Breaking News

ຂ່າວບັນເທີງໃນປະເທດ

ງາມຫຼາຍ! ມາເບິ່ງການນຸ່ງຖືແບບລາວໆຂອງສາວ ບາບີ້ ປິຍະມາດ!!!

ມື້ນີ້ ຊະນີIndy ນຳເອົາຮູບພາບງາມໆຂອງສາວ ບາບີ້ ປິຍະມາດ ນາງແບບ-ນັກສະແດງ ມາຝາກທຸກຄົນບອກເລີຍວ່າ ບາບີ້ ກໍເປັນດາລາສາວຂອງລາວທີ່ມັກນຸ່ງຖືຊຸດໄໝລາວ ເບິ່ງແລ້ວງາມອ່ອນຊ້ອຍ ສົມກັບເປັນແມ່ຍິງລາວທີ່ສຸດ, ບໍ່ວ່າຈະເປັນມື້ທຳມະດາ ຫຼື ຕາມເທສະການຕ່າງໆກໍມັກຈະເຫັນສາວ ບາບີ້ ເພິ່ນນຸ່ງຖືຊຸດໄໝລາວທຸກແບບທຸກສະຕາຍ ທັງໄໝລາວແບບພື້ນບ້ານ ແລະ ໄໝລາວແບບປະຍຸກແຕ່ລະແບບກໍຈະງາມແຕກຕ່າງກັນໄປ. ແຟນໆລອງມາເບິ່ງກັນເອງເດີ້…ວ່າຈະງາມສົມກັບ ຊະນີIndy ຍ້ອງແທ້ບໍ່??? #ແຊຣໄປໃຫ້ໂລກຮູ້ແມ່ຍິງລາວງາມຫຼາຍ ຮູບພາບ: barbie_piyamarth

Read More »

ງາມຫຼາຍ! ລູກນໍ້າ ທິດາລັດ ດາລາດັງຈາກລາວຮ່ວມງານທີ່ປະເທດໄທ ສື່ມວນຊົນໃຫ້ຄວາມສົນໃຈ!!!

ລູກນໍ້າ ທິດາລັດວົງສິຣິ  ດາລາ-ນັກສະແດງຄົນດັງຈາກລາວຮ່ວມງານ “Feora the idol awards” ໃນວັນທີ 20 ສິງຫາ 2017 ທີ່ຜ່ານມາ ້ເຊິ່ງ ລູກນໍ້າ ມາໃນຊຸດລາຕີຍາວສີຟ້າ ຂໍບອກວ່າງາມຫຼາຍໆ, ນອກຈາກນັ້ນຍັງໄດ້ຮ່ວມສຳພາດກັບນັກສະແດງໜຸ່ມຈາກປະເທດໄທມີນາມວ່າ ເຈເຈ ແລະບັນດາສື່ມວນຊົນຈາກປະເທດໄທກໍຍັງໃຫ້ຄວາມສົນໃຈດາລາສາວຈາກປະເທດລາວຄົນນີ້ຢ່າງຫຼວງຫຼາຍ!!! ສຳລັບ ລູກນໍ້າ ທິດາລັດ ວົງສິຣິ ກໍເປັນອີກໜຶ່ງດາລາສາວທີ່ມີຄວາມໂດ່ງດັງຢູ່ທັງພາຍໃນ ແລະ ຕ່າງປະເທດ ແລະ ກ່ອນໜ້ານີ້ສາວ ລູກນໍ້າ ກໍຍັງມີໂອກາດໄດ້ໄປຮ່ວມໃນງານປະກາດຜົນລະດັບປະເທດຂອງປະເທດເພື່ອນບ້ານ ເດີນເສີດສາຍໃນພົມແດງຮ່ວມກັບດາລາດັງໆຂອງປະເທດໄທມາແລ້ວຫຼາຍຄົນ ຈົນເກີດເປັນກະແສ Talk of the town ໃນໄລຍະທີ່ຜ່ານມາອີກດ້ວຍ. ຂໍຂອບໃຈ: Louknum Vongsili

Read More »

ເຖິງຂັ້ນໃຈລະລາຍ! ຈ່ອນນີ້ ໄຊຍະສານ ໂຊກ້າມທ້ອງສຸດເຊັກຊີ່!!!

