ຂໍສະແດງຄວາມຍິນດີ! ປ໋ອກ ແສງມະນີ ຢາທໍ່ຕູ້ ເນັດໄອດໍ້ຄົນເກັ່ງ ສຳເລັດການສຶກສາລະດັບປະລິນຍາໂທດ້ານກົດໝາຍເສດຖະກິດ-ການຄ້າສາກົນ ຈາກ University International Business and Economic ໃນນະຄອນຫຼວງປັກກິ່ງ ສປ.ຈີນ, ແຖມ ປ໋ອກ ແສງມະນີ ຍັງໄດ້ຮັບໃບຍ້ອງຍໍນັກຮຽນເກັ່ງ ຈາກສະຖານທູດລາວປະຈຳນະຄອນຫຼວງປັກກິ່ງອີກດ້ວຍ (ເກັ່ງຫຼາຍ…ຂໍຊົມເຊີຍ). ໃນການຮັບໃບປະກາດຂອງ ປ໋ອກ ໃນເທື່ອນີ້ມີຄອບຄົວພໍ່-ແມ່, ໜູ່ເພື່ອນ ແລະ ບັນດາລູກໆທັງ 3 ທີ່ໜ້າຮັກຂອງປ໋ອກໄປຮ່ວມສະແດງຄວາມຍິນດີໃນເທື່ອນີ້, ທາງທີມງານ ຂວັນໃຈ ແລະ ແຟນເພສທຸກຄົນກໍຂໍສະແດງຄວາມຍິນດີ ແລະ ຊື່ນຊົມໃນຄວາມເກັ່ງຮອບດ້ານຂອງ ປ໋ອກ ແສງມະນີ ຢາທໍ່ຕູ້ ນຳຫຼາຍໆເດີ້…ແບບນີ້ແຫຼະຈຶ່ງສົມກັບເປັນເນັດໄອດໍ້ຕົວຈິງ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ ຂໍຂອບໃຈຮູບພາບຈາກ: PocKy Sengmany
Read More »ຂ່າວບັນເທີງໃນປະເທດ
ໃຜ!!! ຈະໄດ້ເປັນຜູ້ຊະນະລາງວັນລວມມູນຄ່າສູງເຖິງ 150 ລ້ານກີບໃນໂຄງການ “Beerlao Band Challenge season 2”
ໃນປີ 2016 ທີ່ຜ່ານມາ ໂຄງການBeerlao Band Challengeໄດ້ເປີດສັກກະລາດຢ່າງຍິ່ງໃຫຍ່ໃຫ້ວົງການດົນຕີລາວ ແລະໄດ້ສ້າງສິນລະປິນໜ້າໃໝ່ ໂດຍການແຂ່ງຂັນຄັດເລືອກເອົາໄວໜຸ່ມລາວທີ່ມີຄວາມສາມາດ ແລະ ມັກຮັກໃນການຫຼິ້ນດົນຕີເຂົ້າສູ່ການເປັນນັກດົນຕີມືອາຊີບ ເຊິ່ງໄດ້ສຽງຕອບຮັບ ຈາກສື່ມວນຊົນ ແລະ ຜູ້ຊົມຢ່າງຫຼວງຫຼາຍ. ມາເຖິງວັນທີ 17 ມີຖຸນາ2017ທີ່ຜ່ານມາທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ)Beerlao Band ChallengeSeason 2 ໄດ້ສືບຕໍ່ການແຂ່ງຂັນຮອບຄັດເລືອກເພື່ອຄົ້ນຫານັກດົນຕີໜ້າໃໝ່ປະຈຳປີ 2017ໂດຍມີຜູ້ເຂົ້າແຂ່ງຂັນທັງໝົດເກືອບ50ວົງ ຄັດໃຫ້ເຫຼືອພຽງ 