ເກສ ການເກົ້າ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານໄດ້ເຊັກອິນທີ່ປະເທດລາວເຮົາໃນວັນອາທິດ ວັນທີ 2 ກໍລະກົດ ທີ່ຜ່ານມາ ເຊິ່ງດາລາຄົນດັງໄດ້ແວ່ໄປຖ່າຍຮູບເຊັກອິນທີ່ ປະຕູໄຊ ເຊິ່ງເປັນສະຖານທີ່ແລນມາກຂອງລາວເຮົາ, ແລະ ເກສ ເອງກໍໄດ້ຖ່າຍຮູບຢູູ່ທີ່ນັ້ນດ້ວຍຄວາມ Happy ແລະ ມີໜ້າຕາທີ່ຍິ້ມແຍ້ມແຈ່ມໃສ ແຖມຍັງໂພສຮູບໃນອິນສະຕາແກຼມ ແລະ ຂຽນຄຳອະທິບາຍວ່າ: “ມາເຮັດວຽກຢູ່ນີ້ Happy ທຸກໆເທື່ອ ແຟນໆທີ່ນີ້ໜ້າຮັກ ແລະ ໃຫ້ການຕອບຮັບເປັນຢ່າງດີ ຂໍຂອບໃຈແຟນໆທຸກຄົນຫຼາຍໆ” , ສຳລັບດາລາສາວ ເກສ ການເກົ້າ ການເດີນທາງມາລາວເຮົາໃນເທື່ອນີ້ບໍ່ໄດ້ເປັນເທື່ອທຳອິດ ເພາະກ່ອນໜ້ານີ້ແຟນໆຈື່ໄດ້ບໍ່ເພາະນາງກໍເຄີຍມາແລ້ວກັບດາລານັກສະແດງຊື່ດັງອີກຫຼາຍຄົນເຊັ່ນ: ແພນເຄັກ, ຢາດ ຢາດທິບ, ໜູແຫວນ ໃນຊ່ວງເດືອນ ພຶດສະພາ ທີ່ຜ່ານມາ. #ແຊຣໄປໃຫ້ໂລກຮູ້ປະເທດລາວໃຜໆກໍຢາກມາ @invvhiteofficial ขาวท้าแดดได้ข้ามประเทศ ไม่กลัวดำ!! ?thank you #karenwalkerthailand @marvel_vision naka me love it! มาทำงานที่นี่ …
Read More »ຂ່າວບັນເທີງໃນປະເທດ
ໜ້າຮັກໄດ້ອີກ! ມາເບິ່ງເດດທຳອິດຂອງນູ່ນີ່ ແລະ ອ໋ອບ ຄືການພາກັນເຂົ້າວັດເຮັດບຸນ!!!
ອຸ່ຍ…ໜ້າຮັກໄດ້ອີກສຳລັບຄູ່ຮັກສາວລາວ-ບ່າວໄທ ນູ່ນີ່ ແລະ ອ໋ອບ ຄູ່ຮັກສົດໆໃໝ່ໆຈາກລາຍການເລືອກຄູ່ຊື່ດັງ Take me out Thailand ທີ່ພວກເຂົາທັງສອງຫາກໍ່ສ້າງປະກົດການຮືຮາໄປທົ່ວທັງປະເທດ ລາວ ແລະ ໄທ ເພາະຫຼັງຈາກທີ່ສາວ ນູ່ນີ່ ກຸມພົນພັກດີ ໄດ້ໄປເລືອກຄູ່ໃນລາຍການດັ່ງກ່າວກໍເປັນຫຼາຍອາທິດຫຼາຍເດືອນເຂົ້າແລ້ວແຕ່ຜ່ານມາກໍຍັງບໍ່ເຫັນນູ່ນີ່ເປີດໄຟໃຫ້ກັບໜຸ່ມຄົນໃດ ແຕ່ຫຼ້າສຸດໃນວັນເສົາທີ່ຜ່ານມາຄວາມຝັນກໍເປັນຈິງ ເພາະນູ່ນີ່ໄດ້ໜຸ່ມອ໋ອບໜຸ່ມໃຕ້ຄົມເຂັ້ມ ເປັນໜຸ່ມທີ່ມີຮອຍຍິ້ມມີສະເໜ່ ເຈົ້າຊູ້ເໝາະສົມກັບສາວນູ່ນີ່ທຸກຢ່າງ. ແລະ ຍັງບໍ່ພໍແຕ່ເທົ່ານັ້ນເພາະທັງສອງຍັງໄດ້ເຕີມຄວາມຫວານໃຫ້ກັນໂດຍພາກັນເຂົ້າວັດເຮັດບຸນເພື່ອຂໍພອນ ແລະ ສາວນູ່ນີ່ສາວລາວຂອງເຮົາກໍຍັງໄດ້ໂພສຜ່ານເຟສບຸກວ່າການພາກັນມາເຮັດບຸນດັ່ງກ່າວແມ່ນເປັນການພາກັນມາເດດເປັນເທື່ອທຳອິດຂອງທັງສອງອີກດ້ວຍ, ຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສາວ ນູ່ນີ່ ແລະ ວ່າທີ່ເຂີຍລາວ ໜຸ່ມ ອ໋ອບນຳເດີ້ຂໍໃຫ້ຮັກກັນດົນໆ ແລະ ຄົງຈະໄດ້ເຫັນຂ່າວດີໄວໆເດີ້!!!! #ແຊຣໄປໃຫ້ກຳລັງໃຈນູ່ນີ່ແລະອ໋ອບ ຂໍຂອບໃຈຮູບພາບຈາກ: Noony Koumphonphakdee