ເປັນກະແສຮ້ອນແຮງກັນອີກແລ້ວ!!! ສຳລັບໜຸ່ມ ສິລິວັນ ໄຊຍະສານ ຫຼື ຈ່ອນນີ້ ໝຸ່ມນາຍແບບຜູ້ທີ່ເຄີຍໄປອອກລາຍການເລືອກຄູ່ຊື່ດັງ ເທັກມີເອົ້າໄທແລນ, ຊ່ວງນີ້ໃຜທີ່ເປັນແຟນຄລັບກໍຈະເຫັນ Life-stlye  ເພາະຊ່ວງຫຼັງໆມານີ້ຖືວ່າໜຸ່ມຈ່ອນນີ້ເອົາໃຈໃສ່ຟິດຫຸ່ນ ຫຼິ້ນກ້າມ ເປັນພິເສດແດ່ ເຫັນໄດ້ເຖິງການໂພສຮູບຜ່ານສື່ອອນລາຍທີ່ຢູ່ໃນ Gym ເປັນປະຈຳ, ແຕ່ຫຼ້າສຸດ ຈ່ອນນີ້ ເຮັດໃຫ້ບັນດາເຫຼົ່າແຟນຄລັບຕ້ອງເຊັດນໍ້າລາຍ ບາງຄົນເຖິງຂັ້ນໃຈລະລາຍ (555) ເມື່ອໜຸ່ມຄົນນີ້ໂພສຮູບພາບໂຊກ້າມທ້ອງ (Six-pack) ເັຮດໃຫ້ສາວໆ ທັງສາວແທ້ ສາວທຽມເພີ້ຝັນໄປຕາມໆກັນ. ເວົ້າໄປແຟນໆຄົງຈະບໍ່ເຊື່ອ? ລອງມາເບິ່ງໃຫ້ເຫັນຕົວເອງເບິ່ງເລີຍວ່າ ໜຸ່ມ ຈ່ອນນີ້ ໄຊຍະສານ ມີຄວາມເຈົ້າຊູ້່ ແລະ ເຊັກຊີ່ເຖິງຂັ້ນໃຈລະລາຍຊໍ່າໃດ? ຮູບພາບ: omahjohn

Read More »

ບໍ່ທຳມະດາ! ຕົ້ນຄຳ ພົນຈັນເຮືອງ (ເຈນນີ້) ດາວເດັ່ນໃນການປະກວດ Miss Universe Laos 2017

