Breaking News

ຂ່າວບັນເທີງໃນປະເທດ

25 ພະຈິກ ວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ

ຫຼາຍໆຄົນອາດຈະຮູ້ແລ້ວວ່າ ຄວາມຮຸນແຮງຕໍ່ແມ່ຍິງ ມີສາເຫດມາຈາກ ການກຳນົດບົດບາດຍິງຊາຍໃຫ້ແຕກຕ່າງກັນມາແຕ່ບູຮານ ໂດຍຍົກໃຫ້ເພດຊາຍທີ່ມີກຳລັງຫຼາຍກວ່າເປັນຜູ້ນຳ ເປັນຜູ້ຕັດສິນໃຈ ແລະເປັນຜູ້ຄວບຄຸມຊັບພະຍາກອນ ສ່ວນເພດຍິງເປັນຜູ້ຍອມຕາມ ແລະບໍ່ມີອຳນາດຕໍ່ລອງ ເມື່ອໃດທີ່ແມ່ຍິງຮຽກຮ້ອງສິດສະເໝີພາບໃຫ້ຕົນເອງ ຄວາມຮຸນແຮງກໍມັກເກີດຂຶ້ນ ຫຼືຫຼາຍໆຄັ້ງ ເພດຊາຍກໍມັກຄິດວ່າ ຕົນມີອຳນາດເໜືອກວ່າແມ່ຍິງ ຈຶ່ງມັກສະແດງອຳນາດ ຫຼືໃຊ້ຄວາມຮຸນແຮງ ເພື່ອຄວບຄຸມແມ່ຍິງໄວ້ ຄວາມຮຸນແຮງຕໍ່ແມ່ຍິງ ຈຶ່ງເປັນບັນຫາຊຳເຮື້ອ ທີ່ຝັງເລິກຢູ່ໃນຄວາມເຊື່ອທີ່ບໍ່ເທົ່າທຽມ ແຝງຢູ່ໃນຮີດຄອງປະເພນີ ສາດສະໜາ ຫຼືແມ້ແຕ່ກົດໝາຍ ໃນທຸກໆສັງຄົມ ແລະມີແມ່ຍິງທີ່ຖືກທຳຮ້າຍ ຫຼືໃຊ້ຄວາມຮຸນແຮງເກີດຂຶ້ນທຸກໆນາທີໃນທົ່ວໂລກ ດັ່ງນັ້ນ ໃນປີ 1999 ອົງການສະຫະປະຊາຊາດຈຶ່ງໄດ້ຮັບຮອງໃຫ້ ວັນທີ 25 ພະຈິກ ຂອງທຸກໆປີ ແມ່ນວັນຍຸດຕິວາມຮຸນແຮງຕໍ່ແມ່ຍິງ ແລະເດັກ ສາກົນ (International Day for the Elimination of Violence against Women) ເພື່ອໃຫ້ຄົນທົ່ວໂລກໄດ້ຫັນມາໃຫ້ຄວາມສຳຄັນ ຮ່ວມມືກັນ ເຮັດໃຫ້ການທຳຮ້າຍແລະເອົາປຽບແມ່ຍິງ ຫາຍໄປຈາກໂລກນີ້ …

Read More »

ເປັນປະຫວັດສາດ! ເພສທາງການຂອງ Miss Universe ປ່ອຍວິດີໂອແນະນຳຕົວຂອງ ນຸ້ຍ ສຸພາພອນ!!! (ມີຄລິບ)

ເປັນປະຫວັດສາດຂອງວົງການນາງງາມລາວ ເພສຕົ້ນສັງກັດຂອງກອງປະກວດ Miss Universe ເຊິ່ງເປັນເວທີປະກວດນາງງາມຈັກກະວານໄດ້ມີໂອກາດປ່ອຍວິດີໂອແນະນຳຕົວຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ໃນວັນທີ 24 ພະຈິກ 2017. ເຊິ່ງເປັນທີ່ຍິນດີຂອງຄົນລາວທຸກໆຄົນທີ່ເຫັນອີກບາດກ້າວໜຶ່ງຂອງແມ່ຍິງລາວກ້າວຂຶ້ນສູ່ເວທີສາກົນ. Miss Universe Laos #MissUniverse Laos volunteers at programs that aim to help people who are visually impaired. Get to know more about her here: http://bit.ly/2iAQMK6 Miss Universeさんの投稿 2017年11月23日(木)   ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້ #ຮັກລາວເຊຍລາວ  ?? ທີ່ມາຄລີບ: Miss Universe

Read More »

ຂໍພະລັງຄົນລາວ! ໂຄ້ງສຸດທ້າຍແລ້ວ ມາຮ່ວມໂຫວດໃຫ້ ນຸ້ຍ ສຸພາພອນ Miss Universe Laos ກັນແດ່ໄວໆ!!!