Read More »ໃນທີ່ສຸດ! ນູ່ນີ່ ກໍໄດ້ຄູ່ເດດໃນ “Take me out Thailand” ແລ້ວເດີ້ ງາມ-ເຈົ້າຊູ້ເໝາະສົມກັນຂະໜາດ!!! (ມີຄລິບ)
ເປັນກະແສກັນອີ່ຫລີສຳລັບສາວ ນູ່ນີ ກຸມພົນພັກດີ ເພາະໃນວັນທີ 1 ກໍລະກົດ ທີ່ຜ່ານມານາງໄດ້ເຮັດໃຫ້ແຟນຄລັບຍິ້ມໄປຕາມໆກັນ ເພາະນາງໄດ້ຄູ່ເດດແລ້ວເດີ້ ເປັນໜຸ່ມໃຕ້ຄົມເຂັ້ມ ຍິ້ມມີສະເໜ່ ນາມວ່າ ອ໋ອບ ໜຸ່ມສຸດເຈົ້າຊູ້ຈາກປະເທດເພື່ອນບ້ານ ແລະ ເປັນໜຸ່ມຜູ້ພິຊິດໃຈສາວນູ່ນີ່ຂອງເຮົານິເອງ, ແຟນໆທ່ານໃດທີ່ພາດຍັງບໍ່ທັນໄດ້ເບິ່ງເທບຂອງລາຍການ“Take me out Thailand” ຊະນີIndy ກໍມີມາຝາກນຳເດີ້ ມາເບິ່ງກັນເລີຍ!!! #ຮີ້ວ…ເບິ່ງແລ້ວດີໃຈນຳນູ່ນີ່ແຊຣໄປໃຫ້ໝູ່ຮູ້ນຳແດ່ หนุ่มใต้ผู้พิชิตใจสาวนุนี คนนี้นี่แหละ ที่พิชิตใจสาวนุนีไปได้ หนุ่มใต้กับสาวลาว แล้วเค้าจะคุยกันรู้เรื่องไหม มาลองฟัง ไปเดทกันนน คลิปย้อนหลัง Take Me Out Thailand S11 ep.24 อ๊อฟ & แซคกี้ (1 ก.ค. 60) ดูที่ยูทูปแชแนลของ ทีวีธันเดอร์ออฟฟิเชี่ยล https://www.youtube.com/tvthunderofficial ซับสไคร์บหรือยัง มีอะไรให้ดูอีกเพียบสัปดาห์นี้มี4คลิปคลิปที่ 1 – …
Read More »ເຊຍລາວສຸດໃຈ! ເມ ວະລິສະລາ ກ້າວເປັນນາງແບບສາກົນຢ່າງເຕັມໂຕ ໄປປະກວດເວທີ “Top Model of the World”
ເມ ວະລິສະລາ ຕັງສຸວັນ ນາງແບບລາວທີ່ມີຄວາມສາມາດໄດ້ກ້າວເປັນນາງແບບລະດັບສາກົນຢ່າງເຕັມໂຕແລ້ວເພາະຖືກທາບທາມໃຫ້ໄປປະກວດສຸດຍອດນາງແບບໂລກໃນເວທີ “Top Model of the World 2017” ເຊິ່ງຖືວ່າເປັນບາດກ້າວສຳຄັນຂອງວົງການ Model ຂອງລາວເຮົາທີ່ຕ່າງຊາດຍັງໃຫ້ຄວາມສົນໃຈ ແລະ ຂໍຕົວແທນເພື່ອໄປປະກວດໃນເວທີດັ່ງກ່າວ, ການປະກວດໃນຄັ້ງນີ້ຈະຈັດຂຶ້ນໃນວັນທີ 14 ກໍລະກົດ 2017 ຢູ່ທີ່ປະເທດ ອີຢິບ (Egypt) ແລະ ເມ ວະລິສະລາ ນາງແບບສາວລາວຂອງເຮົາກໍກຳລັງເດີນທາງເພື່ອເຂົ້າເກັບຕົວ ແລະ ເຮັດກິດຈະກຳໃນກອງປະກວດນັ້ນເອງ. ສຳລັບ ເມ ວະລິສະລາ ຕັງສຸວັນ ຫຼາຍໆຄົນຄົງຈະຄຸ້ນໜ້າຄຸ້ນຕາກັນດີ ເພາະເປັນຄົນທີ່ມີຄວາມສາມາດຫຼາຍ ນາງຜ່ານການປະກວດເວທີລະດັບໂລກມາແລ້ວຫຼາຍເວທີ ຈົນກ້າວຜ່ານຄຳວ່າບໍ່ກ້າ ຜັກດັນໃຫ້ຕົວເອງກ້າວເຂົ້າໄປເປັນເຖິງໜຶ່ງໃນນາງແບບສາກົນຢ່າງເຕັມໂຕ. (ຂໍຊົມເຊີຍ) ສາມາດເຂົ້າໄປໃຫ້ກຳລັງໃຈ ແລະ ຮ່ວມໂຫວດໃຫ້ ເມ ວະລິສະລາ ໄດ້ທີ່ເພສ Top Model of the World ເຂົ້າໄປກົດໄລ້ ກົດແຊຣໃຫ້ນາງໄດ້ເລີຍ. #ແຊຣໄປເພື່ອເຊຍສຸດຍອດນາງແບບຈາກລາວ ຮູບພາບຈາກ: Varissara May …
Read More »ນັກຮ້ອງໄວໜຸ່ມລາວໄປແຂ່ງຂັນຮ້ອງເພງໃນ “ໄມທອງຄຳ” ລາຍການດັງຂອງປະເທດເພື່ອນບ້ານ!!! (ມີຄລິບ)
ເປັນກະແສຮືຮາໃນໂລກອອນລາຍກັນອີກແລ້ວ ຫຼ້າສຸດມີໄວໜຸ່ມຈາກປະເທດລາວຂອງເຮົານາມວ່າ ພອນທິດາ ຄຳສາຍສຸກ (ໂຊເນຍ) ອາຍຸ 21 ປີ ຈາກແຂວງຈຳປາສັກ ໄດ້ໄປອັດລາຍການແຂ່ງຂັນຮ້ອງເພງຢູ່ລາຍການດັງ “ໄມທອງຄຳ” ຂອງປະເທດເພື່ອນບ້ານເຊິ່ງຄາດວ່າຈະມີການອອກອາກາດໃນໄວໆນີ້, ແລະ ຍັງຖ່າຍຮູບກັບເອື້ອຍ ຕຸກກີ້ ຕະຫຼົກຍິງຊຸບເປີສະຕາຂອງປະເທດໄທ ຈົນສ້າງສຽງຮືຮາໃນໂລກອອນລາຍມາແລ້ວ. ກ່ອນໜ້ານີ້ ໂຊເນຍ ບໍ່ໄດ້ເດີນຕາມຄວາມຝັນດ້ວຍການປະກວດຮ້ອງເພງໃນລາຍການດັ່ງກ່າວເປັນລາຍການທຳອິດ ເພາະເຄີຍເປັນໄວໜຸ່ມທີ່ເຂົ້າປະກວດໃນໂຄງການ ແປັບຊີ່ຊິງເກີ້ນຄອນເທສ ໄດ້ລາງວັນຊົມເຊີຍ, ປະກວດໂຄງການ ດັສມິວທາເລັ້ນອາວອດ 2015, ບໍ່ພໍແຕ່ເທົ່ານັ້ນຍັງໄປສະແດງຄວາມສາມາດໃນລາຍການ “ຕີສິບ” ເປັນອີກໜຶ່ງລາຍການດັງຂອງປະເທດເພື່ອນບ້ານມາແລ້ວເຊັ່ນກັນ. ຂວັນໃຈ ເຮົາກໍບໍ່ພາດທີ່ຈະນຳຄລິບທີ່ ໂຊເນຍ ໄປອອກລາຍການຕີສິບມາຝາກ, ລອງມາເບິ່ງກັນເບິ່ງເດີ້ວ່າຈະມ່ວນ ເຮຮາ ພຽງໄດ??? #ຢ່າລືມແຊຣໃຫ້ກຳລັງໃຈໃນຄວາມສາມາດຂອງໄວໜຸ່ມລາວ ມາເບິ່ງຮູບພາບທີ່ ໂຊເນຍ ໄປອອກແຕ່ລະລາຍການກັນເລີຍ!!! ໄມທອງຄຳ 2. ປະກວດໂຄງການ ແປັບຊີ່ຊິງເກີ້ນຄອນເທດ 3. ດັສມິວທາເລັ້ນອາວອດ 2015 4. ຕີສິບ ຂໍຂອບໃຈຮູບພາບຈາກ: Sonia Power Voice ຄລິບຈາກ: https://www.youtube.com/watch?v=hMyHnSSiP3Y&feature=share
Read More »