 ອີກແລ້ວກັບ ຊະນີIndy ເຈົ້າເກົ່າເຈົ້າເດີມ ເຈົ້າແມ່ຂາຊ໋ອກແຊ໋ກແຫ່ງວົງການບັນເທີງ, ມື້ນີ້ຈະພາແຟນໆມາຮູ້ຈັກກັບນ້ອງສາວຄົນງາມ ນ້ອງ ຕົ້ນຄຳ ພົນຈັນເຮືອງ ຫຼື ເຈນນີ້ ອາຍຸ 23 ປີ ສາວກ້ານຍາວຜູ້ທີ່ມີຄວາມສູງເຖິງ 175 ຊັງຕີແມັດ ຜູ້ເຂົ້າປະກວດໝາຍເລກ MUL2 ອີກໜຶ່ງສາວດາວເດັ່ນທີ່ແຟນໆຕ່າງພາກັນລຸ້ນກັນເຊຍຢາກໃຫ້ນາງໄດ້ມົງກຸດອັນຊົງກຽດແຫ່ງເວທີ Miss Universe Laos 2017 ມາຄອບຄອງ, ເຫັນງາມໆຫຸ່ນສູງຍາວເຂົ່າດີແບບນີ້ບອກເລີຍເດີ້ວ່ານາງບໍ່ທຳມະດາອີຫລີ ນາງມີຄວາມສາມາດຫຼາກຫຼາຍ ທັງຜ່ານເວທີປະກວດໃຫ່ຍໆລະດັບປະເທດ, ເປັນພີທີກອນ, ນາງແບບ ແລະອີກຫຼາຍໆຢ່າງທີ່ ສາວ ເຈນນີ້ ຕົ້ນຄຳກຳລັງເຮັດຢູ່… ຫັ້ນແນ່ ເວົ້າແບບນີ້ຢາກຮູ້ຈັກຕົວຕົນຂອງສາວງາມຜູ້ມີຄຸນສົມບັດພຽບພ້ອມຄົນນີ້ແລ້ວແມ່ນບໍ່… ບໍ່ລໍຖ້າເດີ້!!! ມາເລີຍດຽວ ຊະນີIndy ຈັດໃຫ້ແບບສຳພາດພິເສດລອງມາຮູ້ຈັກກັບ ຕົ້ນຄຳ ພົນຈັນເຮືອງ (ເຈນນີ້) ຄົນນີ້ລອງເບິ່ງຮັບຮອງນາງມີຄວາມງາມ ໜ້າຮັກ ເຊັກຊີ່ມີສະເໜ່ ແຖມເປັນລູກກະຕັນຍູ ເຊື່ອວ່າທຸກໆຄົນຕ້ອງຕົກຫຼຸມຮັກນາງແນ່ນອນ!!! #ແຊຣໄປເປັນກຳລັງໃຈໃຫ້ນ້ອງເຈນນີ້ຄົນງາມແດ່ ຂວັນໃຈ: ສະບາຍດີ ເຈນນີ່ ຊ່ວຍແນະນຳຕົວໃຫ້ແຟນໆໄດ້ຮູ້ຈັກແດ່? ຜົນງານທີ່ຜ່ານມາ…ມີເຄີຍປະກວດເວທີໃດມາກ່ອນບໍ່?  ເຈນນີ້: ສະບາຍດີ ຊື່ ຕົ້ນຄຳ …

Read More »

ສັນຕິ ໜຸ່ມລາວບໍ່ຖືກ (Black out) ແຖມຍັງໄດ້ຄູ່ເປັນສາວປະເພດສອງສຸດໜ້າຮັກຊື່ວ່າ ເປົາເປົາ!!! (ມີຄລິບ)

ເປັນກະແສຮືຮາໃນຊ່ວງທ້າຍອາທິດກ່ອນ ເມື່ອພິທີກອນຂອງລາວ ສັນຕິກອນ ສີວິໄລ (ສັນຕິ) ອາຍຸ 25 ປີ  ໄດ້ໄປອອກລາຍການເລືອກຄູ່ຊື່ດັງ Take Me Out Thailand ເຊິ່ງໜຸ່ມສັນຕິນັ້ນໄດ້ເປັນຊາຍໜຸ່ມຄົນທຳອິດທີ່ໄປຢືນໃນ ເທັກມີເອົ້າຊີຊັ່ນ 12 ແລະ ເປັນຜູ້ຊາຍລາວ ຄົນທີ່ 2 ທີ່ໄດ້ໄປອອກລາຍການດັ່ງກ່າວ. ອາທິດກ່ອນແຟນໆຕ່າງກໍພາກັນລຸ້ນວ່າໜຸ່ມ ສັນຕິ ຈະຖືກ (Black-out) ຫຼືບໍ່? ແຕ່ຂໍບອກເລີຍວ່າບໍ່ເດີ້ ແລະ ສັນຕິ ກໍຍັງເປັນທີ່ຖືກໃຈຂອງສາວໆຈາກປະເທດເພື່ອນບ້ານ ເລີ່ມຕົ້ນດັບໄຟໄປພຽງແຕ່ 5 ຄົນຍັງເຫຼືອເຖິງ 25 ຄົນ, ແລະ ສາວໂສດທີ່ເປັນຄູ່ຂອງໜຸ່ມສັນຕິກໍຄື  ເປົາເປົາ ສາວປະເພດສອງສຸດໜ້າຮັກຈາກປະເທດເພື່ອນບ້ານ ເປັນຄົນທີ່ຕອບຄຳຖາມໄດ້ຖືກໃຈໜຸ່ມສັນຕິທີ່ສຸດ. ມີຄລິບຈາກລາຍການ Take Me Out Thailand ມາຝາກນຳເດີ້!!! ຂໍຂອບໃຈ: Take Me Out Thailand

Read More »