ໂຄ້ງສຸດທ້າຍແລ້ວ!!! ຂໍພະລັງຄົນລາວມາຮ່ວມໂຫວດໃຫ້ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ໃນການປະກວດ ນາງງາມຈັກກະວານ (Miss Universe 2017) ກັນແດ່ໄວໆ, ຄົນລາວທຸກຄົນສາມາດເຂົ້າໄປໂຫວດໃຫ້ Miss Universe Laos ລາວໄດ້ທີ່ຕາມລິ້ງນີ້ເລີຍ vote.missuniverse.com ສາມາດໂຫວດໄດ້ 10 ເທື່ອຕໍ່ມື້ ແລະ ຍັງມີອີກຊ່ອງທາງ twitter ພິມ #MissUniverse#laos #MissUniversrlaos ຕາມນີ້ເລີຍ, ຄະແນນທີ່ທຸກຄົນໂຫວດຖ້າໄດ້ຫຼາຍຈະຊ່ວຍສົ່ງໃຫ້ ນຸ້ຍ ສຸພາພອນ ເຂົ້າຮອບໃນການແຂ່ງຂັນໂດຍອັດຕະໂນມັດ.  ໃນວັນທີ 25 ພະຈິກ 2017 ຈະເປັນມື້ທີ່ສີ້ນສຸດການໂຫວດແລ້ວ ແລະ ຈະມີການປະກວດຮອບຕັດສິນຢ່າງເປັນທາງການ ໃນວັນທີ 26 ພະຈິກ 2017 ນີ້, ດັ່ງນັ້ນ ທາງ Kuanjai Magazine ເຮົາຈຶ່ງຢາກຂໍໃຫ້ແຟນເພສ ຫຼື ຄົນລາວທຸກໆມາຮ່ວມໂຫວດ ຮ່ວມເຊຍ ໃຫ້ສາວງາມຕົວແທນປະເທດລາວຂອງເຮົາດ້ວຍ. ຂໍຂອບໃຈສຳລັບຮູບພາບ

Read More »

ເປີດເຜີຍແລ້ວ! ຊຸດປະຈຳຊາດຂອງ ບອຍ ໄຊຍະເວດ ຕົວແທນປະເທດລາວໄປປະກວດໃນເວທີ Mister Ocean 2017 ທີ່ ໄຕ້ຫວັນ

ເປີດເຜີຍໃຫ້ໄດ້ເຫັນກັນແບບສົດໆຮ້ອນໆ ສຳລັບຊຸດປະຈຳຊາດຂອງ ບອຍ ໄຊຍະເວດ ພັນປະເສີດ Mister Ocean Laos 2017 ເຊິ່ງເປັນໜຸ່ມຫຼໍ່ຕົວແທນປະເທດລາວທີ່ໄປປະກວດໃນເວທີ Mister Ocean 2017 ທີ່ ໄຕ້ຫວັນ, ສຳລັບຊຸດປະຈຳຊາດຂອງ ບອຍ ໄຊຍະເວດ ນີ້ແມ່ນໄດ້ນຳເອົາຊຸດຂອງຊົນເຜົ່າກືມມຸ (Khamu) ຈາກພາກໃຕ້ຂອງລາວໄປໂຊໃນເວທີໂລກ ເປັນຊຸດໂທນແດງ ເບິ່ງແລ້ວເທ່ສຸດໆ. ສຳລັບການປະກວດ Mister Ocean 2017 ທີ່ ໄຕ້ຫວັນ ຈະຕັດສິນກັນໃຫ້ໄດ້ຮູ້ໃນມື້ນີ້ ວັນທີ 24 ພະຈິກ 2017, ດັ່ງນັ້ນ ແຟນໆຢ່າລືມຕິດຕາມເຊຍ ໜຸ່ມຫຼໍ່ຕົວແທນປະເທດລາວເຮົາແດ່ເດີ້, ໂດຍສາມາດຕິດຕາມຊົມຖ່າຍທອດສົດໄດ້ທີ່ເພສ  https://www.facebook.com/GoldenMisterOcean/ ເລີ່ມແຕ່ເວລາ 4 ໂມງແລງເປັນຕົ້ນໄປ. #ຮັກລາວເຊຍລາວ ?? ທີ່ມາ: Firstmodelinglao

Read More »

ມາຮ່ວມເຊຍ! ໃຜຈະໄດ້ເປັນ ນາງສາວງາມເຜົ່າມົ້ງລາວ (Miss Hmong Laos) ປະຈຳປີ 2017-2018

ມາອີກແລ້ວກັບການປະກວດສາວງາມລາວອີກໜຶ່ງເວທີນັ້ນກໍຄືການປະກວດ ນາງສາວງາມເຜົ່າມົ້ງ (Miss Hmong Laos) ປະຈຳປີ 2017-2018 ເຊິ່ງປັດຈຸບັນທາງກອງປະກວດເພິ່ນກໍໄດ້ເປີດເຜີຍບັນດາສາວງາມທີ່ເຂົ້າຮອບ 20 ສຸດທ້າຍ ໃຫ້ໄດ້ເຫັນກັນແລ້ວ ຂໍບອກເລີຍວ່າບັນດາສາວງາມເຜົ່າມົ້ງນັ້ນງາມຫຼາຍ ແລະ ການປະກວດດັ່ງກ່າວກໍຈະໄດ້ຈັດຂຶ້ນທີ່ບ້ານ ຊຳເກດ, ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ ໃນວັນທີ 27-28 ພະຈິກ 2017 ນີ້. ດັ່ງນັ້ນ, ແຟນໆຊ່ວຍເປັນກຳລັງໃຈ ຊ່ວຍລຸ້ນ ຊ່ວຍເຊຍ ໃຫ້ບັນດານ້ອງໆນາງສາວງາມທີ່ເຂົ້າປະກວດທັງ 20 ຄົນກັນແດ່ເດີ້ (ເຊຍຜູ້ເຂົ້າປະກວດໝາຍເລກໃດ ຄອມເມັ້ນບອກກັນແດ່) ທີ່ມາ: Miss Hmong Laos  

Read More »