ຈະດາດາ ດຳ ຈາດຳ ຈາດຳ ຈາດາ ດ່າດ້າ ຈາດ່າ ດ່າດ້າດ້າດຳ ມີໃຜເກີດທັນເພງ “ຢາກຈະຮ້ອງດັງໆ” ຄືກັບ ຊະນີIndy ບໍ່ນໍ? ຮິ້ວວວວ ຂຶ້ນອິນໂທເພງແບບນີ້ເປັນເພງຂອງໃຜບໍ່ໄດ້ເລີຍ ນອກຈາກເປັນບົດເພງຂອງສາວ ປາມມີ່ ນັກຮ້ອງສາວສຸດເຊີ ຂວັນໃຈເດັກແນວ ເຈົ້າຂອງເພງດັງຫຼາຍບົດເພງເຊັ່ນ: ຄິດມາກ, ຄວາມເຈັບປວດ, ແປດໂມງເຊົ້າວັນອັງຄານ, ຢາກຈະຮ້ອງດັງໆ ແລະ ອີກຫຼາຍຫຼາຍບົດເພງດັງ ທີ່ຫຼ້າສຸດນາງໄດ້ເດີນທາງມາພັກຜ່ອນຢ່ອນອາລົມ ໃຊ້ຊີວິດແບບ Slow life ທີ່ວັງວຽງ ປະເທດລາວ, ພໍແຕ່ມາຮອດ ປາມມີ່ ກໍຈັດທິບລ່ອງເຮືອທີ່ແມ່ນໍ້າຊອງ ເບິ່ງແລ້ວມີຄວາມສຸກໄປກັບນາງ ແຖມປາມມີ່ຍັງຍ້ອງປະເທດລາວຜ່ານອິນສະຕາແກຼມອີກວ່າທີ່ ວັງວຽງ ອາກາດດີ ເປັນເມືອງທີ່ໜ້າຢູ່… ພໍແຕ່ໂພສຮູບເທົ່ານັ້ນແລະແຟນຄລັບທັງຊາວລາວ ແລະ ໄທກໍເຂົ້າມາຄອມເມັ້ນກັນສະໜັ່ນເລີຍ!!! เอาบรรยากาศมาฝากค่ะ A post shared by ปาล์มมี่ (@palmy.ig) on …
Read More »ຂ່າວບັນເທີງໃນປະເທດ
ເຊຍລາວສຸດໃຈ! ມາຮ່ວມເຊຍ ຟ້າໃສ ຈິນນາລີ ໃນຮອບປະກວດຊຸດປະຈຳຊາດ Miss Grand International 2017!!!
ມາຮ່ວມເຊຍ ຟ້າໃສ ຈິນນາລີ ນໍລະສິງ ມິສແກຼນລາວ ຕົວແທນສາວງາມໃນການໄປປະກວດໃນລະດັບເວທີສາກົນ Miss Grand International 2017 ທີ່ປະເທດ ຫວຽດນາມ ໃນຮອບປະກວດຊຸດປະຈຳຊາດ ເຊິ່ງປະເທດລາວຂອງເຮົາກໍມາໃນຊຸດທີ່ໄດ້ແຮງບັນດານໃຈມາຈາກພຣະທາດຫຼວງວຽງຈັນ ເຊີ່ງເປັນປູຊະນີຍະສະຖານທີ່ເກົ່າແກ່ ແລະ ສຳຄັນແຫ່ງໜຶ່ງຂອງປະເທດລາວ ແລະ ຍັງເປັນສູນລວມຈິດໃຈຂອງປະຊາຊົນລາວທັງຊາດ. ການອອກແບບຊຸດແມ່ນໄດ້ຍົກເອົາເອກະລັກ ແລະ ລັກສະນະເດັ່ນຂອງພຣະທາດຫຼວງມາດັດແປງໃຫ້ເປັນອົງປະກອບຂອງຊຸດ ແລະ ພາກສ່ວນເຄື່ອງປະດັບ ແມ່ນໄດ້ນຳເອົາອົງປະກອບ ແລະ ຮູບຊົງຂອງພຣະທາດຫຼວງມາເຮັດໃຫ້ເກີດລູກຫຼິ້ນ ໂດຍສາມາດເຮັດໃຫ້ຊຸດເບີ່ງມີມິຕິ ແລະ ສະແດງໃຫ້ເຫັນເຖີງວັດທະນະທຳ, ສິນລະປະ ແລະ ລວດລາຍຄວາມເປັນລາວຫລາຍຂື້ນ. ໂທນສີຂອງຊຸດ ເນັ້ນໃຊ້ສີຄຳຄືດັ່ງພຣະທາດຫລວງ ແລະ ສີຂອງກົມມະລຽນທີ່ອ້ອມຮອບພຣະທາດມາເປັນສີຫລັກໃນການເຮັດຊຸດນີ້ ແລະ ເອົາລວດລາຍຕ່າງໆທີ່ເປັນສີນລະປະລາຍລາວເພີ່ມເຂົ້າໄປໃນຊຸດ ໂດຍຜ່ານສາວງາມ ເພື່ອນຳສະເໜີ ແລະ ເຜີຍແຜ່ຊຸດໃຫ້ຊາວຕ່າງຊາດໄດ້ເຫັນເຖີງວັດທະນະທຳ , ຮີດຄອງປະເພນີ ແລະ ເອກະລັກຄວາມເປັນຊາດລາວໄດ້ຢ່າງລົງໂຕ. ສຳລັບ ໃນຮອບປະກວດຊຸດປະຈຳຊາດ Miss Grand …
Read More »ຢາກເບິ່ງໄວໆແລ້ວວວ! ບວງສວງຮູບເງົາເລື່ອງ “ຄິດເຖິງ…ທຸກປີ” (Memories of New Years) ນຳທີມໂດຍຄູ່ພະນາງລາວ-ໄທ ບາບີ້-ຊາຄຣິດ!!!
ເຂົ້າສູ່ຍຸກ AEC ທັງທີ ວົງການຮູບເງົາກໍບໍ່ພາດທີ່ຈະມີຮູບເງົາດີໆເຊັ່ນ “ຄິດເຖິງ…ທຸກປີ” (Memories of New Years) ເຊິ່ງເປັນຮູບເງົາແນວຄວາມຮັກຂອງໄວໜຸ່ມສາວ ແລະ ຮູບເງົາເລື່ອງນີ້ກໍບໍ່ທຳມະດາ ເພາະຂົນເອົາກອງທັບນັກສະແດງຈາກຫຼາຍປະເທດ ຫຼາຍສັນຊາດເຊັ່ນ ລາວ,ໄທ, ຫວຽດນາມ ແລະ ກຳປູເຈຍ ມາຮ່ວມສະແດງກັນຢ່າງໜາແໜ້ນ. ຮູບເງົາເລື່ອງ “ຄິດເຖິງ…ທຸກປີ” (Memories of New Years) ໄດ້ເລີ່ມບວງສວງແລ້ວຕັ້ງແຕ່ວັນທີ 3 ຕຸລາ 2017 ທີ່ຜ່ານມາ ນຳທີມໂດຍ ຊາຄຣິດ ແຍ້ມນາມ ພະເອກດັງຫຼາກຫຼາຍຄວາມສາມາດ (ໄທ), ບາບີ້ ປິຍະມາດ ນັກສະແດງສາວຈາກລາວ, ໄວ ຮັງ ຈາກ (ກຳປູເຈຍ), ຊັນ ໂກ່ງ ເຊື່ອງ ຈາກ (ຫວຽດນາມ) ແລະ ນອກຈາກນັ້ນຍັງມີນັກສະແດງມາກຄວາມສາມາດອີກຫຼາຍຄົນເຊັ່ນ: ແພ ນັດຖະທິດາ, ກັສຈັງ ຈິຣ່າ …
Read More »ໃຫ້ໂລກຮູ້ໄປເລີຍ!!! ຟ້າໃສ ຈິນນາລີ Miss Grand Laos ອາສາຂຶ້ນໂຊຄວາມສາມາດພິເສດໃນງານລ້ຽງຕ້ອນຮັບ Miss Grand International 2017
