Breaking News

ຂ່າວບັນເທີງໃນປະເທດ

ກຽມພົບກັບລາຍການປະກວດຮ້ອງເພງ “THE FEATURING” ເພື່ອຄົ້ນຫາສິລະປິນໜ້າໃໝ່ປະດັບວົງການເພງລາວ ໄວໆນີ້!!!

“THE FEATURING” ເປັນການປະກວດເພື່ອຄົ້ນຫາສິລະປິນນັກຮ້ອງໜ້າໃໝ່ທີ່ບໍ່ຄືໃຜ ແລະ ມີພອນສະຫວັນ ໂດຍຈະພິຈາລະນາຈາກສິ່ງສຳຄັນທີ່ສຸດຂອງການຮ້ອງເພງນັ້ນກໍຄື “ສຽງ” ເທົ່ານັ້ນ ໂດຍຈະມີສິລະປິນນັກຮ້ອງທີ່ເຕັມໄປດ້ວຍປະສົບການໃນວົງການເພງ ໄດ້ແກ່ ໂຈໂຈ້ . ແຊມ. ຕ້າ ເອແພັກ .ໄກ່ ໂອເວີແດ້ນ ມາເປັນຄະນະກຳມະການຫຼັກ ແລະ ຮັບໜ້າທີ່ເປັນໂຄດຂອງແຕ່ລະທີມ ທີ່ຈະຄັດເລືອກຜູ້ເຂົ້າແຂ່ງຂັນເຂົ້າສູ່ທີມຂອງຕົວເອງ ພ້ອມໃຫ້ຄຳປຶກສາ ແລະ ພັດທະນາທັກສະທາງດ້ານການຮ້ອງເພງ ເພື່ອປ່ຽນຜູ້ເຂົ້າແຂ່ງຂັນ ຈາກຄົນທຳມະດາໃຫ້ກາຍເປັນສິລະປິນທີ່ເຕັມໄປດ້ວຍຄວາມສາມາດເຂົ້າສູ່ວົງການນັກຮ້ອງລາວ. The Featuring THE FEATURING ເປັນການປະກວດເພືອຄົ້ນຫາສິນລະປິນນັກຮ້ອງຫນ້າໃຫມ່ທີ່ບໍ່ຄືໃຜ ແລະ ມີພອນສະຫວັນ ໂດຍຈະພິຈາລະນາຈາກສິ່ງສຳຄັນທີ່ສຸດຂອງການຮ້ອງເພັງນັ້ນຄື "ສຽງ" ເທົ່ານັ້ນ ໂດຍຈະມີສິນລະປິນນັກຮ້ອງທີ່ເຕັມໄປດ້ວຍປະສົບການໃນວົງການເພັງ ໄດ້ແກ່ ໂຈໂຈ້ . ແຊມ. ຕ້າ ເອແພັກ .ໄກ່ ໂອເວີແດ້ນ ມາເປັນຄະນະກຳມະການຫລັກ ແລະ ຮັບຫນ້າທີ່ເປັນໂຄດຂອງແຕ່ລະທີມ ທີ່ຈະຄັດເລືອກຜູ້ເຂົ້າແຂ່ງຂັນເຂົ້າສູ່ທີມຂອງຕົວເອັງ ພ້ອມໃຫ້ຄຳປຶກສາ …

Read More »

ເນັດໄອດໍ້ສາວສຸດເຊັກຊີ່ ຈີຈີ່ ພອຍໄພລິນ ທ່ອງທ່ຽວເນເທີແລນຊ່ວງໜ້າຮ້ອນ!!!