24ວົງ ເພື່ອເຂົ້າໄປແຂ່ງຂັນໃນຮອບຮອງຊະນະເລີດເຊິ່ງໄດ້ຈັດຂື້ນໃນວັນທີ 24 ມີຖຸນາ2017 ທີ່ຜ່ານມາ ທີ່ສູນກິລາໃນຮົ່ມລ້ານຊ້າງ ແລະປະຈຸບັນເຮົາໄດ້ 12ວົງ ເຂົ້າໄປແຂ່ງຂັນໃນຮອບຊີງຊະນະເລີດ ທີ່ມີແຜນຈະຈັດຂື້ນໃນວັນທີ 15 ກໍລະກົດ 2017 ນີ້. ເພື່ອຮັບປະກັນຄຸນະພາບຂອງງານ ແລະການແຂ່ງຂັນ Beerlao Band Challenge Season 2ທາງບໍລິສັດຮ່ວມກັບຜູ້ຈັດງານໄດ້ເຊີນເອົາສີລະປີນຜູ້ຊົງຄຸນນະວຸດ ແລະມີຊື່ສຽງໃນວົງການເພງລາວ ທັງໝົດ 5ທ່ານເປັນຕົ້ນແມ່ນ ສັກ ວົງເຊວ, …
Read More »ມາເບິ່ງ! ເບື້ອງຫຼັງການຖ່າຍແບບສຸດຫິນຂອງສາວ ສຸດາ ວັນທອງທິບ ງານນີ້ຈັດໜັກອະລັງການຫຼາຍ!!!
ມື້ນີ້ຈະພາແຟນໆທຸກຄົນມາເບິ່ງເບື້ອງຫຼັງການຖ່າຍແບບສຸດຫິນຂອງສາວ ສຸດາ ວັນທອງທິບ ຮອງອັນດັບສອງນາງສາວນະຄອນຫຼວງວຽງຈັນ ແລະ ລາງວັນຂວັນໃຈມະຫາຊົນ 2017, ທີ່ນາງໄດ້ມີໂປເຈັກຖ່າຍແບບເຊັດໃໝ່ທີ່ເບິ່ງແລ້ວບໍ່ງ່າຍເລີຍ ຊົ່ວຈະໄດ້ຮູບພາບງາມໆມາໃຫ້ທຸກໆຄົນໄດ້ເບິ່ງກັນບໍ່ແມ່ນເລື່ອງທຳມະດາເລີຍ (555) ຊະນີIndy ເຂົ້າໃຈສຸດາ ແລະ ນາງແບບທຸກໆຄົນແລ້ວບາດນິ ໃຜວ່າເປັນນາງແບບມັນງ່າຍ…ຕ້ອງລອງເຖິງຈະໄດ້ຮູ້ເດີ້…!!! #ແຊຣໄປໃຫ້ກຳລັງໃຈນາງແດ່ ຂໍຂອບໃຈຮູບພາບ: Souda Vanthongthip
Read More »ເຫັນແຕ່ຮູບພາບຍັງຮາແລ້ວ!!! ເຈ້ຍ ແລະ ໝໍ່າ ຈົກມົກ ສອງຜູ້ກຳກັບຄົນດັງຖ່າຍຮູບຮ່ວມກັນ ກຽມໄປເປີດໂຕຮູບເງົາເລື່ອງໃໝ່
ຮະຮະຮ່າ ເປີດເຟສບຸກມາເຈິເລື່ອງທີ່ໜ້າຍິນດີແຕ່ເຊົ້າເລີຍເພາະ ອ້າຍ ເຈ້ຍ ປາຊີຟິກ ຜູ້ກຳກັບຮູບເງົາພັນລ້ານຂອງເຮົາໄດ້ຖ່າຍຮູບຮ່ວມກັບ ອ້າຍ ໝໍ່າ ຈົກມົກ ຕະຫຼົກຊຸບເປີສະຕາ ແລະ ຜູ້ກຳກັບຮູບເງົາຄົນດັງຂອງປະເທດເພື່ອນບ້ານ ແລະ ອ້າຍ ເຈ້ຍ ຂອງເຮົາຍັງໄດ້ຂຽນຄຳອະທິບາຍໃນຮູບພາບວ່າ: “ກຽມໂຕເດີນທາງມາງານ ເປີດໂຕຮູບເງົາ ສົ້ມພັກສ້ຽນ ຂອງ ອ້າຍ ໝໍ່າ ຈົກມົກ ທີ່ ນະຄອນພະນົມ” ພໍແຕ່ໂພສຮູບພາບບໍ່ພໍເທົ່າໄດເຮັດໃຫ້ມີແຟນໆ ແລະ ອ້າຍ ນ້ອງຮ່ວມວົງການເຂົ້າໄປກົດໄລ້ ກົດແຊຣ ແລະ ຄອມເມັ້ນກັນແບບທະລົ່ມທະລາຍ. ເຫັນແບບນີ້ແລ້ວ ຊະນີIndy ແລະ ແຟນໆກໍຮູ້ສຶກດີໃຈ ພວກເຮົາຫວັງວ່າໃນອະນາຄົດຄົງຈະມີຮູບເງົາລະຫວ່າງສອງຜູ້ກຳກັບຄົນເກັ່ງນີ້ ສ້າງຜົນງານດີໆມາໃຫ້ພວກເຮົາໄດ້ເບິ່ງກັນແນ່ເດີ້!!! #ແຊຣໄປໃຫ້ໂລກຮູ້ ຮູບພາບຈາກ: Phoumsana Jear Pacific
Read More »ສຸດຍອດ!!! ແຈັກ ນັກຮ້ອງນຳວົງ “YES” ຕິດຮອບອໍດິຊັ່ນໃນລາຍການແຂ່ງເພງຊື່ດັງ “THE VOICE THAILAND SEASON 6”
ສຸດຍອດ! ອີ່ຫລີສຳລັບ ນ້ອງ ແຈັກ ນັກຮ້ອງນຳວົງ “YES” ທີ່ມີລາຍຊື່ຕິດຮອບ Final Audition ຂອງລາຍການແຂ່ງຂັນເພງຊື່ດັງ “THE VOICE THAILAND SEASON 6” ເຊິ່ງລາຍການດັ່ງກ່າວເປັນລາຍການແຂ່ງຂັນເພງອັນດັບຕົ້ນໆຂອງປະເທດເພື່ອນບ້ານ ແລະ ລາຍການ THE VOICE ກໍເປັນລາຍການທີ່ມີເຄົ້າມາຈາກປະເທດ ອາເມລິກາ ແລະ ບໍ່ແມ່ນເລື່ອງງ່າຍເລີຍທີ່ຈະມີນັກຮ້ອງຜ່ານເຂົ້າໄປແຂ່ງຂັນກັນໄດ້ງ່າຍໆ, ຢ່າງໄດກໍຂໍສະແດງຄວາມຍິນດີກັບ ແຈັກ ທີ່ມີຄວາມສາມາດຜ່ານເຂົ້າໄປແຂ່ງຂັນໃນລາຍການໃນຄັ້ງນີ້. ສຳລັບການແຂ່ງຂັນຮອບ blind audition the voice thailand 6 ແຈັກຈະເຂົ້າອັດລາຍການໃນວັນທີ 29 ມິຖຸນາ 2017 ນີ້, ຢ່າລືມຕິດຕາມເປັນກຳລັງໃຈໃຫ້ຄົນລາວນຳກັນ, ສາມາດຕິດຕາມຄວາມເຄື່ອນໄຫວຂອງການແຂ່ງຂັນໄດ້ທີ່ເພສ ຂວັນໃຈ ເລີຍເດີ້ ຫຼື ເຂົ້າໄປໃຫ້ກຳລັງໃຈໜຸ່ມ ແຈ໋ກ ໄດ້ທີ່ເຟສບຸກ Jack Phommavongsay ໄດ້ເລີຍ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ມີຄລິບມາຝາກນຳເດີ້ โพสต์โดย Jack Phommavongsay บน …
Read More »