ມີຄວາມໂດດເດັ່ນອີ່ຫລີສຳລັບ ຈິນນາລີ ນໍລະສິງ ຫຼື (ຟ້າໃສ ) Miss Grand Laos 2017 ທີ່ໃນເວລານີ້ໄດ້ເດີນທາງໄປເປັນຕົວແທນປະເທດລາວເພື່ອປະກວດໃນເວທີລະດັບສາກົນ Miss Grand International 2017 ຢູ່ທີ່ປະເທດ ຫວຽດນາມ, ຟ້າໃສ ເປັນທີ່ຈັບຕາເບິ່ງຂອງສື່ມວນຊົນຫຼາຍປະເທດເພາະມີຄວາມງາມ ແລະໂດດເດັ່ນໃນຕົວ, ຫຼ້າສຸດ ກໍຍິ່ງເປັນທີ່ຈັບຕາເບິ່ງເຂົ້າໄປອີກ ເພາະໃນຄໍ່າຄືນຂອງວັນທີ 8 ຕຸລາ 2017 ຟ້າໃສ ໄດ້ສະແດງຄວາມສາມາດ ແລະ ກ້າຫານ ສະໝັກຂຶ້ນຮ້ອງເພັງ “Someone like you” ໃນງານລ້ຽງຕ້ອນຮັບ Miss Grand International 2017 ທີ່ປະເທດຫວຽດນາມ. (ເກັ່ງໆ…ຂໍສຽງຕົບມືໃຫ້ນ້ອງ ຟ້າໃສ ແດ່) ຈິນນາລີ ນໍລະສິງ Miss Grand Laos ຮ້ອງເພງ Laos ?? ??? …
Read More »Wow! ຮູ້ສຶກແປກຕາ…ກັບ ເຈນນີ່ ຕົ້ນຄຳ Miss world lao ຂໍບອກວ່າງາມຂຶ້ນເປັນກອງ ຈົນເກືອບບໍ່ຈື່!!!
Wow wow wowww! ຮູ້ສຶກແປກຫູແປກຕາກັບ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss world lao 2017 ທີ່ຊ່ວງນີ້ກຳລັງຢູ່ໃນຊ່ວງກຽມຕົວ ກຽມຄວາມພ້ອມຢ່າງເຕັມທີ່ເພື່ອເດີນທາງໄປເປັນຕົວແທນປະເທດລາວ ເພື່ອໄປປະກວດໃນລະດັບເວທີສາກົນ Miss world 2017 ທີ່ ສປ ຈີນ ໃນວັນທີ 18 ພະຈິກ ທີ່ຈະມາເຖິງນີ້ ແລະ ກໍຂໍບອກເລີຍວ່າ ເຈນນີ່ ເບິ່ງແຍງຕົວເອງໄດ້ດີຫຼາຍຈົນງາມຂຶ້ນເປັນກອງ ຈົນເກືອບຈະບໍ່ຈື່ ຈາກທີ່ກ່ອນໜ້າກໍງາມຢູ່ແລ້ວ ດຽວນີ້ກໍຍິ່ງງາມ ໜ້າຕານາງມີຄວາມຄົມຂຶ້ນ ດັງນິເປັນສັນລຽວ ເບິ່ງແລ້ວງາມໆ ສົມແລ້ວທີ່ໄດ້ຮັບຕຳແໜ່ງອັນຊົງກຽດ Miss world lao 2017. ບໍ່ຮູ້ວ່າສາວ ເຈນນີ່ ໄປກິນຫຍັງມາ ຫຼື ໄປເຮັດຫຍັງມານໍຄືມາງາມຂຶ້ນແທ້? ຫວ່າງໆກໍຊ່ວຍມາບອກເຄັດລັບຄວາມງາມໃຫ້ກັບແຟນໆ ຂວັນໃຈ ແດ່ (ອິອິ)!!! ຮູບພາບຫຼ້າສຸດຂອງ ເຈນນີ່ (ໂອ້ຍຍຍ!!! ຊັງມາງາມແທ້ລູກ…) ຮູບພາບກ່ອນໜ້າ… ງາມໆອີ່ຫລີສາວລາວ…ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ …
Read More »