ເນັດໄອດໍ້ສາວສຸດເຊັກຊີ່ ຈີຈີ່ ພອຍໄພລິນ ສີວິໄລ ຊ່ວງນີ້ບໍ່ຄ່ອຍມີຜົນງານທາງວົງການບັນເທິງເພາະຕ້ອງໄປສຶກສາຕໍ່ທີ່ London ປະເທດ ອັງກິດ ແຕ່ນາງກໍບໍ່ເຄີຍໝົດກະແສຫຼືວ່າລົງຈາກຄຳວ່າ ເນັດໄອດໍ້ ໄດ້ຈັກເທື່ອກໍຍ້ອນຄວາມງາມ ໜ້າຮັກ ແລະ ເຊັກຊີ່ຂອງເພິ່ນຈຶ່ງເຮັດໃຫ້ມີແຟນຄລັບຕິດຕາມກັນຢ່າງຫຼວງຫຼາຍ, ຫຼ້າສຸດ ຈີຈີ່ ພອຍໄພລິນ ກໍໄດ້ໄປໂຊຄວາມງາມ ເຊັກຊີ່ ໄກເຖິງປະເທດ ເນເທີແລນ ເພາະຢູ່ໃນຊ່ວງພັກຮ້ອນຈຶ່ງໄດ້ລວມຕົວກັນແກັງໜູ່ເພື່ອນເພື່ອໄປທ່ອງທ່ຽວສະບາຍໆໃນແບບສະບັບຂອງນາງ, ແຖມ ຈີຈີ່ ພອນໄພລິນ ຍັງໄດ້ໂພສຮູບພາບໂຊຄວາມເຊັກຊີ່ແບບບໍ່ຕ້ອງພະຍາຍາມ ເບິ່ງແລ້ວເປັນທຳມະຊາດສຸດໆ ແລະເກັບຮູບພາບບັນຍາກາດພາຍໃນເມືອງ ອຳເຕີດຳ ເຊິ່ງເປັນເມືອງຫຼວງຂອງປະເທດ ເນເທີແລນ ມາຝາກແຟນໆອີກດ້ວຍ. summer in Amsterdam?✔️ A post shared by CHICHI (@chichisvl) on Jul 15, 2017 at 7:29am PDT ຂໍຂອບໃຈຮູບພາບຈາກ: chichisvl

Read More »

ຫວານໄດ້ອີກ!!! ວິນາທີນີ້ຕ້ອງຄູ່ນີ້ເລີຍນູ່ນີ່ ແລະ ອອ໋ບໜ້າຮັກເໝາະສົມກັນດີ!!!

ວິນາທີນີ້ບໍ່ມີຄູ່ໃດແລ້ວທີ່ຈະຫວານກວ່າຄູ່ນີ້ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ຄູ່ຮັກສຸດຮ້ອນແຮງທີ່ກຳລັງເປັນກະແສສຸດໆ ເບິ່ງຢ່າງໃດກໍໜ້າຮັກເໝາະສົມກັນດີ ແຖມທັງສອງຍັງໂຊຄວາມຫວານກັນແບບບໍ່ມີຂາດວັກຂາດຕອນ ໝັ່ນໂພສຮູບຄູ່ໃຫ້ແຟນຄລັບໄດ້ຕິດຕາມກັນເລື້ອຍໆ ແລະ ຫຼ້າສຸດກໍມີຄລິບສຳພາດຈາກລາຍການ ເທັກມີເອົ້າໄທແລນ ອອກມາແລ້ວວ່າທັງສອງນັ້ນກຳລັງຢູ່ໃນຊ່ວງທີ່ກຳລັງເບິ່ງໃຈກັນ ຖ້າຄົບກັນໄປແລ້ວໂອເຄກໍອາດຈະຕົກລົງປົງໃຈກໍເປັນໄດ້ ແລະ ສ່ວນຝ່າຍຊາຍ ອ໋ອບ ລາຍພາງ ກໍຍັງມີຫຍັງຫຼາຍໆຢ່າງທີ່ຕ້ອງພິສູດໃຫ້ສາວ ນູ່ນີ່ ຂອງເຮົາໄດ້ໝັ້ນໃຈ, ຍັງໆຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະໜຸ່ມ ອ໋ອບ ລາຍພາງ ວ່າທີ່ເຂີຍລາວກໍຍັງໄດ້ພາສາວນູ່ນີ່ລົງໃຕ້ (ປະເທດໄທ) ໄປຢ້ຽມຢາມພໍ່ແມ່ຂອງຕົນພ້ອມແນະນຳໃຫ້ພໍ່ແມ່ໄດ້ຮູ້ຈັກກັບສາວ ນູ່ນີ່ ກຸມພົນພັກດີ ອີກດ້ວຍ. #ໃຜເປັນແຟນຄລັບຂອງນູ່ນີ່ແລະອ໋ອບແຊຣເລີຍ ຂໍຂອບໃຈຮູບພາບ ແລະ ຄລິບຈາກ: Yingyot Aoflaiprang Kanjananiyom, Noony Koumphonphakdee

