Breaking News

ຂ່າວບັນເທີງໃນປະເທດ

ເອົາແລ້ວ!!! ພິກລ໋ອກ…ເກີດຫຍັງຂຶ້ນລະຫວ່າງ ນູ່ນີ່ ແລະ ອ໋ອບ (ມີຄລິບ)

ເອົາແລ້ວ!!! ພິກລ໋ອກ…ມາເບິ່ງວ່າເກີດຫຍັງຂຶ້ນລະຫວ່າງ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ເມື່ອນູ່ນີ່ຈັບໄດ້ວ່າອ໋ອບເບິ່ງສາວອື່ນຕໍ່ໜ້າຕໍ່ຕາ ຈົນເຮັດໃຫ້ສາວນູ່ນີ່ເກີດອາການບໍ່ພໍໃຈ, ເຊິ່ງຄລິບດັ່ງກ່າວໄດ້ຖືກເຜີຍແຜ່ຈາກລາຍການ Take me out Raelity ເຊິ່ງໄດ້ອອກອາກາດໄປໃນວັນອາທິດທີ່ຜ່ານມາ, ແຕ່ປັດຈຸບັນທັງສອງກໍໄດ້ປັບຄວາມເຂົ້າໃຈກັນແລ້ວ (ໂອ້ຍ…ໄຄແດ່) ວ່າບໍ່ແຟນໆ…!!! ຄລິບຈາກ: TV Thunder Official

Read More »

ຫວານເວີ້! ນູ່ນີ່-ອ໋ອບ ໂຊຄວາມຫວານ ເຮັດເອົາແຟນຄລັບເຊຍສຸດໃຈ!!!

ໂຊຄວາມຫວານກັນເລື້ອຍໆເລີຍສຳລັບຄູ່ຮັກທີ່ກຳລັງເປັນກະແສຮ້ອນແຮງ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ເຊິ່ງເປັນຄູ່ຮັກທີ່ຈັບມືກັນອອກມາຈາກລາຍການເລືອກຄູ່ຊື່ດັງ Take Me Out Thailand, ຫຼ້າສຸດສາວ ນູ່ນີ່ ກໍໄດ້ໂພສຮູບພາບພ້ອມຂຽນຄຳອະທິບາຍວ່າ: “ງານແຕ່ງຢູ່ໃສ ເປັນໄດ້ແຕ່ແຂກຮັບເຊີນ….. “ ແຕ່ຍັງບໍ່ຈົບເພາະເຮັດໃຫ້ໜຸ່ມ ອ໋ອບ ວ່າທີ່ເຂີຍລາວຂອງເຮົາເຂົ້າໄປຄອມເມັ້ນຮູບຂອງສາວນູ່ນີ່ວ່າ: “ຖ້າອ້າຍກ່ອນເດີ້ ກຳລັງເກັບເງິນຄ່າດອງ” ເຮັດເອົາສາວນູ່ນີ່ເຖິງຂັ້ນເຂີນແຮງ… ສ່ວນບັນດາເຫຼົ່າແຟນຄລັບຂອງທັງສອງກໍຍິ່ງປື້ມ ແລະເຊຍຄູ່ນີ້ຢາກໃຫ້ທັງສອງມີຂ່າວດີກັນໄວໆອີກດ້ວຍ. ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ກໍເປັນອີກໜຶ່ງຄູ່ຮັກທີ່ມີຄວາມໜ້າຮັກ ແລະກຳລັງເປັນກະແສ ບໍ່ວ່າທັງສອງຈະເຮັດຫຍັງກໍຈະມີເຫຼົ່າແຟນໆລໍຖ້າເບິ່ງ ຕິດຕາມ ແລະລໍຖ້າໃຫ້ກຳລັງໃຈຢູ່ສະເໝີ. #ແຊຣໄປເປັນກຳລັງໃຈໃຫ້ຄູ່ນີ້ ຂໍຂອບໃຈຮູບພາບຈາກ: Noony Koumphonphakdee , Yingyot Aoflaiprang Kanjananiyom  

Read More »

ມາເບິ່ງ! ຄວາມຫຼໍ່ເຂັ້ມ ແຖມຮອຍຍິ້ມຫວານມີສະເໜ່ຂອງ ອ໋ອບ ລາຍພາງ ຫວານໃຈ ນູ່ນີ່ ກຸມພົນພັກດີ!!!

ເອີ່ຍເຖິງຄູ່ຮັກ Hot and Hit ຄົງຈະໜີບໍ່ພົ້ນ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ທີ່ທັງສອງກາຍເປັນຄູ່ຮັກໄອດໍ້ (Idol) ທີ່ກຳລັງເປັນກະແສທີ່ສຸດໃນຕອນນີ້ ແລະ ທັງສອງຍັງມີຖານແຟນຄລັບທີ່ໜາແໝ້ນສຸດໆ ບໍ່ວ່າທັງສອງຈະເຮັດຫຍັງ ຈະໄປໃສ ຫຼືແມ້ແຕ່ອັບຮູບລົງເຟສບຸກກໍຈະມີແຟນຄລັບນຳໄປໃຫ້ກຳລັງໃຈ ແລະກົດໄລ້ ກົດແຊຣ ກັນແບບກະໜໍ່າ ແລະ ໃນມື້ນີ້ ຊະນີIndy ໄດ້ນຳເອົາຄວາມຫຼໍ່ເຂັ້ມ ຮອຍຍິ້ມຫວານມີສະເໜ່ ແຖມເປັນສຸພາບບູລຸດລູກຜູ້ຊາຍຂອງ ອ໋ອບ ລາຍພາງ ຫວານໃຈ ນູ່ນີ່ ກຸມພົນພັກດີ ມາຝາກແຟນເພສທຸກໆຄົນ. #ສາວໆຄົນໃດຢາກເຈິຜູ້ຊາຍແບບນີ້ແຊຣໄປໆ ຂໍຂອບໃຈຮູບພາບຈາກ: Yingyot Aoflaiprang Kanjananiyom

Read More »

ຈາກດິນສູ່ດາວ ບໍ່ຢາກເຊື່ອ! ວ່ານີ້ຈະແມ່ນ ຈິນນາລີ ນໍລະສິງ (ຟ້າໃສ) ມິດແກຣນລາວ 2017

ສະບາຍດີ!!! ແຟນເພສ ຂວັນໃຈ ທີ່ໜ້າຮັກ ໜ້າຫອມ ທຸກໆຄົນ, ຫ່າງຫາຍກັນໄປດົນເລີຍກັບ ຊະນີIndy ຄົນຂີ້ເມົ້າ ຂີ້ຝອຍ ຄົນເກົ່າເຈົ້າເດີມ ເພີ່ມຕື່ມຄືຄວາມສອດຮູ້ສອດເຫັນ… ເອີ້ຍ!!! ບໍ່ແມ່ນເດີ້ເພີ່ມຕື່ມຄືຄວາມຊອ໋ກແຊ໋ກ ຍ້ອນຕິດພາລະກິດຫຼາຍຢ່າງເລີຍອອກແນວລີ້ໆແດ່ (555) ແຕ່ໃນມື້ນີ້ ຊະນີIndy ກັບມາແລ້ວເດີ້ ແລະຍັງໄດ້ໄປຊອກເອົາຂໍ້ມູນຂ່າວສານເດັດໆໃນວົງການບັນເທີງມາຝາກແຟນໆທຸກຄົນ. ໃນໄລຍະນີ້ຈະມີໃຜນໍ? ທີ່ມາແຮງແຊງທາງໂຄ້ງທຸກໆຄົນໃນວົງການນາງງາມນັ້ນກໍຄື ຈິນນາລີ ນໍລະສິງ (ຟ້າໃສ) ອາຍຸ 18 ປີ ສາວນ້ອຍທີ່ມີລຸກອິນເຕີ ຜູ້ຄອບຄອງຕຳແໜ່ງ ມິດແກຣນລາວ 2017 ໄປແບບສົດໆຮ້ອນໆ ແລະກໍຍັງຈະໄດ້ເປັນສາວງາມຕົວແທນປະເທດລາວໄປປະກວດໃນເວທີ Miss Grand International 2017 ທີ່ປະເທດ ຫວຽດນາມໃນເດືອນ ຕຸລາ ທີ່ຈະມາຮອດມາເຖິງນີ້ ແລະ ເຊື່ອວ່າແຟນໆກໍຄົງຈະໃຫ້ຄວາມສົນໃຈກັບສາວນ້ອຍ ຟ້າໃສ ຄົນນີ້ບໍ່ໜ້ອຍ… ແຕ່ເທົ່າທີ່ແຟນໆເຫັນສາວນ້ອຍ ຟ້າໃສ ຄົນນີ້ຜ່ານສື່ ຫຼືຜ່ານທາງໂຊຊ່ຽວຕ່າງໆກໍຈະເຫັນໃນລຸກນາງງາມ …

Read More »

ມີ່ມີ່ ພູນຊັບ ພົນໂຍທາ ຮອງອັນດັບ 1 ມິສແກຣນລາວ ຈະໄດ້ເປັນຕົວແທນປະເທດລາວໄປປະກວດ Miss International 2017

ຂໍສະແດງຄວາມຍິນດີ! ມີ່ມີ່ ພູນຊັບ ພົນໂຍທາ ຮອງອັນດັບ 1 ມິສແກຣນລາວ ຈະໄດ້ເປັນຕົວແທນປະເທດລາວໄປປະກວດ Miss International 2017  ຢູ່ທີ່ປະເທດ ຍີ່ປຸ່ນ, ໄດ້ຮັບການຍືນຍັນຈາກ ທ່ານ ນະວັດ ອິດສະຣະໄກສິນ ຜູ້ອຳນວຍການກອງປະກວດມິສແກຣນ ວ່າໄດ້ເຊັນສັນຍາກັບທາງກອງປະກວດ Miss International ເພື່ອທີ່ຈະກຽມເອົາຕົວແທນຂອງເວທີ Miss Grand ເພື່ອກຽມສົ່ງໄປປະກວດ ລວມທັງປະເທດລາວເຮົານັ້ນກໍຄື ມີ່ມີ່ ພູນຊັບ ພົນໂຍທາ. FC ມິມີ່ ດີໃຈກັນຖ້ວນໜ້າເມື່ອ ມິມີ່ ພູນຊັບ ພົນໂຍທາ ຮອງອັນດັບ 1 Miss Grand Laos 2017 ຈະໄດ້ເປັນຕົວແທນປະເທດລາວ ໄປປະກວດ Miss International 2017 ຢູ່ຍິປຸ່ນ ປາຍປີນີ້. Good news from P ณวัฒน์ อิสรไกรศีล …

Read More »