Breaking News

ຂ່າວບັນເທີງໃນປະເທດ

ຊົມເຊີຍ! ສາວລາວໄປແຂ່ງຂັນກິລາໃນລຸ້ນ (Angel model) ສາມາດຍາດລາງວັນມາຝາກຄົນລາວໄດ້ສຳເລັດ!!! #ແຊຣໄປໃຫ້ໂລກຮູ້

ຕ້ອງຂໍບອກວ່າຄົນລາວ ແມ່ຍິງລາວ ເກັ່ງບໍ່ແພ້ຊາດໃດໃນໂລກ ນາງ ພອຍໄພລິນ ພັນທະລີ  ນັກກິລາຕົວແທນຈາກປະເທດລາວ ເດີນທາງໄປແຂ່ງຂັນກິລາເພາະກາຍ ໃນລຸ້ນ Angel model ທີ່ ປະເທດໄທ ໃນລະຫວ່າງວັນທີ 17-19 ພະຈິກ 2017 ທີ່ຜ່ານມາ ແລະ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງເພາະສາມາດເອົາລາງວັນມາຝາກຄົນລາວໄດ້ສຳເລັດ, ໂດຍ  ພອຍໄພລິນ ໄດ້ຮັບລາງວັນທີ 4 ຈາກນັກກິລາທັງໝົດ 30 ຄົນທີ່ເຂົ້າແຂ່ງຂັນ. (ວ້າວວ!!! ເກັ່ງຫຼາຍ ຂໍຊົມເຊີຍເດີ້) ທີ່ມາ: ສະຫະພັນກິລາເພາະກາຍແຫ່ງຊາດລາວ/Lao BBF , Irishka Smolyaninova

Read More »

Miss Universe Laos ຮ່ວມເສີດສາຍເທິງເວທີໂລກ ຊຸດປະຈຳຊາດລາວເປີດໂຕແບບສະຫງ່າງາມ (ມີຄລິບ)

ເປັນກະແສຮືຮາໂດ່ງດັງກັນເລີຍ ສຳລັບການຮ່ວມງານເປີດໂຕຊຸດປະຈຳຊາດລາວ ທີ່ໄດ້ເປີດຕົວໃນງານ Miss Universe 2017  ທີ່ Las Vegas (USA), ເຊິ່ງງານນີ້ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ຕົວແທນສາວງາມຈາກລາວເຮົາ ກໍເສີດສາຍໃນຮອບເປີດໂຕຊຸດປະຈຳຊາດໄດ້ຢ່າງສະຫງ່າງາມ ຈົນເອີ້ນສຽງຕົບມືຈາກແຂກທີ່ໄປຮ່ວມງານໄດ້ເປັນຢ່າງດີ. ลอยกระทง #MissUniverse #Laos National Costume ลอยกระทง #MissUniverse #Laos National Costume BeautyQueenさんの投稿 2017年11月18日(土)   ສຳລັບຊຸດປະຈຳຊາດລາວ ທີ່ ນຸ້ຍ ສຸພາພອນ Miss Universe Laos ໄດ້ສວມໃສ່ນີ້ມີຊື່ວ່າ ຊຸດທີດາພັນສາເຮືອງມາລາ ໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ ເປັນຕົ້ນແມ່ນ ບຸນປະເພນີລອຍກະທົງ ,ໄຫລເຮືອໄຟ , ແລະກິດຈະກຳແສງສີທີ່ປະຊາຊົນລາວໄດ້ສືບສານປະຕິບັດໃນແຕ່ລະປີ ແລະໄດ້ນຳມາປະສົມປະສານກັບການນຸ່ງຖືແບບຜູ້ຍິງລາວດັ້ງເດີມ ເຊິ່ງແມ່ນການນຸ່ງສີ້ນ ເກົ້າຜົມບ່ຽງແພ …

Read More »

ງາມຫຼາຍ! ສະແດງຄວາມຍິນດີ ດວງພະໄທ ເມກສີທອງ ML13 ຄວ້າຕຳແໜ່ງ ນາງສາວລາວ 2017

ປະກາດຜົນກັນໄປເປັນທີ່ຮຽບຮ້ອຍ ສຳລັບການປະກວດນາງງາມໃນເວທີ ນາງສາວລາວ (MISS LAOS 2017) ເຊິ່ງປີນີ້ກໍເປັນອີກປີໜຶ່ງທີ່ມີແມ່ຍິງລາວເຂົ້າປະກວດກັນຢ່າງຫຼວງຫຼາຍ ແລະ ທາງກອງປະກວດເພິ່ນກໍໄດ້ຄັດເລືອກໃຫ້ເຫຼືອພຽງແຕ່ 20 ຄົນສຸດທ້າຍຈາກທົ່ວປະເທດ ເພື່ອເຂົ້າຊິງໃນມື້ຕັດສິນ ໃນວັນທີ 18 ພະຈິກ ທີ່ຜ່ານມາ ແລະ ແຟນໆຫຼາຍໆທ່ານກໍຄົງຈະໄດ້ຮູ້ກັນແດ່ແລ້ວວ່າຄົນທີ່ຄວ້າມົງກຸດອັນຊົງກຽດໃນເວທີ MISS LAOS 2017 ນັ້ນກໍຄື ນາງ ດວງພະໄທ ເມກສີທອງ  ML13 ອາຍຸ 19 ປີ ລວງສູງ 170 ຈາກນະຄອນຫຼວງວຽງຈັນ (ຂໍສະແດງຄວາມຍິນດີນຳຫຼາຍໆ) ແລະ ນອກຈາກນັ້ນສາວງາມທີ່ໄດ້ຕຳແໜ່ງຮອງມີດັ່ງນີ້: ຮອງອັນດັບ 1: ML15 ຈັນປະເສີດ ສິດທິພັນ   ຮອງອັນດັບ2: ML19 ວິລະພອນ ຂັນແກ້ວ   ຮອງອັນດັບ3: ML9 ສຸດາວອນ ອິນທະວົງ   …