Read More »

ຂໍສະແດງຄວາມຍິນດີກັບ!!! ວົງ “Dynamic”ຊະນະເລີດໂຄງການ “Beerlao Band Challenge Season 2”

ຜ່ານການແຂ່ງຂັນ“Beerlao Band Challenge Season 2” ຕັ້ງແຕ່ຮອບຄັດເລືອກຈົນມາຮອດມື້ສຸດທ້າຍຮອບຊິງຊະນະເລີດໃນວັນທີ 15 ກໍລະກົດ 2017 ທີ່ສູນກິລາໃນຮົ່ມລ້ານຊ້າງ ສຳລັບວົງດົນຕີທີ່ໄດ້ຊະນະເລີດໃນການແຂ່ງຂັນໂຄງການນີ້ໄດ້ແກ່ວົງ B.12 Dynamic ໄດ້ຮັບເງິນລາງວັນມູນຄ່າ 50.000.000 ກີບ, ໄດ້ຮັບເຄື່ອງດົນຕີ 1 ຊຸດຍີ່ຫໍ້ Yamaha ມູນຄ່າ 25.000.000 ກີບ, ພ້ອມເຊັນສັນຍາເປັນສິລະປິນໃນຄ້າຍເພງ ອິນດີ້ ເຣກຂອດ 1ປີເຕັມ ມີ Single ເປັນຂອງຕົວເອງແລະຍັງໄດ້ຮັບການກາລັນຕີວຽກຈາກບໍລິສັດເບຍລາວເປັນເວລາ 1ປີເຕັມ. ຮອງອັນດັບ 1: ໄດ້ແກ່ວົງ 06Rock Normalໄດ້ຮັບເງິນລາງວັນມູນຄ່າ 20.000.000 ກີບ, ໄດ້ຮັບກີຕ້າໂປ່ງ1ໜ່ວຍມູນຄ່າ 2.500.000 ກີບ ແລະໄດ້ຮັບການກາລັນຕີວຽກຈາກບໍລິສັດເບຍລາວເປັນເວລາ 1ປີເຕັມ. ຮອງອັນດັບ 2: ໄດ້ແກ່ວົງ 10 N.O.Mໄດ້ຮັບເງິນລາງວັນມູນຄ່າ 15.000.000 ກີບ, …

Read More »

ເບິ່ງໄປຍິ້ມໄປ!!! “ມີແຟນຍັງ” version ມິດຕະພາບ ລາວ-ໄທ

ເບິ່ງໄປຍິ້ມໄປ!!!  “ມີແຟນຍັງ” version ມິດຕະພາບ ລາວ-ໄທ ຮ້ອງໂດຍ ນົກ  & ລ້ອດເຕ່ , ຫວັງວ່າສຽງເພງນີ້ຈະເປັນຄືກັບສະພານທີ່ເຊື່ອມຕໍ່ພາຫົວໃຈໃຫ້ສະນິດກັນລະຫວ່າງ ປະເທດ ລາວ ແລະ ປະເທດ ໄທ.   ຂໍຂອບໃຈ: Brick House

Read More »