເຮົານີ້ເອງ. ສຳລັບ ແຈັກກີ້ ໄຊປະເສີດ ໜຸ່ມນ້ອຍຄົນນີ້ ມີດີກຼີເປັນເຖິງນັກຮ້ອງນຳວົງ “Yes” ແຫ່ງຄ້າຍເພງ “ອິນດີ້ ເຣັກຂອດ” …
Read More »ເພື່ອເປັນແຮງບັນດານໃຈ! ມິເຄລ່າ ໂຮມເກັ້ນ ຄົນທຳອິດໃນປະຫວັດສາດ ຜູ້ປ່ວຍດາວຊິນໂດມຮ່ວມປະກວດນາງງາມ!!!
ຫຼັງຈາກທີ່ເຮົາໄດ້ຮູ້ຜົນການປະກວດ Miss Universe 2017 ກັນໄປແລ້ວ ເທື່ອນີ້ຂໍແວະມາເກາະຕິດຂອບເວທີ ມິສຢູເອສເອ ກັນແດ່ ເພາະເວທີນີ້ກໍສ້າງກະແສຮືຮາບໍ່ແມ່ນໜ້ອຍ ເຊິ່ງໃນປີນີ້ມີຜູ້ເຂົ້າປະກວດທີ່ເປັນ ດາວຊິນໂດມ (Down’s syndrome) ຫຼື ຄົນທີ່ມີສະຕິບໍ່ສົມປະກອບ ລົງສະໜາມຊິງມົງກຸດ ມິສຢູເອສເອ ເພື່ອສານຝັນໃຫ້ເປັນຈິງ ສາວງາມຜູ້ປ່ວຍ ດາວຊິນໂດມ ຄົນນີ້ມີຊື່ວ່າ ມິເຄລ່າ ໂຮມເກັ້ນ ອາຍຸ 22 ປີ ເປັນຜູ້ປ່ວຍ ດາວຊິນໂດມ ຄົນທຳອິດໃນປະຫວັດສາດທີ່ເຂົ້າປະກວດ ມິສຢູເອສເອ ລະດັບຣັດ ໂດຍກ່ອນໜ້ານີ້ ມິເຄລ່າ ເຄີຍປະກວດໃນເວທີນາງງາມລະດັບເຍົາວະຊົນ ແລະ ໄດ້ຕຳແໜ່ງ ມິສມິນນີ່ໂຊຕ້າ ຈູເນີຍ ແລະ ເປັນຕົວແທນຣັດເຂົ້າປະກວດມິສອະເມຊິ່ງລະດັບເຍົາວະຊົນທີ່ ລອສແອງເຈີລິສ ມາແລ້ວ… “ຂ້ອຍຕ້ອງການສະແດງຄວາມສາມາດໃຫ້ຄົນອື່ນເຫັນວ່າ ຂ້ອຍສາມາດເຮັດສິ່ງທີ່ຍາກໄດ້ ແລະສະແດງໃຫ້ເຫັນວ່າຄົນທີ່ເປັນ ດາວຊິນໂດມ ມີຄວາມສາມາດ ແລະ ສາມາດເຮັດຕາມຄວາມຝັນໄດ້” (ມິເຄລ່າ ໂຮມເກັ້ນ ກ່າວວວ) ເຊິ່ງທີ່ຜ່ານມາ ມິເຄລ່າ ບໍ່ເຄີຍຄິດວ່າຕົວເອງແຕກຕ່າງຈາກຄົນປົກກະຕິເພື່ອມາເປັນອຸປະສັກໃນການໃຊ້ຊີວິດແຕ່ຢ່າງໃດ …
Read More »ງາມຫຼາຍໆ! ກັບສາວງາມຜູ້ຊະນະການປະກວດ ນາງສາວປະຕິທິນ 2018 ຂອງຮ້ານຄໍາ ສີດາ ລາດຊະວົງ!!!