Read More »

ຄວາມເຈົ້າຊູ້ມີສູສີ! ອຸງ ທົດສະພອນ ແລະ ເຄນ ພູພູມ 2 ນັກສະແດງຈາກລາວ-ໄທ ຖ່າຍຮູບຮ່ວມກັນ ງານນີ້ແຟນຄລັບກຣີດໆໆຢ່າງໜັກ!!!

ຈະເກີດຫຍັງຂຶ້ນເມື່ອ ນ້ອງ ທົດສະພອນ ປະທະ ກັບ ອ້າຍ ທົດສະພົນ (555) ແຟນຄລັບກຣີດໆໆໆ…ຢ່າງໜັກ ເມື່ອ ອຸງ ທົດສະພອນ ແລະ ເຄນ ພູພູມ 2 ນັກສະແດງຈາກ ລາວ ແລະ ໄທ ຖ່າຍຮູບຮ່ວມກັນ ງານນີ້ຂໍບອກເລີຍວ່າຄວາມເຈົ້າຊູ້ ຄວາມຫຼໍ່ ແບບວ່າມີສູສີ ບໍ່ມີໃຜຍອມໃຜກັນເລີຍ ໂດຍຮູບພາບດັ່ງກ່າວຖືກໂພສຈາກ ອຸງ ທົດສະພອນ ນັກສະແດງ-ນາຍແບບ ຂອງລາວເຮົາ ໂດຍຍັງຂຽນແຄັບຊັ່ນຢ່າງຮາວ່າ: “ມື້ນີ້ ທົດສະພອນ ໄດ້ມາເຈີ ກັບ ອ້າຍທົດສະພົນ (ອ້າຍແທ້ໆ ທີ່ພັດພາກ ບໍ່ໄດເຈີກັນ ເປັນ20 ປີ) ເລື່ອງຄວາມ ຫຼໍ່ ນ້ອງຂໍຍອມແພ້”  ເຮັດໃຫ້ມີເຫຼົ່າແຟນຄລັບເຂົ້າໄປສະແດງຄວາມຄິດເຫັນ ກົດໄລ້ ກົດແຊຣກັນຢ່າງຫຼວງຫຼາຍເລີຍ. ມື້ນີ້ ທົດສະພອນ ໄດ້ມາເຈີ ກັບ …

Read More »

Gigi Hadid ນາງແບບຄົນດັງລະດັບໂລກ ໃຫ້ທຶນເພື່ອຊ່ວຍເຫຼືອສ້າງໂຮງຮຽນໃຫ້ແກ່ເດັກນ້ອຍລາວ!!!

ເປັນກະແສກັນໄປທົ່ວໂລກ!!! ເມື່ອວັນທີ 17 ພະຈິກ 2017 ຈີ່ຈີ້ ຮາດິດ (Gigi Hadid ) ນາງແບບຄົນດັງລະດັບໂລກ ໄດ້ໂພສຮູບພາບຜ່ານ ອິນສະຕາແກຼມ ເຖິງການໄດ້ຊ່ວຍເຫຼືອເດັກນ້ອຍລາວ ຢູ່ທີ່ ແຂວງ ຫຼວງພະບາງ ໂດຍການຊ່ວຍເຫຼືອຂອງ ຈີ່ຈີ່ ຮາດິດ ໃນເທື່ອນີ້ເປັນການຊ່ວຍເຫຼືອເພື່ອໃຫ້ທຶນໃນການສ້າງໂຮງຮຽນອະນຸບານ ແລະ ປະຖົມ ໃຫ້ເດັກນ້ອຍໃນເຂດຊົນນະບົດ ເພື່ອໃຫ້ພວກເຂົາໄດ້ຮັບການສຶກສາທີ່ດີ, ແລະ ຍັງໄດ້ໂພສຮູບພາບເດັກນ້ອຍລາວ ຮອຍຍິ້ມຂອງເດັກນ້ອຍລາວ ໃຫ້ແກ່ຊາວໂລກໄດ້ຮັບຮູ້ນຳອີກ. ຈີ່ຈີ້ ຮາດິດ (Gigi Hadid ) ນາງແບບຄົນດັງລະດັບໂລກ ອາຍຸ 22 ປີ ລວງສູງ 179 ຊັງຕີແມັດ, ປັດຈຸບັນມີອາຊີບ ເປັນນາງແບບທີ່ມີຊື່ສຽງ ແລະ ກຳລັງມາແຮງທີ່ສຸດໃນວົງການນາງແບບ, ມີຜົນງານເດີນແບບໃນເວທີໃຫ່ຍໆມາແລ້ວທົ່ວໂລກ, ຖ່າຍແບບຕາມວາລະສານດັງລະດັບໂລກ, ເປັນພີເຊັນເຕີ້ໃຫ້ກັບເຄື່ອງສຳອາງດັງ ແລະ ຍັງມີໂອກາດສະແດງເອັມວີເພງອີກດ້ວຍ. …

Read More »