ເລີດເດີ້ໆໆໆ…ກັບສາວງາມ ຜູ້ຊະນະການປະກວດ ນາງສາວປະຕິທິນ 2018 ຂອງຮ້ານຄໍາ ສີດາ ລາດຊະວົງ ຊື່ວ່າ ສຸດທິດາ ອານຸສິນ ຊື່ຫຼິ້ນ ມີ່ມີ່ ອາຍຸ 20 ປີ ລອງມາຮູ້ຈັກກັບສາວງາມຄົນນີ້ກັນລອງເບິ່ງເດີ້ ທັງງາມ ແລະ ໜ້າຮັກຫຼາຍ… ສະບາຍດີຊ່ວຍແນະນໍາຕົວເອງໃຫ້ຮູ້ຈັກແດ່? ສະບາຍດີ! ຊື່ ສຸດທິດາ ອານຸສິນ ຊື່ຫຼິ້ນ ມີ່ມີ່ ອາຍຸ 20 ປີ ປັດຈຸບັນກໍາລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ຄະນະເສດຖະສາດບໍລິຫານທຸລະກິດ ສາຂາ ການຄ້າ ປີທີ 4 ກໍາລັງຊິຈົບແລ້ວ. ສ່ວນຕົວເປັນຄົນມັກກ່ຽວກັບການຄ້າລະຫວ່າງປະເທດ ແຕ່ຢູ່ບ້ານບໍ່ມີສາຂານີ້ກໍເລີຍຕ້ອງມາຮຽນຢູ່ວຽງ. ພື້ນຖານເປັນຄົນສະຫວັນນະເຂດ (ຍິ້ມ) ຄ້ອນຂ້າງຈະເປັນຄົນຂີ້ອາຍ, ເວົ້າບໍ່ເກັ່ງ (ຍິ້ມອາຍໆ) ຮູ້ຈັກໂຄງການປະກວດນາງສາວປະຕິທິນໄດ້ແນວໃດ? ຮູ້ຈັກຈາກທາງ Facebook ພໍດີເຫັນເພິ່ນປະກາດວ່າຢາກຄັດເລືອກເອົານາງແບບປະຕິທິນ ໃຫ້ຄອມເມັ້ນຢູ່ໃຕ້ໂພສ ຕອນນັ້ນບໍ່ທັນຕັດສິນໃຈຄອມເມັ້ນເທື່ອ ເພາະຕົວເອງເປັນຄົນຂີ້ອາຍບໍ່ໝັ້ນໃຈໃນຕົວເອງ …
Read More »Like&Share ນາງງາມລາວຄົນໃດຈະໄດ້ຕຳແໜ່ງ ລາງວັນຂວັນໃຈປະຊາຊົນ “People’s Choice Award 2017”
ເຊີນຮ່ວມໂຫວດໃຫ້ຄະແນນ 6 ນາງສາວລາວ ຈາກ 6 ເວທີນາງງາມ ເພື່ອຮັບລາງວັນ “People’s Choice Award 2017” (ລາງວັນຂວັນໃຈປະຊາຊົນ 2017) ເຊິ່ງທ່ານທຸກຄົນສາມາດໂຫວດໃຫ້ຄະແນນ. ຜູ້ທີ່ໄດ້ຄະແນນສູງສຸດຈາກການໂຫວດຈະໄດ້ຮັບລາງວັນດັ່ງກ່າວ. ວິທີການໂຫວດ: ກົດ Like ໄດ້ 1 ຄະແນນ, ກົດ Share ໄດ້ 3 ຄະແນນ. ເລີ້ມໂຫວດແຕ່ດຽວນີ້ ຈົນຮອດເວລາ 22:00ມ ຂອງວັນທີ 24/12/2017. ແຟນໆສາມາດເຂົ້າໄປໂຫວດນາງງາມຈາກທັງ 6 ເວທີໄດ້ທີ່ເພສທາງການຂອງກອງປະກວດເຊັ່ນ: (Miss Universe Laos ມີສຢູນີເວີຣສ ລາວ) , (MISS GRAND LAOS ມີສແກຣນລາວ) ມັກໃຜເຊຍໃຜຢ່າລືມ Like&Share ໃຫ້ນາງງາມລາວໃນດວງໃຈຂອງທຸກໆຄົນກັນແດ່ເດີ້!!! ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos 2017 …
Read More »